ຜູ້ນຳສະພາແຫ່ງຊາດຮຸງກາຣີ ໄດ້ຕີລາຄາສູງຕໍ່ສາຍພົວພັນທີ່ “ຫາຍາກ” ກັບຫວຽດນາມ

16:00 | 24/03/2021

ຍສໝ - ຜູ້ນຳສະພາແຫ່ງຊາດຮຸງກາຣີ ໄດ້ຕີລາຄາສູງຕໍ່ສາຍພົວພັນທີ່ດີ, “ຫາຍາກ” ລະຫວ່າງຫວຽດນາມ ແລະ ຮຸງກາຣີ, ປາດຖະໜາຢາກຮັກສາການໂອ້ລົມສົນທະນາເປັນປົກກະຕິ ລະຫວ່າງສະພາແຫ່ງຊາດສອງປະເທດ, ໃນອະນາຄົດໂດຍຜ່ານທາງຫ່າງໄກ.

ຜ ນຳສະພາແຫ ງຊາດຮ ງກາຣ ໄດ ຕ ລາຄາສ ງຕ ສາຍພ ວພ ນທ ຫາຍາກ ກ ບຫວຽດນາມ ເປີດງານວາງສະແດງ ພາບແຕ້ມ ທີ່ເຜີຍແພ່ຢ່າງທົ່ວເຖິງປະເທດ, ປະຊາຊົນ ແລະ ວັດທະນະທຳຫວຽດນາມຢູ່ຮຸງກາຣີ
ຜ ນຳສະພາແຫ ງຊາດຮ ງກາຣ ໄດ ຕ ລາຄາສ ງຕ ສາຍພ ວພ ນທ ຫາຍາກ ກ ບຫວຽດນາມ ພິ​ທີສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງຫວຽດນາມ ແລະ ຮຸງກາຣີ

ເນື່ອງໃນໂອກາດສິ້ນສຸດອາຍຸການຂອງຕົນ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳຮຸງກາຣີ ຫງວຽນຕຍນຖຶກ ໄດ້ໃຫ້ການຕ້ອນຮັບ ປະທານສະພາແຫ່ງຊາດຮຸງກາຣີ ທ່ານ LászlóKövér, ຮອງປະທານສະພາແຫ່ງຊາດ ທ່ານ István Jakab ແລະ ທ່ານຮອງປະທານສະພາແຫ່ງຊາດ István Hiller.

ເນື່ອງໃນໂອກາດນີ້, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳຮຸງກາຣີ ຫງວຽນຕຍນຖຶກ ກໍ່ໄດ້ແຈ້ງໃຫ້ຜູ້ນຳສະພາແຫ່ງຊາດຮຸງກາຣີ ກ່ຽວກັບການປ້ອງກັນຕ້ານພະຍາດ COVID-19 ຂອງຫວຽດນາມ, ໝາກຜົນຂອງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ແລະ ແຜນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ XV ແລະ ສະມາຊິກຂອງສະພາປະຊາຊົນທຸກຂັ້ນໃນໄລຍະ 2021 - 2026.

ຜ ນຳສະພາແຫ ງຊາດຮ ງກາຣ ໄດ ຕ ລາຄາສ ງຕ ສາຍພ ວພ ນທ ຫາຍາກ ກ ບຫວຽດນາມ

ທ່ານເອກອັກຄະລັດຖະທູດ ຫງວຽນຕຍນຖຶກ ໄດ້ຢືນຢັນວ່າ ລັດຖະບານ, ສະພາແຫ່ງຊາດຫວຽດນາມ ແລະ ປະຊາຊົນຫວຽດນາມ ຍາມໃດກໍ່ເຄົາລົບນັບຖືສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ລະຫວ່າງຫວຽດນາມ ແລະ ຮຸງກາຣີ, ແລະ ຖືເປັນສຳຄັນການຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງສອງປະເທດ. ພາຍຫຼັງສິ້ນສຸດອາຍຸການຂອງຕົນ, ທ່ານເອກອັກຄະລັດຖະທູດ ຈະສືບຕໍ່ປະກອບສ່ວນຊຸກຍູ້ການພົວພັນມິດຕະພາບ, ການຮ່ວມມືລະຫວ່າງປະຊາຊົນ ແລະ ວິສາຫະກິດຂອງສອງປະເທດ.

