ວາລະສານ ຍຸກສະໄໝ ອວຍພອນ ສະຖານທູດ ສປປ.ລາວ ປະຈຳ ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ຂອງ ສປປ.ລາວ ຄົບຮອບ 45 ປີ

11:42 | 03/12/2020

ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ຂອງສປປ.ລາວ ຄົບຮອບ 45 ປີ (2 ທັນວາ 1975 - 2 ທັນວາ 2020), ສະຖານທູດສປປ.ລາວ ປະຈຳຫວຽດນາມ ໄດ້ສະເໜີລິເລີ່ມວ່າ “ຫັນປ່ຽນຄ່າຊື້ດອກໄມ້ ມາເປັນເປັນການບໍລິຈາກສະໜັບສະໜູນ ໃຫ້ແກ່ປະຊາຊົນເຂດພາກກາງຫວຽດນາມ ທີ່ໄຮັບຜົນກະທົບຈາກໄພພິບັດທຳມະຊາດ ແລະ ນ້ຳຖ້ວມໃນເມື່ອບໍ່ດົນມານີ້.”

ວາລະສານ ຍ ກສະໄໝ ອວຍພອນ ສະຖານທ ດ ສປປ ລາວ ປະຈຳ ຫວຽດນາມ ເນ ອງໃນໂອກາດສະເຫ ມສະຫ ອງວ ນຊາດ ຂອງ ສປປ ລາວ ຄ ບຮອບ 45 ປ ສະຖານທູດລາວ ປະຈຳຫວຽດນາມ ຈັດຕັ້ງພິທີສະເຫຼີມສະຫຼອງວັນຊາດແຫ່ງ ສປປ.ລາວ ຄົບຮອບ 45 ປີ
ວາລະສານ ຍ ກສະໄໝ ອວຍພອນ ສະຖານທ ດ ສປປ ລາວ ປະຈຳ ຫວຽດນາມ ເນ ອງໃນໂອກາດສະເຫ ມສະຫ ອງວ ນຊາດ ຂອງ ສປປ ລາວ ຄ ບຮອບ 45 ປ VUFO ຈະພ້ອມກັບສະຖານທູດລາວ ເພື່ອເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ແລະ ຄວາມສາມັກຄີພິເສດ ລະຫວ່າງ ສສ.ຫວຽດນາມ ແລະ ສປປ.ລາວ

ເນື່ອງໃນໂອກາດ ສະເຫຼີມສະຫຼອງວັນຊາດ ສປປ.ລາວ ໄດ້ຄົບຮອບ 45 ປີ (2 ທັນວາ 1975 - 2 ທັນວາ 2020), ສະຖານທູດ ສປປ.ລາວ ປະຈຳ ຫວຽດນາມ ໄດ້ຮັບການມາອອວຍພອນຈາກບັນດາອົງການ, ກະຊວງ, ພະແນກການ... ຂອງຫວຽດນາມ.

ຕໍ່ໜ້າສະພາບການໄພນ້ຳຖ້ວມຢູ່ເຂດພາກກາງທີ່ສ້າງຄວາມເສຍຫາຍຢ່າງໜັກໜ່ວງຕໍ່ປະຊາຊົນ ໃນເມື່ອບໍ່ດົນມານີ້, ສະຖານທູດ ສປປ.ລາວ ປະຈຳຫວຽດນາມ ໄດ້ສະເໜີຂໍ້ລິເລີ່ມວ່າ “ຫັນປ່ຽນຄ່າຊື້ດອກໄມ້ ມາເປັນການບໍລິຈາກສະໜັບສະໜູນ ໃຫ້ແກ່ປະຊາຊົນເຂດພາກກາງຫວຽດນາມ ທີ່ໄຮັບຜົນກະທົບຈາກໄພພິບັດທຳມະຊາດ ແລະ ນ້ຳຖ້ວມ.”

ວາລະສານ ຍ ກສະໄໝ ອວຍພອນ ສະຖານທ ດ ສປປ ລາວ ປະຈຳ ຫວຽດນາມ ເນ ອງໃນໂອກາດສະເຫ ມສະຫ ອງວ ນຊາດ ຂອງ ສປປ ລາວ ຄ ບຮອບ 45 ປ
ຄະນະຜູ້ແທນວາລະສານ ຍຸກສະໄໝ ໄດ້ມາຢ້ຽມຢາມ ແລະ ອວຍພອນ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດປະເທດລາວ.

ໃນຕອນບ່າຍວັນທີ 2 ທັນວາ, ຄະນະຜູ້ແທນວາລະສານ ຍຸກສະໄໝ ນຳໂດຍ ທ່ານ ຟ້າມດິງຫາຍ ຮອງຫົວໜ້າບັນນາທິການໃຫຍ່ ໄດ້ມາຢ້ຽມຢາມ ແລະ ອວຍພອນ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດປະເທດລາວ ແລະ ມອບຂອງຂວັນສະໜັບສະໜຸນປະຊາຊົນເຂດພາກກາງຫວຽດນາມ.

