ພິ​ທີສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງຫວຽດນາມ ແລະ ຮຸງກາຣີ

09:56 | 18/12/2020

ຍ​ສ​ໝ - ກ່າວຄຳເຫັນທີ່ພິທີ, ທ່ານຫງວຽນກວາງວີງ, ຮອງປະທານສະມາຄົມມິດຕະພາບຫວຽດນາມ - ຮຸງກາຣີນະຄອນໂຮ່ຈິມິນໄດ້ເນັ້ນໜັກ ວ່າ, 70 ປີທີ່ຜ່ານມາ, ສາຍພົວພັນມິດຕະພາບແບບທີ່​ເປັນ​ມູນ​ເຊື້ອລະ​ຫວ່າງຫວຽດນາມ - ຮຸງກາຣີໄດ້ຮັບການພັດທະນານັບມື້ນັບດີງາມໃນ​ທຸກ​ຂົງ​ເຂດ. ພິເສດ, ສອງຝ່າຍໄດ້ເຫັນດີເປັນ​ເອ​ກະ​ພາບຍົກສູງການພົວພັນສອງຝ່າຍຂຶ້ນ​ລະ​ດັບຄູ່ຮ່ວມມືຮອບດ້ານໃນປີ 2018.

ຖ້ຽວບິນໂດຍກົງຈາກ ສ.ເຊັກໂກ ມາຍັງ ຫວຽດນາມ ທີ່ຈັດສົ່ງພົນລະເມືອງຫວຽດນາມ 300 ຄົນຈາກ 4 ປະເທດຄື: ສ.ເຊັກໂກ, ຮຸງກາຣີ, ໂປໂລຍ ແລະ ໂອຕາລິດ
ບັນດາການເຄື່ອນໄຫວສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງຫວຽດນາມ ແລະ ຮຸງກາຣີ
ພິ​ທີສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງຫວຽດນາມ ແລະ ຮຸງກາຣີ
ທ່ານຫງວຽນກວາງວີງ, ຮອງປະທານສະມາຄົມມິດຕະພາບຫວຽດນາມ - ຮຸງກາຣີນະຄອນໂຮ່ຈິມິນກ່າວ​ຄຳ​ເຫັນ​ທີ່​ພິ​ທີ (ພາບ: TTXVN)

ຕອນບ່າຍວັນທີ 17 ທັນວາ, ຢູ່ນະຄອນໂຮ່ຈີມິນ, ສະຫະພັນບັນດາອົງການມິດຕະພາບນະຄອນໂຮ່ຈີມິນໄດ້ສົມທົບກັບສະຖານກົງສູນໃຫຍ່ຮຸງກາຣີປະຈຳ ນະຄອນໂຮ່ຈີມິນຈັດຕັ້ງ​ພ​ິ​ທີ​ສະ​ເຫຼີມ​ສະຫຼອງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ກາ​ນ​ທູດ ລະ​ຫວ່າງ ຫວຽດາມ - ຮຸງ​ກາ​ຣີ ຄົບຮອບ 70 ປີ (1950-2020).

ກ່າວຄຳເຫັນທີ່ພິທີ, ທ່ານຫງວຽນກວາງວີງ, ຮອງປະທານສະມາຄົມມິດຕະພາບຫວຽດນາມ - ຮຸງກາຣີນະຄອນໂຮ່ຈິມິນໄດ້ເນັ້ນໜັກ ວ່າ, 70 ປີທີ່ຜ່ານມາ, ສາຍພົວພັນມິດຕະພາບແບບທີ່​ເປັນ​ມູນ​ເຊື້ອລະ​ຫວ່າງຫວຽດນາມ - ຮຸງກາຣີໄດ້ຮັບການພັດທະນານັບມື້ນັບດີງາມໃນ​ທຸກ​ຂົງ​ເຂດ. ພິເສດ, ສອງຝ່າຍໄດ້ເຫັນດີເປັນ​ເອ​ກະ​ພາບຍົກສູງການພົວພັນສອງຝ່າຍຂຶ້ນ​ລະ​ດັບຄູ່ຮ່ວມມືຮອບດ້ານໃນປີ 2018.

ຕາມທ່ານ ຫງວຽນກວາງວີງແລ້ວ, ສາຍພົວພັນມິດຕະພາບແລະການຮ່ວມມືລະຫວ່າງສອງປະເທດທີ່​ມາ​ແຕ່​ດົນ​ນານ ແລະ ໄດ້ຮັບການປັບ​ປຸງຜ່ານການຢ້ຽມຢາມລະດັບສູງຂອງຜູ້ນຳຂອງສອງປະເທດ, ຜ່ານນັ້ນການພົວພັນມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ຮຸງກາຣີ ໄດ້ຮັບການຊຸກຍູ້ໃນທຸກຂົງເຂດຄື: ການເມືອງ, ເສດຖະກິດ - ການຄ້າ, ວິທະຍາສາດ - ເຕັກໂນໂລຢີ, ວັດທະນະ ທຳ, ກິລາ, ການທ່ອງທ່ຽວ, ການສຶກສາແລະອົບຮົມ, ການເງິນ, ກະສິ ກຳ, ການຄຸ້ມຄອງ. ນ້ ຳ, ຄວາມປອດໄພແລະການປ້ອງກັນປະເທດ...

