ເປີດ​ຕົວ​ຄະ​ນະ​ບໍ​ລິ​ຫານ​ງານ​ສະ​ມາ​ຊາວ ທ໊າຍ​ບິ່ງ ອາ​ໄສ​ຢູ່ ມາ​ເກົາ

14:42 | 06/04/2021

ຍ​ສ​ໝ - ພິ​ທີ​ເປີດ​ຕົວ​ຄະ​ນະ​ບໍ​ລິ​ຫານ​ງານ​ໄດ້​ດຳ​ເນີນ​ທ່າມ​ກາງ​ບັນ​ຍາ​ກາດ​ທີ່​ມ່ວນ​ຊື່ມ, ອົບ​ອຸ່ນ ແລະ ມີຫຼາຍ​ລາຍ​ການ​ສະ​ແດງ​ສິ​ລ​ະ​ປະທີ່​ພົ້ນ​ເດັ່ນ.

ຮ່າ​ຕິງອວຍ​ພອນ​ບຸນ​ປີ​ໃໝ່​ອຳ​ນາດ​ການ​ປົກ​ຄອງ ແລະ ປະ​ຊາ​ຊົນ​ແຂວງ ບໍ​ລິ​ຄຳ​ໄຊ, ລາວ ຮ່າ​ຕິງອວຍ​ພອນ​ບຸນ​ປີ​ໃໝ່​ອຳ​ນາດ​ການ​ປົກ​ຄອງ ແລະ ປະ​ຊາ​ຊົນ​ແຂວງ ບໍ​ລິ​ຄຳ​ໄຊ, ລາວ
ຫວຽດ​ນາມ ກາຍ​ເປັນ​ປະ​ຊາ​ຄົມ​ຊາວ​ຕ່າງ​ປະ​ເທດອາ​ໄສ​ຢູ່ ຍີ່​ປຸ່ນ ​ໃຫຍ່ອັນ​ດັບ​ທີ 2 ຫວຽດ​ນາມ ກາຍ​ເປັນ​ປະ​ຊາ​ຄົມ​ຊາວ​ຕ່າງ​ປະ​ເທດອາ​ໄສ​ຢູ່ ຍີ່​ປຸ່ນ ​ໃຫຍ່ອັນ​ດັບ​ທີ 2
ເປີດ​ຕົວ​ຄະ​ນະ​ບໍ​ລິ​ຫານ​ງານ​ສະ​ມາ​ຊາວ ທ໊າຍ​ບິ່ງ ອາ​ໄສ​ຢູ່ ມາ​ເກົາ
ນ​ນາງ ຫງວຽນ​ທິ​ຢຽວ​ເຫ້ວ ຫົວ​ໜ້າ​ສະ​ມາ​ຄົມ​ຊາວທ໊າຍ​ບິ່ງ ອາ​ໄສ​ຢູ່ ມາ​ເກົາ

ຫວ່າງ​ແລ້ວນີ້, ຢູ່​ມາ​ເກົາ, ຈີນ, ໄດ້​ດຳ​ເນີນ​ພິ​ທີ​ເປີດ​ຕົວ​ຄະ​ນະ​ບໍ​ລິ​ຫານ​ງານ​ສະ​ມາ​ຄົມ​ຊາວ​ທ໊າຍ​ບິ່ງ​ອາ​ໄສ​ຢູ່ ມາ​ເກົາ. ພິ​ທີ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ສະ​ຫະ​ພັນ​ພໍ່​ແມ່​ປະ​ຊາ​ຊົນ​ຫວຽດ​ນາມ ອາ​ໄສ​ຢູ່​ມາ​ເກົາ ພ້ອມ​ກັບ​ສະ​ມາ​ຊິກ​ຂອງ​ສະ​ມາ​ຄົມ​ຊາວທ໊າຍ​ບິ່ງ ຢູ່ ມາ​ເກົາ​ເປັນ​ຈຳ​ນວນຫຼາຍ.

