ມາ​ນະ​ພະ​ຍາ​ຍາມ​ນຳອຸ​ດອນທາ​ນີ​ກາຍ​ເປັນ​ແຂວງ​ນຳ​ໜ້າ​ກ່ຽວ​ກັບ​ການ​ຮ່ວມ​ມື​ກັບ ຫວຽດ​ນາມ

06:36 | 26/03/2021

ຍ​ສ​ໝ - ໃນ​ການ​ຢ້ຽມ​ຢາມນີ້, ທ່ານ ເອກ​ອັກ​ຄະ​ລັດ​ຖະ​ທູດ ຟານ​ຈີ໊ແທັງ​ໄດ້​ຕອບ​ສຳ​ພາດ​ກັບ​ນັກ​ຂ່າວ​ກ່ຽວ​ກັບ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ ແລະ ແງ່​ຫວັງ​ໃນ​ການ​ຮ່ວມ​ມື​ລະ​ຫວ່າງ ອູ​ດອນ​ທາ​ນີ ແລະ ບັນ​ດາ​ແຂວງ, ນະ​ຄອນ​ຂອງ ຫວຽດ​ນາມ.

ມາ ນະ ພະ ຍາ ຍາມ ນຳອ ດອນທາ ນ ກາຍ ເປ ນ ແຂວງ ນຳ ໜ າ ກ ຽວ ກ ບ ການ ຮ ວມ ມ ກ ບ ຫວຽດ ນາມ ລັດຖະບານໄທ ມອບນໍ້າຢາ ກວດຫາເຊື້ອພະຍາດໂຄວິດ 19 ໃຫ້ລັດຖະບານ ລາວ ມູນຄ່າ 15.000 ກວ່າໂດລາສະຫະລັດ
ມາ ນະ ພະ ຍາ ຍາມ ນຳອ ດອນທາ ນ ກາຍ ເປ ນ ແຂວງ ນຳ ໜ າ ກ ຽວ ກ ບ ການ ຮ ວມ ມ ກ ບ ຫວຽດ ນາມ ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ໄທ ຢ່າງມີປະສິດທິຜົນ
ມາ ນະ ພະ ຍາ ຍາມ ນຳອ ດອນທາ ນ ກາຍ ເປ ນ ແຂວງ ນຳ ໜ າ ກ ຽວ ກ ບ ການ ຮ ວມ ມ ກ ບ ຫວຽດ ນາມ
ທ່ານ ເອກ​ອັກ​ຄະ​ລັດ​ຖະ​ທູດ ຟານ​ຈີ​ແທັງ ເຮັດ​ວຽກ​ກັບ​ການ​ນຳ​ແຂວງ​ອູ​ດອນ ທາ​ນີ (ພາບ: baoquocte)

ຫວ່າງ​ແລ້ວນີ້, ທ່ານ ເອກ​ອັກ​ຄະ​ລັດ​ຖະ​ທູດ ຟານ​ຈີ​ແທັງ ແລະ ຄະ​ນະ​ຜູ້​ແທນ​ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ​ໄທ​ໄດ້​ມີ​ການ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ແຂວງ​ອູ​ດອນ​ທາ​ນີ. ໃນ​ການ​ຢ້ຽມ​ຢາມນີ້, ທ່ານ ເອກ​ອັກ​ຄະ​ລັດ​ຖະ​ທູດ ຟານ​ຈີ໊ແທັງ ​ໄດ້​ຕອບ​ສຳ​ພາດ​ກັບ​ນັກ​ຂ່າວ​ກ່ຽວ​ກັບ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ ແລະ ແງ່​ຫວັງ​ໃນ​ການ​ຮ່ວມ​ມື​ ລະ​ຫວ່າງ ອູ​ດອນ​ທາ​ນີ ແລະ ບັນ​ດາ​ແຂວງ, ນະ​ຄອນ​ຂອງ ຫວຽດ​ນາມ.

