ແຂວງຈຳປາສັກ ເພີ່ມທະວີ ມາດຕະການສະກັດກັ້ນ ການລະບາດ, ຄວບຄຸມ ແລະ ກຽມພ້ອມຮອບດ້ານ ເພື່ອຕ້ານພະຍາດ COVID-19

14:57 | 24/04/2021

ໃນວັນທີ 24 ເມາສາ 2021, ທີ່ຫ້ອງປະຕິບັດງານ ເຫດການສຸກເສີນ ດ້ານສາທາລະນະສຸກ ພະແນກສາທາລະນະສຸກ ແຂວງຈຳປາສັກ, ທ່ານ ໂສມ ບຸດຕະກຸນ ຮອງເຈົ້າແຂວງຈຳປາສັກ ຜູ້ປະ ຈຳການ-ຫົວໜ້າ ສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດພະຍາດ COVID-19 ຂັ້ນແຂວງ.

ຫວຽດນາມ ສືບຕໍ່ຄວບຄຸມຢ່າງແໜ້ນແຟ້ນ ເປັນຕົ້ນແມ່ນສຳລັບຄົນເຂົ້າເມືອງ ຫວຽດນາມ ສືບຕໍ່ຄວບຄຸມຢ່າງແໜ້ນແຟ້ນ ເປັນຕົ້ນແມ່ນສຳລັບຄົນເຂົ້າເມືອງ
ຫວຽດນາມ ຖືນ້ຳໃຈສາມັກຄີ ໃນ ອາຊຽນ ເປັນສຳຄັນ ຫວຽດນາມ ຖືນ້ຳໃຈສາມັກຄີ ໃນ ອາຊຽນ ເປັນສຳຄັນ
undefined
ແຂວງຈຳປາສັກ ເພີ່ມທະວີ ມາດຕະການສະກັດກັ້ນ ການລະບາດ, ຄວບຄຸມ ແລະ ກຽມພ້ອມຮອບດ້ານ ເພື່ອຕ້ານພະຍາດ COVID-19

ທ່ານ ດຣ. ວຽງສີ ສຸພັກດີ ຫົວໜ້າພະແນກສາທາລະນະສຸກ ແຂວງຈໍາປາສັກ ໄດ້ມີຖະ ແຫລງການ ຜ່ານສື່ມວນຊົນ ກ່ຽວກັບຄໍາສັ່ງເພີ້ມເຕີມ ຂອງທ່ານເຈົ້າແຂວງຈຳປາສັກ ສະບັບເລກທີ 04/ຈຂ.ຈສ, ລົງວັນທີ 23 ເມສາ 2021, ວ່າດ້ວຍການເພີ່ມທະວີ ມາດຕະການສະກັດກັ້ນ, ກັນການລະບາດ, ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານ ເພື່ອຕ້ານພະຍາດ COVID-19 ເຖິງ ຫົວຫນ້າພະແນກການ, ກົມກອງອ້ອມຂ້າງແຂວງ, ເຈົ້ານະຄອນປາກເຊ, ເຈົ້າເມືອງ ແລະ ນາຍບ້ານ, ພະນັກງານ-ລັດຖະກອນ, ທະຫານ, ຕໍາຫລວດ, ກໍາມະກອນ, ນັກຮຽນ, ນັກສຶກສາ, ຜູ້ປະກອບການປະຊາຊົນລາວ, ຊາວຕ່າງດ້າວ, ຜູ້ບໍ່ມີສັນຊາດ ແລະ ຊາວຕ່າງປະເທດ ທີ່ດໍາລົງຊີວິດ ຢູ່ແຂວງຈໍາປາສັກ.

1. ໃຫ້ຫົວໜ້າກອງບັນຊາການທະຫານ, ກອງບັນຊາການປ້ອງກັນຄວາມສະຫງົບ, ພະແນກການ, ກົມກອງອ້ອມຂ້າງແຂວງ ເຈົ້ານະຄອນປາກເຊ, ເຈົ້າເມືອງ, ນາຍບ້ານ, ພະນັກງານ, ລັດຖະກອນ, ທະຫານ, ຕໍາຫລວດ, ກໍາມະກອນ, ນັກຮຽນ, ນັກສຶກສາ, ຜູ້ປະກອບການ, ປະຊາຊົນລາວ, ຊາວຕ່າງດ້າວ, ຜູ້ບໍ່ມີສັນຊາດ ແລະ ຊາວຕ່າງປະເທດທີ່ດໍາລົງຊີວິດ ຢູ່ແຂວງຈໍາປາສັກ ສືບຕໍ່ປະຕິບັດຄໍາສັ່ງ ຂອງນາຍົກລັດຖະມົນຕີ ສະບັບເລກທີ 15/ນຍ, ລົງວັນທີ 21 ເມສາ 2021 ແລະ ຄໍາສັ່ງຂອງເຈົ້າແຂວງຈໍາປາສັກ ສະບັບເລກທີ 03 /ຈຂ.ຈສ, ລົງວັນທີ 22 ເມສາ 2021 ຢ່າງເຂັ້ມງວດ.

