ຊຸກຍູ້ການຮັດແໜ້ນສາຍພົວພັນຫລາຍດ້ານ ລະຫວ່າງລາວ - ສິງກະໂປ

11:07 | 11/12/2020

ໃນວັນທີ 9 ທັນວາ 2020 ທີ່ຫ້ອງວ່າການແຂວງຈຳປາສັກ, ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບ ທ່ານ Ms Leow Siu Lin ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ສິງກະໂປ ປະຈຳ ສປປ ລາວ ພ້ອມຄະນະ, ໃນໂອກາດມາເຄື່ອນໄຫວ ຢ້ຽມຢາມ ແຂວງຈຳປາສັກ.

ຊ ກຍ ການຮ ດແໜ ນສາຍພ ວພ ນຫລາຍດ ານ ລະຫວ າງລາວ ສ ງກະໂປ ເຂດອະນຸສອນ​ສະຖານ​ປະທານ​ໂຮ່ຈີ​ມິນ​ຢູ່ ຄໍາມ່ວນ: ບ່ອ​ນສ້າງສາ​ຍສໍາພັນຄວາມ​ສາມັກ​ຄີ ລະຫວ່າງລາວ - ຫວຽດນາມ
ຊ ກຍ ການຮ ດແໜ ນສາຍພ ວພ ນຫລາຍດ ານ ລະຫວ າງລາວ ສ ງກະໂປ ກອງປະຊຸມກ່ຽວກັບເສລີພາບໃນການເຊື່ອຖື ແລະ ສາສະໜາ ລະຫວ່າງລາວ - ຫວຽດນາມ

ໃນໂອກາດດັ່ງກ່າວ, ທ່ານ ນາງ Leow Siu Lin ໄດ້ຍົກໃຫ້ເຫັນສາຍພົວພັນການທູດ, ການຮ່ວມມືຊ່ວຍເຫລືອ ຂອງສາທາລະນະລັດ ສິງກະໂປ ກັບ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທີ່ເປັນຄູ່ຮ່ວມມືທີ່ດີ, ເຊິ່ງໄດ້ມີການຮ່ວມມືໃນຫລາຍຂົງເຂດ ເຊັ່ນ: ການຢ້ຽມຢາມຂອງ ການນຳພັກ-ລັດ ສອງປະເທດ, ການຮ່ວມມືທາງ ດ້ານການຄ້າ ການລົງທຶນ ແລະ ສະເພາະ ດ້ານການສຶກສາ ນັບແຕ່ປີ 2015 ເປັນຕົ້ນມາ, ສິງກະໂປ ໄດ້ຈັດຫລັກສູດ ຝຶກອົບຮົມພາສາອັງກິດ ໃຫ້ແກ່ການນຳຂັ້ນສູງຂອງ ລາວ ແລະ ຈັດທຶນຝຶກອົບຮົມ ໃຫ້ແພະນັກງານ ໃນສາຂາຕ່າງໆຫລາຍກວ່າ 100 ທຶນ ແລະ ດ້ານອາສາສະໝັກ ນັບແຕ່ ປີ 2015 ຫາ 2019 ໄດ້ມີອາສາສະໝັກສິງກະໂປ ມາຊ່ວຍເຫລືອ ວຽກຊຸມຊົນ, ສ້າງໂຮງຮຽນ ແລະ ກິດຈະກຳສອນພາສາອັງກິດ ໃຫ້ນັກຮຽນ, ຄູ-ອາຈານ.

ຊ ກຍ ການຮ ດແໜ ນສາຍພ ວພ ນຫລາຍດ ານ ລະຫວ າງລາວ ສ ງກະໂປ
ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ ແລະ ທ່ານ Ms Leow Siu Lin ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ສິງກະໂປ. (ພາບ: KPL)

ໂອກາດນີ້, ທ່ານ ວິໄລວົງ ບຸດດາຄຳ ໄດ້ກ້າວຕ້ອນຮັບ ແລະ ສະແດງຄວາມຂອບໃຈ ຕໍ່ ສາຍພົວພັນການທູດ, ການຮ່ວມມື ແລະ ການຊ່ວຍເຫລືອ ຂອງລັດຖະບານ ສິງກະໂປ ຕໍ່ການສ້າງສາພັດທະນາ ປະເທດລາວ ເວົ້າລວມ, ເວົ້າສະເພາະ ຕໍ່ການພັດທະນາແຂວງຈຳປາສັກ, ເຊິ່ງໄລຍະຜ່ານມາ ສອງປະເທດ ໄດ້ມີການການຮ່ວມມື ແລະ ຊ່ວຍເຫລືອໃນຫລາຍດ້ານ, ໂດຍສະເພາະ ແຂວງຈຳ ປາສັກ ແມ່ນໄດ້ຮັບການຊ່ວຍເຫລືອ ໃນຫລາຍຂະແໜງການ ເຊັ່ນ: ຂະແໜງການສຶກສາ, ສາທາລະ ນະສຸກ ແລະ ຂະແໜງກະສິກຳ ເປັນຕົ້ນແມ່ນ ໂຄງການກໍ່ສ້າງໂຮງຮຽນ ມູນຄ່າ 96.000 ໂດລາສະ ຫະລັດ, ໂຄງການພັດທະນາ ພື້ນຖານໂຄງລ່າງ, ສະໜອງອຸປະກອນຮັບໃຊ້ ແລະ ພັດທະນາບຸຄະລາກອນໃນຂະແໜງສາທາລະນະສຸກ ໃຫ້ແກ່ໂຮງໝໍນ້ອຍ ຢູ່ ແຂວງຈຳປາສັກ ແມ່ນໄດ້ຮັບທຶນມູນຄ່າ 966.666 ໂດລາສະຫະລັດ ແລະ ອື່ນໆ.

