ທ່ອງທ່ຽວລາວ ໄດ້ຮັບການພັດທະນາ ແຕ່ບໍ່ທັນຫັນໄປສູ່ອຸດສາຫະກໍາທີ່ແທ້ຈິງ

21:26 | 12/12/2020

ໂດຍປະຕິບັດຕາມຍຸດທະສາດ ພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ ທີ່ຖືເອົາການທ່ອງທ່ຽວ ເປັນຕົວຂັບເຄື່ອນໃຫ້ ເສດຖະກິດ ຂອງຊາດເຕີບໂຕ, ວຽກງານທ່ອງທ່ຽວ ໄດ້ຮັບການສົ່ງເສີມ ແລະ ພັດພັດທະນາ ທາງດ້ານໂຄງລ່າງພື້ນຖານ, ແຫລ່ງທ່ອງທ່ຽວ, ສະຖານທີ່ພັກເຊົາ, ຮ້ານອາຫານ, ຜະລິດຕະພັນການທ່ອງທ່ຽວໃໝ່ ແລະ ການບໍລິການ ໂດຍໄດ້ຮັບທຶນ ຈາກລັດຖະບານ, ເງິນກູ້ຢືມ ແລະ ຊ່ວຍ ເຫລືອລ້າຈາກ ທະນາຄານ ພັດທະນາອາຊີ ໄລຍະ 1 ແລະ 2 ເພື່ອພັດທະນາໂຄ່ງລ່າງພື້ນຖານ ເພື່ອຮັບໃຊ້ການທ່ອງທ່ຽວ, ການຊ່ວຍເຫລືອລ້າ ຈາກປະເທດ ນິວຊິແລນ ແລະ ຄູ່ຮ່ວມພັດທະນາ ອີກຈໍານວນໜຶ່ງ.

ທ ອງທ ຽວລາວ ໄດ ຮ ບການພ ດທະນາ ແຕ ບ ທ ນຫ ນໄປສ ອ ດສາຫະກ າທ ແທ ຈ ງ ເປີດງານ ວາງສະແດງຮູບພາບ 45 ປີແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງ ສປປ ລາວ
ທ ອງທ ຽວລາວ ໄດ ຮ ບການພ ດທະນາ ແຕ ບ ທ ນຫ ນໄປສ ອ ດສາຫະກ າທ ແທ ຈ ງ ບໍ່ມີຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມ ຢູ່ ລາວ
ທ ອງທ ຽວລາວ ໄດ ຮ ບການພ ດທະນາ ແຕ ບ ທ ນຫ ນໄປສ ອ ດສາຫະກ າທ ແທ ຈ ງ
ທ່ອງທ່ຽວລາວ ໄດ້ຮັບການພັດທະນາ ແຕ່ບໍ່ທັນຫັນໄປສູ່ອຸດສາຫະກໍາທີ່ແທ້ຈິງ

ຢ່າງໃດກໍຕາມ ໃນໄລຍະຜ່ານມາ ການທ່ອງທ່ຽວຂອງລາວ ຍັງບໍ່ທັນຫັນໄປສູ່ ອຸດສາຫະກໍາທີ່ແທ້ຈິງ ແລະ ພື້ນຖານໂຄງລ່າງຍັງຈໍາກັດ ເນື່ອງຈາກເສັ້ນທາງ ເຂົ້າເຖິງແຫລ່ງທ່ອງທ່ຽວ ຢູ່ເຂດຫ່າງໄກຫລາຍແຫ່ງ ຍັງພົບຄວາມຫຍຸ້ງຍາກ, ບໍ່ໄດ້ຕາມມາດຕະຖານ, ເສັ້ນທາງເຊື່ອມຕໍ່ທາງບົກ ແລະ ທາງອາກາດ ໄປສູ່ຕະຫລາດເປົ້າໝາຍ ທາງໄກຍັງມີໜ້ອຍ; ການໂຄສະນາການທ່ອງທ່ຽວ ບໍ່ທັນມີຄຸນນະພາບສູງ, ຍັງບໍ່ທັນເຂົ້າເຖິງ ທຸກຕະຫລາດເປົ້າໝາຍ, ຮູບການໂຄສະນາ ບໍ່ທັນດຶງດູດປະທັບໃຈ ແລະ ການຄຸ້ມຄອງການ ທ່ອງທ່ຽວຍັງຂາດ ປະສິດທິພາບ.