2. ເພື່ອຮັກສາໄລຍະຫ່າງທາງສັງຄົມ ໃຫ້ບັນດາພະແນກການ, ກົມກອງອ້ອມຂ້າງແຂວງ, ວິສາຫະກິດລັດ - ເອກະຊົນ ແລະ ບັນດາບໍລິສັດ ໃນທົ່ວແຂວງຈໍາປາສັກ ຫລຸດຈໍານວນ ພະນັກງານ-ລັດ ຖະກອນ, ກໍາມະກອນ ແລະ ຈັດຕັ້ງຜັດປ່ຽນກັນ ມາປະຈໍາການໃນແຕ່ລະວັນ ຕາມຄວາມເໝາະສົມ ເລີ່ມແຕ່ວັນທີ 23 ເມສາ ຫາ 06 ພຶດສະພາ 2021; ຍົກເວັ້ນທະຫານ, ຕໍາຫລວດ, ເຈົ້າໜ້າທີ່ດັບເພີງ, ພະນັກງານ ຮັບຜິດຊອບລະບົບ ການບໍລິການໄຟຟ້າ, ນໍ້າປະປາ, ໂທລະຄົມມະນາຄົມ, ການສື່ສານ, ຂົນ ສົ່ງ, ສາທາລະນະສຸກ, ອາສາສະຫມັກ, ຜູ້ທີ່ໄດ້ຮັບມອບໝາຍ ໃຫ້ປະຈໍາການ ແລະ ເຮັດວຽກສະກັດກັ້ນ, ຄວບຄຸມ ແລະ ປິ່ນປົວ ຜູ້ຕິດເຊື້ອພະຍາດ. ສ່ວນຜູ້ທີ່ບໍ່ໄດ້ມາປະຈໍາການ ແມ່ນໃຫ້ສືບຕໍ່ເຮັດວຽກ ຂອງຕົນ ເປັນປົກກະຕິຢູ່ເຮືອນ ຫລື ທີ່ພັກອາໄສ ໂດຍຜ່ານລະບົບ ສື່ສານອີເລັກໂຕຣນິກ ແລະ ເຄືອຂ່າຍອິນເຕີເນັດ ເຊັ່ນ: ໂທລະສັບ, ອີເມວ ແລະ ລະບົບກອງປະຊຸມທາງໄກ.

3. ຫ້າມປະຊາຊົນ, ພະນັກງານ-ລັດຖະກອນ, ທະຫານ, ຕໍາຫລວດ, ກໍາມະກອນ, ນັກຮຽນ, ນັກສຶກສາ, ຜູ້ປະກອບການ, ນັກບວດ, ຊາວຕ່າງດ້າວ, ຜູ້ບໍ່ມີສັນຊາດ ແລະ ຊາວຕ່າງປະເທດ ທີ່ອາໃສ ແລະ ດໍາລົງຊີວິດຢູ່ ນະຄອນປາກເຊ ອອກຈາກເຮືອນ ຫລື ທີ່ພັກອາໃສ ຂອງຕົນ, ຍົກເວັ້ນກໍລະນີທີ່ຈໍາເປັນ ເຊັ່ນ: ໄປຊື້ເຄື່ອງ ອຸປະໂພກ-ບໍລິໂພກ, ໄປໂຮງໝໍ, ໄປປະຕິບັດຫນ້າທີ່ ໃນກິດຈະການ ທີ່ລະບຸໄວ້ໃນຂໍ້ທີ 02 ຂອງຄໍາສັ່ງສະບັບນີ້ ແລະ ໄປປະຕິບັດຫນ້າທີ່ຕາມ ການມອບໝາຍ ຂອງການຈັດຕັ້ງ; ສ່ວນຜູ້ທີ່ຈໍາເປັນຕ້ອງໄປເຮັດ ການຜະລິດກະສິກໍາ ເພື່ອເປັນສະບຽງອາຫານ, ຜູ້ໄປຄ້າຂາຍເຄື່ອງອຸປະໂພກ-ບໍລິ ໂພກ ກໍ່ສາມາດປະຕິບັດ ໄດ້ແຕ່ມອບໃຫ້ ອໍານາດການປົກຄອງ ບ້ານເປັນຜູ້ກວດກາ, ຄຸ້ມຄອງດ້ານຈໍານວນ ແລະ ຂອບເຂດຢ່າງຮັດກຸມ ເພື່ອບໍ່ໃຫ້ມີຄວາມສ່ຽງ ຕໍ່ການລະບາດຂອງພະຍາດ.

