ຫວຽດນາມ ເຂົ້າຮ່ວມງານວາງສະແດງໂທລະຄົມມະນາຄົມສາກົນ 2019 ຢູ່ ຮຸງກາຣີ

14:02 | 11/09/2019

ຍສໝ - ວັນທີ 9/9, ງານຕະຫຼາດນັດໂທລະຄົມມະນາຄົມໂລກ 2019 (ITU Telecom World 2019) ໄດ້ໄຂຂຶ້ນຢູ່ນະຄອນຫຼວງ Budapest, ຮົງກາລີ. ຄະນະຜູ້ແທນຫວຽດນາມ ນຳໂດຍຄະນະກຳມະການສູນກາງພັກ, ຮອງຫົວໜ້າ ພະແນກໂຄສະນາເຜີຍແຜ່ສູນກາງ, ລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ ທ່ານ ຫງວຽນແມ້ງຮຸ່ງ ໄດ້ເຂົ້າຮ່ວມ ແລະ ມີການປະຊຸມຂ້າງຄຽງ.

ນີ້ແມ່ນເຫດການປະຈຳປີຂອງສະຫະພັນໂທລະຄົມມະນາຄົມສາກົນ (ITU) ທີ່ມີຂອບຂະໜາດໃຫຍ່ ແລະ ຄວາມສຳຄັນທີ່ສຸດກ່ຽວກັບດ້ານໂທລະຄົມມະນາຄົມ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານໃນຂອບຂະໜາດທົ່ວໂລກ. ງານວາງສະແດງປີນີ້ ໄດ້ດຶງດູດການເຂົ້າຮ່ວມຂອງຜູ້ແທນກ່ວາ 5.000 ຄົນທີ່ມາຈາກກ່ວາ 100 ປະເທດ ແລະ ເຂດແຄ້ວນ. ກ່າວຄຳເຫັນທີ່ພິທີໄຂ, ທ່ານລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ຫງວຽນແມ້ງຮຸ່ງ ໄດ້ແຈ້ງໃຫ້ຊາບກ່ຽວກັບເລື່ອງ ຫວຽດນາມ ເປັນເຈົ້າພາບຈັດຕັ້ງງານວາງສະແດງໂທລະຄົມມະນາຄົມໂລກໃນເດືອນກັນຍາ 2020 ຢູ່ ຮ່າໂນ້ຍ.

ຫວຽດນາມ ເຂົ້າຮ່ວມງານວາງສະແດງໂທລະຄົມມະນາຄົມສາກົນ 2019 ຢູ່ ຮຸງກາຣີ

ທ່ານລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ຫງວຽນແມ້ງຮຸ່ງກ່າວຄຳເຫັນທີ່ງານວາງສະແດງໂທລະຄົມມະນາຄົມ. (ພາບ: mic.gov.vn)

ທ່ານລັດຖະມົນຕີ ຫງວຽນແມ້ງຮຸ່ງ ຢືນຢັນວ່າ ຫວຽດນາມ ພວມມານະພະຍາຍາມຫັນປ່ຽນພື້ນຖານໂຄງລ່າງໂທລະຄົມມະນາຄົມກາຍເປັນພື້ນຖານໂຄງລ່າງ ICT, ດ້ວຍແຜນການຍຸດທະສາດຫັນປ່ຽນດີຈີຕອນແຫ່ງຊາດລວມມີ ລັດຖະບານ, ວິສາຫະກິດ ແລະ ສັງຄົມ.ຕາມນັ້ນແລ້ວ ຄວາມປອດໄພທາງເຄືອຂ່າຍອິນເຕແນັດ ແລະ ຫຼັກການດີຈີຕອນຈະແມ່ນຄວາມຮຽກຮ້ອງຕ້ອງການໂດຍພື້ນຖານຂອງກິດຈະກຳຫັນປ່ຽນເປັນດີຈີຕອນ.

ດ້ວຍຫົວຂໍ້ “ພ້ອມກັນປ່ຽນແປງໃໝ່ ເພື່ອເຊື່ອມຕໍ່ຢ່າງມີຄຸນຄ່າ”, ງານວາງສະແດງ ITU Telecom World 2019 ດຳເນີນແຕ່ວັນທີ 09 – 12 ກັນຍາ.

ເນື່ອງໃນໂອກາດນີ້, ທ່ານລັດຖະມົນຕີ ຫງວຽນແມ້ງຮຸ່ງ ໄດ້ປະກາດຢ່າງເປັນທາງການວ່າຫວຽດນາມຈະຈັດງານວາງສະແດງໂທລະຄົມມະນາຄົມໂລກໃນເດືອນກັນຍາ 2020 ຢູ່ຮ່າໂນ້ຍ, ປະເທດຫວຽດນາມ. ທ່ານລັດຖະມົນຕີໄດ້ເຊື້ອເຊີນປະເທດສະມາຊິກ ITU, ອົງການຈັດຕັ້ງສາກົນ, ແລະຊຸມຊົນ ICT ທົ່ວໂລກເຂົ້າມາຫວຽດນາມແລະເຂົ້າຮ່ວມເຫດການ ສຳ ຄັນນີ້.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.