ປີ 2026, ຈະສູ້ຊົນໃຫ້ບັນລຸເປົ້າໝາຍຈັດສົ່ງແຮງງານປະມານ 112.000 ຄົນ ໄປເຮັດວຽກຢູ່ຕ່າງປະເທດ

ປີ 2026, ຈະສູ້ຊົນໃຫ້ບັນລຸເປົ້າໝາຍຈັດສົ່ງແຮງງານປະມານ 112.000 ຄົນ ໄປເຮັດວຽກຢູ່ຕ່າງປະເທດ

ຍສໝ - ວັນທີ 26 ມິຖຸນາ, ຢູ່ທີ່ ນະຄອນໂຮ່ຈິມິນ, ສູນແຮງງານຕ່າງປະເທດ (ກະຊວງພາຍໃນ) ໄດ້ຈັດກອງປະຊຸມຝຶກອົບຮົມວິຊາສະເພາະ ກ່ຽວກັບບັນດາແຜນງານຈັດສົ່ງແຮງງານໄປເຮັດວຽກຢູ່ຕ່າງປະເທດ ຕາມຂໍ້ຕົກລົງສາກົນ.

ແຜນງານທີ່ບໍ່ຫວັງຜົນກຳໄລ ເປີດກວ້າງໂອກາດການມີວຽກເຮັດງານທຳໃນລະດັບສາກົນ ໃຫ້ແກ່ແຮງງານຫວຽດນາມ

ແຜນງານທີ່ບໍ່ຫວັງຜົນກຳໄລ ເປີດກວ້າງໂອກາດການມີວຽກເຮັດງານທຳໃນລະດັບສາກົນ ໃຫ້ແກ່ແຮງງານຫວຽດນາມ

ຍສໝ - ບໍ່ພຽງແຕ່ແມ່ນໂອກາດພາຍໃດການຊອກຫາວຽກເຮັດງານທຳເທົ່ານັ້ນ, ບັນດາແຜນງານທີ່ບໍ່ຫວັງຜົນກຳໄລ ທີ່ນຳສົ່ງແຮງງານຫວຽດນາມໄປຕ່າງປະເທດ ພວມກາຍເປັນ “ຂົວຕໍ່” ຊ່ວຍໃຫ້ຜູ້ອອກແຮງງານເຂົ້າເຖິງສະພາບແວດລ້ອມການເຮັດວຽກໃນລະດັບສາກົນ, ໄດ້ຮັບການອົບຮົມບຳລຸງສ້າງຢ່າງເປັນລະບົບ, ຮັບປະກັນດ້ານຜົນປະໂຫຍດ ແລະ ຫຼຸດຜ່ອນຄວາມສ່ຽງ ທີ່ມາຈາກບັນດາກິດຈະກຳນາຍໜ້າທີ່ບໍ່ຖືກຕ້ອງຕາມກົດໝາຍ.

ກອງປະຊຸມໃຫຍ່ ຄັ້ງທີ XIV ສະຫະພັນກຳມະບານຫວຽດນາມ: ດັດແປງໃໝ່ເພື່ອຮ່ວມເດີນທາງໄປພ້ອມກັບຜູ້ອອກແຮງງານ ໃນຍຸກສະໄໝໃໝ່

ກອງປະຊຸມໃຫຍ່ ຄັ້ງທີ XIV ສະຫະພັນກຳມະບານຫວຽດນາມ: ດັດແປງໃໝ່ເພື່ອຮ່ວມເດີນທາງໄປພ້ອມກັບຜູ້ອອກແຮງງານ ໃນຍຸກສະໄໝໃໝ່

ຍສໝ - ກອງປະຊຸມໃຫຍ່ ສະຫະພັນກຳມະບານຫວຽດນາມ ຄັ້ງທີ XIV, ອາຍຸການ 2026-2031 ຈະດຳເນີນໄປແຕ່ວັນທີ 3-5 ເດືອນມິຖຸນາ ຢູ່ ຮ່າໂນ້ຍ ໃນທ່າມກາງສະພາບການທີ່ປະເທດຊາດຍູ້ແຮງການຫັນເປັນດິຈິຕອນ, ເຊື່ອມໂຍງສາກົນ ແລະ ສ້າງກຳລັງການຜະລິດໃໝ່. ດ້ວຍຮຽກຮ້ອງຕ້ອງການດັດແປງໃໝ່ຢ່າງແຂງແຮງທາງດ້ານການຈັດຕັ້ງ, ວິທີການເຄື່ອນໄຫວ ແລະ ຄຸນນະພາບຂອງຖັນແຖວພະນັກງານ, ກອງປະຊຸມໃຫຍ່ໄດ້ຮັບການຄາດຫວັງວ່າຈະເປີດໄລຍະແຫ່ງການພັດທະນາໃໝ່ຂອງການຈັດຕັ້ງກຳມະບານ ແນໃສ່ຮ່ວມເດີນທາງ, ເປັນຕົວແທນ ແລະ ປົກປ້ອງຜົນປະໂຫຍດຂອງຜູ້ອອກແຮງງານໃຫ້ດີກວ່າເກົ່າ.