ທ່ານເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ ໄດ້ແບ່ງປັນຄວາມລຳບາກ ແລະ ຄວາມຫຍຸ້ງຍາກທີ່ປະຊາຊົນພາກກາງ ຫວຽດນາມປະເຊີນໜ້າເນື່ອງຈາກໄພພິບັດທຳມະຊາດ ແລະ ໄພນ້ຳຖ້ວມ ກໍ່ຂຶ້ນ. ສະນັ້ນ, ສະຖານທູດ ສປປ.ລາວ ປະຈຳຫວຽດນາມ ໄດ້ແລກປ່ຽນຄຳຄິດຄຳເຫັນກັບບັນດາອົງການທີ່ມີໜ້າທີ່ຂອງຫວຽດນາມ ແລະ ຮຽກຮ້ອງໃຫ້ບັນດາອົງການ, ໜ່ວຍງານ ແລະ ເພື່ອນມິດຂອງຫວຽດນາມ ເພື່ອຫັນປ່ຽນຄ່າໃຊ້ຈ່າຍຊື້ດອກໄມ້ ມາເປັນການບໍລິຈາກສະໜັບສະໜູນ ໃຫ້ແກ່ປະຊາຊົນເຂດພາກກາງຫວຽດນາມ ທີ່ໄຮັບຜົນກະທົບຈາກໄພພິບັດທາງທຳມະຊາດ ແລະ ນ້ຳຖ້ວມ, ປະກອບສ່ວນຊ່ວຍເຫຼືອປະຊາຊົນ ໄດ້ຜ່ານຜ່າຄວາມຫຍຸ້ງຍາກ, ສະຖຽນລະພາບຊີວິດການເປັນຢູ່.

ວາລະສານ ຍ ກສະໄໝ ອວຍພອນ ສະຖານທ ດ ສປປ ລາວ ປະຈຳ ຫວຽດນາມ ເນ ອງໃນໂອກາດສະເຫ ມສະຫ ອງວ ນຊາດ ຂອງ ສປປ ລາວ ຄ ບຮອບ 45 ປ
ທ່ານ ຟ້າມດິງຫາຍ - ຮອງຫົວໜ້າບັນນາທິການໃຫຍ່ ວາລະສານ ຍຸກສະໄໝ ແລະ ທ່ານເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ. (ພາບ: thoidai.com.vn)

ຂໍ້ລິເລີ່ມດັ່ງກ່າວຂອງສະຖານທູດຫວຽດນາມ ໄດ້ຮັບການສະໜັບສະໜູນຢ່າງຟົດຟື້ນຫ້າວຫັນ ໂດຍກະຊວງການຕ່າງປະເທດ ແລະ ບັນດາພະແນກ, ອົງການຕ່າງໆຂອງຫວຽດນາມ.

ທີ່ການພົບປະ, ທ່ານເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ ໄດ້ຕີລາຄາສູງ ວາລະສານ ຍຸກສະໄໝ ໃນຊຸມປີມໍ່ໆມານີ້ ທີ່ໄດ້ແນະນຳພາບພົດ ແລະ ຜູ້ຄົນ ລາວ ໄປຍັງເພື່ອນຜູ້ອ່ານຫວຽດນາມ ແລະ ສາກົນ. ພ້ອມດຽວກັນນັ້ນ, ກໍ່ໄດ້ປັບປຸງຂໍ້ມູນກ່ຽວກັບສະຖານະການຂອງສອງປະເທດ, ຈາກນັ້ນປະກອບສ່ວນເຂົ້າໃນການສ້າງຄວາມເຂົ້າໃຈ ລະຫວ່າງປະຊາຊົນສອງປະເທດ, ສົ່ງເສີມສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງປະຊາຊົນຫວຽດນາມ - ລາວ.

ທ່ານເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ ກໍ່ໄດ້ຮັບຮູ້ການເຄື່ອນໄຫວຂອງວາລະສານຍຸກສະໄໝ ໃນການສະໜັບສະໜູນນັກຮຽນ, ນັກສຶກສາ ແລະ ຊາວລາວ ທີ່ໄດ້ຮ່ຳຮຽນ ແລະ ເຮັດວຽກຢູ່ຫວຽດນາມ ໃນຊຸມປີທີ່ຜ່ານມາ, ໂດຍສະເພາະແມ່ນຢູ່ໃນໄລຍະສະພາບການ COVID-19 ພວມມີການຜັນແປຢ່າງສັບສົນ.

