ອົງການຈັດຕັ້ງສາມຝ່າຍ ຮ່ວມຊຸກຍູ້ສົ່ງເສີມຄວາມປອດໄພ ແລະ ສຸຂະພາບແຮງງານຢູ່ລາວ

11:07 | 18/02/2021

ທ່ານ ຄຳແພງ ໄຊສົແພງ ໄດ້ກ່າວຕໍ່ກອງປະຊຸມຄັ້ງນີ້ວ່າ: ຕໍ່ຜົນສຳເລັດໃນແຕ່ລະກິດຈະກຳຂອງໂຄງການດັ່ງກ່າວ ໄດ້ເຮັດໃຫ້ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານ ຢູ່ປະເທດພວກເຮົາເປັນທີ່ຮັບຮູ້, ເຂົ້າໃຈ ແລະ ໃຫ້ຄວາມສຳຄັນຫລາຍຂຶ້ນ ຈາກທຸກພາກສ່ວນຂອງສັງຄົມ.

ອ ງການຈ ດຕ ງສາມຝ າຍ ຮ ວມຊ ກຍ ສ ງເສ ມຄວາມປອດໄພ ແລະ ສ ຂະພາບແຮງງານຢ ລາວ ພັກກອມມູນິດສະວິດ ແລະ ພັກແຮງງານສະວິດ ສົ່ງຈົດໝາຍອວຍພອນເຖິງພັກກອມມູນິດຫວຽດນາມ
ອ ງການຈ ດຕ ງສາມຝ າຍ ຮ ວມຊ ກຍ ສ ງເສ ມຄວາມປອດໄພ ແລະ ສ ຂະພາບແຮງງານຢ ລາວ ອົງການຈັດຕັ້ງສາມຝ່າຍ ຫາຫລືກັນ ເພື່ອປົກປ້ອງສິດ ແລະ ຜົນປະໂຫຍດແຮງງານ
ອ ງການຈ ດຕ ງສາມຝ າຍ ຮ ວມຊ ກຍ ສ ງເສ ມຄວາມປອດໄພ ແລະ ສ ຂະພາບແຮງງານຢ ລາວ
ກອງປະຊຸມ ຄະນະຊີ້ນໍາໂຄງການຄວາມປອດໄພ ແລະ ສຸຂະພາບແຮງງານ ໃນຕ່ອງໂສ້ການຜະລິດ (ພາບ: kpl)

ໃນວັນທີ 16 ກຸມພາ 2021 ທີ່ນະຄອນຫລວງວຽງຈັນ ໄດ້ມີກອງປະຊຸມ ຄະນະຊີ້ນໍາໂຄງການຄວາມປອດໄພ ແລະ ສຸຂະພາບແຮງງານ ໃນຕ່ອງໂສ້ການຜະລິດ ຢູ່ ສປປ ລາວ ພາຍໃຕ້ໂຄງການກອງທຶນເພື່ອສົ່ງເສີມຄວາມປອດໄພ ແລະ ສຸຂະພາບແຮງງານ ໂດຍການເປັນປະທານ ຂອງ ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ມີ ທ່ານ ວິໄລ ວົງຂະເສີມ ຮອງປະທານສູນກາງສະຫະພັນກໍາມະບານລາວ ແລະ ທ່ານ ນາງ ສຸໄພວັນ ທ່ຽງຈັນໄຊ ຄະນະບໍລິຫານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ມີບັນດາຜູ້ປະສານງານອົງການແຮງງານສາກົນປະຈໍາ ລາວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ເພື່ອຮັບຟັງການລາຍງານຜົນຂອງການ ຈັດຕັ້ງປະຕິບັດກິດຈະກໍາຂອງໂຄງການ ໃນໄລຍະທີ່ຜ່ານມາ ແລະ ໄດ້ພ້ອມກັນປຶກສາຫາລື ຄົ້ນຄວ້າ, ປະກອບຄໍາເຫັນເຂົ້າໃສ່ບັນດາກິດຈະກໍາ ໃຫ້ກວ້າງຂວາງ, ເລິກເຊິ່ງ ແລະ ດ້ວຍຄວາມຮັບຜິດຊອບສູງຮ່ວມກັນ ເພື່ອຊອກຫາວິທີທີ່ຈະຫາແຫລ່ງຊັບພະຍາກອນຈາກໃສມາສະໜັບສະໜູນ ຫລື ຈະເຮັດໃຫ້ວຽກງານດ້ານນີ້ ກາຍເປັນວັດທະນະທຳຂອງຂະແໜງການການຜະລິດໄດ້ແນວໃດ ເພື່ອຫລຸດຜ່ອນ ຫລື ຕັດຮອນງົບປະມານທີ່ມີຢູ່ຢ່າງຈຳກັດ ຂອງລັດຖະບານເຮົາ ໂດຍສະເພາະໄລຍະວິກິດການທີ່ເກີດຈາກ ການລະບາດຂອງພະຍາດໂຄວິດ-19 ຄືທຸກມື້ນີ້.

