ລາວ-ຈີນ ເພີ່ມຄວາມເຂັ້ມແຂງວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຕາມຊາຍແດນລໍາແມ່ນໍ້າຂອງຕອນເໜືອ

11:05 | 11/12/2020

ໃນວັນທີ 09 ທັນວາ 2020 ທີ່ທ່າເຮືອກອງຮ້ອຍທະຫານຊາຍແດນ 122, ໄດ້ຈັດຕັ້ງພິທີຕ້ອນຮັບ ສະຫາຍ ທ່ານ ພົນຕີ ຢວນຮ້າຜິງ ຫົວໜ້າກອງບັນ ຊາການໃຫຍ່ຕໍາຫຼວດລາດຕາເວນທາງນ້ຳແຂວງ ຢູນນານ ສປ ຈີນ ພ້ອມຄະ ນະ ເຂົ້າຮ່ວມຊົມການສະແດງຫັດແອບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຕາມຊາຍແດນ ລໍາແມ່ນໍ້າຂອງຕອນເໜືອ ຮ່ວມມືລາວ-ຈີນ ກອງຮ້ອຍທະຫານຊາຍແດນ 122 ດ່ານບ້ານມອມ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ.

ລາວ ຈ ນ ເພ ມຄວາມເຂ ມແຂງວຽກງານປ ອງກ ນຊາດ ປ ອງກ ນຄວາມສະຫງ ບ ຕາມຊາຍແດນລ າແມ ນ າຂອງຕອນເໜ ອ ການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະຊາຍແດນ ລະຫວ່າງ ຫວຽດນາມ ແລະ ລາວ
ລາວ ຈ ນ ເພ ມຄວາມເຂ ມແຂງວຽກງານປ ອງກ ນຊາດ ປ ອງກ ນຄວາມສະຫງ ບ ຕາມຊາຍແດນລ າແມ ນ າຂອງຕອນເໜ ອ ປະທານຄະນະ ກຳມະການປະຊາຊົນແຂວງນາມດິ້ງ ຕ້ອນຮັບຄະນະຜູ້ແທນ ພະແນກ ປ້ອງກັນຄວາມສະຫງົບ ແຂວງອຸດົມໄຊ ສປປ ລາວ

ພິທີຕ້ອນຮັບດັ່ງກ່າວ ໄດ້ຈັດຕັ້ງໂດຍການຕ້ອນຮັບຂອງ ສະຫາຍ ພັນເອກວິດອນ ພຸດດາວົງ - ຫົວໜ້າການທະຫານກອງບັນຊາການທະຫານແຂວງບໍ່ແກ້ວ, ມີຄະນະປະຈໍາພັກກອງບັນຊາການ, ຄະນະພັກ - ຄະນະບັນ ຊາ, ແຂກຮັບເຊີນຈາກພະແນກການອ້ອມຂ້າງແຂວງ, ນາຍ ແລະ ພົນທະຫານຝ່າຍລາວ, ນາຍ ແລະ ພົນຕຳຫຼວດຝ່າຍຈີນ ເຂົ້າຮ່ວມ.

ຈາກນັ້ນ ໄດ້ພ້ອມກັນຢ້ຽມຊົມສະຖານທີ່ເຮືອນນອນ, ບ່ອນເຮັດວຽກ, ສະຖານທີ່ຮັບປະທານອາການສ່ວນຄົວ ແລະ ສະຖານທີ່ອື່ນໆ ທີ່ໄດ້ຮັບການທຶນຊ່ວຍເຫຼືອຈາກ ສປ ຈີນ ແລະ ຮ່ວມຮັບຊົມການສະແດງຂອງກອງຮ້ອຍທະຫານຊາຍແດນ 122 ຮ່ວມກັບຕຳຫຼວດປ້ອງການຊາຍແດນທາງນ້ຳແຂວງ ຢູນນານ ສປ ຈີນ ໂດຍມີ ສະຫາຍ ເພັງສອນ ແກ້ວວິໄລ ຮອງເລຂາພັກແຂວງ, ມີການນຳແຂວງ, ລາຍການສະແດງໃນຄັ້ງນີ້ລວມມີ 05 ລາຍ ການສະແດງຄື: ການຫັດກາຍມວຍ 16 ຈັງຫວະສະແດງຮ່ວມ ລາວ-ຈີນ, ມວຍທະຫານຊາຍແດນ 38 ຈັງຫວະ ສະແດງໂດຍກອງ ຮ້ອຍທະຫານຊາຍ ແດນ 122, ຫັດກາຍມວຍແທ່ງກະບີ່ 14 ຈັງຫວະສະແດງຮ່ວມລາວ-ຈີນ, ຕັ້ງດ່ານກວດກາລຽບຕາມເສັ້ນທາງຂອບເຂດຊາຍແດນສະແດງຮ່ວມລາວ - ຈີນ, ການປ້ອງກັນປະຕູໂຂງ ແລະ ຕ້ານພາກສ່ວນກໍ່ຄວາມບໍ່ສະຫງົບສະ ແດງຮ່ວມລາວ-ຈີນ.

