ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ຣູ​ມາ​ນີ: ເຫັນ​ດີ​ເປັນ​ເອ​ກະ​ພາບ 3 ໜ້າ​ທີ່​ຈຸດ​ສຸມ

14:28 | 22/04/2021

ຍ​ສ​ໝ - ເພື່ອ​ເພີ່ມ​ທະ​ວີ​ວຽກ​ງານ​ຖະ​ແຫຼງ​ຂ່າວ, ໂຄ​ສະ​ນາ​ກ່ຽວ​ກັບ​ສະ​ມາ​ຄົມ​ມ​ິດ​ຕະ​ພາບ ຫວຽດ​ນາມ - ຣູ​ມາ​ນີ ແລະ ບັນ​ດາ​ການ​ເຄື່ອນ​ໄຫວ​ຂອງ​ສະ​ມາ​ຄົມ, ບັນ​ດາ​ສະ​ມາ​ຊິກ​ໃນ​ຄະ​ນະ​ປະ​ຈຳ ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ ປ່ຽນ​ແປງ​ໃໝ່ ແລະ ຍົກ​ສູງ​ຄຸນ​ນະ​ພາບ​ເນື້ອ​ໃນ​ການ​ປະ​ຕິ​ບັດ​ງານ​ຖະ​ແຫຼງ​ຂ່າວ, ໂຄ​ສະ​ນາ​ໃນ​ເວັບ​ໄຊ ແລະ ສື່​ສັງ​ຄົມ​ອອນ​ລາຍ Facebook ຂອງ​ສະ​ມາ​ຄົມ​ໃຫ້​ທັນ​ການ ແລະ ອຸ​ດົມ​ສົມ​ບູນ.

ເປີດ​ຕົວ​ຄະ​ນະ​ບໍ​ລິ​ຫານ​ງານ​ສະ​ມາ​ຊາວ ທ໊າຍ​ບິ່ງ ອາ​ໄສ​ຢູ່ ມາ​ເກົາ ເປີດ​ຕົວ​ຄະ​ນະ​ບໍ​ລິ​ຫານ​ງານ​ສະ​ມາ​ຊາວ ທ໊າຍ​ບິ່ງ ອາ​ໄສ​ຢູ່ ມາ​ເກົາ
ສະ​ມາ​ຄົມ​ຊາວ​ຮ່າ​ຕິງ ອາ​ໄສ ​ຢູ່​ ມາ​ເກົາ​ ພົບ​ປະ​ຄັ້ງ​ທຳ​ອິດ ສະ​ມາ​ຄົມ​ຊາວ​ຮ່າ​ຕິງ ອາ​ໄສ ​ຢູ່​ ມາ​ເກົາ​ ພົບ​ປະ​ຄັ້ງ​ທຳ​ອິດ
ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ຣູ​ມາ​ນີ: ເຫັນ​ດີ​ເປັນ​ເອ​ກະ​ພາບ 3 ໜ້າ​ທີ່​ຈຸດ​ສຸມ
ບັນຍາກາດທີ່​ການ​ເຮັດ​ວຽກ

ຫວ່າງ​ແລ້ວນີ້, ຢູ່​ຮ່າ​ໂນ້ຍ, ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ຣູ​ມາ​ນີ ໄດ້​ຈັດ​ກອງ​ປະ​ຊຸມ​ຄະ​ນະ​ປະ​ຈຳ ເປີດກວ້າງ ເພື່ອແນ​ໃສ່​ຜັນ​ຂະ​ຫຍາຍ​ໜ້າ​ທີ່​ປະ​ຕິ​ບັດ​ງານ​ໃນ​ປີ 2021. ທ່ານນາງ ຕົ໊ງ​ວັນ​ງານ ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ຣູ​ມາ​ນີ ໄດ້​ປັນ​ປະ​ທານກອງ​ປະ​ຊຸມ. ໃນ​ວັນ​ດຽວ​ກັນ, ສະ​ມາ​ຄົມ​ໄດ້​ມີ​ການ​ພົ​ບ​ປະ ແລະ ແລກ​ປ່ຽນ​ກັບ​​ທ່ານ​ນາງ Cristina Romila ເອກ​ອັກ​ຄະ​ລັດ​ຖະ​ທູດ ຣູ​ມາ​ນີ ປະ​ຈຳ ຫວຽດ​ນາມ.