4. ຫ້າມຄົນຢູ່ແຂວງຈໍາປາສັກ ເດີນທາງໄປຕ່າງແຂວງ, ຫ້າມຄົນຕ່າງແຂວງ ເດີນທາງເຂົ້າແຂວງ ຈໍາປາສັກ, ຍົກເວັ້ນຜູ້ທີ່ມີພູມລໍາເນົາ, ເຮັດວຽກປະຈໍາຢູ່ ແຂວງຈໍາປາສັກ, ຜູ້ທີ່ໄດ້ຮັບອະນຸຍາດຈາກຄະນະສະເພາະກິດຂັ້ນແຂວງ; ໃຫ້ໂຈະການບໍລິການລົດຂົນສົ່ງ ສາທາລະນະລະຫວ່າງແຂວງ ແລະ ລະຫວ່າງເມືອງ. ສໍາລັບຜູ້ທີ່ມີຄວາມຈໍາເປັນ ຕ້ອງເດີນທາງໄປປະຕິບັດ ໜ້າທີ່ຢູ່ຕ່າງແຂວງ, ຕ່າງເມືອງ ແມ່ນໃຫ້ຂໍໜັງສື ອະນຸມັດການເດີນທາງ ນໍາຄະນະສະເພາະກິດຂັ້ນແຂວງ, ຂັ້ນເມືອງ ຊຶ່ງມີສໍານັກງານ ຕັ້ງຢູ່ພະແນກສາທາລະນະສຸກແຂວງ, ຫ້ອງການສາທາລະນະສຸກນະຄອນ, ເມືອງ ໃນເວລາລັດຖະການ.

5. ມອບໃຫ້ກອງບັນຊາການ ທະຫານແຂວງ, ກອງບັນຊາການ ປກສ ແຂວງ ສົມທົບກັບກອງບັນຊາການນະຄອນປາກເຊ ແລະ 09 ເມືອງ ເພີ່ມທະວີການກວດກາ ຄວາມເປັນລະບຽບຮຽບຮ້ອຍ ໃນການສັນຈອນໄປ-ມາ, ການລະເມີດຂອງຮ້ານກິນດື່ມ, ບັນເທິງ ແລະ ກິດຈະກໍາທີ່ເກືອດຫ້າມ ໂດຍສ້າງໜ່ວຍງານສະເພາະກິດ ເຄື່ອນທີ່ລາດຕະເວນ, ຕິດຕາມ ແລະ ປ້ອງກັນເວນຍາມຢູ່ຈຸດຕ່າງໆ ໃນເທດ ສະບານນະຄອນປາກເຊ ແລະ 09 ເມືອງຢ່າງເຂັ້ມງວດ. ແລະ ໃຫ້ຕັ້ງຈຸດກວດກາ ການເຂົ້າ-ອອກແຂວງຈໍາປາສັກ ຄື: 1) ບ້ານນາດ້ານຫລັກ 44 ເມືອງຊະນະສົມບູນ, 2) ບ້ານແກ້ງເກຍ ເມືອງບາຈຽງຈະເລີນສຸກ, 3) ບ້ານໜອງອີ່ໂອຍ ເມືອງປາກຊ່ອງ, 4) ບ້ານກອງຕຸ່ນ ເມືອງ ປາກຊ່ອງ, 5) ບ້ານນາຝັ່ງ ຫລັກ 84 ເມືອງໂຂງ, 6) ຫລັກ 30 ເມືອງໂພນທອງ. ແລະ ໃຫ້ກອງບັນຊາການ ນະຄອນປາກເຊ ສົມທົບກັບ ກອງບັນຊາການຂອງ ເມືອງກ່ຽວຂ້ອງ ສືບຕໍ່ຕັ້ງຈຸດກວດກາ ແລະ ໃຫ້ອົງການປົກຄອງນະຄອນປາກເຊ ແລະ ເມືອງ ໃຫ້ການຊີ້ນໍາເຈົ້າໜ້າທີ່ ປກສ ກຸ່ມບ້ານ, ປກສ ບ້ານ, ກອງຫລອນບ້ານ, ຕັ້ງຈຸດກວດກາ ຄົນເຂົ້າ-ອອກ ບ້ານຂອງຕົນຢ່າງເຂັ້ມງວດ. ສໍາລັບເມືອງທີ່ມີຊາຍແດນ ທາງນໍ້າລະຫວ່າງປະເທດ ໃຫ້ເອົາໃຈໃສ່ຕິດຕາມ, ກວດກາ ແລະ ຄຸ້ມຄອງນໍາໃຊ້ເຮືອຢ່າງເຂັ້ມງວດ.