ລາວ ຈ ນ ເພ ມຄວາມເຂ ມແຂງວຽກງານປ ອງກ ນຊາດ ປ ອງກ ນຄວາມສະຫງ ບ ຕາມຊາຍແດນລ າແມ ນ າຂອງຕອນເໜ ອ
ລາວ-ຈີນ ເພີ່ມຄວາມເຂັ້ມແຂງວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຕາມຊາຍແດນລໍາແມ່ນໍ້າຂອງຕອນເໜືອ. (ພາບ: kongthap.la)

ນີ້ກໍ່ເພື່ອປະຕິບັດກົດໝາຍຮ່ວມລາດຕະເວນລາວ-ຈີນ ຄົບຮອບ 9 ປີ ຄັ້ງທີ່ 100. ກອງຮ້ອຍທະຫານຊາຍແດນ 122 ຮ່ວມກັບຕຳຫຼວດປ້ອງການຊາຍແດນທາງນ້ຳ ແຂວງຢູນນານ ສປ ຈີນ ໃນການສະກັກກັ້ນປະກົດການຫຍໍ້ທໍ້ຕາມຊາຍແດນທາງບົກ ແລະ ທາງນໍ້າ, ແມ່ນໍ້າລ້ານຊ້າງ, ແນໃສ່ເຮັດເຂດຊາຍແດນ 4 ປະເທດ ລາວ,ໄທ,ຈີນ ແລະ ມຽນມາ ມີຄວາມເປັນລະບຽບຮຽບຮ້ອຍ ແລະ ມີຄວາມສະຫງົບໂດຍພື້ນຖານ, ສະ ຫາຍ ພັນເອກ ບຸນມີ ພາມີໄຊ ຄະນະປະຈຳພັກແຂວງ ຫົວໜ້າການເມືອງກອງບັນຊາການທະຫານແຂວງ ບໍ່ແກ້ວ ໄດ້ສະແດງຄວາມຮູ້ບຸນຄຸນນ້ອງຍໍຊົມເຊີຍທີ່ກອງທັບ ສປ ຈີນ ອ້າຍນ້ອງທີ່ຄ່ຽງບາຄ່ຽງໄຫຼ່ໃຫ້ການສະໜັບ ສະ ໜູນໃຫ້ການຊ່ວຍເຫຼືອກອງທັບ ສ ປປ ລາວ ຕະຫຼອດມາ ຈົນບໍ່ສາມາດຕີເປັນມູນຄ່າໄດ້ ແລະ ຫວັງວ່າພວກເຮົາຈະສືບຕໍ່ຮັກສາມູນເຊື້ອໃນການຮ່ວມມືຮອບດ້ານໄວ້ສືບຕໍ່ໄປ.

ສະຫາຍ ທ່ານ ພົນຕີ ຢວນຮ້າຜິງ ຫົວໜ້າກອງບັນຊາການໃຫຍ່ຕໍາຫຼວດລາດຕາເວນທາງນ້ຳແຂວງ ຢູນນານ ສປ ຈີນ ກ່າວວ່າ: ພວກເຮົາພ້ອມແລ້ວທີ່ຈະໃຫ້ການສະໜັບສະໜູນຮ່ວມມືກັບກອງທັບ ສປປ ລາວ ໃນການໃນການປົກປັກຮັກສາເຂດນໍ້າແດນດິນໃຫ້ມີຄວາມສະຫງົບ ເຮັດໃຫ້ປະຊາຊົນບັນດາເຜົ່າທຳມາຫາກິນດ້ວຍຄວາມສະດວກສະບາຍ ພ້ອມກັນສ້າງສາພັດທະນາປະເທດຊາດນັບມື້ຈະເລີນຮຸ່ງເຮືອງສີວິໄລຢ່າງບໍ່ຢຸດຢັ້ງ.