ພ້ອມນີ້, ທ່ານ ວິໄລວົງ ບຸດດາຄຳ ຍັງໄດ້ມີຄຳເຫັນສະເໜີຕໍ່ ທ່ານເອກອັກຄະລັດຖະທູດ ສິງ ກະໂປ ຊ່ວຍພິຈາລະນາ ສືບຕໍ່ໃຫ້ການຊ່ວຍເຫລືອ ໂດຍສະເພາະ ການຈັດຫລັກສູດ ຝຶກອົບຮົມ ເພື່ອຍົກລະດັບຄວາມຮູ້ດ້ານພາສາອັງກິດ ໃຫ້ແກ່ພະນັກງານການນຳ ແຂວງຈຳປາສັກ ເພື່ອການພັດທະນາແບບຍືນຍົງ ການພົວພັນຮ່ວມມືສາກົນ, ພິຈາລະນາ ສະໜອງທຶນໄລຍະສັ້ນ ແລະ ໄລຍະຍາວ ໃຫ້ແກ່ນັກສຶກສາ, ຄູ-ອາຈານ ທີ່ເປັນວຽກງານບໍລິຫານຈັດການ ການສຶກສາ ແລະ ຂະແໜງການຄ້າ ການລົງທຶນ ແມ່ນສະເໜີ ລັດຖະບານ ສິງກະໂປ ຊ່ວຍຊຸກຍູ້ນັກລົງທຶນສິງກະໂປ ໃຫ້ເຂົ້າມາລົງທຶນ ຢູ່ແຂວງຈຳປາສັກ ໃຫ້ຫລາຍຂຶ້ນ.

ຊ ກຍ ການຮ ດແໜ ນສາຍພ ວພ ນຫລາຍດ ານ ລະຫວ າງລາວ ສ ງກະໂປ ຫວຽດ​ນາມ ເພີ່ມທະວີການພົວພັນດ້ານປ້ອງກັນຊາດກັບ ສິງກະໂປ

ຍ​ສ​ໝ - ທີ່ກອງ​ປະ​ຊຸມ​ເຈ​ລະ​ຈາ​ນະ​ໂຍ​ບາຍ​ການ​ປ້ອງ​ກັນ​ຊາດ​ຂັ້ນ​ຮອງ​ລັດ​ຖະ​ມົນ​ຕີ ລະ​ຫ​ວ່າງ ສິງ​ກະ​ໂປ ແລະ ຫວຽດ​ນາມ , ສອງຝ່າຍໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການຮັກສາ ຄວາມໝັ້ນຄົງ, ສິດເສລີໃນ, ການເດີນເຮືອການບິນ, ການແກ້ໄຂບັນດາບັນຫາຂັດແຍ້ງກັນໂດຍສັນຕິວິທີ, ບົນພື້ນຖານກົດໝາຍສາກົນ, ໃນນັ້ນມີສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982 (UNCLOS 1982) ແລະ ບັນດາຄຳໝັ້ນສັນຍາໃນພາກພື້ນ.

ຊ ກຍ ການຮ ດແໜ ນສາຍພ ວພ ນຫລາຍດ ານ ລະຫວ າງລາວ ສ ງກະໂປ ປະຊາຄົມຊາວຫວຽດນາມຢູ່ສິງກະໂປ, ໄທ ແລະ ສາທາລະນະລັດເຊັກ ມຸ່ງໄປເຖິງປະຊາຊົນເຂດພາກກາງ

ຍສໝ - ເມື່ອບໍ່ດົນມານີ້, ຊຸມຊົນຊາວຫວຽດນາມ ຢູ່ສິງກະໂປ, ໄທ ແລະ ສາທາລະນະລັດເຊັກ ໄດ້ມີຫຼາຍກິດຈະກຳທີ່ມີຄວາມໝາຍ ແລະ ແທດຈິງເພື່ອໜູນຊ່ວຍປະຊາຊົນຢູ່ພາກກາງຫວຽດນາມ ທີ່ຖືກຮັບຜົນສະທ້ອນຈາກໄພນ້ຳຖ້ວມ.

ຊ ກຍ ການຮ ດແໜ ນສາຍພ ວພ ນຫລາຍດ ານ ລະຫວ າງລາວ ສ ງກະໂປ ການນຳປະເທດຈີນ ແລະ ສິງກະໂປ ໄດ້ສົ່ງໂທລະເລກຖາມຂ່າວກ່ຽວກັບສະຖານະການພາຍຸຢູ່ພາກກາງຫວຽດນາມ

ຍສໝ - ໂດຍໄດ້ຮັບຂ່າວບັນດາແຂວງພາກກາງຫວຽດນາມ ຖືກຮັບຜົນສະທ້ອນຢ່າງໜັກໜວ່ງເນື່ອງຈາກພາຍຸ, ການນຳ ປະເທດຈີນ ແລະ ສິງກະໂປ ໄດ້ສົ່ງໂທລະເລກຖາມຂ່າວມາຍັງບັນດາການນຳປະເທດຫວຽດນາມ.

kpl.gov.la

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.