ສະຫະພັນບັນດາສະມາຄົມມິດຕະພາບ

ຂະບວນການປະເມີນຂອງ ອົງການ ສປຊ ແລະ ຄວາມຄືບໜ້າຂອງ ສປປ ລາວ ເພື່ອຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ

14:35 | 29/03/2021

ສຳລັບ ສປປ ລາວ ການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ຢ່າງມີຄຸນນະພາບ ແມ່ນຄາດໝາຍສູ້ຊົນໄລຍະຍາວຂອງພັກ ແລະ ລັດຖະບານ. 

ຂະບວນການປະເມ ນຂອງ ອ ງການ ສປຊ ແລະ ຄວາມຄ ບໜ າຂອງ ສປປ ລາວ ເພ ອຫ ດພ ນອອກຈາກສະຖານະພາບປະເທດດ ອຍພ ດທະນາ ລັດຖະບານລາວ ແລະ ອົງການ ສປຊ ທົບທວນຄືນ ການຈັດຕັ້ງປະຕິບັດ ຂອບການຮ່ວມມື ໃນໄລຍະຜ່ານມາ
ຂະບວນການປະເມ ນຂອງ ອ ງການ ສປຊ ແລະ ຄວາມຄ ບໜ າຂອງ ສປປ ລາວ ເພ ອຫ ດພ ນອອກຈາກສະຖານະພາບປະເທດດ ອຍພ ດທະນາ ວາລະສານ ຍຸກສະໄໝ ອວຍພອນ ສະຖານທູດ ສປປ.ລາວ ປະຈຳ ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ຂອງ ສປປ.ລາວ ຄົບຮອບ 45 ປີ
ຂະບວນການປະເມ ນຂອງ ອ ງການ ສປຊ ແລະ ຄວາມຄ ບໜ າຂອງ ສປປ ລາວ ເພ ອຫ ດພ ນອອກຈາກສະຖານະພາບປະເທດດ ອຍພ ດທະນາ
ພາບປະກອບ

ສປປ ລາວ ໄດ້ຖືກກຳນົດລາຍຊື່ເຂົ້າໃນ ກຸ່ມປະເທດດ້ອຍພັດທະນາ ຫລື Least Developed Countries – LDCs ໃນປີ 1971 ໂດຍອົງການສະຫະປະຊາຊາດ (ສປຊ). ແນວຄວາມຄິດໃນການລິເລີ່ມສ້າງຕັ້ງກຸ່ມປະເທດດ້ອຍພັດທະນາ ແມ່ນມີຂຶ້ນໃນຊຸມປີ 1960 ເນື່ອງຈາກອົງການ ສປຊ ເຫັນວ່າ ລະດັບດ້ານການພັດທະນາຂອງປະເທດສະມາຊິກສປຊ ຈຳນວນໜຶ່ງແມ່ນຍັງຫຼ້າຫຼັງຫຼາຍ ແລະ ຈຳເປັນຕ້ອງໄດ້ຮັບການຊ່ວຍເຫຼືອເປັນພິເສດ ແນໃສ່ເຮັດໃຫ້ບັນດາປະເທດເຫຼົ່ານັ້ນສາມາດຫຼຸດຜົ້ນອອກຈາກສະຖານະພາບດ້ອຍພັດທະນາໃນທີ່ສຸດ.ສະນັ້ນ, ໃນປີ 1971 ອົງການສປຊໄດ້ກຳນົດລາຍຊື່ກຸ່ມປະເທດດ້ອຍພັດທະນາທັງໝົດ 25 ປະເທດ ທີ່ປະກອບດ້ວຍບັນປະເທດທີ່ທຸກຍາກທີ່ສຸດ, ມີລາຍຮັບຕໍ່າ, ມີຄວາມອ່ອນໄຫວຕໍ່ວິກິດການຕ່າງໆ ແລະ ເສດຖະກິດຍັງອ່ອນນ້ອຍ. ມາຮອດປັດຈຸບັນຈຳນວນປະເທດດ້ອຍພັດທະນາໄດ້ເພິ່ມຂຶ້ນເປັນ 46 ປະເທດ,ໃນນັ້ນ 33ປະເທດຢູ່ທະວີບອາຟຣິກກາ, 12ປະເທດຢູ່ທະວີບອາຊີ-ປາຊິຟິກ, 1 ປະເທດ ຢູ່ທະວີບອາເມລິກາລາຕິນ, ພົນລະເມືອງຂອງບັນດາປະເທດເຫຼົ່ານີ້ມີປະມານ 880 ລ້ານຄົນ, ກວມເອົາ 12% ຂອງປະຊາກອນໂລກ, ແຕ່ສັດສ່ວນລວມຍອດຜະລິດຕະພັນພາຍໃນ ຫຼື GDPກວມພຽງແຕ່ 2% ແລະ ບໍລິມາດສິນຄ້າສົ່ງອອກ-ນໍາເຂົ້າ ມີພຽງ 1% ຂອງໂລກ.

