ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ລົງ​ທຶນ​ລະ​ຫວ່າງ ຫວຽດ​ນາມ - ອິນເດຍ

12:08 | 27/03/2021

ຍ​ສ​ໝ - ​ທີ່​ເວ​ທີ​ປາ​ໄສ, ທ່ານ ຟ້າມ​ແສງ​ເຈົາ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ໃຫ້​ຮູ້​ວ່າ ຫວຽດ​ນາມ ແລະ ອິນ​ເດຍ​ມີ​ການ​ພົວ​ພັນ​ພິ​ເສດ ເມື່ອ​ສອງ​ປະ​ເທດ​ໄດ້​ຮູ້​ຈັກ​ກັນ​ກ່ອນນີ້ 2000 ປີ ເມື່ອພູດ​ທະ​ສາ​ສະ​ໜາ ອິນ​ເດຍ ​ເຂົ້າ​ມາ​ຫວຽດ​ນາມ.

ຊ ກ ຍ ການ ພ ວ ພ ນ ຮ ວມ ມ ລ ງ ທ ນ ລະ ຫວ າງ ຫວຽດ ນາມ ອ ນເດຍ ນັກຊ່ຽວຊານອິນເດຍມີຄວາມປະທັບໃຈຕໍ່ຜົນງານດ້ານເສດຖະກິດຂອງຫວຽດນາມ
ຊ ກ ຍ ການ ພ ວ ພ ນ ຮ ວມ ມ ລ ງ ທ ນ ລະ ຫວ າງ ຫວຽດ ນາມ ອ ນເດຍ ນັກຊ່ຽວຊານ ອິນເດຍ ຢັ້ງຢືນວ່າຫວຽດນາມ ສວມບົດບາດສາກົນສຳຄັນຢູ່ບັນດາເວທີປາໄສທົ່ວໂລກ
ຊ ກ ຍ ການ ພ ວ ພ ນ ຮ ວມ ມ ລ ງ ທ ນ ລະ ຫວ າງ ຫວຽດ ນາມ ອ ນເດຍ
ທ່ານ ຟ້າມ​ແສງ​ເຈົາ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ອິ​ນ​ເດຍ ກ່າວ​ຄຳ​ເຫັນ​ທີ່​ເວ​ທີ​ປ​າ​ໄສ

ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ​ອິນ​ເດຍ ຫາ​ກໍ່​ສົມ​ທົບ​ກັບ ສະ​ຫະ​ພັນ​ບັນ​ດາ​ຫ້ອງ​ການ​ການ​ຄ້າ ແລະ ອຸດ​ສາ​ຫະ​ກຳ ອິນ​ເດຍ (ASSOCHAM) ພາກ​ເໜືອ​ຈັດ​ຕັ້ງ​ເວ​ທີ​ປາ​ໄສ​ທຸ​ລະ​ກິດ ຫວຽດ​ນາມ - ອິນ​ເດຍ ຢູ່ Chandigarh, ເມືອງ​ເອກ​ຂອງ​ລັດ​ Punjab ແລະ Hariana.

​ທີ່​ເວ​ທີ​ປາ​ໄສ, ທ່ານ ຟ້າມ​ແສງ​ເຈົາ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ໃຫ້​ຮູ້​ວ່າ ຫວຽດ​ນາມ ແລະ ອິນ​ເດຍ​ມີ​ການ​ພົວ​ພັນ​ພິ​ເສດ ເມື່ອ​ສອງ​ປະ​ເທດ​ໄດ້​ຮູ້​ຈັກ​ກັນ​ກ່ອນນີ້ 2000 ປີ ເມື່ອ ພູດ​ທະ​ສາ​ສະ​ໜາ ອິນ​ເດຍ​ເຂົ້າ​ມາ​ຫວຽດ​ນາມ. ອິນ​ເດຍ​ກໍ່​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປະ​ເທດ​ທຳ​ອິດ​ຮັບ​ຮອງ​ເອົາ ຫວຽດ​ນາມ ພາຍຫຼັງ​ຍາດ​ໄດ້​ເອ​ລະ​ລາດ​ເພື່ອ​ປີ 1945, ສ້າ​ງ​ການ​ພົວ​ພັນ​ທາງ​ການ​ທູດ​ຢ່າງ​ຄົບ​ຖ້ວນ​ຂັ້​ນ​ສະ​ຖານ​ທູດ​ໃນ​ປີ 1972. ອິນ​ເດຍ​ກໍ່​ແມ່ນ​ໜຶ່ງ​ໃນ 3 ປະ​ເທດ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ຂອງ ຫວຽດ​ນາມ ແລະ ຫວຽດ​ນາມ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປະ​ເທດຫຼັກ​ແຫຼ່ງ​ໃນ​ນະ​ໂຍ​ບາຍ​ມຸ່ງ​ໄປ​ສູ່​ທາງ​ທິດ​ຕາ​ເວັນ​ອອກ​ຂອງ ອິນ​ເດຍ.