ທີ່ກອງ​ປະ​ຊຸມ, ບັນ​ດາ​ຜູ້​ແທນ​ໄດ້​ປຶກ​ສາ​ຫາ​ລື ແລະ ເຫັນ​ດີ​ເປັ​ນ​ເອ​ກະ​ພາບ​ບັນ​ດາ​ໜ໊າ​ທີ່​ສຳ​ຄັນ​ຄາດ​ວ່າ​ຈະ​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ໃນ​ປີ 2021 ລວມ​ມີ ການ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ຜູ້​ແທ​ນ​ທົ່ວ​ປະ​ເທດ​ສະ​ມາ​ຄົມິດ​ຕະ​ພາບ ຫວຽດ​ນາມ - ຣ​ູ​ມາ​ນີ ຄັ້ງ​ທີ VII, ສະ​ເຫຼີມ​ສະຫຼອງ 103 ປີ​ແຫ່ງວັນ​ຊາດ ຣູ​ມາ​ນີ (1 ທັນ​ວາ 1918 – 1 ທັນ​ວາ 2021). ນອກ​ຈາກ​ນັ້ນ, ຄາດ​ວ່າໃນ​ປີ 2021, ສະ​ມາ​ຄົມ​ກໍ່​​ຈະ​ອອກວາ​ລະ​ສານ​ພິ​ເສດ ເນື່ອງ​ໃນ​ໂອ​ກາດ​ສ້າງ​ສານ ແລະ ສ້າງ​ຕັ້ງ​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ຣູ​ມາ​ນີ…

ເພື່ອ​ເພີ່ມ​ທະ​ວີ​ວຽກ​ງານ​ຖະ​ແຫຼງ​ຂ່າວ, ໂຄ​ສະ​ນາ​ກ່ຽວ​ກັບ​ສະ​ມາ​ຄົມ​ມ​ິດ​ຕະ​ພາບ ຫວຽດ​ນາມ - ຣູ​ມາ​ນີ ແລະ ບັນ​ດາ​ການ​ເຄື່ອນ​ໄຫວ​ຂອງ​ສະ​ມາ​ຄົມ, ບັນ​ດາ​ສະ​ມາ​ຊິກ​ໃນ​ຄະ​ນະ​ປະ​ຈຳ ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ ປ່ຽນ​ແປງ​ໃໝ່ ແລະ ຍົກ​ສູງ​ຄຸນ​ນະ​ພາບ​ເນື້ອ​ໃນ​ການ​ປະ​ຕິ​ບັດ​ງານ​ຖະ​ແຫຼງ​ຂ່າວ, ໂຄ​ສະ​ນາ​ໃນ​ເວັບ​ໄຊ ແລະ ສື່​ສັງ​ຄົມ​ອອນ​ລາຍ Facebook ຂອງ​ສະ​ມາ​ຄົມ​ໃຫ້​ທັນ​ການ ແລະ ອຸ​ດົມ​ສົມ​ບູນ.

ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ຣູ​ມາ​ນີ: ເຫັນ​ດີ​ເປັນ​ເອ​ກະ​ພາບ 3 ໜ້າ​ທີ່​ຈຸດ​ສຸມ
ທ່ານ​ນາງ Cristina Romila ເອກ​ອັກ​ຄະ​ລັດ​ຖະ​ທູດ ຣູ​ມາ​ນີ ປະ​ຈຳ ຫວຽດ​ນາມ ກ່າວ​ຄຳ​ເຫັນ​ທີ​່ການ​ເຮັດ​ວຽກ