ຢືນຢັນຄຸນນະພາບ ແລະ ຕຳແໜ່ງແຮງງານຂອງຊາວຫວຽດນາມໃນປະເທດຍີ່ປຸ່ນ

ຢືນຢັນຄຸນນະພາບ ແລະ ຕຳແໜ່ງແຮງງານຂອງຊາວຫວຽດນາມໃນປະເທດຍີ່ປຸ່ນ

ຍສໝ - ວັນທີ 30 ພະຈິກ, ທີ່ນະຄອນຫຼວງ Tokyo, ສະຖານທູດຫວຽດນາມໃນປະເທດຍີ່ປຸ່ນ ຮ່ວມກັບ ກະຊວງມະຫາດໄທຫວຽດນາມ ໄດ້ຈັດພິທີ “ວັນແຮງງານຫວຽດນາມໃນປະເທດຍີ່ປຸ່ນ ປີ 2025”. ງານນີ້ເປັນໂອກາດໃນການຍົກຍ້ອງການມີສ່ວນຮ່ວມຂອງຊຸມຊົນແຮງງານຫວຽດນາມ, ພ້ອມທັງຢືນຢັນຄຸນນະພາບ, ຕຳແໜ່ງທີ່ເດັ່ນຊັດຂຶ້ນຂອງແຮງງານກຸ່ມນີ້ໃນຕະຫຼາດແຮງງານຂອງຍີ່ປຸ່ນ.

ອົງການກຳມະບານນະຄອນ​ໂຮ່ຈິ​ມິນ ​ແລະ ສິງກະ​ໂປ ​ແບ່ງປັນ​ຮູບ​ແບບ​ໃນ​ການ​ເບິ່ງ​ແຍງ​ດູ​ແລ​ຄົນ​ງານ​ຍິງ.

ອົງການກຳມະບານນະຄອນ​ໂຮ່ຈິ​ມິນ ​ແລະ ສິງກະ​ໂປ ​ແບ່ງປັນ​ຮູບ​ແບບ​ໃນ​ການ​ເບິ່ງ​ແຍງ​ດູ​ແລ​ຄົນ​ງານ​ຍິງ.

ຍສໝ - ການແລກປ່ຽນລະຫວ່າງສະຫະພັນແຮງງານນະຄອນໂຮ່ຈິມິນ ແລະ ຄະນະຜູ້ແທນຄະນະກຳມາທິການແມ່ຍິງຂອງກອງປະຊຸມໃຫຍ່ການຄ້າແຫ່ງຊາດສິງກະໂປ ໄດ້ສຸມໃສ່ບັນດານະໂຍບາຍປົກປ້ອງແຮງງານຍິງ, ແບບຢ່າງການໜູນຊ່ວຍຄອບຄົວ, ປະສົບການເຈລະຈາໃນວິສາຫະກິດ, ວິທີການຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ - ຊາຍ ໃນສະພາບການຕະຫຼາດແຮງງານທີ່ມີການປ່ຽນແປງຢ່າງວ່ອງໄວ.