ພິ​ທີ​ເປີດ​ຕົວ​ຄະ​ນະ​ບໍ​ລິ​ຫານ​ງານ​ໄດ້​ດຳ​ເນີນ​ທ່າມ​ກາງ​ບັນ​ຍາ​ກາດ​ທີ່​ມ່ວນ​ຊື່ມ, ອົບ​ອຸ່ນ ແລະ ມີຫຼາຍ​ລາຍ​ການ​ສະ​ແດງ​ສິ​ລ​ະ​ປະທີ່​ພົ້ນ​ເດັ່ນ. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ​ນາງ ຫງວຽນ​ທິ​ຢຽວ​ເຫ້ວ ຫົວ​ໜ້າ​ສະ​ມາ​ຄົມ​ຊາວທ໊າຍ​ບິ່ງ ອາ​ໄສ​ຢູ່ ມາ​ເກົາ ໃຫ້​ຮູ້​ວ່າ ສະ​ມາ​ຄົມ​ໄດ້​ສ້າງ​ຕັ້ງ​ແຕ່​ວັນ​ທີ 1 ມັງ​ກອນ 2016, ພາຍຫຼັງ​ການ​ເຄື່ອນ​ໄຫວ​ມາ​ເປັນ​ເວ​ລາ 5 ປີ. ປັດ​ຈຸ​ບັນ, ສະ​ມາ​ຄົມ​ຊາວ​ທ໊າຍ​ບິ່ງ ອາ​ໄສ​ຢູ່ ມາ​ເກົາ ມີ​ສະ​ມາ​ຊິກ 400 ຄົນ, ສ່ວນຫຼາຍ​ແມ່ນ​ແມ່​ບ້ານ, ເຮັດ​ວຽກ​ຢູ່​ບັນ​ດາ​ຮ້ານ​ອາ​ຫານ, ໂຮງ​ແຮມ​ຢູ່​ມາ​ເກົາ.

ເປີດ​ຕົວ​ຄະ​ນະ​ບໍ​ລິ​ຫານ​ງານ​ສະ​ມາ​ຊາວ ທ໊າຍ​ບິ່ງ ອາ​ໄສ​ຢູ່ ມາ​ເກົາ
​ທ່ານ​ນາງ ດິ່ງ​ທິ​ງອກ, ຮອງ​ປະ​ທານ​ສະ​ມາ​ຄົມ​ພໍ່​ແມ່ປະ​ຊາ​ຊົນ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ

ໃນ 5 ປີ​ທີ່​ຜ່ານ​ມາ, ສະ​ມາ​ຄົມ​ຊາວທ໊າຍ​ບິ່ງງ ອາ​ໄສ​ຢູ່ ມາ​ເກົາ​ນັບ​ມື້​ນັບ​ພັດ​ທະ​ນາ, ແມ່​ນ​ສະ​ຖານ​ທີ່​ດຶງ​ດູດ, ຕິດ​ພັນ​ບັນ​ດາ​ຜູ້​ຄົນ​ທີ່​ມີ​ບ້ານ​ເກືດ​ເມືອງ​ນອນ​ຢູ່ ທ໊າຍ​ບິ່ງພວມ​ເຮັດ​ວຽກ​ຢູ່ ມາ​ເກົາ ແລະ ກໍ່​ແມ່ນ​ເວ​ທີ​ປາ​ໄສ ເພື່ອ​ໃຫ້​ທຸກ​ຄົນ​ພົວ​ພັນ​ແລກ​ປ່ຽນ, ຊ່ວຍ​ເຫຼື​ອ​ເຊິ່ງ​ກັນ​ແລະ​ກັນ​ແກ້​ໄຂ​ທຸກ​ຄວາມ​ຫຍຸ້ງ​ຍາກ​ສິ່ງ​ທ້າ​ທາຍ​ໃນ​ຊີ​ວິດ​ປະ​ຈຳ​ວັນ, ລະ​ດົມ​ກັນ​ຕັ້ງ​ໜ້າ​ເຮັດ​ວຽກ​ເພື່ອ​ດັບ​ປັບ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ຕົນ ແລະ ຄອບ​ຄົວ ກໍ່​ຄື​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ສ້າງ​ຄວາມ​ຮັ່ງ​ມີ​ໃຫ້​ແກ່​ແຂວງ​ທ໊າຍ​ບິ່ງ.