ພາຍໃຕ້ຂອບວຽກຂອງ ສະພາເສດຖະກິດ-ສັງຄົມ ສປຊ, ຄະນະກຳມະການນະໂຍບາຍດ້ານການພັດທະນາ (Committee for Development Policy - CDP)ໄດ້ຖືກມອບໝາຍໃຫ້ເຮັດໜ້າທີ່ກຳນົດນະໂຍບາຍ ແລະ ປະເມີນຄວາມຄືບໜ້າຂອງການພັດທະນາຂອງປະເທດດ້ອຍພັດທະນາ ທຸກໆ 3 ປີ ບົນພື້ນຖານ 3 ເງື່ອນໄຂ ຄື:ລາຍໄດ້ສະເລ່ຍແຫ່ງຊາດ (Gross National Income - GNI); ດັດສະນີຊັບສິນມະນຸດ (Human Asset Index - HAI); ແລະ ດັດສະນີຄວາມບອບບາງທາງດ້ານເສດຖະກິດ ແລະ ສິ່ງແວດລ້ອມ (Economic and Environmental Vulnerability Index - EVI). ປະເທດທີ່ຈະຖືກສະເໜີຊື່ໃຫ້ອອກຈາກ ສະຖານະພາບປະເທດດ້ອຍພັດທະນາ ຕ້ອງບັນລຸໄດ້ຢ່າງໜ້ອຍ 2 ໃນ 3 ເງື່ອນໄຂ ຫຼື ມີລາຍໄດ້ສະເລ່ຍແຫ່ງຊາດ (GNI) ເກີນມາດຕະຖານສອງເທົ່າຂອງເກນຫຼຸດພົ້ນຄື 2.460 ໂດລາ ຕໍ່ຄົນ ຕໍ່ປີ ແລະ ຕ້ອງຜ່ານເກນດັ່ງກ່າວ 2 ຄັ້ງຕິດຕໍ່ກັນ ຈຶ່ງຈະຖືກສະເໜີຊື່ໃຫ້ອອກຈາກປະເທດດ້ອຍພັດທະນາ ໂດຍຈະມີໄລຍະເວລາຂ້າມຜ່ານ 3 ປີ (ອີງຕາມສະພາບປົກກະຕິ) ເພື່ອຕິດຕາມເບິ່ງວ່າ ປະເທດດັ່ງກ່າວຍັງຢູ່ໃນເກນຂອງການຫຼຸດພົ້ນ ຫຼື ບໍ່. ຫຼັງຈາກນັ້ນ, ສະມັດຊາໃຫຍ່ ສປຊ ຈະສະເໜີຮັບຮອງເອົາຍັດຕິ ປະກາດລຶບຊື່ປະເທດທີ່ບັນລຸບັນດາເງື່ອນໄຂທີ່ກ່າວມານັ້ນອອກຈາກບັນຊີກຸ່ມປະເທດດ້ອຍພັດທະນາຢ່າງເປັນທາງການ.