ສະຖິຕິແຮງງານຫວຽດນາມ: ຈາກການຫັນເປັນທັນສະໄໝໄປສູ່ການເຊື່ອມໂຍງທົ່ວໂລກ

ສະຖິຕິແຮງງານຫວຽດນາມ: ຈາກການຫັນເປັນທັນສະໄໝໄປສູ່ການເຊື່ອມໂຍງທົ່ວໂລກ

ຍສໝ - ​ເນື່ອງ​ໃນ​ໂອກາດ​ວັນ​ສະຖິຕິ​ໂລກ​ວັນ​ທີ 20 ຕຸລາ, ຂໍ​ໃຫ້​ຫວນ​ຄືນ​ການ​ເຄື່ອນ​ໄຫວ​ພັດທະນາ​ຂອງ​ຫວຽດນາມ ​ໃນ​ການ​ກໍ່ສ້າງ​ລະບົບ​ສະຖິຕິ​ແຮງ​ງານ​ທີ່​ທັນ​ສະ​ໄໝ, ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ, ພົ້ນ​ເດັ່ນ​ແມ່ນ​ເລື່ອງ​ປະດິດ​ສ້າງ, ຄວາມ​ກ້າຫານ ​ແລະ ການ​ຮ່ວມ​ມື.

ສະເໜີມອບນາມມະຍົດວິລະຊົນແຮງງານໃຫ້ທ່ານນາງ ອະດີດຮອງປະທານປະເທດ ຫງວຽນທິບິ່ງ

ສະເໜີມອບນາມມະຍົດວິລະຊົນແຮງງານໃຫ້ທ່ານນາງ ອະດີດຮອງປະທານປະເທດ ຫງວຽນທິບິ່ງ

ຍສໝ - ກະຊວງ​ພາຍ​ໃນ​ພວມເອົາຄວາມ​ເຫັນ​ຂອງ​ປະຊາຊົນ​ກ່ຽວ​ກັບ​ການ​ສະ​ເໜີ​ມອບ​ນາມມະຍົດວິລະຊົນແຮງງານໃຫ້ທ່ານນາງ ຫງວຽນທິບິ່ງ, ອະດີດ​ຮອງ​ປະທານ​ປະ​ເທດ, ​ເພື່ອເຊີດຊູບັນດາ​ຜົນງານ​ດີ​ເດັ່ນຂອງນາງ​ໃນ​ຂົງ​ເຂດ​ການ​ທູດ.

ບໍລິສັດຫຸ້ນສ່ວນທ່າກຳປັ່ນສາກົນ ລາວ-ຫວຽດ ເບິ່ງແຍງຊີວິດຄົນງານເປັນຢ່າງດີ

ບໍລິສັດຫຸ້ນສ່ວນທ່າກຳປັ່ນສາກົນ ລາວ-ຫວຽດ ເບິ່ງແຍງຊີວິດຄົນງານເປັນຢ່າງດີ

ຍສໝ - ບໍລິສັດຫຸ້ນສ່ວນທ່າກຳປັ່ນສາກົນ ລາວ-ຫວຽດ ແມ່ນວິສາຫະກິດມີການລົງທຶນຕ່າງປະເທດ ດຳເນີນທຸລະກິດໃນຂົງເຂດຂົນສົ່ງສິນຄ້າຢູ່ທ່າກຳປັ່ນ ຫວູງອາງ (ແຂວງ ຮ່າຕິ້ງ). ນີ້​ແມ່ນ​ຫົວໜ່ວຍ​​ທີ່​ໄດ້​ປະຕິບັດ​ບັນດາ​ລະບອບ, ນະ​ໂຍບາຍ ​ແລະ ເກື້ອກູນໃຫ້ຜູ້ແຮງງານ​ເປັນ​ຢ່າງ​ດີ, ໄດ້​ສະ​ເໜີ​ໃຫ້​ກຽດ​ເປັນ “ວິ​ສາ​ຫະກິດ​ເພຶ່ອໃຫ້ຄົນງານ ​ໃນ​ປີ 2025”.

ສະມາຄົມມິດຕະພາບ ຫວຽດນາມ - ກຳປູເຈຍ ໄດ້ຮັບຫຼຽນໄຂແຮງງານຊັ້ນ 1

ສະມາຄົມມິດຕະພາບ ຫວຽດນາມ - ກຳປູເຈຍ ໄດ້ຮັບຫຼຽນໄຂແຮງງານຊັ້ນ 1

ຍສໝ - ​ວັນ​ທີ 30 ມີນາ, ຢູ່​ຮ່າ​ໂນ້ຍ, ສະມາຄົມ​ມິດຕະພາບ ຫວຽດນາມ - ກຳປູ​ເຈຍ ​ໄດ້​ຈັດ​ພິທີ​ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ (ວັນທີ 22 ມັງກອນ 1975 – ວັນທີ 22 ມັງກອນ 2025) ​ແລະ ​ໄດ້​ຮັບ​ຫຼຽນ​ໄຊ​ແຮງ​ງານ​ຊັ້ນ 1. ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕເລີມ, ທ່ານ​ປະ​ທານ​ປະ​ເທດ ເລືອງ​ເກື່ອງ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈີ່ນ​ແທງເໝີນ ໄດ້​ສົ່ງ​ກະ​ຕ່າ​ດອກ​ໄມ້​ຊົມ​ເຊີຍ.