ໃນ​ໄລ​ຍະ​ຈະ​ມາ​ເຖິງ, ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ຣ​ູ​ມາ​ນີ ຈະ​ສືບ​ຕໍ່​ໂຄ​ສະ​ນາ, ສົ່ງ​ເສີມ​ການ​ຄ້າ ແລະ ສົ່ງ​ເສີມ​ບັນ​ດາ​ວິ​ສາ​ຫະ​ກິດ ຫວຽດ​ນາມ ໄປ​ຊອກ​ຫາ​ກາ​ລະ​ໂອ​ກາດ​ຮ່ວມ​ມື​ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ຣູ​ມາ​ນີ. ສະ​ມາ​ຄົມ​ກໍ່​ໄດ້​ໜູນ​ຊ່ວຍ​ຄະ​ນະ​ວິ​ສາ​ຫະ​ກິດ ແລະ ນັກ​ສຶກ​ສາ, ນັກ​ຝຶກ​ງານ​ໄປ​ຢ້ຽມ​ຢາມ ຣູ​ມາ​ນີ ໃນ​ລະ​ດູ​ແລ້ງ 2021 ເພື່ອ​ສ​ະ​ເຫຼີມ​ສະຫຼອງ 45, 50 ປີ​ແຫ່ງວັນ​ຮຽນ​ຈົບ, ສົ່ງ​ເສີມ​ການມອບຫຼຽນ​ໄຊ​ມິດ​ຕະ​ພາບ, ໃບ​ຍ້ອງ​ຍໍ​ໃຫ້​ແກ່​ບັນ​ດາ​ຄູ​ອາ​ຈານ ທີ່​ມີ​ຄຸນ​ງາມ​ຄວາມ​ດີ​ໃນ​ການ​ບຳ​ລຸງ​ສ້າງ​ບັນ​ດາ​ນັກ​ສຶກ​ສາ, ນັກ​ຄົ້ນ​ຄ້​ວາ ຫວຽດ​ນາມ.

ປີ 2021 ແມ່ນ​ປີ​ທີ່​ສຳ​ຄັນ​ດ້ວຍຫຼາຍ​ເຫດ​ການ​ໃຫຍ່​ທີ່​ຈຳ​ເປັນ​ຕ້ອງ​ມີ​ການ​ຮ່ວມ​ແຮງ​ຮ່ວມ​ໃຈ​ຈາກ​ບັນ​ດາ​ສະ​ມາ​ຊິກ​ສະ​ມາ​ຄົມ​ໃນ​ທົ່ວ​ປະ​ເທດ, ພ້ອມ​ທັງ​ຕ້ອງ​ການ​ໜູນ​ຊ່ວຍ​ຈາກ​ບັນ​ດາ​ຜູ້​ອຸ​ປະ​ຖຳ ເພື່ອ​ບັນ​ດາ​ການ​ເຄື່ອນ​ໄຫວ​ຂອງ​ສະ​ມາ​ຄົມ​ປະ​ສົບ​ຜົນ​ສຳ​ເລັດຢ່າງ​ຈົບ​ງາມ.

ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານນາງ ຕົ໊ງ​ວັນ​ງາ ປະ​ທານ​ສະ​ມາ​ຄົມ​ມິດ​ຕະພາບ ຫວຽດ​ນາມ - ຣູ​ມາ​ນີ ໄດ້​ສະ​ເໜີ​ໃຫ້​ບັນ​ດາ​ໜ່ວຍ​ສະ​ມາ​ຄົມ​ແນ​ະ​ນຳ​ລັນ​ດາ​ສະ​ມາ​ຊິກ​ທີ່​ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ຄ​ະ​ນະ​ບໍ​ລິ​ຫານ​ສະ​ມາ​ຄົມ, ກະ​ກຽມ​ບັນ​ດາ​ບົດ​ຂຽນ​ໃຫ້​ແກ່​ສະ​ມາ​ຄົມ.

ເປີດ​ຕົວ​ຄະ​ນະ​ບໍ​ລິ​ຫານ​ງານ​ສະ​ມາ​ຊາວ ທ໊າຍ​ບິ່ງ ອາ​ໄສ​ຢູ່ ມາ​ເກົາ ເປີດ​ຕົວ​ຄະ​ນະ​ບໍ​ລິ​ຫານ​ງານ​ສະ​ມາ​ຊາວ ທ໊າຍ​ບິ່ງ ອາ​ໄສ​ຢູ່ ມາ​ເກົາ

ຍ​ສ​ໝ - ພິ​ທີ​ເປີດ​ຕົວ​ຄະ​ນະ​ບໍ​ລິ​ຫານ​ງານ​ໄດ້​ດຳ​ເນີນ​ທ່າມ​ກາງ​ບັນ​ຍາ​ກາດ​ທີ່​ມ່ວນ​ຊື່ມ, ອົບ​ອຸ່ນ ແລະ ມີຫຼາຍ​ລາຍ​ການ​ສະ​ແດງ​ສິ​ລ​ະ​ປະທີ່​ພົ້ນ​ເດັ່ນ.

