ອົງການຈັດຕັ້ງສາມຝ່າຍ ຫາຫລືກັນ ເພື່ອປົກປ້ອງສິດ ແລະ ຜົນປະໂຫຍດແຮງງານ

14:57 | 08/06/2018

ສິດທິຂອງແມ່ຍິງໃນສະຖານທີ່ເຮັດວຽກ (Women at Work) ເປັນບັນຫາທີ່ສຳຄັນ ໃນການກະກຽມການສະເຫລີມສະຫລອງ ວັນສ້າງຕັ້ງອົງການແຮງງານສາ ກົນຄົບຮອບ 100 ປີ.

ອົງການຈັດຕັ້ງສາມຝ່າຍ ຫາຫລືກັນ ເພື່ອປົກປ້ອງສິດ ແລະ ຜົນປະໂຫຍດແຮງງານ

ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ.

ກອງປະຊຸມສະມັດຊາໃຫຍ່ ຂອງອົງການແຮງງານສາກົນສະໄໝ 107, ປີ 2018 ໄດ້ໄຂຂຶ້ນ ທີ່ ເມືອງເຊີແນວ, ປະເທດສະວິດເຊີແລນ ລະຫວ່າງວັນທີ 28 ພຶດສະພາ ຫາ 8 ມິຖຸນາ 2018, ໂດຍການ ເປັນປະທານຂອງ ທ່ານ ຊານີ ໂມຣາດ (Samir Murad) ລັດຖະມົນຕີ ກະຊວງແຮງງານ ຂອງປະເທດ ຈໍແດນ, ກອງປະຊຸມສະມັດຊາໃຫຍ່ຂອງອົງການແຮງງານສາກົນ ຕາງໜ້າ ຈາກ ສປປ ລາວ, ໂດຍທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ພ້ອມດ້ວຍຄະນະ ເຂົ້າຮ່ວມ.

ກອງປະຊຸມດັ່ງກ່າວ, ເປັນເວທີປຶກສາຫລື ແລະ ແລກປ່ຽນຄວາມຄິດຄວາມເຫັນຂອງອົງການ ຈັດຕັ້ງສາມຝ່າຍ ເປັນຕົ້ນ ຕາງໜ້າລັດຖະບານ, ຕາງໜ້າຜູ້ໃຊ້ແຮງງານ ແລະ ຕາງໜ້າຜູ້ອອກແຮງງານ ເພື່ອປົກປ້ອງສິດ ແລະ ຜົນປະໂຫຍດຂອງແຮງງານ. ກອງປະຊຸມຄັ້ງນີ້, ມີຄວາມໝາຍສຳຄັນເນື່ອງຈາກ ເປັນປີກະກຽມການສະເຫລີມສະຫລອງ ການສ້າງຕັ້ງອົງການແຮງງານສາກົນຄົບຮອບ 100ປີ (1919-2019) ແລະ ມີບັນດາກອງປະຊຸມປິ່ນອ້ອມທີ່ສໍາຄັນ ເຊັ່ນ: ກອງປະຊຸມສຸດຍອດກ່ຽວກັບວຽກຂອງໂລກ (World of Work Summit), ກອງປະຊຸມຄະນະກຳມະການຈັດຕັ້ງປະຕິບັດ ສົນທິສັນຍາຂອງອົງການແຮງງານສາກົນ, ກອງປະຊຸມລັດຖະມົນຕີແຮງງານອາຊີ-ປາຊິຟິກ, ກອງປະຊຸມລັດຖະມົນຕີແຮງງານ ຂອງບັນດາປະເທດບໍ່ຮ່ວມກຸ່ມ ແລະ ກອງປະຊຸມອື່ນໆ.

ກອງປະຊຸມໄດ້ຄົ້ນຄວ້າບັນດາບັນຫາ ແລະ ຮັບຮອງເອກະທີ່ສຳຄັນ ເປັນຕົ້ນ ແມ່ນບົດລາຍງານການເງິນ, ບົດລາຍງານຄວາມຄືບໜ້າ ການຈັດຕັ້ງປະຕິບັດສົນທິສັນຍາຂອງອົງການແຮງງານສາກົນ, ຮັບຮອງເອົາບົດ ລາຍງານການປຶກສາຫາລືເບື້ອງຕົ້ນ ກ່ຽວກັບປະສິດທິຜົນການພັດທະນາການຮ່ວມມື ຂອງອົງການແຮງງານສາກົນ ເພື່ອສະໜັບສະໜູນ ເປົ້າໝາຍການພັດທະນາແບບຍືນຍົງ, ຍົກເລີກ 6 ສົນທິສັນຍາ ແລະ 3 ຂໍ້ແນະນໍາ ຂອງອົງການແຮງງານສາກົນ. ນອກຈາກນັ້ນ, ຍັງໄດ້ລົງຄະແນນສຽງ ຮັບຮອງເອົານິຕິກຳ ຂອງອົງການແຮງງານສາກົນ ເຊັ່ນ ການໃຊ້ຄວາມຮຸນຕໍ່ແມ່ຍິງ ແລະ ຜູ້ຊາຍໃນສະຖານທີ່ເຮັດວຽກ.