ບຸນເຕັດປຸ້ມລຸມກັນ - ລະດູບານໃໝ່ສະແດງຄວາມຮູ້ບຸນຄຸນຕໍ່ພັກ: ແຜ່ກະຈາຍຄວາມຮັກແພງໃຫ້ບັນດາສະມາຊິກສະຫະພັນ ແລະ ຜູ້ອອກແຮງງານແຂວງ ກວາງບິ່ງ

ບຸນເຕັດປຸ້ມລຸມກັນ - ລະດູບານໃໝ່ສະແດງຄວາມຮູ້ບຸນຄຸນຕໍ່ພັກ: ແຜ່ກະຈາຍຄວາມຮັກແພງໃຫ້ບັນດາສະມາຊິກສະຫະພັນ ແລະ ຜູ້ອອກແຮງງານແຂວງ ກວາງບິ່ງ

ຍສໝ - ສະຫະພັນ​ແຮງ​ງານ​ແຂວງ ກວາງ​ບິ່ງ ຫາ​ກໍ່​ຈັດ​ຕັ້ງ​ລາຍການ “​ບຸນ​ເຕັດປຸ້ມລຸມກັນ - ລະດູບານ​ໃໝ່ສະແດງຄວາມ​ຮູ້​ບຸນ​ຄຸນຕໍ່​ພັກ” ​ແລະ ງານ​ຕະຫຼາດນັດ​ອົງການກຳມະບານ ປີ 2025 ດ້ວຍ​ຫຼາຍ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍ ​ແລະ ມີ​ມະນຸດສະທຳ ​ໃຫ້​ບັນດາ​ສະມາຊິກ​ສະຫະພັນ, ຜູ້​ອອກ​ແຮງ​ງານ.

ການນຳພັກ ແລະລັດ ໄດ້ມອບຂອງຂວັນປີໃໝ່ໃຫ້ບັນດາຄອບຄົວນະໂຍບາຍ, ຜູ້ອອກແຮງງານທີ່ປະສົບກັບຄວາມຫຍຸ້ງຍາກ

ການນຳພັກ ແລະລັດ ໄດ້ມອບຂອງຂວັນປີໃໝ່ໃຫ້ບັນດາຄອບຄົວນະໂຍບາຍ, ຜູ້ອອກແຮງງານທີ່ປະສົບກັບຄວາມຫຍຸ້ງຍາກ

​ຍສໝ - ເນື່ອງ​ໃນ​ໂອກາດ​ບຸນ​ປີ​ໃໝ່ປະເພນີລະດູບານໃໝ່ ປີມະເສັງ 2025, ການ​ນຳ​ພັກ, ລັດ ​ໄດ້​ໄປ​ຢ້ຽມຢາມ ​ແລະ ມອບ​ຂອງຂວັນ​ປີໃໝ່ໃຫ້​ບັນດາ​ຄອບຄົວ​ນະ​ໂຍບາຍ, ຄອບຄົວ​ທຸກ​ຍາກ, ຜູ້​ອອກ​ແຮງ​ງານ​ທີ່ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຢູ່​ຫຼາຍ​ທ້ອງ​ຖິ່ນ​ໃນ​ທົ່ວ​ປະ​ເທດ.

ແມ່ຍິງ 250,000 ຄົນ ທີ່ເຮັດວຽກຢູ່ຕ່າງປະເທດ ສ້າງລາຍຮັບໄດ້ 2,5 ຕື້ USD

ແມ່ຍິງ 250,000 ຄົນ ທີ່ເຮັດວຽກຢູ່ຕ່າງປະເທດ ສ້າງລາຍຮັບໄດ້ 2,5 ຕື້ USD

ຍສໝ - ຕາມ​ການ​ຄົ້ນ​ຄ້ວາ​ຂອງ Economica ຫວຽດນາມ, ​ແຕ່​ລະ​ປີ, ແຮງງານ​ຍິງ 250.000 ຄົນ​ນີ້​ສ້າງ​ແຫຼ່ງ​ເງິນ​ຝາກ​ປະມານ 2,5 ຕື້ USD, ກວມ 15% ຍອດ​ຈຳນວນ​ເງິນ​ເຂົ້າ ​ຫວຽດນາມ.