ທ່ານ ໃຫ້​ຮູ້​ວ່າ ອູ​ດອນທາ​ນີ ແມ່ນ​ແຂວງ​ໃຫຍ່​ທີ່​ສຸດ​ຢູ່​ເຂດ​ອີ​ສານ​ຂອງ​ໄທ ມີ​ເນື້ອ​ທີ່ຫຼາຍ​ກ່​ວາ 17.000 ກີ​ໂລ​ແມັດ, ດ້ວຍ​ປະ​ຊາ​ຊົນ​ເກືອບ 1,6 ລ້ານ​ຄົນ, ແມ່ນ​ແຂວງ​ທີ່​ມີ​ຊາວ​ໄທ​ເຊື້ອ​ສາຍ​ຫວຽດ​ນາມ​ດຳ​ລົງ​ຊີ​ວິດຫຼາຍ​ທີ່​ສຸດ​ຢູ່​ໄທ. ອູ​ດອນ​ທາ​ນີ ແມ່ນ​ແຂວງ​ນອນ​ຢູ່​ໄຈ​ກາງ​ຂອງ​ພາກ​ພື້ນ​ອະ​ນຸ​ແມ່​ນ້ຳ​ຂອງ, ມີ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ​ຢ່າງຫຼວງຫຼາຍ, ມີ​ປູ​ສະ​ນີ​ຍະ​ສະ​ຖານ​ປະ​ຫວັດ​ສາດ, ທິວ​ທັດ​ທຳ​ມະ​ຊາດ​ທີ່​ມີ​ຊື່​ສຽງ, ເຕັມ​ໄປ​ດ້ວຍ​ມູ​ນ​ເຊື້ອ​ວັດ​ທະ​ນະ​ທຳ, ມີ​ສະໜາມ​ບິ່ນ​ສາ​ກົນ, ແມ່ນ​ຕະຫຼາດ​ທີ່​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ໃຫ້​ແກ່​ການ​ລົງ​ທຶນ, ການ​ຄ້າ ແລະ ການ​ທ່ອງ​ທ່ຽວ.

ການ​ຢ້ຽມ​ຢາມ​ຄັ້ງ​ນີ້ ນອນ​ໃນ​ຜົນ​ການ​ແຜນ​ຂະ​ຫຍາຍ​ບັນ​ດາ​ການ​ເຄື່ອ​ນ​ໄຫວ​ສະ​ເຫຼີມ​ສະຫຼອງ 45 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ລະ​ຫວ່ງ ຫວຽດ​ນາມ - ໄທ, ເພື່ອ​ແນ​ໃສ່​ເພີ່ມ​ທະ​ວີ​ການ​ພົວ​ພັນ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ລະ​ຫວ່າງ ອູ​ດອນ ທາ​ນີ ແລະ ບັນ​ດາ​ແຂວງ ຫວຽດ​ນາມ.

ເປົ້າ​ໝາຍ​ທີ່ 2 ກໍ່​ສຳ​ຄັນ​ນັ້ນ​ແມ່ນ​ຢ້ຽມ​ຢາມ​ພໍ່​ແມ່​ປະ​ຊາ​ຊົນ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ໄທ, ຢ້​ຽມ​ຊົມ​ເຂດ​ປູ​ສະ​ນີ​ຍະ​ສະ​ຖານ​ປະ​ທານ​ໂຮ່​ຈີ​ມິນ ແລະ ບັນ​ດາ​ທິວ​ທັດ​ທຳ​ມະ​ຊາດ​ຕ່າງໆ​ຂອງ​ແຂວງ.

ໃນ​ການ​ຢ້ຽມ​ຢາມ, ທ່ານ​ໄດ້​ມີ​ໂອ​ການ​ພົບ​ປະ ແລະ ເຮັດ​ວຽກ​ກັບ ທ່ານ ໄຊ​ຢາມ ສີ​ຣີ​ມົງ​ຄຸນ, ເຈົ້າ​ແຂວງ ອູ​ດອນ ​ທາ​ນີ ແລະ ບັນ​ດາ​ການ​ນຳ​ແຂວງ, ທີ່​ການ​ພົບ​ປະ​ທ່ານ ເຈົ້າ​ແຂວງ​ສະ​ແດງ​ຄວາມ​ຊົມ​ເຊີຍ​ແລະ ສະ​ແດງ​ຄວາມ​ຫວັງ​ຢາກ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ພົວ​ພັນ​ກັບ ຫວຽດ​ນາມ ໃຫ້ຫຼາຍ​ກ່​ວາ​ອີກ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.

ການ​ນຳ​ແຂວງ​ອຸ​ດອນ​ທານ​ນີ ໄດ້​ສະ​ເໜີ​ໃຫ້ ສະ​ຖານ​ທູດ​ຊຸກ​ຍູ​ການ​ຮ່ວ​ມ​ມື​ກັບ​ບັນ​ດາ​ທ້ອງ​ຖິ່ນ ຂອງ​ຫວຽດ​ນາມ ເພື່ອ​ໃຫ້​ອູ​ດອນ ທາ​ນີ ກາຍ​ເປັນ​ແຂວງ​ທີ່​ນຳ​ໜ້າ​ໃນ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ ກັບ​ຫວຽດ​ນາມ ຢູ່​ພາກ​ອີ​ສານ​ຂອງ​ໄທ.

