| ກອງປະຊຸມໃຫຍ່ຄັ້ງທີ 13 ຂອງ ພັກ, ກຳລັງໜູນໃໝ່ແກ່ການພັດທະນາເສດຖະກິດ, ສັງຄົມ ຂອງ ຫວຽດນາມ | |
| ທ່ານເອກອັກຄະລັດຖະທູດຟີລິບປິນ ປະຈຳຫວຽດນາມ: ປາດຖະໜາຢາກຮ່ວມມືກັບ VUFO ຢ່າງໃກ້ຊິດກ່ວາເກົ່າ | 
ຕາມສຳນັກຂ່າວສານຫວຽດນາມ ປະຈຳ Tel Aviv, ເມື່ອບໍ່ດົນມານີ້, ຫວຽດນາມ ແລະ ອິດສະຣາແອນໄດ້ດຳເນີນກອງປະຊຸມຖ່າຍທອດສົດ ເພື່ອດຳເນີນການເຈລະຈາສັນຍາຮ່ວມມືແຮງງານຫວຽດນາມ - ອິດສະຣາແອນ.
ກອງປະຊຸມຄັ້ງນີ້ມີການເຂົ້າຮ່ວມຂອງ ຜູ້ຕາງໜ້າບັນດາອົງການທີ່ກ່ຽວຂ້ອງຈາກທັງສອງຝ່າຍ, ເຊັ່ນ: ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ, ກະຊວງການຕ່າງປະເທດ, ກະຊວງຍຸຕິທຳ, ກະຊວງກະສິກຳ, ອົງການຄຸ້ມຄອງຄົນເຂົ້າເມືອງອົບພະຍົບ (PIBA) ແລະ ເອກອັກຄະລັດຖະທູດຂອງສອງປະເທດ.
|  | 
| ຫວຽດນາມ ແລະ ອິດສະຣາແອນ ເລີ່ມຕົ້ນການເຈລະຈາກ່ຽວກັບການຮ່ວມມືດ້ານແຮງງານ. (ພາບ: vietnamplus) | 
ທີ່ການພົບປະ, ສອງຝ່າຍໄດ້ແລກປ່ຽນບັນດາບັນຫາດ້ານເຕັກນິກ ເພື່ອຮຽນຮູ້ ແລະ ແຈ້ງບັນດານະໂຍບາຍ, ລະບຽບການຂອງສອງປະເທດຫວຽດນາມ ແລະ ອິດສະຣາແອນ ກ່ຽວກັບແຮງງານ, ກໍ່ຄືບັນຫາບຸລິມະສິດ ແລະ ບັນຫາມີຄວາມສົນໃຈເຊິ່ງກັນແລະກັນ.
ທີ່ກອງປະຊຸມ, ສອງຝ່າຍເຫັນດີຊຸກຍູ້ການເຄື່ອນໄຫວ ເພື່ອໃຫ້ການເຈລະຈາສຳເລັດໂດຍໄວ ແລະ ເຂົ້າສູ່ການລົງນາມໃນສັນຍາດັ່ງກ່າວໂດຍໄວໃນປີ 2021, ເພື່ອນຳແຮງງານຫວຽດນາມ ໄປເຮັດວຽກຢູ່ອິດສະຣາເອນ ໃນຂົງເຂດກະສິກຳ. ອິດສະລາແອນ ແມ່ນປະເທດທີ່ມີຄວາມຕ້ອງການແຮງງານຕ່າງປະເທດຢ່າງຫຼວງຫຼາຍ, ພິເສດແມ່ນໃນຂົງເຂດກະສິກຳ, ສາທາລະນະສຸກ, ການກໍ່ສ້າງ, ຮ້ານອາຫານ…ໃນຂະນະທີ່ຫວຽດນາມມີກຳລັງແຮງງານທີ່ອຸດົມສົມບູນ, ດຸໝັ່ນ ແລະ ໜັກແໜ້ນ, ໄດ້ຮັບການອົບຮົມເປັນຢ່າງດີ.
ພ້ອມກັນນັ້ນ, ສາຍພົວພັນຮ່ວມມືລະຫວ່າງສອງປະເທດ ກໍ່ມີອຳນວຍຄວາມສະດວກຫຼາຍຢ່າງ, ເສດຖະກິດຂອງສອງປະເທດ ກໍ່ມີຂໍ້ໄດ້ປຽບຫຼາຍຢ່າງທິ່ເພີ່ມເຕີມຊຶ່ງກັນແລະກັນ. ໃນສະພາບການລະບາດ COVID-19, ການສົ່ງອອກຂອງຫວຽດນາມ ໄປຍັງອິດສະຣາແອນ ໃນປີ 2020 ຄາດວ່າຈະຫຼຸດລົງພຽງເລັກໜ້ອຍເມື່ອທຽບໃສ່ກັບປີ 2019.
ໂດຍສະເພາະ, ບັນດາຜະລິດຕະພັນສົ່ງອອກຕົ້ນຕໍຂອງຫວຽດນາມ ໄປຍັງອິດສະຣາແອນ ໄດ້ຮັບການເພີ່ມຂຶ້ນຢ່າງຫຼວງຫຼາຍ, ເຊັ່ນ: ກາເຟ, ເກີບ, ໝາກມ່ວງຫິມະພານ, ໂທລະສັບ ແລະ ເຄື່ອງປະດັບ, ອາຫານທະເລ, ແຜ່ນແພ...
|   | ບັນດາວິສາຫະກິດຫວຽດນາມ ຕ້ອງກະກຽມຢ່າງລະອຽດເພື່ອສາມາດນຳໃຊ້ກາລະໂອກາດພັດທະນາຢູ່ຕະຫຼາດອິນເດຍ ຢ່າງສຸດຂີດ ຍສໝ - ກ່າວຄຳເຫັນ ທີ່ “ເວທີປາໄສການລົງທຶນຫວຽດນາມ - ອິນເດຍ” ທ່ານເອກອັກຄະລັດຖະທູດຫວຽດນາມ ຟ້າມແຊັງເຈົາ ໄດ້ເນັ້ກໜັກເຖິງຄວາມສາມາດບົ່ມຊ້ອນບາງຢ່າງຂອງອິນເດຍ ກ່ຽວກັບແຫຼ່ງການເງິນບ້ວງສິນເຊື່ອ ໃນຂະນະປະຈຸບັນມີນັກຄຸ້ມຄອງຊາວອິນເດຍ ຫຼາຍທ່ານໄດ້ນຳພາຫຼາຍກອງທຶນລົງທຶນແຖວໜ້າຂອງໂລກ ແລະ ອິນເດຍ ຫຼາຍທີ່ສຸດ... | 
|   | ເອກອັກຄະລັດຖະທູດລາວ ປະຈຳ ຫວຽດນາມ ຕີລາຄາສູງວຽກງານກະກຽມກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ກ່ອນການດຳເນີນກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ, ສະຫາຍ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດລາວ ປະຈຳ ຫວຽດນາມ ໄດ້ຕອບສຳພາດຕໍ່ນັກຂ່າວກ່ຽວກັບວຽກງານກະກຽມກອງປະຊຸມໃຫຍ່ ແລະບົດບາດຂອງພັກກອມມູນິດຫວຽດນາມ ເພື່ອບັນລຸໄດ້ບັນດາຜົນງານເສດຖະກິດ-ສັງຄົມໃນຊຸມປີຜ່ານມາ. ຕໍ່ໄປນີ້ແມ່ນເນື້ອໃນບົດຕອບສຳພາດ: | 
|   | ກຸຍບາ ແລະ ອິນເດຍ ຕີລາຄາສູງບົດບາດນຳພາຂອງພັກກອມມູນິດຫວຽດນາມ ຄວາມຕັດສິນໃຈຂອງທຸກຂັ້ນໃນການຮັກສາສຸຂະພາບໃຫ້ແກ່ປະຊາຊົນ, ກໍຄືເລື່ອງລັດຖະບານໄດ້ຍົກອອກບັນດາມາດຕະການທີ່ເໝາະສົມໃຫ້ແກ່ແຕ່ລະໄລຍະຢ່າງທັນການໃນການຕໍ່ສູ້, ຕ້ານໂລກລະບາດໂຄວິດ-19 ຢູ່ຫວຽດນາມ. | 
ຄຳຮຸ່ງ
ຂ່າວທີ່ກ່ຽວຂ້ອງ
 