ປະມານ 500 ຄົນເຂົ້າຮ່ວມວັນແຮງງານ ຫວຽດນາມ ຢູ່ຍີ່ປຸ່ນ ປີ 2024

ປະມານ 500 ຄົນເຂົ້າຮ່ວມວັນແຮງງານ ຫວຽດນາມ ຢູ່ຍີ່ປຸ່ນ ປີ 2024

ຍສໝ - ວັນ​ທີ 8 ທັນວາ, ສະຖານທູດ ​ຫວຽດນາມ ປະຈຳ ຍີ່ປຸ່ນ ​ແລະ ກະຊວງ​ແຮງ​ງານ - ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ​ ຫວຽດນາມ ໄດ້​ສົມທົບ​ກັນ​ຈັດ​ຕັ້ງ​ວັນ​ແຮງ​ງານ ຫວຽດນາມ ຢູ່ ຍີ່ປຸ່ນ 2024. ນີ້​ແມ່ນ​ເຫດການ​ສຳຄັນ​ທຳ​ອິດສຳລັບ​​ຜູ້​ອອກ​ແຮງ​ງານ ຫວຽດນາມ ຢູ່​ເຂດດີນແດນ​ຕາ​ເວັນ​ຂຶ້ນ.

ຍີ່ປຸ່ນ ຍັງ​ແມ່ນ​ທ້ອງຕະຫຼາດ​ສົ່ງ​ອອກ​ແຮງ​ງານ​ອັນ​ດັບ​ໜຶ່ງ​ຂອງ​ ຫວຽດນາມ

ຍີ່ປຸ່ນ ຍັງ​ແມ່ນ​ທ້ອງຕະຫຼາດ​ສົ່ງ​ອອກ​ແຮງ​ງານ​ອັນ​ດັບ​ໜຶ່ງ​ຂອງ​ ຫວຽດນາມ

ຍສໝ - ຕາມ​ບົດ​ລາຍ​ງານ​ຂອງ​ກົມ​ຄຸ້ມ​ຄອງ​ແຮງ​ງານ​ຢູ່​ຕ່າງປະ​ເທດ (ກະຊວງ​ແຮງ​ງານ - ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ ຫວຽດນາມ), ​ໃນ 4 ​ເດືອນ​ຕົ້ນ​ປີ 2024 ຍີ່ປຸ່ນ ຍັງ​ແມ່ນ​ທ້ອງຕະຫຼາດ​ສົ່ງ​ອອກ​ແຮງ​ງານ​ອັນ​ດັບ​ໜຶ່ງ​ຂອງ​ ຫວຽດນາມ.

ຫວຽດນາມ ປະກອບສ່ວນປັບປຸງຊີວິດການເປັນຢູ່ຂອງຜູ້ອອກແຮງງານລາວ

ຫວຽດນາມ ປະກອບສ່ວນປັບປຸງຊີວິດການເປັນຢູ່ຂອງຜູ້ອອກແຮງງານລາວ

ຍສໝ - ດ້ວຍໂຄງການຫຼາຍກວ່າ 240 ໂຄງການ ມີເງິນລົງທຶນທັງໝົດເກືອບ 5,5 ຕື້ໂດລາສະຫະລັດ, ປະຈຸບັນ ຫວຽດນາມ ແມ່ນໜຶ່ງໃນ 3 ປະເທດທີ່ມີເງິນລົງທຶນຫຼາຍທີ່ສຸດໃນຈຳນວນ 53 ປະເທດ ແລະເຂດແຄ້ວນທີ່ລົງທຶນຢູ່ລາວ.