​ທ່ານ​ນາງ ດິ່ງ​ທິ​ງອກ, ຮອງ​ປະ​ທານ​ສະ​ມາ​ຄົມ​ພໍ່​ແມ່ປະ​ຊາ​ຊົນ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ມາ​ເກົາ​ໃຫ້​ຮູ້​ວ່າ: ນັບ​ແຕ່​ຊຸມ​ວັນ​ຫາ​ກໍ່​ສ້າງ​ຕັ້ງ​ມາ​ຮອດ​ປັດ​ຈຸ​ບັນ, ສະ​ມາ​ຄົມ​ຊາວທ໊າຍ​ບິ່ງ​ຍາມ​ໃດ​ກໍ່​ເສີມ​ຂະ​ຫຍາຍ ໄດ້​ເນື້ອ​ໃນ​ຈິດ​ໃຈ​ຄວາມ​ສາ​ມັກ​ຄີ, ຊ່ວຍ​ເຫຼືອ ແລະ ແບ່ງ​ປັນ​ເຊິ່ງ​ກັນ​ແລະ​ກັນ. ສະ​ມາ​ຄົມ​ກໍ່​ໄດ້​ປະ​ຕິ​ບັດ​ເປັນ​ຢ່າງ​ດີ​ວຽກ​ງານ​ສຶກ​ສາ, ລະ​ດົມ​ພໍ່​ແມ່​ປະ​ຊາ​ຊົນ​ຊາວທ໊າຍ​ບິ່ງ ທີ່​ພວມ​ດຳ​ລົງ​ຊີ​ວິດ, ເຮັດ​ວຽກ ຢູ່ ມາ​ເກົາ ປະ​ຕິ​ບັດ​ບັນ​ດາ​ຂໍ້​ກຳ​ນົດ​ທີ່​ກ່ຽວ​ຂ້ອງ ແລະ ກົດ​ໝາຍ​ປະ​ເທດ​ປະ​ຈຳ​ຖິ່ນ​ໃຫ້​ເປັນ​ຢ່າງ​ດີ, ສ້າງ​ພາບ​ພົດ​ອັນ​ດີ​ງາມ ກ່ຽວ​ກັບ​ປະ​ເທດ​ຊາດ, ຊາວ​ຫວຽດ​ນາມ ຕໍ່​ອຳ​ນາດ​ການ​ປົກ​ຄອງ ແລະ ປະ​ຊາ​ຊົນ​ປະ​ເທດ​ປະ​ຈຳ​ຖິ່ນ.

ຮ່າ​ຕິງອວຍ​ພອນ​ບຸນ​ປີ​ໃໝ່​ອຳ​ນາດ​ການ​ປົກ​ຄອງ ແລະ ປະ​ຊາ​ຊົນ​ແຂວງ ບໍ​ລິ​ຄຳ​ໄຊ, ລາວ ຮ່າ​ຕິງອວຍ​ພອນ​ບຸນ​ປີ​ໃໝ່​ອຳ​ນາດ​ການ​ປົກ​ຄອງ ແລະ ປະ​ຊາ​ຊົນ​ແຂວງ ບໍ​ລິ​ຄຳ​ໄຊ, ລາວ

ຍ​ສ​ໝ - ຫວ່າງ​ແລ້ວນີ້, ຢູ່​ດ່ານ​ຊາຍ​ແດນ​ສາ​ກົນ ເກົ່າ​ແຈວ (ຮ່າ​ຕິງ), ຄະ​ນະ​ປະ​ຕິ​ບັດ​ງານ​ແຂວງ​ຮ່າ​ຕິງ ໄດ້​ໄປ​ອວຍ​ພອນ​ບຸນ​ປີ​ໃໝ່​ອຳ​ນາດ​ການ​ປົກ​ຄອງ​ແຂວງ​ບໍ​ລິ​ຄຳ​ໄຊ ແລະ ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ລາວ.