ຄຽງ​ຄູ່​ກັນ​ນັ້ນ, ທ່ານ​ກໍ່​ຕີ​ລາ​ຄາ​ສູງ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ໄທ​ເວົ້າ​ລວມ ແລະ ແຂວງ​ອູ​ດອນ​ທາ​ນີ ເວົ້າ​ສະ​ເພາະ, ພ້ອມ​ທັງ​ຢັ້ງ​ຢືນ​ວ່າ, ນີ້​ແມ່ນ​ປະ​ຊາ​ຄົມ​ທີ່​ມີ​ຄວາມ​ສາ​ມັກ​ຄີ, ປະ​ຕິ​ບັດ​ຢ່າ​ງ​ຖືກ​ຕ້ອງ​ຕາມກົດ​ໝາຍ ແລະ ມີ​ການ​ປະ​ກອບ​ສ່ວນຫຼາຍ​ຢ່າງ​ໃຫ້​ແກ່​ທ້ອງ​ຖິ່ນ.

ມາ ນະ ພະ ຍາ ຍາມ ນຳອ ດອນທາ ນ ກາຍ ເປ ນ ແຂວງ ນຳ ໜ າ ກ ຽວ ກ ບ ການ ຮ ວມ ມ ກ ບ ຫວຽດ ນາມ ລັດຖະບານໄທ ມອບນໍ້າຢາ ກວດຫາເຊື້ອພະຍາດໂຄວິດ 19 ໃຫ້ລັດຖະບານ ລາວ ມູນຄ່າ 15.000 ກວ່າໂດລາສະຫະລັດ

ໃນວັນທີ 26 ກຸມພາ 2021 ທີ່ສູນວິເຄາະ ແລະ ລະບາດວິທະຍາ ກະຊວງສາທາລະນະສຸກ ລັດຖະບານໄທ ໄດ້ມອບນໍ້າຢາ ກວດຫາເຊື້ອພະຍາດໂຄວິດ 19 ໃຫ້ລັດຖະບານລາວ ຈໍານວນ 250 ກ່ອງ ຫລື 10.000 ຊຸດ, ມູນຄ່າ 15.625 ໂດລາສະຫະລັດ, ກ່າວມອບໂດຍທ່ານນາງ ອຸຣະວະດີ ສິພິຣົມ ...

ມາ ນະ ພະ ຍາ ຍາມ ນຳອ ດອນທາ ນ ກາຍ ເປ ນ ແຂວງ ນຳ ໜ າ ກ ຽວ ກ ບ ການ ຮ ວມ ມ ກ ບ ຫວຽດ ນາມ ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ໄທ ຢ່າງມີປະສິດທິຜົນ

ຍສໝ - ສອງຝ່າຍເຫັນດີສືບຕໍ່ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ໃຫ້ນັບມື້ນັບເລິກເຊິ່ງ ແລະ ມີປະສິດທິຜົນ ເພື່ອເພີ່ມທະວີການພົວພັນຮ່ວມມືຫວຽດນາມ - ໄທ; ເພີ່ມການຢ້ຽມຢາມເພີ່ມເຕີມ, ການຕິດຕໍ່ໃນລະດັບສູງ ແລະ ລະດັບຕ່າງໆ...

ມາ ນະ ພະ ຍາ ຍາມ ນຳອ ດອນທາ ນ ກາຍ ເປ ນ ແຂວງ ນຳ ໜ າ ກ ຽວ ກ ບ ການ ຮ ວມ ມ ກ ບ ຫວຽດ ນາມ ສືບ​ຕໍ່ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະ​ຫວ່າງ ຫວຽດ​ນາມ ໄທ

ຍ​ສ​ໝ - ສອງ​ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ສືບ​ຕໍ່​ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮວມ​ມື​ຍຸດ​ທະ​ສາດ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ ໄທ ໃຫ້​ນັບ​ມື້​ນັບ​ເຂົ້າ​ສູ່​ລວງ​ເລິກ ແລະ ມີ​ປະ​ສິດ​ທິ​ຜົນ, ເພີ່ມ​ທະ​ວີ​ບັນ​ດາ​ການ​ຢ້ຽມ​ຢາມ, ພົບ​ປະ​ຂັ້ນ​ສູງ ແລະ ໃນ​ທຸກ​ຂັ້ນ, ຮັກ​ສາ​ກົນ​ໄກ​ຮ່ວມ​ມື​ສອງ​ຝ່າຍ.

​ບຸນ​ຄົງ

302 Found

Found

The document has moved here.