ລັດຖະມົນຕີກະຊວງການຕ່າງປະເທດ ແລະ ເສດຖະກິດ ຮຸງກາຣີ ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.

16:11 | 15/10/2020

ຍ​ສ​ໝ - ການ​ຢ້ຽມ​ຢາມ​ຫວຽດ​ນາມ​ຄັ້ງ​ນີ້​ຂອງ​ທ່ານ Szijjarto Peter ແມ່ນ​ກາ​ລະ​ໂອ​ກາດເພື່ອ​ໃຫ້​ສອງ​ຝ່າຍ​ປຶກ​ສາ​ຫາ​ລື ແນ​ໃສ່​ແກ​້​ໄຂ​ບັນ​ດາ​ຂໍ້​ຕິດ​ຂັດ​ກໍ່​ຄື​ເພີ່ມ​ທະ​ວີ​ການ​ພົວ​ພັນ​ທາງ​ການ​ທູດ, ການ​ຮ່ວມ​ມື​ກ່ຽວ​ກັບ​ວັດ​ທະ​ນະ​ທຳ​ລະ​ຫວ່າງ​ສອງ​ປະ​ເທດ.

ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໃຫ້ການຕ້ອນຮັບ ຄະນະວິສາຫະກິດສະມາຄົມພັດທະນາຮ່ວມມືເສດຖະກິດ ຫວຽດນາມ - ອາຊຽນ
ລັດຖະມົນຕີການຕ່າງປະເທດລາວ ມາຢ້ຽມຢາມ, ເຮັດວຽກກັບສະຖາບັນການຕ່າງປະເທດຫວຽດນາມ
ລັດຖະມົນຕີກະຊວງການຕ່າງປະເທດ ແລະ ເສດຖະກິດ ຮຸງກາຣີ ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.
ພາບ​ປະ​ກອບ

ວັນ​ທີ 16 ຕຸ​ລາຈະ​ມາ​ເຖິງ, ທ່ານ Szijjarto Peter ລັດ​ຖະ​ມົນ​ຕີ​ ການ​ຕ່າງ​ປະ​ເທດ ແລະ ເສດ​ຖະ​ກິດ ຮຸງ​ກາ​ຣີ ຈະ​ມາ​ຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ. ການ​ຢ້ຽມ​ຢາມ​ໄດ້​ດຳ​ເນີນ​ກົງ​ກັບ​ຈຸດ​ເວ​ລາທີ່ ຫວຽດ​ນາມ ​ແລະ ຮູງ​ກາ​ຣີ ຈັດ​ຕັ້ງ​ການ​ສະ​ເຫຼີມ​ສະຫຼອງ ວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດຄົບ​ຮອ​ບ 70 ປີ, ​ພ້ອມ​ກັນ​ນັ້ນ​ກ​ໍ່​ ແນ​ໃສ່​ເຊື່ອມ​ຕໍ່​ບັນ​ດາ​ການ​ເຄື່ອນ​ໄຫວ​ທາງ​ການ​ທູດລະ​ຫວ່າງ ສອງ​ຝ່າຍ ທີ່​ຖືກ​ຢຸດ​ສະງັກຍ້ອນ​ໂລກ​ລະ​ບາດ Covid – 19 ຄືນ​ໃໝ່.

ຕາມ​ແຜນ​ການແລ້ວ, ທ່ານ Szijjarto Peter ຈະ​ມີ​ການ​ພົບ​ປະ​ເຈ​ລະ​ຈາ​ກັບ​ທ່ານ ຟ້າມ​ບິ່ງ​ມິງ ຮອງ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ, ລັດ​ຖະ​ມົນ​ຕີ​​ກະ​ຊວງ​ການ​ຕ່າງ​ປະ​ເທດຫວຽດ​ນາມ, ​ເຂົ້າ​ຢ້ຽມ​ຂ​່ຳ​ນັບ​ທ່ານ ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊ​ວັນ​ຟຸກ, ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ໂຄ​ງ​ການ​ຮ່ວມ​ມື​ວັດ​ທະ​ນະ​ທຳ​ກັບ​ທ່ານ ຫງວຽນ​ງອກ​ຖ້ຽນ ລັດ​ຖະ​ມົນ​ຕີ​ກະ​ຊວງວັດ​ທະ​ນະ​ທຳ, ກິ​ລາ ແລະ ການ​ທ່ອງ​ທ່ຽວ ຫວຽດ​ນາມ. ຄຽງ​ຄູ່​ກັນ​ນັ້ນ, ສອງ​ຝ່າຍ​ຄາດ​ວ່າ​ຈະ​ມີ​ບັນ​ດາ​ການ​ແລ​ກ​ປ່ຽນ​ທີ່​ກ່ຽວ​ຂ້ອງ​ເຖິງ​ການ​ສ້າງ​ສູນວັດ​ທະ​ນະ​ທຳ ຮຸງ​ກາ​ຣີ​ຢູ່​ຫວຽດ​ນາມ…ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຮຸງ​ກາ​ຣີ​ປະ​ຈຳ​ຫວຽດ​ນາມ Ory Csaba ໃຫ້​ຮູ້​ວ່າ ໃນ​ການ​ຢ້ຽ​ມ​ຢາມນີ້, ທ່ານ Szijjarto ກໍ່​ຈະ​ເຂົ້າ​ຮ່ວມ​ພິ​ທີ​​ເປີດສະຫຼອງ​ເສັ້ນ​ທາງ​ດິນ​ເຜົາ ຢູ່​ຮ່າ​ໂນ້ຍ ໂດຍ​ສະ​ຖານ​ທູດ​ປະ​ເທດນີ້​ອຸ​ປະ​ຖຳ​ສ່ວນ​ໜຶ່ງ​ໃນ​ການ​ກໍ່​ສ້າງ.