ທ່ານ ກິແກ້ວ ໄຂຄໍາພິທູນ ລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ລາຍງານໃນກອງປະຊຸມ ໃຫຍ່ອົງຄະນະພັກກະຊວງ ຖວທ ຄັ້ງທີ V ໃນວັນທີ 10 ທັນວາ 2020 ທີ່ຫໍວັດທະນະທຳແຫ່ງຊາດ ຜ່ານມານີ້ວ່າ: ໃນ 5 ປີຜ່ານມາ ໄດ້ມີນັກ ທ່ອງທ່ຽວສາກົນ ເຂົ້າມາປະ ເທດເຮົາ 21.769.811 ເທື່ອຄົນ, ສະເລ່ຍ(2015-2019) ເພີ່ມຂຶ້ນ 0,56%, ການພັກເຊົາສະເລ່ຍ 8 ວັນຕໍ່ຄົນ ແລະ 7,5% ສໍາລັບລາຍຮັບ ແຕ່ຍັງຫລຸດຄາດໝາຍ, ທຽບໃສ່ 5 ປີກ່ອນ ຍັງເຫັນວ່າ ນັກທ່ອງທ່ຽວເພີ່ມຂຶ້ນ 17,7%, ລາຍຮັບເພີ່ມຂຶ້ນ 41,7 %. ຂະນະທີ່ຈໍານວນ ແຫລ່ງທ່ອງທ່ຽວ ເພີ່ມຂຶ້ນ 1,1% ໃນນັ້ນ ຊຶ່ງແຫລ່ງທ່ອງທ່ຽວ ທໍາມະຊາດກວມ 59,8%, ແຫລ່ງທ່ອງທ່ຽວ ວັດທະນະທໍາກວມ 26,9% ແລະ ແຫລ່ງທ່ອງທ່ຽວ ປະຫວັດສາດກວມ 13,4%; ທຽບໃສ່ 5 ປີກ່ອນ ເພີ່ມຂຶ້ນ 12,4%; ໂຮງແຮມເພີ່ມຂຶ້ນ 4%, ເຮືອນພັກ ແລະ ຣີສອດ ເພີ່ມຂຶ້ນ 3,6%, ບໍລິສັດທ່ອງທ່ຽວ ເພີ່ມຂຶ້ນ 9,1%, ກົງກັນຂ້າມ ສາຂາບໍລິສັດທ່ອງທ່ຽວ ຫລຸດລົງ -8,3% ແລະ ສະຖານທີ່ບັນເທິງ ຫລຸດລົງ -9,4%. ໃນໄລຍະການແຜ່ລະບາດ ພະຍາດໂຄວິດ-19, ນັບແຕ່ເດືອນ 1-9 ປີ 2020 ມີນັກທ່ອງທ່ຽວເຂົ້າມາຢ້ຽມຢາມ ສປປ ລາວ ພຽງ 18% ຂອງຕົວເລກຄາດຄະເນໝົດປີ ແລະ ຄ່ອຍໆໜ້ອຍລົງ ໂດຍສະເລ່ຍຫລຸດລົງ -15,61% ແລະ ທຽບໃສ່ກັບ 9 ເດືອນ ປີ 2019 ໄລຍະດຽວກັນ ມີອັດຕາຫລຸດລົງ -74%.

ທ່ານ ກິແກ້ວ ໄຂຄຳພິທູນ ກ່າວຕື່ມວ່າ: ເພື່ອເຮັດສໍາເລັດໜ້າທີ່ ທີ່ພັກ-ລັດມອບໝາຍໃຫ້ ກະຊວງ ຖວທ ໄດ້ມີທິດທາງລວມ ແລະ ຄາດໝາຍ ສູ້ຊົນຕົ້ນຕໍ ຂອງວຽກງານ ການພັດທະນາ ການທ່ອງ ທ່ຽວໃຫ້ຍືນຍົງ ຕາມທິດທ່ອງທ່ຽວ ທາງດ້ານທໍາມະຊາດ, ວັດທະນະທໍາ ຮີດຄອງປະເພ ນີອັນດີງາມ ຂອງຊາດຂອງເຜົ່າ, ປະຫວັດສາດ ແລະ ກະສິກໍາ ໃນຊຸມປີຕໍ່ໜ້າ; ຖວທ ຈະພະຍາຍາມຫັນ ການທ່ອງທ່ຽວ ເປັນອຸດສາຫະກໍາ ເທື່ອລະກ້າວ ແລະ ເພີ່ມທະວີການຄຸ້ມຄອງທ່ອງທ່ຽວ ຕາມລະບຽບກົດໝາຍ ໃຫ້ເຂັ້ມງວດ, ສ້າງແຫລ່ງທ່ອງທ່ຽວ ແລະ ຜະລິດຕະພັນ ການທ່ອງທ່ຽວ ໃຫ້ມີຄຸນນະພາບ, ມີຄວາມຫລາກຫລາຍໄດ້ຕາມມາດຕະຖານ, ມີເອກະລັກ ແລະ ມີຈຸດສຸມ ຕາມທ່າແຮງ ເງື່ອນໄຂຕົວຈິງ ແລະ ຕາມທິດສີຂຽວຍືນຍົງ; ສົ່ງເສີມໃຫ້ຄົນລາວຫັນມາສູ່ “ລາວທ່ຽວລາວ”, ໃຊ້ຈ່າຍພາຍໃນລາວ, ກະຈາຍລາຍ ໄດ້ສູ່ທ້ອງຖິ່ນ ຫລາຍຂຶ້ນ ໄປຄຽງຄູ່ກັບ ການໂຄສະນາລາວ ເພື່ອດຶງດູດນັກທ່ອງທ່ຽວ ຈາກຕ່າງປະເທດ ໃຫ້ຫລາຍຂຶ້ນ; ຍົກລະດັບສີມື ແລະ ຄຸນນະພາບ ການບໍລິການດ້ານ ການທ່ອງທ່ຽວໃຫ້ສູງຂຶ້ນ ໄດ້ມາດຕະຖານ ຕາມຄວາມຕ້ອງການ ຂອງຕະຫລາດ; ປັບປຸງການບໍລິການ ສະໜອງຂໍ້ມູນຂ່າວສານ ໃນຂອບເຂດ ທົ່ວປະເທດໃຫ້ດີຂຶ້ນ; ຊຸກຍູ້ຮູບແບບການຮ່ວມມື ລະຫວ່າງ ພາກລັດ-ເອກະຊົນ ເພື່ອພັດທະນາການທ່ອງທ່ຽວ ຕິດພັນກັບການມີ ສ່ວນຮ່ວມຂອງປະຊາຊົນ; ສ້າງໃຫ້ໄດ້ບຸກຄະລາກອນ ທີ່ມີຄວາມຮູ້ຄວາມສາມາດ ດ້ານການນໍາທ່ຽວ, ການບໍລິຫານຈັດການ, ການບໍລິການໃນທຸກ ຕໍາແໜ່ງທັງປະລິມານ ແລະ ຄຸນນະພາບ; ຮັບປະກັນຄວາມປອດໄພ ໃຫ້ແກ່ນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ.