6. ໃຫ້ສືບຕໍ່ປີດກິດຈະການ ຮ້ານກິນ-ດື່ມບັນເທິງ, ຮ້ານຄາຣາໂອເກະ, ຮ້ານບໍລິການນວດ ແລະ ສະປາທຸກປະເພດ, ສະຖານທີ່ ອອກກໍາລັງກາຍ ແລະ ຫລີ້ນກິລາ, ຮ້ານເກມອອນລາຍ ແລະ ຕະຫລາດກາງຄືນ; ສໍາລັບຮ້ານຂາຍອາຫານ ແມ່ນອະນຸຍາດໃຫ້ຂາຍ ແລະ ຊື້ກັບບ້ານເທົ່ານັ້ນ ແຕ່ບໍ່ໃຫ້ເກີນເວລາ 21:00 ໂມງ.

7. ມອບໃຫ້ຄະນະສະເພາະກິດຂັ້ນແຂວງ, ຂັ້ນນະຄອນ ແລະ ຂັ້ນເມືອງ ເພີ່ມທະວີການປະຕິບັດບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ຈັດຕັ້ງປະຕິບັດ ມາດຕະການທີ່ກໍານົດໄວ້ ໃນຄໍາສັ່ງສະບັບນີ້ຢ່າງເຂັ້ມງວດ, ໃນກໍລະນີພົບເຫັນການ ລະເມີດຕໍ່ຄໍາສັ່ງສະບັບນີ້ ເຫັນດີໃຫ້ດໍາເນີນ ມາດຕະການຕາມກົດໝາຍ ແລະ ລະບຽບການຢ່າງເຂັ້ມງວດ.

8. ໃນການຈັດຕັ້ງປະຕິບັດຕົວຈິງ, ຖ້າມີຄວາມຈໍາເປັນກໍ່ມອບໃຫ້ ຄະນະສະເພາະກິດຂັ້ນແຂວງ, ນະຄອນ ແລະ ເມືອງ ອອກນິຕິກໍາ ແນະນໍາການຈັດຕັ້ງປະຕິບັດ ເປັນອັນລະອຽດຕາມ ພາລະບົດບາດ, ໜ້າທີ່ ແລະ ຂອບເຂດສິດຂອງຕົນ.

9. ຄໍາສັ່ງສະບັບນີ້ ມີຜົນສັກສິດນັບແຕ່ເວລາ 19:00 ໂມງຂອງວັນທີ 23 ເມສາ 2021 ຫາວັນທີ່ 06 ພຶດສະພາ 2021. ໃນກໍລະນີທີ່ມີການປ່ຽນແປງ ອົງການປົກຄອງ ແຂວງຈະແຈ້ງໃຫ້ຊາບຕື່ມ ເປັນແຕ່ລະໄລຍະ.

ສຳບັບຜົນການກັ່ນກອງ ຜູ້ສໍາພັດກັບຜູ້ຕິດເຊື້ອ ໃນວັນທີ 23/4/2021 ແມ່ນໄດ້ລົງໄປກັ່ນກອງ ຜູ້ສໍາພັດແຕ່ 11:00-16:10 ໂມງ ທີ່ໂຮງໝໍຊຸມຊົນ ນະຄອນປາກເຊ ສາມາດເກັບຜູ້ສໍາພັດ ໄດ້ທັງໝົດ 69 ຄົນ (ຍິງ 31 ຄົນ) ແລະ ຈະສືບຕໍ່ຄັດກອງອີກໃນມື້ຕໍ່ໆໄປ ແລະ ໃນຈໍານວນ 69 ຄົນ ນັ້ນມີອາການບໍ່ສະບາຍດ້ວຍອາການ ໄຂ້, ໄອ, ຂີ້ມູກຍ້ອຍ, ເຈັບຄໍ ທັງໝົດ 21 ຄົນ. ສ່ວນເກນອາຍຸ ແລະ ສະຖານທີ່ຂອງຜູ້ສໍາພັດແມ່ນມີລາຍລະອຽດ ເກນອາຍຸຂອງຜູ້ສໍາພັດກັບຜູ້ກ່ຽວ: ອາຍຸ 17-20 ປີ: 20 ຄົນ, ອາຍຸ 21-25 ປີ: 31 ຄົນ, ອາຍຸ 26-30 ປີ: 13 ຄົນ, ແລະ ≥ 31 ປີ: 5 ຄົນ. ສະຖານທີ່ ແລະ ຮູບແບບການສໍາພັດກັບຜູ້ກ່ຽວ: ແມ່ນໂຮຽແຮມ, ຮ້ານກິນດື່ມ ຄາລາໂອເກະ ແລະ ສະຖານບັນເທີງ.