ໃນໄລຍະຜ່ານມາ, ເພື່ອຊ່ວຍເຫຼືອໃຫ້ແກ່ປະເທດດ້ອຍພັດທະນາ, ອົງການສປຊໄດ້ຈັດກອງປະຊຸມປຶກສາຫາລື ແລະ ສ້າງແຜນດຳເນີນງານສຳລັບກຸ່ມປະເທດດ້ອຍພັດທະນາຂຶ້ນຈຳນວນ 4 ແຜນດຳເນີນງານ ຄື: ຄັ້ງທີ 1 ແລະ ຄັ້ງທີ 2 ແມ່ນຈັດຂຶ້ນຢູ່ທີ່ ປາຣີ, ປະເທດ ຝຣັ່ງ, ໂດຍໄດ້ສ້າງແຜນດຳເນີນງານ ປາຣີ ທົດສະວັດ 1990 - 2000, ຄັ້ງທີ 3 ທີ່ ບຣຸກແຊນ, ປະເທດ ແບນຊິກ, ໂດຍໄດ້ສ້າງຕັ້ງແຜນດຳເນີນງານ ບຣຸກແຊນ ທົດສະວັດ 2001 -2010, ຄັ້ງທີ 4 ທີ່ ອິສຕັນບູລ, ປະເທດ ຕວັກກີ, ໂດຍໄດ້ສ້າງແຜນດຳເນີນງານ ອີສຕັນບູລ ທົດສະວັດ 2011 - 2020 (Istanbul Programme of Action - IPoA). ສ່ວນຄັ້ງທີ 5 ແມ່ນຄາດວ່າຈະໄປຈັດທີ່ ໂດຮາ, ປະເທດ ກາຕາ, ໃນລະຫວ່າງວັນທີ 23 - 27 ມັງກອນ 2022. ນອກຈາກນັ້ນ, ເພື່ອຊຸກຍູ້ການຈັດຕັ້ງປະຕິບັດບັນດາແຜນດຳເນີນງານ ແລະ ສະໜອງການຊ່ວຍເຫຼືອໃຫ້ແກ່ກຸ່ມປະເທດດ້ອຍພັດທະນາ, ອົງການ ສປຊ ກໍ່ໄດ້ສ້າງຕັ້ງ ຫ້ອງການຂັ້ນສູງເພື່ອຮັບຜິດຊອບກຸ່ມປະເທດດ້ອຍພັດທະນາ, ກຸ່ມປະເທດກຳລັງພັດທະນາທີ່ບໍ່ມີຊາຍແດນຕິດຈອດກັບທະເລ ແລະ ກຸ່ມປະເທດເກາະດອນນ້ອຍກຳລັງພັດທະນາ (Office of High Representatives for Least Developed Countries, Landlocked Developing Countries, and Small Island Developing States - OHRLLS) ເພື່ອຕິດຕາມຊຸກຍູ້ ແລະ ຊ່ວຍເຫຼືອປະເທດເຫຼົ່ານັ້ນ. ນັບຕັ້ງແຕ່ການສ້າງກຸ່ມປະເທດດ້ອຍພັດທະນາ ຂຶ້ນມາໃນປີ 1971 ຮອດປັດຈຸບັນ ແມ່ນມີພຽງແຕ່ 6 ປະເທດ ເທົ່ານັ້ນ ທີ່ສາມາດຫຼຸດພົົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ຄື: ປະເທດ ບອດສະວານາ ຫລຸດພົ້ນອອກໃນປີ 1994, ເຄບ ເວີດໃນປີ 2007, ມານດິບໃນປີ 2011, ຊາມົວໃນປີ 2014, ເອກົວຕໍເຣຍ ກີນີ ໃນປີ 2017 ແລະ ປະເທດວານູອາຕູ ໃນປີ 2021. ໃນການປະເມີນປີ 2021 ມີພຽງ: 3 ປະເທດ ທີ່ຖືກສະເໜີໃຫ້ຫຼຸດພົ້ນ ໄດ້ແກ່ ສປປ ລາວ, ບັງກະລາເທດແລະ ເນປານ.