ທ່ານ ຄຳແພງ ໄຊສົມແພງ ກ່າວວ່າ: ສິດທິຂອງແມ່ຍິງໃນສະຖານທີ່ເຮັດວຽກ (Women at Work) ເປັນບັນຫາທີ່ສຳຄັນ ໃນການກະກຽມການສະເຫລີມສະຫລອງ ວັນສ້າງຕັ້ງອົງການແຮງງານສາ ກົນຄົບຮອບ 100 ປີ. ຄຽງຄູ່ກັນນັ້ນ, ທ່ານ ຍັງໄດ້ແຈ້ງໃຫ້ກອງປະຊຸມ ຊາບເຖິງຄວາມເອົາໃຈໃສ່ຂອງລັດຖະບານລາວ ໃນການປົກປ້ອງສິດ ແລະ ຜົນປະໂຫຍດ ຂອງແຮງງານ ໂດຍຈັດຕັ້ງຜັນຂະຫຍາຍ ສົນທິສັນຍາສາກົນທີ່ໄດ້ໃຫ້ສັດຕະຍາບັນ ເຊັ່ນ: ສົນທິສັນຍາວ່າດ້ວຍການລົບລ້າງ ຕໍ່ການຈໍາແນກແມ່ ຍິງທຸກຮູບແບບ (CEDAW) ແລະ ສົນທິສັນຍາ ຂອງ ອົງການແຮງງານສາກົນ ໂດຍກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ເປັນໃຈກາງ ປະສານສົມທົບກັບອົງການຈັດຕັ້ງສາມຝ່າຍ ແລະ ຂະແໜງການທີ່ກ່ຽວຂ້ອງຜັນຂະຫຍາຍເນື້ອໃນ ສົນທິສັນຍາເຫລົ່ານັ້ນມາເປັນກົດໝາຍ ແລະ ລະບຽບການຕ່າງໆ, ແຮງງານເພດຍິງໄດ້ຮັບການປົກປ້ອງ ເພື່ອໃຫ້ມີຄວາມ ສະເໜີພາບ ກັບແຮງງານເພດຊາຍໃນການເຮັດວຽກ, ການໄດ້ຮັບໂອກາດຍົກລະດັບສີມືແຮງງານ, ສະເໜີພາບໃນການຮັບເງິນເດືອນ ແລະ ຄ່າແຮງງານ, ມີສິດທີ່ຈະພັກຜ່ອນໃນເວລາຖືພາ ແລະ ໃນວລາເກີດລູກ ຢ່າງເໝາະສົມ. ນອກ ຈາກນັ້ນ, ຍັງມີໄດ້ກຳນົດໂຄງການ ເຊິ່ງລວມ ຢູ່ໃນແຜນວຽກທີ່ມີຄຸນຄ່າ ແລະ ເປັນທຳ.

ໃນການເຂົ້າຮ່ວມກອງປະຊຸມຄັ້ງນີ້, ຄະນະ​ຜູ້​ແທນ​ລາວ ຍັງໄດ້ພົບປະສອງຝ່າຍກັບ ທ່ານ ນາງ ໂທໂມ ໂກະ ຜູ້ອຳນວຍການຫ້ອງການແຮງງານສາກົນ ປະຈຳພາກພື້ນອາຊີ-ປາຊີຟິກ ເພື່ອເປັນການສົ່ງ ເສີມການຮ່ວມມືສອງຝ່າຍທີ່ດີ ແລະ ສືບຕໍ່ເພີ່ມທະວີການຮ່ວມມື ໂດຍສະເພາະການຈັດຕັ້ງປະຕິບັດແຜນວຽກທີ່ມີຄຸນຄ່າ ແລະ ທໍາສະບັບທີສອງ ຂອງ ສປປ ລາວ. ນອກນັ້ນ, ຍັງໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີ ແຮງງານອາຊຽນ ເພື່ອເປັນການສະແດງເຖິງ ຄວາມສະມັກຄີ ແລະ ສົ່ງເສີມເຊິ່ງກັນ ແລະ ກັນ ຂອງອາຊຽນ ສູ່ເວທີສາກົນ.

(ແຫຼ່ງ​ຂໍ້​ມູນ​: ຂ​ປ​ລ)

ເຫດການ
302 Found

Found

The document has moved here.