ກອງປະຊຸມຄະນະປະທານ VUFO ຄັ້ງທີ VI: ການລາຍງານ ແລະ ການອະນຸມັດຫລາຍບັນຫາສຳຄັນ ກ່ຽວກັບວຽກງານການທູດປະຊາຊົນ ກອງປະຊຸມຄະນະປະທານ VUFO ຄັ້ງທີ VI: ການລາຍງານ ແລະ ການອະນຸມັດຫລາຍບັນຫາສຳຄັນ ກ່ຽວກັບວຽກງານການທູດປະຊາຊົນ

ຍສໝ - ໃນວັນທີ 23 ເມສາ, ຢູ່ຮ່າໂນ້ຍ ສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ດໍາເນີນກອງປະຊຸມຄະນະປະທານຄັ້ງທີ IV ຊຸດທີ VI (ອາຍຸການ 2019 - 2024). ໜຶ່ງໃນບັນຫາໃຫຍ່ທີ່ຈະໄດ້ຈັດຕັ້ງປະຕິບັດ ແລະ ເຊື່ອມຊືມ ໃນຄັ້ງນີ້ ແມ່ນນະໂຍບາຍການຕ່າງປະເທດຂອງກອງປະຊຸມໃຫຍ່ພັກຄັ້ງທີ XIII ແລະ ກົດບັດສະຫະພັນມິດຕະພາບທີ່ຫາກໍ່ໄດ້ຮັບການອະນຸມັດ ໂດຍນາຍົກລັດຖະມົນຕີ ໃນວັນທີ ...

ນາຍົກລັດຖະມົນຕີ ກຳປູເຈຍ ສະແດງຄວາມຂອບໃຈມາຍັງພັກ, ລັດ ແລະປະຊາຊົນ ຫວຽດນາມ ຍາມໃດກໍຮັກສາສາຍພົວພັນມິດຕະພາບ, ຄວາມສາມັກຄີ ແລະແບ່ງເບົາກັບກຳປູເຈຍ ໃນທຸກສະພາບການ ນາຍົກລັດຖະມົນຕີ ກຳປູເຈຍ ສະແດງຄວາມຂອບໃຈມາຍັງພັກ, ລັດ ແລະປະຊາຊົນ ຫວຽດນາມ ຍາມໃດກໍຮັກສາສາຍພົວພັນມິດຕະພາບ, ຄວາມສາມັກຄີ ແລະແບ່ງເບົາກັບກຳປູເຈຍ ໃນທຸກສະພາບການ

ຍສໝ - ທ່ານນາຍົກລັດຖະມົນຕີ ກຳປູເຈຍ ກໍຊົມເຊີຍບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ໄດ້ຢ່າງວ່ອງໄວ ແລະ ມີປະສິດທິຜົນຂອງ ຫວຽດນາມ.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີ ສິງກະໂປ ຫຼີຊຽນຫຼົງ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີ ສິງກະໂປ ຫຼີຊຽນຫຼົງ

ຍສໝ - ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີສິງກະໂປ ຫຼີຊຽນຫຼົງ ໄດ້ເຫັນດີຊຸກຍູ້ການເຈລະຈາກ່ຽວກັບລະບຽບການເດີນທາງບູລິມະສິດ ລະຫວ່າງຫວຽດນາມ ແລະ ສິງກະໂປ, ສືບຕໍ່ເປີດການບິນການຄ້າທີ່ປອດໄພຕາມສະພາບການຂອງແຕ່ລະປະເທດ ແລະ ພາກພື້ນ.

kpl.gov.la

ເຫດການ
302 Found

Found

The document has moved here.