ໂຄງການດັ່ງກ່າວ, ຖືວ່າເປັນໂຄງການທຳອິດຂອງອົງການຈັດຕັ້ງສາມຝ່າຍ ເຊິ່ງປະກອບມີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ສູນກາງສະຫະພັນກໍາມະບານລາວ ແລະ ສະພາການຄ້າ ແລະ ອຸດສາຫະກຳ ໄດ້ຮ່ວມກັນປະຕິບັດ ໂດຍເລັ່ງໃສ່ເພື່ອຊຸກຍູ້ ແລະ ສົ່ງເສີມວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານຢູ່ປະເທດເຮົາ ໂດຍສະເພາະຂະແໜງການຜະລິດທີ່ເປັນຕ່ອງໂສ້ ຫລື ຂະແໜງ ການທີ່ຜະລິດສິນຄ້າສົ່ງອອກຕ່າງປະເທດ, ເຊິ່ງໄດ້ຖືກຈັດຕັ້ງປະຕິບັດ ເປັນເວລາ 2 ປີ ແລະ ໄດ້ຮັບການສະໝັບສະໝູນດ້ານງົບປະມານຈາກສະຫະພາບເອີຣົບ ຜ່ານໂຄງການກອງທຶນວິຊັນເຊໂລຟັ້ນ (Vision Zero Fund Project) ຂອງອົງການແຮງງານສາກົນ. ການຈັດຕັ້ງປະຕິບັດຢູ່ ສປປ ລາວ ແມ່ນໄດ້ເລືອກເອົາຂະແໜງອຸດສາຫະກໍາຕັດຫຍິບ ແລະ ຂະແໜງກາເຟ ເຊິ່ງເປັນ 1 ໃນ 7 ປະເທດໃນທົ່ວໂລກ ທີ່ໄດ້ຮັບການສະໜັບສະໜູນທຶນຈາກກອງທຶນດັ່ງກ່າວ.

ທ່ານ ຄຳແພງ ໄຊສົແພງ ໄດ້ກ່າວຕໍ່ກອງປະຊຸມຄັ້ງນີ້ວ່າ: ຕໍ່ຜົນສຳເລັດໃນແຕ່ລະກິດຈະກຳຂອງໂຄງການດັ່ງກ່າວ ໄດ້ເຮັດໃຫ້ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານ ຢູ່ປະເທດພວກເຮົາເປັນທີ່ຮັບຮູ້, ເຂົ້າໃຈ ແລະ ໃຫ້ຄວາມສຳຄັນຫລາຍຂຶ້ນ ຈາກທຸກພາກສ່ວນຂອງສັງຄົມ ໂດຍສະເພາະແມ່ນຜູ້ລົງທຶນໃນສອງຂະແໜງການດັ່ງກ່າວ. ພ້ອມດຽວກັນນີ້ ໂຄງການດັ່ງກ່າວ ຍັງໄດ້ສ້າງໃຫ້ພະນັກງານວິຊາການຂອງສາມຝ່າຍພວກເຮົາ ມີຄວາມເຂັ້ມແຂງເພີ່ມຂຶ້ນ ໃນການເຮັດຫລ້ອນໜ້າທີ່ວຽກງານໃນດ້ານນີ້ ທັງໃນລະດັບສູນກາງ, ທ້ອງຖິ່ນ ແລະ ໃນບັນດາຫົວໜ່ວຍແຮງງານທີ່ເຂົ້າຮ່ວມໂຄງການພວກເຮົາ.

ອ ງການຈ ດຕ ງສາມຝ າຍ ຮ ວມຊ ກຍ ສ ງເສ ມຄວາມປອດໄພ ແລະ ສ ຂະພາບແຮງງານຢ ລາວ ຫວຽດນາມ ແລະ ອິດສະຣາແອນ ເລີ່ມຕົ້ນການເຈລະຈາກ່ຽວກັບການຮ່ວມມືດ້ານແຮງງານ

ຍສໝ - ສອງຝ່າຍໄດ້ເຫັນດີຊຸກຍູ້ການເຄື່ອນໄຫວ ເພື່ອໃຫ້ການເຈລະຈາສຳເລັດໂດຍໄວ ແລະ ເຂົ້າສູ່ການລົງນາມໃນສັນຍາດັ່ງກ່າວໂດຍໄວເທົ່າທີ່ຈະຮອດປີ 2021, ເພື່ອນຳແຮງງານຫວຽດນາມໄປເຮັດວຽກຢູ່ອິດສະຣາເອນ.

ອ ງການຈ ດຕ ງສາມຝ າຍ ຮ ວມຊ ກຍ ສ ງເສ ມຄວາມປອດໄພ ແລະ ສ ຂະພາບແຮງງານຢ ລາວ ກອງປະຊຸມສຳມະນາ "ຮັບປະກັນສິດຂອງແຮງງານອົບພະຍົບຫວຽດນາມ": ແກ້ໄຂ 5 ບັນຫາຈຸດໜັກ

ຍສໝ - ວັນທີ 15 ມັງກອນ, ຢູ່ແຂວງຫາຍຟ່ອງ, ຫ້ອງການປະຈຳກ່ຽວກັບສິດທິມະນຸດຂອງລັດຖະບານ ໄດ້ຈັດກອງປະຊຸມສຳມະນາ "ຮັບປະກັນສິດຂອງແຮງງານອົບພະຍົບຫວຽດນາມ".

ອ ງການຈ ດຕ ງສາມຝ າຍ ຮ ວມຊ ກຍ ສ ງເສ ມຄວາມປອດໄພ ແລະ ສ ຂະພາບແຮງງານຢ ລາວ ປະເທດລາວ ພະຍາຍາມແກ້ໄຂບັນຫາພະຍາດອາຊີບ ແລະ ການປ້ອງກັນອຸປະຕິເຫດ

ໃນປະເທດລາວ ແຕ່ລະປີໄດ້ເກີດອຸປະຕິເຫດແຮງງານ ແລະ ພະຍາດອາຊີບ ຫລາຍພໍສົມຄວນ, ແຕ່ຍັງບໍ່ມີລະບົບ ການລາຍງານ ຢ່າງເປັນລະບົບ, ບໍ່ມີຖານຂໍ້ມູນ, ບໍ່ມີລະບົບຂໍ້ມູນຂ່າວສານ ແລະ ລະບົບການເກັບກໍາ.

kpl.gov.la

ເຫດການ
302 Found

Found

The document has moved here.