ຕະຫຼອດໄລຍະຜ່ານມາ ພັກ ແລະ ລັດຖະບານ ຍາມໃດກໍ່ໄດ້ສຸມທຸກຄວາມພະຍາຍາມເພື່ອລຶບລ້າງຄວາມທຸກຍາກຂອງປະຊາຊົນລາວບັນດາເຜົ່າ, ຕັດສິນໃຈວາງຄາດໝາຍສູ້ຊົນນຳພາປະເທດຊາດຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ໂດຍສະເພາະແມ່ນນັບແຕ່ກອງປະຊຸມໃຫຍ່ຂອງພັກ ສະໄໝທີ VI ໃນປີ 2000 ເປັນຕົ້ນມາ ໂດຍໄດ້ສຸມໃສ່ພັດທະນາເສດຖະກິດ-ສັງຄົມ, ລວມທັງການຜັນຂະຫຍາຍແຜນດຳເນີນງານ ສປຊ ສຳລັບປະເທດດ້ອຍພັດທະນາ ເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ (National Economic and Social Development Plan - NSEDP). ໃນປີ 2015 ສປປລາວໄດ້ຖືກປະເມີນໂດຍCDPແຕ່ບໍ່ຜ່ານເກນປະເມີນທັງ 3 ເງື່ອນໄຂ. ຕໍ່ມາ, ໃນການປະເມີນປີ 2018 ສປປ ລາວສາມາດຜ່ານມາດຖານການປະເມີນ 2 ໃນ 3 ຂອງເງື່ອນໄຂ ໄດ້ເປັນເທື່ອທໍາອິດ ຄື: ລາຍໄດ້ສະເລ່ຍແຫ່ງຊາດຕໍ່ຫົວຄົນ (GNI) ຂອງ ສປປ ລາວ ໄດ້ 1.996 ໂດລາ ເຊິ່ງມາດຖານທີ່ ອົງການ ສປຊ ຕັ້ງໄວ້ແມ່ນ 1.230 ຫລື ສູງກວ່າ; ດັດສະນີຊັບສິນມະນຸດ (HAI) ຂອງ ສປປ ລາວ ໄດ້ 72.8 ເຊິ່ງມາດຖານທີ່ ອົງການ ສປຊ ຕັ້່ງໄວ້ແມ່ນ 66 ຫລື ສູງກວ່າ; ສ່ວນດັດສະນີຄວາມບອບບາງທາງດ້ານເສດຖະກິດ ແລະ ສິ່ງແວດລ້ອມ (EVI) ຂອງ ສປປ ລາວ ແມ່ນ 33.7 ຖືວ່າບໍ່ຜ່ານ ເນື່ອງຈາກມາດຖານທີ່ ອົງການ ສປຊ ຕັ້ງໄວ້ແມ່ນ 32 ຫລື ຕໍ່າກວ່າ. ສະນັ້ນ, ໃນກອງປະຊຸມຮອບວຽນ 3 ປີ ລະຫວ່າງວັນທີ 22 - 26 ກຸມພາ 2021 ຜ່ານມາ, CDPຈຶ່ງໄດ້ນຳເອົາ ສປປ ລາວ ມາປະເມີນຄືນ,ເຊິ່ງຜົນຂອງການປະເມີນ ສປປ ລາວ ສາມາດຜ່ານເກນການປະເມີນທັງ 3 ເງື່ອນໄຂ ຄື: ລາຍໄດ້ສະເລ່ຍແຫ່ງຊາດຕໍ່ຫົວຄົນ (GNI)ຂອງ ສປປ ລາວ ໄດ້ 2.265 ໂດລາ ເຊິ່ງມາດຖານທີ່ ອົງການ ສປຊ ຕັ້ງໄວ້ແມ່ນ 1.210 ໂດລາ ຫລື ສູງກວ່າ; ດັດສະນີຊັບສິນມະນຸດ (HAI) ຂອງ ສປປ ລາວ ໄດ້ 72.2 ເຊິ່ງມາດຖານທີ່ ອົງການ ສປຊ ຕັ້່ງໄວ້ແມ່ນ 66.0 ຫລື ສູງກວ່າ; ດັດສະນີຄວາມບອບບາງທາງດ້ານເສດຖະກິດ ແລະ ສິ່ງແວດລ້ອມ (EVI) ຂອງ ສປປ ລາວ ແມ່ນ 26.6 ເຊິ່ງມາດຖານທີ່ ອົງການ ສປຊ ຕັ້ງໄວ້ແມ່ນ 32.0 ຫລື ຕໍ່າກວ່າ.