ຫວຽດ​ນາມ ກາຍ​ເປັນ​ປະ​ຊາ​ຄົມ​ຊາວ​ຕ່າງ​ປະ​ເທດອາ​ໄສ​ຢູ່ ຍີ່​ປຸ່ນ ​ໃຫຍ່ອັນ​ດັບ​ທີ 2 ຫວຽດ​ນາມ ກາຍ​ເປັນ​ປະ​ຊາ​ຄົມ​ຊາວ​ຕ່າງ​ປະ​ເທດອາ​ໄສ​ຢູ່ ຍີ່​ປຸ່ນ ​ໃຫຍ່ອັນ​ດັບ​ທີ 2

ຍ​ສ​ໝ - ISA ໃຫ້​ຮູ້​ວ່າ​ເຫດ​ຜົນ​ທີ່​ເຮັດ​ໃຫ້ ຫວຽດ​ນາມ​ລື່ນ​ກາຍ ສ.ເກົາຫຼີ ​ເພື່ອ​ກາຍ​ເປັນ​ປະ​ຊາ​ຄົມ​ຊາວ​ຕ່າງ​ປະ​ເທດ​ອາ​ໄສ​ຢູ່ ຍີ່​ປຸ່ນຫຼາຍ​ອັນ​ດັບ​ທີ 2 ຕົ້ນ​ຕໍ​ແມ່​ນ​ຍ້ອນ​ການ​ເພີ່ມ​ຂຶ້ນ​ຂອ​ງ​ຈຳ​ນວນ​ນັກ​ສຶກ​ສາ, ນັກ​ຄົ້ນ​ຄ​້​ວາ ແລະ ນັກ​ຝຶກ​ງານ​ຊາວ​ຫວຽດ​ນາມ ໄປ​ຍັງ​ບີ່​ປຸ່ນ​ໃນ​ໄລ​ຍະ​ທີ່​ຜ່ານ​ມາ.

ລັດ​ເຊຍ ມອບຫຼຽນ​ໄຊ​ມິດ​ຕະ​ພາບ ໃຫ້​ແກ່​ທ່ານ ຟານ​ຊວັນ​ຢຸງ ປະ​ທານ ກຸ່ມ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ມິດ​ຕະ​ພາບ ລະ​ຫວ່າງ ຫວຽດ​ນາມ - ລັດ​ເຊຍ ລັດ​ເຊຍ ມອບຫຼຽນ​ໄຊ​ມິດ​ຕະ​ພາບ ໃຫ້​ແກ່​ທ່ານ ຟານ​ຊວັນ​ຢຸງ ປະ​ທານ ກຸ່ມ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ມິດ​ຕະ​ພາບ ລະ​ຫວ່າງ ຫວຽດ​ນາມ - ລັດ​ເຊຍ

ຍ​ສ​ໝ - ຕອນ​ບ່າຍ​ວັນ​ທີ 1 ເມ​ສາ, ພິ​ທີ​ສະຫຼຸບ​ອາ​ຍຸ​ການ 2016 – 2021 ຂອງ​ກຸ່ມ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ມິດ​ຕະ​ພາບ ຫວຽດ​ນາມ - ສະ​ຫະ​ພັນ ລັດ​ເຊຍ ແລະ​ກາ​ນ​ພົວ​ປະ​ມິດ​ຕະ​ພາບ ຫວຽດ​ນາມ - ລັດ​ເຊ​ຍ​ໄດ້​ດຳ​ເນີນ ຢູ່​ຫໍ​ສະ​ພາ​ແຫ່ງ​ຊາດ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.