ຊົມເຊີຍບັນດາຜົນງານເຊິ່ງຫວຽດນາມບັນລຸໄດ້ ໃນການປ້ອງກັນໂລກລະບາດ COVID-19, ຜູ້ນຳ ສະພາແຫ່ງຊາດຮຸງກາຣີ ໄດ້ສະແດງຄວາມຂອບໃຈຕໍ່ສະພາແຫ່ງຊາດຫວຽດນາມ ທີ່ໄດ້ມອບຜ້າບັງປາກ ໃຫ້ແກ່ຮຸງກາຣີ ເມື່ອໂລກລະບາດແຜ່ລະບາດເກີດຂຶ້ນໃນຕົ້ນປີ 2020, ພ້ອມດຽວກັນນັ້ນກໍ່ສະເໜີສອງຝ່າຍຈັດຕັ້ງການເຈລະຈາຢ່າງຖ່າຍທອດສົດ ກ່ຽວກັບການແລກປ່ຽນປະສົບການໃນການປ້ອງກັນໂລກລະບາດ COVID-19, ບັນດາມາດຕະການປັບຕົວຂອງສະພາແຫ່ງຊາດຂອງສອງປະເທດ ເພື່ອຮັກສາການດຳເນີນງານ, ທິດທາງ ແລະ ມາດຕະການເພື່ອແກ້ໄຂສິ່ງທ້າທາຍດ້ານການແພດ, ສັງຄົມ ແລະ ເສດຖະກິດ ເນື່ອງຈາກການ​ລະ​ບາດ COVID-19.

ທ່ານຮອງປະທານສະພາແຫ່ງຊາດ István Jakab ເຊື່ອໝັ້ນວ່າ ສັນຍາ EVFTA ແລະ EVIPA ຈະສ້າງເງື່ອນໄຂອຳນວຍຄວາມສະດວກ ໃຫ້ແກ່ສອງປະເທດໃນການຖ່າຍທອດເຕັກໂນໂລຢີທີ່ທັນສະໄໝ ແລະ ສະໜັບສະໜູນການພັດທະນາອຸດສາຫະກຳ, ພ້ອມທັງປັບປຸງຄຸນນະພາບຂອງຊີວິດການເປັນຢູ່ຂອງປະຊາຊົນສອງປະເທດ.

ຜ ນຳສະພາແຫ ງຊາດຮ ງກາຣ ໄດ ຕ ລາຄາສ ງຕ ສາຍພ ວພ ນທ ຫາຍາກ ກ ບຫວຽດນາມ ບັນດາການເຄື່ອນໄຫວສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງຫວຽດນາມ ແລະ ຮຸງກາຣີ

ຍ​ສ​ໝ - ທ່ານນາຍົກເທດສະມົນຕີ Debrecen Barcsa Lajos, ທົບທວນຄືນບັນດາຄວາມຊົງຈຳ ແລະຜົນສຳເລັດໃນ​ໄລ​ຍະ 70 ປີແຫ່ງການພົວພັນທີ່ດີໃນທຸກຂົງເຂດລະຫວ່າງຫວຽດນາມ ແລະຮຸງກາຣີ

ຜ ນຳສະພາແຫ ງຊາດຮ ງກາຣ ໄດ ຕ ລາຄາສ ງຕ ສາຍພ ວພ ນທ ຫາຍາກ ກ ບຫວຽດນາມ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ເສດຖະກິດ ຮຸງກາຣີ ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.

ຍ​ສ​ໝ - ການ​ຢ້ຽມ​ຢາມ​ຫວຽດ​ນາມ​ຄັ້ງ​ນີ້​ຂອງ​ທ່ານ Szijjarto Peter ແມ່ນ​ກາ​ລະ​ໂອ​ກາດເພື່ອ​ໃຫ້​ສອງ​ຝ່າຍ​ປຶກ​ສາ​ຫາ​ລື ແນ​ໃສ່​ແກ​້​ໄຂ​ບັນ​ດາ​ຂໍ້​ຕິດ​ຂັດ​ກໍ່​ຄື​ເພີ່ມ​ທະ​ວີ​ການ​ພົວ​ພັນ​ທາງ​ການ​ທູດ, ການ​ຮ່ວມ​ມື​ກ່ຽວ​ກັບ​ວັດ​ທະ​ນະ​ທຳ​ລະ​ຫວ່າງ​ສອງ​ປະ​ເທດ.

ຜ ນຳສະພາແຫ ງຊາດຮ ງກາຣ ໄດ ຕ ລາຄາສ ງຕ ສາຍພ ວພ ນທ ຫາຍາກ ກ ບຫວຽດນາມ ຫວຽດນາມ ເຂົ້າຮ່ວມງານວາງສະແດງໂທລະຄົມມະນາຄົມສາກົນ 2019 ຢູ່ ຮຸງກາຣີ

ຍສໝ - ວັນທີ 9/9, ງານຕະຫຼາດນັດໂທລະຄົມມະນາຄົມໂລກ 2019 (ITU Telecom World 2019) ໄດ້ໄຂຂຶ້ນຢູ່ນະຄອນຫຼວງ Budapest, ຮົງກາລີ. ຄະນະຜູ້ແທນຫວຽດນາມ ນຳໂດຍຄະນະກຳມະການສູນກາງພັກ, ຮອງຫົວໜ້າ ພະແນກໂຄສະນາເຜີຍແຜ່ສູນກາງ, ລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ ທ່ານ ຫງວຽນແມ້ງຮຸ່ງ ໄດ້ເຂົ້າຮ່ວມ ແລະ ມີການປະຊຸມຂ້າງຄຽງ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.