ເຖິງຢ່າງໃດກໍ່ຕາມ, ເນື່ອງຈາກສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ໄດ້ສົ່ງຜົນກະທົບຕໍ່ສະພາບເສດຖະກິດໂລກໂດຍລວມ ອັນໄດ້ສ້າງຄວາມຫຍຸ້ງຍາກສັບສົນ ເຮັດໃຫ້ການພັດທະນາດ້ານຕ່າງໆພົບກັບອຸປະສັກ ແລະ ກາຍເປັນບັນຫາທ້າທາຍໃຫ້ແກ່ບັນດາປະເທດດ້ອຍພັດທະນາ, ບວກໃສ່ ຂໍ້ມູນທີ່ຖືກນຳໃຊ້ເຂົ້າໃນການປະເມີນໂດຍ CPD ເປັນຂໍ້ມູນຮອດແຕ່ປີ 2019 ເຊິ່ງບໍ່ໄດ້ສ່ອງແສງເຖິງຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ເຂົ້າໃນການປະເມີນ, ອົງການ ສປຊ ຈຶ່ງໄດ້ຂະຫຍາຍໄລຍະເວລາຂ້າມຜ່ານຈາກປົກກະຕິ 3 ປີ ອອກໄປເປັນ 5 ປີ, ໝາຍຄວາມວ່າ ສປປ ລາວ ແລະ ປະເທດທີ່ຜ່ານການປະເມີນໃນຄັ້ງນີ້ຈະມີເວລາເພື່ອກະກຽມຄວາມພ້ອມໃນການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ຮອດປີ 2026. ໃນໄລຍະດັ່ງກ່າວ,ອົງການ ສປຊ ຈະຕິດຕາມ ແລະ ກວດຄືນອີກຄັ້ງໃນປີ 2024 ເພື່ອເບິ່ງວ່າບັນດາປະເທດທີ່ຜ່ານເກນການປະເມີນ ໃນປີ 2021 ຈະສາມາດຖືກປະກາດຫຼຸດພົ້ນໄດ້ແທ້ ຫຼື ບໍ່, ທັງນີ້ກໍ່ເພື່ອຮັບປະກັນໃຫ້ແກ່ການອອກຈາກສະຖານະພາບດ້ອຍພັດທະນາຢ່າງມີຄຸນນະພາບ, ຢືນຍົງ ແລະ ຮັບປະກັນວ່າປະເທດທີ່ຫຼຸດພົ້ນຈະບໍ່ກັບມາເປັນປະເທດດ້ອຍພັດທະນາຄືນອີກ. ສິ່ງທີ່ສຳຄັນ ອົງການສະຫະປະຊາຊາດ ແລະ ວົງຄະນະຍາດສາກົນ ຍັງມີພັນທະໃນການສືບຕໍ່ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອປະເທດເຫຼົ່ານີ້ ໃນຖານະທີ່ຍັງເປັນປະເທດດ້ອຍພັດທະນາ ໄປຈົນກວ່າຈະຖືກລຶບຊື່ອອກຈາກສະຖານະພາບດັ່ງກ່າວຢ່າງເປັນທາງການ.

ສຳລັບ ສປປ ລາວ ການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ຢ່າງມີຄຸນນະພາບ ແມ່ນຄາດໝາຍສູ້ຊົນໄລຍະຍາວຂອງພັກ ແລະ ລັດຖະບານ. ໃນຊຸມປີຜ່ານມາ ລັດຖະບານໄດ້ສຸມທຸກຄວາມພະຍາຍາມເພື່ອບັນລຸຄາດໝາຍດັ່ງກ່າວ ໂດຍຜ່ານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດໃນແຕ່ລະໄລຍະ ແລະ ຍາດໄດ້ຜົນສຳເລັດໃນຫຼາຍໆດ້ານ. ເຖິງຢ່າງໃດກໍ່ຕາມ, ການທີ່ ສປປ ລາວ ສາມາດຜ່ານເກນການປະເມີນ ເພື່ອຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ບໍ່ໄດ້ໝາຍຄວາມວ່າພາລະກິດໃນການລຶບລ້າງຄວາມທຸກຍາກຈະສິ້ນສຸດລົງ ແລະ ກໍ່ບໍ່ໄດ້ໝາຍຄວາມວ່າທຸກຄົນໃນຊາດຈະຮັ່ງມີຂຶ້ນໃນທັນທີທັນໃດ, ແຕ່ຫາກເປັນການສ່ອງແສງໃຫ້ເຫັນເຖິງຜົນສຳເລັດໂດຍລວມອີກບາດກ້າວໜຶ່ງໃນຂະບວນການພັດທະນາເສດຖະກິດ-ສັງຄົມຂອງປະເທດເຮົາ ພາຍໃຕ້ການຊີ້ນຳ-ນຳພາຂອງພັກ ແລະ ລັດຖະບານ. ການຜ່ານເກນການປະເມີນກໍ່ຍັງສະແດງເຖິງຄວາມເອົາໃຈໃສ່ຢ່າງຕັ້ງໜ້າຂອງ ສປປ ລາວ ໃນການຈັດຕັ້ງຜັນຂະຫຍາຍຄຳໝັ້ນສັນຍາຕໍ່ສາກົນ ກໍ່ຄືຄາດໝາຍທີ່ ອົງການ ສປຊ ໄດ້ຕັ້ງໄວ້ ທີ່ຈະສູ້ຊົນຊ່ວຍໃຫ້ຈຳນວນປະເທດດ້ອຍພັດທະນາຫຼຸດລົງເຄິ່ງໜຶ່ງ ພາຍໃນປີ 2020. ຄຽງຄູ່ກັບຜົນສຳເລັດທີ່ຍາດມາໄດ້ນັ້ນ, ສປປ ລາວ ກໍ່ອາດຈະປະເຊີນກັບບັນດາສິ່ງທ້າທາຍພາຍຫຼັງຈາກການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາໃນອະນາຄົດຢ່າງຫຼີກລ້ຽງບໍ່ໄດ້. ດ້ານການຄ້າອາດຈະບໍ່ກະທົບຫລາຍປານໃດ, ເນື່ອງຈາກວ່າ ສປປ ລາວ ບໍ່ໄດ້ນຳໃຊ້ສິດທິພິເສດທາງການຄ້າ(Generalized system of preferences -GSP)ທີ່ໄດ້ຮັບໃນນາມເປັນປະເທດດ້ອຍພັດທະນາ ເພື່ອສົ່ງອອກສິນຄ້າໄປຍັງຕະຫຼາດຢູ່ໃນ ທະວີບເອີຣົບ ຢ່າງມີປະສິດທິຜົນ ແຕ່ ສປປ ລາວ ກໍ່ຈະເສຍສິດທິພິເສດເຫຼົ່ານັ້ນໄປເຊັ່ນ: ສິດທິໃນການຍົກເວັ້ນພາສີ ແລະ ໂກຕາ (duty - free; quota - free ຫລື DDQF) ໃນການສົ່ງອອກສິນຄ້າຂອງຕົນໄປສູ່ຕະຫຼາດທີ່ໃຫ້ສິດທິພິເສດເຫຼົ່ານັ້ນໂດຍສະເພາະແມ່ນການສົ່ງອອກໄປປະເທດສະຫະພາບເອີຣົບ(EU). ນອກຈາກນັ້ນ, ການເຂົ້າເຖິງແຫຼ່ງທຶນສາກົນ ໂດຍສະເພາະການກູ້ຢືມທີ່ມີອັດຕາດອກເບ້ຍຕໍ່າ, ການກູ້ຢືມທຶນເພື່ອການພັດທະນາ ທີ່ສປປ ລາວ ເຄີຍເຂົ້າເຖີງໃນຖານະເປັນປະເທດດ້ອຍພັດທະນາ, ມູນຄ່າການຊ່ວຍເຫລືອທາງການເພື່ອການພັດທະນາ (ODA) ກໍ່ອາດຈະຫລຸດລົງ ເນື່ອງຈາກບັນດາປະເທດຜູ້ໃຫ້ທຶນ ຫຼື ຄູ່ຮ່ວມພັດທະນາອາດຫັນການຊ່ວຍເຫລືອໄປໃຫ້ປະເທດທີ່ຍັງຢູ່ໃນສະຖານະພາບເປັນປະເທດດ້ອຍພັດທະນາອື່ນ. ການສະໜັບສະໜູນທຶນໃຫ້ເຂົ້າຮ່ວມກອງປະຊຸມສາກົນ ກໍ່ອາດຫຼຸດລົງ, ກົງກັນຂ້າມ ການຈ່າຍເງິນພັນທະປະກອບສ່ວນໃຫ້ແກ່ ອົງການສປຊ ແລະ ອົງການຈັດຕັ້ງສາກົນຕ່າງໆ ທີ່ ສປປ ລາວ ເປັນພາຄີ ກໍ່ຈະມີການເພີ່ມຂຶ້ນ ອີງຕາມເພດານການຄິດໄລ່ ໃນຖານະທີ່ບໍ່ແມ່ນປະເທດດ້ອຍພັດທະນາ.

ບົນພື້ນຖານຜົນສຳເລັດ ແລະ ສິ່ງທ້າທາຍດັ່ງກ່າວ, ມັນເລັ່ງທ້ວງໃຫ້ທົ່ວພັກ ທົ່ວລັດ ແລະ ປວງຊົນລາວທັງຊາດຈະຕ້ອງໄດ້ເດັດດ່ຽວພ້ອມກັນ ເພີ່ມທະວີຄວາມເປັນເຈົ້າການສ້າງຄວາມເຂັ້ມແຂງດ້ວຍຕົນເອງໃນທຸກດ້ານ ແລະ ຫລຸດຜ່ອນການເອື່ອຍອີງໃສ່ການຊ່ວຍເຫລືອຈາກຕ່າງປະເທດໃນຊຸມປີຕໍ່ໜ້າ ເປັນຕົ້ນແມ່ນການກະກຽມຄວາມພ້ອມທາງດ້ານພື້ນຖານໂຄງລ່າງເສດຖະກິດຂອງປະເທດ, ການສ້າງຊັບພະຍາກອນມະນຸດທີ່ມີຄຸນນະພາບ,ການຍົກສູງຄວາມອາດສາມາດ ແລະ ສະມັດຖະພາບດ້ານການຜະລິດພາຍໃນ ເພື່ອເຮັດໃຫ້ສາມາດແຂ່ງຂັນກັບພາກພື້ນ ແລະ ສາກົນໄດ້. ການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ຈະຊ່ວຍເຮັດໃຫ້ຖານະບົດບາດ ແລະ ອິດທິພົນຂອງ ສປປ ລາວ ພົ້ນເດັ່ນຂຶ້ນໃນເວທີສາກົນ ລວມທັງບົດບາດໃນການປຶກສາຫາລືບັນຫາການເມືອງໂລກ. ໃນດ້ານການຄ້າ ແລະ ການເຊື່ອມໂຍງເສດຖະກິດກັບພາກກພື້ນ ແລະ ສາກົນ ກໍ່ຈະສ້າງຄວາມເຊື່ອໝັ້ນໃຫ້ແກ່ນັກລົງທຶນຕ່າງປະເທດ ໃຫ້ມີຄວາມສົນໃຈເຂົ້າມາລົງທຶນຢູ່ປະເທດເຮົາຫຼາຍຂຶ້ນ ອັນຈະເປັນການສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນ ແລະ ປະກອບສ່ວນເຂົ້າໃນການກະຕຸກຊຸກຍູ້ເສດຖະກິດຂອງປະເທດເຮົາ ໃຫ້ສືບຕໍ່ຂະຫຍາຍຕົວຢ່າງມີຄຸນນະພາບ ຕາມທິດຍືນຍົງ ແລະ ສີຂຽວ.