ທີ່​ເສ​ທີ​ປາ​ໄສ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ໄດ້​ປະ​ກາດ​ໝາກ​ຜົນ​ຂອງ ຫວຽດ​ນາມ​ໃນ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບ​າດ​ໂຄວິດ - 19. ຫວຽດ​ນາມ ແມ່ນ​ໜຶ່ງ​ໃນ​ຈຳ​ນວ​ນ​ໜ້ອຍ​ປະ​ເທດ​ມີ​ການ​ເຕີບ​ໂຕ GDP ເປັນ​ບວນ​ໃນ​ປີ 2020. ພາ​ລະ​ກິດ​ແຫ່ງ​ການ​ລົບ​ລ້າງ​ຄວາ​ມ​ອຶດ​ຫິວຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ຂອງ ຫວຽດ​ນາມ ກໍ່​ບັນ​ລຸ​ໄດ້​ຜົນ​ງານ​ສຳ​ຄັນ​ໃນ​ໄລ​ຍະ​ເວ​ລາ ກ່​ວາ 30 ປີ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່.

ສ່ວນ​ທ່ານ ບຸນ​ຈຸງ​ເທື໊ອງ ຫົວ​ໜ້າ​ຫ້ອງວ່າ​ກາ​ນ​ການ​ຄ້າ ຫວຽດ​ນາມ ປະ​ຈຳ ອິ​ນ​ເດຍ​ໃຫ້​ຮູ້​ວ່າ ອິນ​ເດຍ​ແມ່ນ​ໜຶ່ງ​ໃນ 10 ຄູ່​ຮ່ວມ​ມື​ການ​ຄ້າ​ໃຫຍ່​ທີ່​ສຸດ ຫວຽດ​ນາມ ດ້ວຍ​ວົງ​ເງິນ​ການ​ຄ້າ​ສອງ​ສົ້ນ​ບັນ​ລຸ​ກ່​ວາ 10 ຕື້ USD ແລະ ສອງ​ຝ່າຍ​ສູ້​ຊົນ​ບັນ​ລຸ​ເພີ່ມ​ວົງ​ເງິນ​ການ​ຄ້າ​ຂຶ້ນ​ເຖິງ 15 ຕື້ ໃນ​ເວ​ລາ​ໄວ​ທີ່​ສຸດ.

ປີ 2020, ຫວ​ຽດ​ນາມ ແມ່ນ​ຄູ່​ຮ່ວມ​ມື​ການ​ຄ້າ ຢຶນ​ຢູ່​ອັນ​ດັບ​ທີ 17 ຂອງ​ອິນ​ເດຍ ແລະ ຢຶນ​ຢູ່​ອັນ​ດັບ​ທີ 4 ໃນ​ຈຳ​ນວນ​ບັນ​ດາ​ປະ​ເທດ​ອາ​ຊຽນ, ຢຶນ​ຢູ່​ທາງຫຼັງ ສິງ​ກະ​ໂປ, ອິນ​ໂດ​ເນ​ເຊຍ ແລະ ມາ​ເລ​ເຊຍ.

ບັນ​ດາ​ຜູ້​ແທນ​ຈາກ​ຝ່າຍ​ອິນ​ເດຍ​ລ້ວນ​ແຕ່​ສະ​ແດງ​ຄວາມ​ປະ​ທັບ​ໃຈ​ຕໍ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ ຫວຽດ​ນາມ ໃນ​ຊຸມ​ປີ​ຜ່ານ​ມາ ແລະ ຖື​ວ່າ ຫວຽດ​ນາມ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຈຸດ​ນັດ​ພົບ​ຂອງ​ບັນ​ດາ​ນັກ​ລົງ​ທຶນ​ຕ່າງ​ປະ​ເທດ, ເປັນ​ຕົ້ນ​ແມ່ນ​ໃນ​ສະ​ພາບ​ການ​ກະ​ແສ​ລົງ​ທຶນ​ຈາກ​ຈີນ​ໄປ​ຍັງ ຫວຽດ​ນາມ ສືບ​ຕໍ່​ດຳ​ເນີນ​ດ້ວຍ​ຄວາມ​ຕ້ອງ​ການ​ທີ່​ເປັນຫຼາຍ​ຮູບ​ແບບ. ເຂົາ​ເຈົ້າ​ກໍ່​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ດ້ວຍ​ຈຸດ​ຄ້າຍ​ຄື​ກັນ​ລະ​ຫວ່າງ ສອງ​ປະ​ເທດ ແລະ ການ​ສ້າງຫຼາຍ​ເສັ້ນ​ທາງ​ບິນ​ໄປ​ມາ​ລະ​ຫວ່າງ ສອງ​ລັດ, ສອງ​ຝ່າຍ​ບໍ່​ພຽງ​ແຕ່​ເພີ່ມ​ທະ​ວີ​ກ່ຽວ​ກັບ​ການ​ຄ້າ, ການ​ລົງ​ທຶນ​ເທົ່າ​ນັ້ນ ຫາກ​ຍັງ​ຢູ່​ດ້ານ​ການ​ສຶກ​ສາ, ແລກ​ປ່ຽນພົວ​ພັນ​ປະ​ຊາ​ຊົນ ແລະ ການ​ທ່ອງ​ທ່ຽດ​ອີກ​ດ້ວຍ.