ທ ອງທ ຽວລາວ ໄດ ຮ ບການພ ດທະນາ ແຕ ບ ທ ນຫ ນໄປສ ອ ດສາຫະກ າທ ແທ ຈ ງ ​ແຜນ​ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ລວມ ຂອງ 3 ປະ​ເທດ ຫວຽດ​ນາມ, ລາວ, ກຳ​ປູ​ເຈຍ

ຍ​ສ​ໝ - ແຜນການນີ້ແມ່ນເອກະສານຍຸດທະສາດຂອງເຂດ ທີ່ກ່ຽວຂ້ອງເຖິງການພັດທະນາການທ່ອງທ່ຽວຢູ່ 13 ແຂວງ ໃນເຂດສາມລຽມພັດທະນາ CLV, ລວມມີ 4 ແຂວງຂອງກຳປູເຈຍ, 4 ແຂວງຂອງລາວ ແລະ 5 ແຂວງຂອງຫວຽດນາມ.

ທ ອງທ ຽວລາວ ໄດ ຮ ບການພ ດທະນາ ແຕ ບ ທ ນຫ ນໄປສ ອ ດສາຫະກ າທ ແທ ຈ ງ ຊຸກຍູ້ການຮັດແໜ້ນສາຍພົວພັນຫລາຍດ້ານ ລະຫວ່າງລາວ - ສິງກະໂປ

ໃນວັນທີ 9 ທັນວາ 2020 ທີ່ຫ້ອງວ່າການແຂວງຈຳປາສັກ, ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບ ທ່ານ Ms Leow Siu Lin ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ສິງກະໂປ ປະຈຳ ສປປ ລາວ ພ້ອມຄະນະ, ໃນໂອກາດມາເຄື່ອນໄຫວ ...

ທ ອງທ ຽວລາວ ໄດ ຮ ບການພ ດທະນາ ແຕ ບ ທ ນຫ ນໄປສ ອ ດສາຫະກ າທ ແທ ຈ ງ ລາວ-ຈີນ ເພີ່ມຄວາມເຂັ້ມແຂງວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຕາມຊາຍແດນລໍາແມ່ນໍ້າຂອງຕອນເໜືອ

ໃນວັນທີ 09 ທັນວາ 2020 ທີ່ທ່າເຮືອກອງຮ້ອຍທະຫານຊາຍແດນ 122, ໄດ້ຈັດຕັ້ງພິທີຕ້ອນຮັບ ສະຫາຍ ທ່ານ ພົນຕີ ຢວນຮ້າຜິງ ຫົວໜ້າກອງບັນ ຊາການໃຫຍ່ຕໍາຫຼວດລາດຕາເວນທາງນ້ຳແຂວງ ຢູນນານ ສປ ຈີນ ພ້ອມຄະ ນະ ເຂົ້າຮ່ວມຊົມການສະແດງຫັດແອບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຕາມຊາຍແດນ ລໍາແມ່ນໍ້າຂອງຕອນເໜືອ ຮ່ວມມືລາວ-ຈີນ ກອງຮ້ອຍທະຫານຊາຍແດນ 122 ດ່ານບ້ານມອມ ເມືອງຕົ້ນເຜິ້ງ ...

kpl.gov.la

ເຫດການ
302 Found

Found

The document has moved here.