ທ່ານເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ ໄດ້ສະແດງຄວາມຂອບໃຈ ແລະ ເນັ້ນໜັກວ່າ: “ການສະໜັບສະໜູນຂອງບັນດາອົງການ, ໜ່ວຍງານ ແລະ ປະຊາຊົນຫວຽດນາມ ຕໍ໋ຂໍ້ລິເລີ່ມຂອງສະຖານທູດລາວ, ໃນນັ້ນມີວາລະສານຍຸກສະໄໝ ແມ່ນສັນຍາລັກທີ່ດີງາມແຫ່ງຄວາມມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານຫວຽດນາມ - ລາວ”.

ວາລະສານ ຍ ກສະໄໝ ອວຍພອນ ສະຖານທ ດ ສປປ ລາວ ປະຈຳ ຫວຽດນາມ ເນ ອງໃນໂອກາດສະເຫ ມສະຫ ອງວ ນຊາດ ຂອງ ສປປ ລາວ ຄ ບຮອບ 45 ປ ສະຖານທູດລາວ ປະຈຳຫວຽດນາມ ຈັດຕັ້ງພິທີສະເຫຼີມສະຫຼອງວັນຊາດແຫ່ງ ສປປ.ລາວ ຄົບຮອບ 45 ປີ

ຍສໝ - ທ່ານເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ ໄດ້ເນັ້ນໜັກວ່າ, ໃນໄລຍະ 45 ປີແຫ່ງການສ້າງຕັ້ງສປປ.ລາວ, ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງລາວ - ຫວຽດນາມ ສືບຕໍ່ສ້າງຄວາມເຂັ້ມແຂງ ແລະ ພັດທະນາ ເຂົ້າສູ່ລວງກວ້າງ ແລະ ລວງເລິກ, ໂດຍສະເພາະ ໃນສະພາບການທີ່ມີການປ່ຽນແປງຢ່າງໄວວາ ໃນພາກພື້ນ ແລະ ...

ວາລະສານ ຍ ກສະໄໝ ອວຍພອນ ສະຖານທ ດ ສປປ ລາວ ປະຈຳ ຫວຽດນາມ ເນ ອງໃນໂອກາດສະເຫ ມສະຫ ອງວ ນຊາດ ຂອງ ສປປ ລາວ ຄ ບຮອບ 45 ປ ຫວຽດນາມ ແລະ ລາວ ຮ່ວມຈິດຮ່ວມໃຈກັນເພື່ອຕໍ່ສູ້ກັບການລະບາດຂອງພະຍາດ COVID – 19

ຍສໝ - ໃນຕອນບ່າຍຂອງວັນທີ 21 ເມສາ, ຄະນະຜູ້ແທນ ສູນກາງສະມາຄົມມິດຕະພາບ ຫວຽດນາມ - ລາວ ນໍາໂດຍທ່ານ ຫງວຽນແມັ້ງຫູ່ງ, ຮອງປະທານສະມາຄົມ ໄດ້ມາຢ້ຽມຢາມ ແລະ ມອບອຸະປະກອນການແພດລວມມີ: ຊຸດປ້ອງກັນລະບາດ ແລະ ຜ້າບັງປາກ ໃຫ້ແກ່ສະຖານທູດ ສປປ.ລາວ ປະຈໍາ ຫວຽດນາມ ເພື່ອສະໜັບສະໜູນ ປະຊາຊົນລາວ ...

ວາລະສານ ຍ ກສະໄໝ ອວຍພອນ ສະຖານທ ດ ສປປ ລາວ ປະຈຳ ຫວຽດນາມ ເນ ອງໃນໂອກາດສະເຫ ມສະຫ ອງວ ນຊາດ ຂອງ ສປປ ລາວ ຄ ບຮອບ 45 ປ ມອບຫຼຽນໄຊແຮງງານຊັ້ນໜຶ່ງ ໃຫ້ທ່ານ ທອງສະຫວັນ ພົມວິຫານ, ເອກອັກຄະລັດຖະທູດ ລາວ ປະຈຳ ຫວຽດນາມ

ຍສໝ - ຕອນບ່າຍວັນທີ 19 ກັນຍານີ້, ທີ່ສຳນັກງານໃຫຍ່ກະຊວງການຕ່າງປະເທດ, ທ່ານຟ້າມບິ່ງມິງ, ກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ໄດ້ຕາງໜ້າໃຫ້ບັນດາການນຳພັກ ແລະ ລັດຖະບານ ຫວຽດນາມ ໄດ້ມອບຫຼຽນໄຊແຮງງານຊັ້ນໜຶ່ງ ຂອງທ່ານປະທານປະເທດ ສາທາລະນະລັດສັງຄົມນິຍົມ ຫວຽດນາມ ໃຫ້ທ່ານເອກອັກຄະລັດຖະທູດລາວປະຈຳ ຫວຽດນາມ ທ່ານ ທອງສະຫວັນ ພົມວິຫານ, ໃນໂອກາດໃກ້ຈະສິ້ນສຸດອາຍຸປະຈຳການ ແລະ ...

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.