                                            
                    ວິໄສທັດໄລຍະຍາວ, ບົດບາດການນຳທີ່ເຂັ້ມແຂງນຳມາເຊິ່ງບັນດາຜົນງານໃຫ້ຫວຽດນາມ: ຫົວໜ້າຜູ້ຕາງໜ້າໂຄງການພັດທະນາສະຫະປະຊາຊາດ (UNDP)
 
                                            
                    ຫວຽດນາມ - ມາເລເຊຍ ຮ່ວມມືຕ້ານການຫາປາຜິດກົດໝາຍ
 
                                            
                    ອະນຸລັກຮັກສາພາສາ ຫວຽດນາມ ຜ່ານເຄື່ອງດົນຕີ ແລະ ອາຫານ
ທ່ານອາດຈະມັກ
 
                                            
                    ຝຣັ່ງ ຊົມເຊີຍ ຫວຽດນາມ ເປັນເຈົ້າພາບຈັດຕັ້ງພິທີລົງນາມໃນສົນທິສັນຍາຮ່າໂນ້ຍ
 
                                            
                    ເຕັມໄປດ້ວຍຄວາມມິດຕະພາບ ຫວຽດນາມ - ລາວ ຢູ່ ຊູແອດ
 
                                            
                    ເພີ່ມທະວີການຮ່ວມມືລະຫວ່າງຂະແໜງການໄອຍະການປະຊາຊົນຫວຽດນາມ ແລະ ລາວ
 
                                            
                    ການເດີນທາງໃໝ່ຂອງນັກສຶກສາລາວຢູ່ຮ່າຕິງ
 
                                            
                    ເປີດພື້ນທີ່ຮ່ວມມືໃຫມ່ສໍາລັບການຮ່ວມມືກັບ ບູນກາຣີ ແລະ Balkans
 
                                            
                     
                 
  
  
                 
                 
                 
                     
                     
                     
                    