ຊ ກ ຍ ການ ພ ວ ພ ນ ຮ ວມ ມ ລ ງ ທ ນ ລະ ຫວ າງ ຫວຽດ ນາມ ອ ນເດຍ ການຮ່ວມມືອັນແໜ້ນແຟ້ນລະຫວ່າງສອງປະເທດ ຫວຽດນາມ-ອິນເດຍ ປະກອບສ່ວນສໍາຄັນເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະຄວາມວັດທະນາຖາວອນລວມຂອງພາກພື້ນ ແລະສອງປະເທດ

ຍສໝ - ເຖິງແມ່ນວ່າໄດ້ຮັບຜົນກະທົບຈາກ ໂລກລະບາດ ໂຄວິດ-19 ກໍ່ຕາມ, ແຕ່ການຮ່ວມມືດ້ານປ້ອງກັນຊາດລະຫວ່າງກອງທັບສອງປະເທດຫວຽດນາມ - ອິນເດຍ ຍັງໄດ້ຮັບການຮັກສາ ແລະຊຸກຍູ້ໃຫ້ສອດຄ່ອງກັບສະພາບໂລກລະບາດຢູ່ແຕ່ລະປະເທດ.

ຊ ກ ຍ ການ ພ ວ ພ ນ ຮ ວມ ມ ລ ງ ທ ນ ລະ ຫວ າງ ຫວຽດ ນາມ ອ ນເດຍ ນັກຊ່ຽວຊານອິນເດຍມີຄວາມປະທັບໃຈຕໍ່ຜົນງານດ້ານເສດຖະກິດຂອງຫວຽດນາມ

ຍ​ສ​ໝ - ປີ 2016, ຫວຽດ​ນາມ​ໄດ້​ປະ​ກາດ​ໃຊ້​ກົດ​ໝາຍ​ວ່າ​ດ້ວຍ​ການ​ປ້ອງ​ກັນ​, ຕ້ານ​ການ​ສໍ້​ລາດ​ບັງຫຼວງ. ຜູ້​ຂຽນ​ກໍ່​ຖື​ວ່າ ບັນ​ດ​ການ​ປ່ຽນ​ແປງ​ທີ່​ມີ​ລັກ​ສະ​ນະ​ໂຄງ​ປະ​ກອບນີ້ ໄດ້​ປັບ​ປຸງ​ເງື່ອນ​ໄຂ​ເສດ​ຖະ​ກິດ​ຂອງ​ປະ​ຊາ​ຊົນ ແລະ ບັນ​ດາ​ການ​ປະ​ຕິ​ຮູບ​ດ້ານ​ເສດ​ຖະ​ກິດນີ້ ໄດ້​ນຳ​ມາ​ເຊິ່ງ​ສະ​ພາບ​ການ​ແຫ່ງ​ຄວາມ​ສະ​ເໝີພາບ​ໃຫ້​ແກ່​ການ​ລົງ​ທຶນ​ເອ​ກະ​ຊົນ​ພາຍ​ໃນ​ປະ​ເທດ.

ຊ ກ ຍ ການ ພ ວ ພ ນ ຮ ວມ ມ ລ ງ ທ ນ ລະ ຫວ າງ ຫວຽດ ນາມ ອ ນເດຍ ນັກຊ່ຽວຊານ ອິນເດຍ ຢັ້ງຢືນວ່າຫວຽດນາມ ສວມບົດບາດສາກົນສຳຄັນຢູ່ບັນດາເວທີປາໄສທົ່ວໂລກ

ຕາມທະນາຄານໂລກ, ຍອດຜະລິດຕະພັນພາຍໃນປະເທດ (GDP) ສະເລ່ຍໃສ່ຫົວຄົນຂອງ ຫວຽດນາມ ໃນປີ 2018 ໄດ້ທົບ 2,7 ເທົ່າເມື່ອທຽບໃສ່ປີ 2002. GDP ສະເລ່ຍໃສ່ຫົວຄົນປີ 2019 ແມ່ນ 2.700 USD.

​ບຸນ​ຄົງ

302 Found

Found

The document has moved here.