ບໍ່ມີຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມ ຢູ່ ລາວ

17:12 | 11/12/2020

ໃນວັນທີ 11 ທັນວາ 2020 ກະຊວງສາທາລະນະສຸກ ຢືນຢັນວ່າ: ສປປ ລາວ ບໍ່ມີຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມ ເຖິງຢ່າງໃດກໍຕາມ ຕົວເລກສະສົມຂອງ ຜູ້ຕິດເຊື້ອໂຄວິດ-19 ໃນທົ່ວໂລກ ແມ່ນສູງກວ່າ 70 ລ້ານກວ່າຄົນແລ້ວ, ຍອດຜູ້ເສຍຊີວິດສູງກວ່າ 1,5 ລ້ານກວ່າຄົນ ແລະ ຍັງສືບຕໍ່ມີການຕິດເຊື້ອໃໝ່ ແລະ ເສຍຊີວິດເພີ່ມຂຶ້ນ ໃນແຕ່ລະວັນ, ສະພາບດັ່ງກ່າວ  ສົ່ງຜົນກະທົບອັນໃຫຍ່ຫລວງ ທັງທາງກົງ ແລະ ທາງອ້ອມ ຕໍ່ທາງດ້ານເສດຖະກິດ ແລະ ການດຳລົງຊີວິດ ປະຈຳວັນຂອງປວງຊົນ ໃນທົ່ວໂລກ.

ບ ມ ຜ ຕ ດເຊ ອພະຍາດໂຄວ ດ 19 ເພ ມ ຢ ລາວ ລາວ ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ 2 ຄົນ
ບ ມ ຜ ຕ ດເຊ ອພະຍາດໂຄວ ດ 19 ເພ ມ ຢ ລາວ ລາວ: ບໍ່ມີຄົນຕິດເຊື້ອໂຄວິດ-19 ເພີ່ມ
ບ ມ ຜ ຕ ດເຊ ອພະຍາດໂຄວ ດ 19 ເພ ມ ຢ ລາວ
ພາບປະກອບ

ບັນຫາສຳຄັນແມ່ນ ບັນດາປະເທດເພື່ອນບ້ານ ກຳລັງມີການລະບາດ ພາຍໃນຊຸມຊົນ ແລະ ຂະຫຍາຍເປັນວົງກວ້າງ ສະເພາະການ ແຜ່ລະບາດໃນມ້ຽນມາ ແມ່ນໜ້າເປັນຫ່ວງຫລາຍ ມີຕົວເລກຜູ້ ຕິດເຊື້ອສະສົມສູງເຖິງ 1 ແສນກວ່າຄົນ ແລະ ເປັນອັນດັບທີ 3 ຂອງບັນດາກຸ່ມປະເທດ ໃນອາຊຽນ ເປັນຜົນມາຈາກ ປະຊາຊົນບໍ່ປະຕິບັດ ມາດຕະການ ປ້ອງກັນການຕິດເຊື້ອ ຢ່າງເຂັ້ມງວດ; ສະເພາະ ສປປ ລາວ ສັງເກດເຫັນວ່າ ກໍລະນີຜູ້ຕິດເຊື້ອສ່ວນໃຫຍ່ ແມ່ນເປັນກໍລະນີນຳ ເຂົ້າມາຈາກປະເທດ ທີ່ມີການລະ ບາດ ຂອງພະຍາດຢ່າງຕໍ່ເນື່ອງ ເຖິງແມ່ນວ່າພວກເຮົາ ຈະມີມາດຕະການ ເກັບຕົວຢ່າງກວດທຸກຄົນ ທີ່ເດີນ ທາງເຂົ້າມາ ສປປ ລາວ ແລະ ຈຳກັດບໍລິເວນຈົນຄົບ 14 ວັນກໍຕາມ ແຕ່ຍັງມີຄວາມສ່ຽງສູງ ທີ່ຈະເກີດການລະບາດ ພາຍໃນຊຸມຊົນໃນຕໍ່ໜ້າ ຖ້າຫາກທຸກຄົນປ່ອຍປະລະເລີຍ ບໍ່ເອົາໃຈໃສ່ປະຕິບັດຕາມຄຳແນະ ນຳຂອງຄະນະ ສະເພາະກິດວາງອອກ ຢ່າງເຄັ່ງຄັດ

ທ່ານ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມ ຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ລາຍງານໃຫ້ຮູ້ວ່າ: ປັດຈຸບັນທົ່ວປະເທດ ມີສູນຈຳກັດບໍລິເວນ ທັງໝົດ 40 ສູນ, ມີຜູ້ຖືກຈຳກັດບໍລິເວນທັງໝົດ 2.351 ຄົນ ໄດ້ເກັບຕົວຢ່າງມາກວດວິເຄາະ ທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ ເຊິ່ງໃນວັນທີ 10 ທັນວາ 2020 ໄດ້ເກັບຕົວຢ່າງມາ ກວດວິເຄາະທັງໝົດ 330 ຕົວຢ່າງ ໃນນັ້ນ 8 ຕົວຢ່າງຈາກ ບຸກຄົນທົ່ວໄປທີ່ມີອາການ, 59 ຕົວຢ່າງ ຈາກບຸກຄົນທົ່ວໄປ ທີ່ບໍ່ມີອາການ, 74 ຕົວຢ່າງ ແຮງງານລາວ ທີ່ກັບມາແຕ່ໄທ, ແຮງງານຈີນ 140 ຕົວຢ່າງ, ແຮງງານຫວຽດນາມ 22 ຕົວຢ່າງ, ແຮງງານລາວ ທີ່ມາແຕ່ຈີນ 27 ຕົວຢ່າງ ເຊິ່ງຜົນກວດທັງໝົດແມ່ນ ບໍ່ພົບເຊື້ອ. ສັງລວມຜົນການວິເຄາະ ນັບແຕ່ເດືອນ ມັງກອນ ມາເຖິງວັນທີ 10 ທັນວາ 2020 ໄດ້ເກັບຕົວຢ່າງມາ ກວດທັງໝົດ 84.083 ຕົວຢ່າງ ໃນນັ້ນກວດພົບເຊື້ອ ໂຄວິດ-19 ຈຳນວນ 41 ຄົນ.

ບ ມ ