ຮອງນາຍົກລັດຖະມົນຕີສປປ.ລາວ ຕ້ອນຮັບຜູ້ຕາງຫນ້າ ອົງການ UNICEF ປະຈຳປະເທດລາວ

09:00 | 22/11/2020

ຍສໝ - ໃນຕອນເຊົ້າວັນທີ 18 ພະຈິກ 2020 ທີ່ກະຊວງແຜນການ ແລະ ການລົງທຶນ, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ໄດ້ຕ້ອນຮັບການຢ້ຽມຂໍ່ານັບ ຂອງທ່ານນາງ ເພຍ ບຣິດໂຕ(Pia Britto) ຜູ້ຕາງໜ້າຂອງອົງການ ອຸຍນີເຊບ (UNICEF) ຄົນໃໝ່ ປະຈຳ ສປປ ລາວ.

ຮອງນາຍ ກລ ດຖະມ ນຕ ສປປ ລາວ ຕ ອນຮ ບຜ ຕາງຫນ າ ອ ງການ unicef ປະຈຳປະເທດລາວ UNICEF ໜູນຊ່ວຍໃຫ້ເດັກນ້ອຍພາກກາງ ຫວຽດນາມ
ຮອງນາຍ ກລ ດຖະມ ນຕ ສປປ ລາວ ຕ ອນຮ ບຜ ຕາງຫນ າ ອ ງການ unicef ປະຈຳປະເທດລາວ ລັດຖະມົນຕີ ກະຊວງ ຖວທ ຕ້ອນຮັບ ຜູ້ຕາງໜ້າ ຂອງອົງການອຸຍນິເຊຟ ຄົນໃໝ່ ປະຈຳລາວ

ໃນໂອກາດນີ້, ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີ ຕ້ອນຮັບອັນອົບອຸ່ນ ມາຍັງທ່ານນາງ ເພຍ ບຣິດໂຕ ພ້ອມທັງສະແດງ ຄວາມຂອບໃຈ ຕໍ່ການຮ່ວມມື ແລະ ການຊ່ວຍເຫລືອຂອງອົງການ UNICEF ຕໍ່ ສປປ ລາວ ໃນໄລຍະຜ່ານມາ ໂດຍສະເພາະ ແມ່ນການ ຈັດຕັ້ງປະຕິບັດ ບັນດາໂຄງການ ແລະ ກິດຈະກຳຕ່າງໆ ພາຍໃຕ້ແຜນງານຂອງອົງການ UNICEF ທີ່ສອດຄ່ອງກັບ ແນວທາງ ນະໂຍບາຍຂອງພັກ ແລະ ລັດຖະບານ ເປັນຕົ້ນບັນດາໜ້າວຽກບູລິມະສິດ ຕິດພັນກັບການສົ່ງເສີມ ແລະ ປົກປ້ອງເດັກນ້ອຍ ກໍຄື ການຮັບປະກັນ ໃຫ້ເດັກນ້ອຍ ລາວທຸກຄົນ ໄດ້ຮັບການພັດທະນາ ແລະ ມີອະນາຄົດທີ່ດີ. ພ້ອມນີ້ ທ່ານ ຮອງນາຍົກລັດຖະມົນຕີ ຍັງໄດ້ກ່າວເຖິງ ວຽກງານທີ່ສຳຄັນ ຂອງການຮ່ວມມື ໃນອະນາຄົດ ເຊັ່ນ: ວຽກຮັກສາສຸຂະພາບ, ໂພຊະນາການ, ສັກຢາກັນພະຍາດ, ສຸຂະອະນາໄມ, ການສຶກສາຂອງເດັກ ກ່ອນໄວຮຽນ, ການປົກປ້ອງເດັກ ແລະ ການປ້ອງກັນ ແລະ ຄວບຄຸມພະຍາດ ໂຄວິດ 19.

ຮອງນາຍ ກລ ດຖະມ ນຕ ສປປ ລາວ ຕ ອນຮ ບຜ ຕາງຫນ າ ອ ງການ unicef ປະຈຳປະເທດລາວ
ຮອງນາຍົກລັດຖະມົນຕີສປປ.ລາວ ຕ້ອນຮັບຜູ້ຕາງຫນ້າ ອົງການ UNICEF ປະຈຳປະເທດລາວ. (ພາບ: KPL)

ສຳລັບທິດທາງການຮ່ວມມືໃນຕໍ່ໜ້າ, ທັງສອງຝ່າຍຈະໄດ້ສືບຕໍ່ ສຸມໃສ່ການຈັດຕັ້ງປະຕິບັດ ແຜນ ການຮ່ວມມືລະຫວ່າງ ອົງການ UNICEF ແລະ ລັດຖະບານ ສປປ ລາວ ສົກປີ 2017-2021 ເຊິ່ງກວມເອົາ 5 ຂົງເຂດເປົ້າໝາຍຄື: ວຽກງານສາທາລະນະສຸກ ແລະ ໂພຊະນາການ; ນ້ຳສະອາດ ແລະ ວຽກງານສຸຂະອະນາໄມ; ການປ່ຽນແປງ ຂອງດິນຟ້າອາກາດ; ການສຶກສາ; ການປົກປ້ອງເດັກ ແລະ ວຽກງານອື່ນໆທີ່ປິ່ນອ້ອມ ໂດຍຖືສຳຄັນ ການມີສ່ວນຮ່ວມ ຂອງທຸກພາກສ່ວນໃນສັງຄົມ ແລະ ການພັດທະນາ ຄົນລາວ ຮຸ່ນ ປີ 2030 Lao Generation 2030. ແຜນການ ຮ່ວມມືດັ່ງກ່າວ ແມ່ນມີຄວາມສຳຄັນ ໃນການປະກອບສ່ວນ ຊ່ວຍສະໜັບສະໜູນ ການປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ 8 ກໍຄື ການປະກອບສ່ວນເຂົ້າ ໃນການຈັດຕັ້ງຜັນຂະຫຍາຍ ເປົ້າໝາຍການພັດທະນາແບບຍືນຍົງ (SDGs) ແຕ່ນີ້ຮອດປີ 2030.

ໃນໂອກາດດຽວກັນ, ທ່ານນາງ ເພຍ ບຣິດໂຕ ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ຂອງທ່ານ ສອນໄຊ ສີພັນດອນ ແລະ ຢືນຢັນວ່າ ອົງການ UNICEF ຈະສືບຕໍ່ໃຫ້ການຮ່ວມມື ຢ່າງເຕັມສ່ວນ ກັບລັດຖະບານ ສປປ ລາວ ໃນການຈັດຕັ້ງປະຕິບັດ ແຜນການຮ່ວມມື ລະຫວ່າງ ສອງຝ່າຍໃຫ້ໄດ້ຮັບ ໝາກຜົນສູງສຸດໃນຕໍ່ໜ້າ.

ຮອງນາຍ ກລ ດຖະມ ນຕ ສປປ ລາວ ຕ ອນຮ ບຜ ຕາງຫນ າ ອ ງການ unicef ປະຈຳປະເທດລາວ ສື່ມວນຊົນ ສປປ.ລາວ ໄດ້ຕີລາຄາສູງຕໍ່ປີດຳລົງຕຳແໜ່ງເປັນປະທານອາຊຽນ ຂອງຫວຽດນາມ

ຍສໝ - ໃນໂອກາດກອງປະຊຸມສຸດຍອດອາຊຽນຄັ້ງທີ 37 ແລະ ກອງປະຊຸມລະດັບສູງທີ່ກ່ຽວຂ້ອງ ທີ່ຈັດຂຶ້ນໃນລະຫວ່າງວັນທີ 12-15 ພະຈິກ, ສື່ມວນຊົນຂອງປະເທດ ສປປ.ລາວ ໄດ້ສົ່ງຂ່າວກ່ຽວກັບເຫດການດັ່ງກ່າວ, ແລະ ເຊິ່ງໄດ້ຕີລາຄາສູງຕໍ່ບົດບາດດຳລົງຕຳແໜ່ງປີປະທານອາຊຽນ 2020 ຂອງຫວຽດນາມ.

ຮອງນາຍ ກລ ດຖະມ ນຕ ສປປ ລາວ ຕ ອນຮ ບຜ ຕາງຫນ າ ອ ງການ unicef ປະຈຳປະເທດລາວ ທ່ານນາຍົກລັດຖະມົນຕີ ສປປ.ລາວ ໄດ້ຕີລາຄາສູງຕໍ່ບັນດາຜົນສຳເລັດຂອງອາຊຽນ ແລະ ຫວຽດນາມ

ຍສໝ - ທ່ານນາຍົກລັດຖະມົນຕີ ສປປ.ລາວ ໄດ້ຮຽກຮ້ອງໃຫ້ບັນດາຜູ້ນຳອາຊຽນ ຕ້ອງການພະຍາຍາມ ເພື່ອຟື້ນຟູບັນດາພາກສ່ວນເສດຖະກິດທີ່ໄດ້ຮັບຜົນກະທົບຈາກພະຍາດ COVID-19 ແລະ ສືບຕໍ່ໃຫ້ການຮ່ວມມືໃນການຄົ້ນຄວ້າແລະ ພັດທະນາວັກຊີນປ້ອງກັນ ແລະ ຕ້ານພະຍາດ.

ຮອງນາຍ ກລ ດຖະມ ນຕ ສປປ ລາວ ຕ ອນຮ ບຜ ຕາງຫນ າ ອ ງການ unicef ປະຈຳປະເທດລາວ UNICEF ແລະ WHO ຮຽກຮ້ອງໃຫ້ມີການຮັບປະກັນການສັກຢາກັນພະຍາດທີ່ຈຳເປັນໃຫ້ແກ່ເດັກນ້ອຍ ໃນໄລຍະເກີດໂລກລະບາດ

ຍສໝ - ເນື່ອງໃນໂອກາດສັບປະດາສັກຢາກັນພະຍາດໂລກແຕ່ວັນທີ 24-30 ເມສາປີ 2020, ອົງການອະນາໄມໂລກ (WHO) ແລະ ກອງທຶນສປຊ ເພື່ອເດັກນ້ອຍ (UNICEF) ປະຈຳຫວຽດນາມ ໄດ້ອອກຖະແຫຼງການຮ່ວມກ່ຽວກັບການຮັບປະກັນການສັກຢາກັນພະຍາດໃຫ້ແກ່ເດັກນ້ອຍໃນຈຸດເວລາທີ່ເກີດໂລກລະບາດໂຄຕິດ-19.

KPL

ເຫດການ
302 Found

Found

The document has moved here.