ການ​ຢ້ຽມ​ຢາມ​ຫວຽດ​ນາມ​ຄັ້ງ​ນີ້​ຂອງ​ທ່ານ Szijjarto Peter ແມ່ນ​ກາ​ລະ​ໂອ​ກາດເພື່ອ​ໃຫ້​ສອງ​ຝ່າຍ​ປຶກ​ສາ​ຫາ​ລື ແນ​ໃສ່​ແກ​້​ໄຂ​ບັນ​ດາ​ຂໍ້​ຕິດ​ຂັດ​ກໍ່​ຄື​ເພີ່ມ​ທະ​ວີ​ການ​ພົວ​ພັນ​ທາງ​ການ​ທູດ, ການ​ຮ່ວມ​ມື​ກ່ຽວ​ກັບ​ວັດ​ທະ​ນະ​ທຳ​ລະ​ຫວ່າງ​ສອງ​ປະ​ເທດ.

ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໃຫ້ການຕ້ອນຮັບ ຄະນະວິສາຫະກິດສະມາຄົມພັດທະນາຮ່ວມມືເສດຖະກິດ ຫວຽດນາມ - ອາຊຽນ

ຍ​ສ​ໝ - ທ່ານ ຟ້າມ​ບິ່ງ​ມິງ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ມີ​ຄວາມ​ປາດ​ຖະ​ໜາ​ວ່າ: ສະ​ມາ​ຄົມ​ພັດ​ທະ​ນາ​ການ​ຮ່ວມ​ມື​ເສດ​ຖະ​ກິດ ຫວຽດ​ນາມ - ອາ​ຊຽນ​ກໍ່​ຄື​ບັນ​ດາ​ວິ​ສາ​ຫະ​ກິດສະ​ມາ​ຊິກ​ມີ​ຄວາມ​ເອົາ​ໃຈ​ໃສ່​ກ່​ວາ​ອີກ​ກ່ຽວ​ກັບ​ຕະຫຼາດ​ອາ​ຊຽ​ໜ ໂດຍ​ມີ​ບັນ​ດາ​ການ​ຜັນ​ແປ​ຢ່າງ​ຕັ້ງ​ໜ້າ​ໃນ​ໄລ​ຍະ​ທີ່​ຜ່ານ​ມາ.

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບີ່ງມິງ ໄດ້ພົບປະເຈລະຈາກັບທ່ານນາງລັດຖະມົນຕີກະຊວງການຕ່າງປະເທດ ສ.ເກົາຫຼີ Kang Kyung Wha

ຍ​ສໝ - ທີ່ການພົບປະເຈລະຈາ, 2 ຝ່າຍໄດ້ຢືນຢັນຖືການພົວພັນ 2 ຝ່າຍເປັນສຳຄັນ ແລະ ປາດຖະໜາຢາກຮ່ວມມືຢ່າງແໜ້ນແຟ້ນ ເພື່ອພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ -ສາ​ທາ​ລະ​ນະ​ລັດ ເກົາຫຼີ ໃຫ້ແທດຈິງກ່ວາອີກ, ພິເສດແມ່ນໃນສະພາບການທີ່ 2 ປະເທດ ພວມມຸ່ງໄປເຖິງການສະເຫຼີມສະຫຼອງ ວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ສາ​ທາ​ລະ​ນະ​ລັດ ເກົາຫຼີ ຄົບ​ຮອບ 30 ປີ.

ລັດຖະມົນຕີການຕ່າງປະເທດລາວ ມາຢ້ຽມຢາມ, ເຮັດວຽກກັບສະຖາບັນການຕ່າງປະເທດຫວຽດນາມ

ຍສໝ - ຕອນບ່າຍວັນທີ 24 ທັນວາ 2019, ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດລາວ ໄດ້ມາຢ້ຽມຢາມ ແລະເຮັດວຽກກັບການນໍາ, ພະນັກງານ, ຄູອາຈານສະຖາບັນການຕ່າງປະເທດຫວຽດນາມ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.