ລາວ ຈ ນ ເພ ມຄວາມເຂ ມແຂງວຽກງານປ ອງກ ນຊາດ ປ ອງກ ນຄວາມສະຫງ ບ ຕາມຊາຍແດນລ າແມ ນ າຂອງຕອນເໜ ອ ນັກຖ່າຍຮູບ 745 ຄົນ ໄດ້ເຂົ້າຮ່ວມການເສັງຮູບຖ່າຍ "ຄວາມພາກພູມໃຈໃນເຂດຊາຍແດນ"

ຍສໝ - ໃນວັນທີ 7 ທັນວາ, ຄະນະໂຄສະນາສຶກສາສູນກາງ ໄດ້ກຳກັບບັນຊາ ແລະ ປະສານງານກັບກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ; ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ; ສະມາຄົມນັກຖ່າຍຮູບຫວຽດນາມ ໃນການຈັດຕັ້ງມອບລາງວັນ ແລະ ງານວາງສະແດງການເສັງ ຮູບພາບສິລະປະ ດ້ວຍຫົວຂໍ້ ຄວາມພາກພູມໃຈໃນເຂດຊາຍແດນ".

ລາວ ຈ ນ ເພ ມຄວາມເຂ ມແຂງວຽກງານປ ອງກ ນຊາດ ປ ອງກ ນຄວາມສະຫງ ບ ຕາມຊາຍແດນລ າແມ ນ າຂອງຕອນເໜ ອ ທົບທວນການຈັດຕັ້ງປະຕິບັດ ສັນຍາວ່າດ້ວຍລະບຽບ ການຄຸ້ມຄອງ ຊາຍແດນ ແລະ ດ່ານຊາຍແດນ ລະຫວ່າງ ຫວຽດນາມ ແລະ ລາວ

ຍສໝ - ວັນທີ 30 ພະຈິກ, ທີ່ນະຄອນຫຼວງວຽງຈັນ, ສປປ.ລາວ, ກອງປະຊຸມສາມັນປະຈຳປີ ຄັ້ງທີ 30 ໄດ້ຈັດຂຶ້ນເພື່ອທົບທວນຄືນ ການຈັດຕັ້ງປະຕິບັດ ສັນຍາ ວ່າດ້ວຍລະບຽບ ການຄຸ້ມຄອງຊາຍແດນ ແລະ ດ່ານຊາຍແດນປະເທດ ລາວ-ຫວຽດນາມ ປີ 2016 ແລະ ບົດບັນທຶກກອງປະຊຸມຄະນະ ຜູ້ແທນຊາຍແດນ ລາວ-ຫວຽດນາມ ຄັ້ງທີ ...

ລາວ ຈ ນ ເພ ມຄວາມເຂ ມແຂງວຽກງານປ ອງກ ນຊາດ ປ ອງກ ນຄວາມສະຫງ ບ ຕາມຊາຍແດນລ າແມ ນ າຂອງຕອນເໜ ອ ຢ້ຽມຢາມຖາມຂ່າວ ແລະມອບຂອງຂວັນໃຫ້ແກ່ປະຊາຊົນບັນດາຕາແສງເລ່ຍ, ເມືອງເຮືອງຮວາ, ແຂວງກວາງຈິ ສສ.ຫວຽດນາມ ແລະປະຊາຊົນ, ກໍາລັງປ້ອງກັນຊາຍແດນ ສປປ.ລາວ

ຍສໝ - ຄະນະກຸສົນຂອງສູນກາງສະມາຄົມພຸດທະສາສະໜາຫວຽດນາມ ແລະສະມາຄົມກຸສົນ “ແບ່ງປັນ-Sharing” ໄດ້ມອບຂອງຂວັນ 2.000 ພູດໃຫ້ແກ່ເດັກນ້ອຍທີ່ຮຽນຢູ່ໂຮງຮຽນອະນຸບານ; ມອບຂອງຂວັນຈຳນວນ 4.000 ພູດ ໃຫ້ແກ່ຄອບຄົວທຸກຍາກ ແລະໃກ້ຈະທຸກຍາກໃນ 7 ຕາແສງ ຢູ່ ເຂດເລ່ຍ, ແຂວງກວາງຈິ ແລະປະຊາຊົນ 10 ບ້ານ ຢູ່ ລຽບຕາມຊາຍແດນຂອງເມືອງສະໝ້ວຍ, ແຂວງສາລະວັນ ແລະເມືອງນອງ, ແຂວງສະຫວັນນະເຂດ ສປປ.ລາວ.

kpl.gov.la

ເຫດການ
302 Found

Found

The document has moved here.