ຫວຽດ​ນາມ - ຍີ່​ປຸ່ນ ເປີດກວ້າງ​ການ​ຮ່ວມ​ມື​ດ້ານ​ວີ​ຊາ, ODA ແລະ ການ​ສົ່ງ​ອອກ​ແຮງ​ງານ

ຫວຽດ​ນາມ - ຍີ່​ປຸ່ນ ເປີດກວ້າງ​ການ​ຮ່ວມ​ມື​ດ້ານ​ວີ​ຊາ, ODA ແລະ ການ​ສົ່ງ​ອອກ​ແຮງ​ງານ

ຍສໝ​ - ນີ້​ແມ່ນ​ເນື້ອ​ໃນ​ປຶກສາ​ຫາລື​ທີ່ບັນດາ​ການ​ພົບ​ປະ​ລະຫວ່າງ​ ທ່ານ​ລັດຖະມົນຕີ​ກະຊວງການຕ່າງປະເທດ ຫວຽດນາມ ບຸ່ຍແທງເຊີນ ກັບທ່ານ​ຮອງ​ປະທານ​ສະພາ​ສູງ Nagahama Hiroyuki; ທ່ານ​ນາງ Miyazaki Katsura ຮອງ​ປະທານ​ອົງການ​ຮ່ວມ​ມື​ສາກົນ ​ຍີ່ປຸ່ນ (JICA) ແລະ ທ່ານ Suzuki Naomichi ຜູ້ວ່າການ​ແຂວງ Hokkaido ​ເຊິ່ງໄດ້​ດຳ​ເນີນ​ໃນ​ວັນ​ທີ 9 ສິງຫາ ຢູ່ ຍີ່ປຸ່ນ.

ການແລກປ່ຽນບົດຮຽນວິຊາການ ລະຫວ່າງ ໜັງສືພິມ ແຮງງານ (ລາວ) ແລະ ໜັງສືພິມ ລາວ​ດົ້ງ

ການແລກປ່ຽນບົດຮຽນວິຊາການ ລະຫວ່າງ ໜັງສືພິມ ແຮງງານ (ລາວ) ແລະ ໜັງສືພິມ ລາວ​ດົ້ງ

ຍສໝ - ໃນເດືອນມິຖຸນາ​, ຄະນະປະຕິບັດງານຂອງໜັງສືພິມ ແຮງງານ (ລາວ) ​ໄດ້​ມາ​ເຮັດ​ວຽກ​ຢູ່​ສຳນັກງານຂອງ​ໜັງສືພິມ​ ລາວ​ດົ້ງ ເພື່ອ​ແລກປ່ຽນບົດຮຽນວິຊາການລະຫວ່າງ​ສອງ​ຝ່າຍ.

ຂອງຂວັນປີໃໝ່ຫລາຍກວ່າ 10,000 ສ່ວນສໍາລັບຜູ້ອອກແຮງງານ, ຊາວປະມົງ ແລະ ທະຫານ

ຂອງຂວັນປີໃໝ່ຫລາຍກວ່າ 10,000 ສ່ວນສໍາລັບຜູ້ອອກແຮງງານ, ຊາວປະມົງ ແລະ ທະຫານ

ຍສໝ - ຄະນະຊາວໜຸ່ມສູນກາງ ແລະ Sabeco ຈະມອບຂອງຂວັນ 10.400 ສ່ວນໃຫ້ແກ່ກຳມະກອນ, ຊາວປະມົງ, ທະຫານຊາຍແດນ, ທະຫານເຂດທະເລຢູ່ 25 ແຂວງ, ນະຄອນ.

ເວທີປາໄສແຫ່ງຊາດຄັ້ງທຳອິດກ່ຽວກັບແຮງງານໃດ້ຈັດຂຶ້ນຢູ່ຕ່າງປະເທດ

ເວທີປາໄສແຫ່ງຊາດຄັ້ງທຳອິດກ່ຽວກັບແຮງງານໃດ້ຈັດຂຶ້ນຢູ່ຕ່າງປະເທດ

ຍສໝ - ການ​ຮ່ວມ​ມື​ດ້ານ​ແຮງ​ງານ​ລະ​ຫວ່າງ​ ຫວຽດ​ນາມ ແລະ ຍີ່​ປຸ່ນ ໄດ້​ພັດ​ທະ​ນາ​ຢ່າງ​ເລິກ​ເຊິ່ງ​ໃນ 3 ຂົງ​ເຂດ​ຄື ການ​ສົ່ງ​ແຮງ​ງານ​ໄປ ​ຍີ່​ປຸ່ນ, ການສອນວິຊາຊີບ - ການສຶກສາວິຊາອາຊີບ ແລະ ການໝັ້ນຄົງສັງຄົມ. ແຕ່ວ່າ, ຄວາມ​ສາມາດ​ບົ່ມ​ຊ້ອນ​ໃນ​ການ​ຮ່ວມ​ມື​ຍັງ​ມີ​ຫຼາຍ​ຢ່າງ.