ສະ​ມາ​ຄົມ​ຊາວ​ຮ່າ​ຕິງ ອາ​ໄສ ​ຢູ່​ ມາ​ເກົາ​ ພົບ​ປະ​ຄັ້ງ​ທຳ​ອິດ ສະ​ມາ​ຄົມ​ຊາວ​ຮ່າ​ຕິງ ອາ​ໄສ ​ຢູ່​ ມາ​ເກົາ​ ພົບ​ປະ​ຄັ້ງ​ທຳ​ອິດ

ຍ​ສ​ໝ - ການ​ພົບ​ປະ​ມີຫຼາຍ​ລາຍ​ການ​ສະ​ແດງ​ສິ​ລະ​ປະ​ທີ່​ພົ້ນ​ເດັ່ນ​ໂດຍ​ບັນ​ດາ​ສະ​ມາ​ຊິກ​ໃນ​ສະ​ມາ​ຄົມ​ຊາວ​ຮ່າ​ຕິງ ອາ​ໄສ​ ຢູ່​ມາ​ເກົາ ສະ​ແດງ ໂດຍ​ນຳ​ມາ​ເຊິ່ງ​ບັນ​ບາ​ການ​ບຸນ​ເຕັດ​ປະ​ຈຳ​ຊາດ, ອົບ​ອຸນ​ນ້ຳ​ໃຈ​ປະ​ຊາດ, ຊ່ວຍຫຼຸດ​ຜ່ອນ​ຄວາມ​ຄິດ​ຮອດ​ຄິດ​ເຖິງ​ບ້ານ​ເກີດ​ເມືອງນອນ ແລະ ຈົດ​ຈຳ​ບັນ​ດາ​ຄວາມ​ຊົງ​ຈຳ​ອັນ​ດີ​ງາມ ໃນ​ໃຈ​ຂອງ​ພໍ່​ແມ່​ປະ​ຊາ​ຊົນ​ຊາວ​ຫວຽດ​ນາມ, ແຂກ​ຖືກ​ເຊີນ, ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ຢູ່​ມາ​ເກົາ ແລະ ເພື່ອນ​ມິດ​ສາ​ກົນ.

ມາ​ນະ​ພະ​ຍາ​ຍາມ​ນຳອຸ​ດອນທາ​ນີ​ກາຍ​ເປັນ​ແຂວງ​ນຳ​ໜ້າ​ກ່ຽວ​ກັບ​ການ​ຮ່ວມ​ມື​ກັບ ຫວຽດ​ນາມ ມາ​ນະ​ພະ​ຍາ​ຍາມ​ນຳອຸ​ດອນທາ​ນີ​ກາຍ​ເປັນ​ແຂວງ​ນຳ​ໜ້າ​ກ່ຽວ​ກັບ​ການ​ຮ່ວມ​ມື​ກັບ ຫວຽດ​ນາມ

ຍ​ສ​ໝ - ໃນ​ການ​ຢ້ຽມ​ຢາມນີ້, ທ່ານ ເອກ​ອັກ​ຄະ​ລັດ​ຖະ​ທູດ ຟານ​ຈີ໊ແທັງ​ໄດ້​ຕອບ​ສຳ​ພາດ​ກັບ​ນັກ​ຂ່າວ​ກ່ຽວ​ກັບ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ ແລະ ແງ່​ຫວັງ​ໃນ​ການ​ຮ່ວມ​ມື​ລະ​ຫວ່າງ ອູ​ດອນ​ທາ​ນີ ແລະ ບັນ​ດາ​ແຂວງ, ນະ​ຄອນ​ຂອງ ຫວຽດ​ນາມ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.