ເນື່ອງໃນໂອກາດນີ້, ໂດຍຕາງໜ້າສະມາຄົມມິດຕະພາບຫວຽດນາມ - ຮຸງກາຣີນະຄອນໂຮ່ຈີມິນ, ທ່ານ ຫງວຽນກວາງວີງ ໄດ້ຕີລາຄາສູງ ແລະ ຂອບໃຈການຮ່ວມມືແລະການສະໜັບສະໜູນຂອງສະຖານກົງສຸນ ຮຸງກາຣີ ປະຈຳນະຄອນໂຮ່ຈີມິນໃນການຈັດຕັ້ງບັນ​ດາການເຄື່ອນໄຫວວຽກງານການທູດປະຊາຊົນຢູ່ນະຄອນໂຮ່ຈີມິນ, ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດລະຫວ່າງປະຊາຊົນຫວຽດນາມແລະຮຸງກາຣີ.

ກ່າວຄຳເຫັນທີ່ພິທີ, ທ່ານນາງ Szojka Éva Szivia, ກົງສູນໃຫຍ່ຮຸງກາຣີປະຈຳ ນະຄອນໂຮ່ຈີມິນໄດ້ສະແດງຄວາມເຄົາລົບ, ຕີ​ລາ​ຄາ​ສູງຕໍ່ໝາກຜົນທີ່ຕັ້ງ​ໜ້າ​ເຊິ່ງຫວຽດນາມບັນລຸໄດ້ໃນວຽກງານປ້ອງກັນແລະຄວບຄຸມ COVID- 19, ຊ່ວຍພິທີສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງຫວຽດນາມ ແລະ ຮຸງກາຣີ ຢູ່ນະຄອນໂຮ່ຈີມິນ ໄດ້ດຳເນີນໄປໃນບັນຍາກາດອັນອົບອຸ່ນຂອງຄວາມສາມັກຄີ ແລະ ມິດຕະພາບຢ່າງ​ເລິກ​ເຊິ່ງ.

ຖ້ຽວບິນໂດຍກົງຈາກ ສ.ເຊັກໂກ ມາຍັງ ຫວຽດນາມ ທີ່ຈັດສົ່ງພົນລະເມືອງຫວຽດນາມ 300 ຄົນຈາກ 4 ປະເທດຄື: ສ.ເຊັກໂກ, ຮຸງກາຣີ, ໂປໂລຍ ແລະ ໂອຕາລິດ

ຍສໝ - ເລື່ອງເປີດຖ້ຽວບິນນີ້ ແມ່ນປະຖົມປັດໃຈເພື່ອປະກອບສ່ວນຜັນຂະຫຍາຍຂໍ້ຕົກລົງລະຫວ່າງລັດຖະບານຫວຽດນາມ ແລະ ສ.ເຊັກໂກ ໃນການເປີດສາຍການບິນໂດຍກົງລະຫວ່າງຮ່າໂນ້ຍ - Praha ພາຍຫຼັງໂລກລະບາດໂຄວິດ-19 ໄດ້ຮັບການຄວບຄຸມ.

ບັນດາການເຄື່ອນໄຫວສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງຫວຽດນາມ ແລະ ຮຸງກາຣີ

ຍ​ສ​ໝ - ທ່ານນາຍົກເທດສະມົນຕີ Debrecen Barcsa Lajos, ທົບທວນຄືນບັນດາຄວາມຊົງຈຳ ແລະຜົນສຳເລັດໃນ​ໄລ​ຍະ 70 ປີແຫ່ງການພົວພັນທີ່ດີໃນທຸກຂົງເຂດລະຫວ່າງຫວຽດນາມ ແລະຮຸງກາຣີ

ລັດຖະມົນຕີກະຊວງການຕ່າງປະເທດ ແລະ ເສດຖະກິດ ຮຸງກາຣີ ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.

ຍ​ສ​ໝ - ການ​ຢ້ຽມ​ຢາມ​ຫວຽດ​ນາມ​ຄັ້ງ​ນີ້​ຂອງ​ທ່ານ Szijjarto Peter ແມ່ນ​ກາ​ລະ​ໂອ​ກາດເພື່ອ​ໃຫ້​ສອງ​ຝ່າຍ​ປຶກ​ສາ​ຫາ​ລື ແນ​ໃສ່​ແກ​້​ໄຂ​ບັນ​ດາ​ຂໍ້​ຕິດ​ຂັດ​ກໍ່​ຄື​ເພີ່ມ​ທະ​ວີ​ການ​ພົວ​ພັນ​ທາງ​ການ​ທູດ, ການ​ຮ່ວມ​ມື​ກ່ຽວ​ກັບ​ວັດ​ທະ​ນະ​ທຳ​ລະ​ຫວ່າງ​ສອງ​ປະ​ເທດ.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.