ຂະບວນການປະເມ ນຂອງ ອ ງການ ສປຊ ແລະ ຄວາມຄ ບໜ າຂອງ ສປປ ລາວ ເພ ອຫ ດພ ນອອກຈາກສະຖານະພາບປະເທດດ ອຍພ ດທະນາ VUFO ຈະພ້ອມກັບສະຖານທູດລາວ ເພື່ອເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ແລະ ຄວາມສາມັກຄີພິເສດ ລະຫວ່າງ ສສ.ຫວຽດນາມ ແລະ ສປປ.ລາວ

ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 45 ປີແຫ່ງວັນຊາດສປປ.ລາວ (2 ທັນວາ 1975 - 2 ທັນວາ 2020), ໃນຕອນເຊົ້າວັນທີ 30 ພະຈິກ, ສະຫະພັນບັນດາອົງການມິດຕະພາບຫວຽດນາມ (VUFO) ແລະ ສະມາຄົມມິດຕະພາບຫວຽດນາມ - ລາວ ໄດ້ໄປຢ້ຽມຢາມ ແລະ ສະແດງຄວາມຊົມເຊີຍວັນຊາດຂອງປະເທດລາວ ທີ່ສຳນັກງານໃຫຍ່ຂອງສະຖານທູດລາວ ...

ຂະບວນການປະເມ ນຂອງ ອ ງການ ສປຊ ແລະ ຄວາມຄ ບໜ າຂອງ ສປປ ລາວ ເພ ອຫ ດພ ນອອກຈາກສະຖານະພາບປະເທດດ ອຍພ ດທະນາ ຮອງນາຍົກລັດຖະມົນຕີສປປ.ລາວ ຕ້ອນຮັບຜູ້ຕາງຫນ້າ ອົງການ UNICEF ປະຈຳປະເທດລາວ

ຍສໝ - ໃນຕອນເຊົ້າວັນທີ 18 ພະຈິກ 2020 ທີ່ກະຊວງແຜນການ ແລະ ການລົງທຶນ, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ໄດ້ຕ້ອນຮັບການຢ້ຽມຂໍ່ານັບ ຂອງທ່ານນາງ ເພຍ ບຣິດໂຕ(Pia Britto) ຜູ້ຕາງໜ້າຂອງອົງການ ອຸຍນີເຊບ (UNICEF) ...

ຂະບວນການປະເມ ນຂອງ ອ ງການ ສປຊ ແລະ ຄວາມຄ ບໜ າຂອງ ສປປ ລາວ ເພ ອຫ ດພ ນອອກຈາກສະຖານະພາບປະເທດດ ອຍພ ດທະນາ ສປປ ລາວ: ການລົງທຶນຂອງເອກະຊົນພາຍໃນ ແລະ ຕ່າງປະເທດໃນຂົງເຂດກະສິກຳ ແລະ ປ່າໄມ້ໃນຂອບເຂດທົ່ວປະເທດລາວແມ່ນລວມມີທັງໝົດ 1.562 ບໍລິສັດ, ດ້ວຍມູນຄ່າການລົງທຶນທັງໝົດ 4

ປັດຈຸບັນການລົງທຶນຂອງເອກະຊົນພາຍໃນ ແລະ ຕ່າງປະເທດໃນຂົງເຂດກະສິກຳ ແລະປ່າໄມ້ ໃນຂອບເຂດທົ່ວປະເທດລາວ ແມ່ນລວມມີທັງໝົດ 1.562 ບໍລິສັດ, ດ້ວຍມູນຄ່າການລົງທຶນທັງໝົດ 4,2 ຕື້ໂດລາ

kpl.gov.la

ເບິ່ງເພີ່ມເຕີມໃນ: ການເມືອງ-ເສດຖະກິດ-ສັງຄົມ

ເບິ່ງເພີ່ມເຕີມ
ຮູບພາບ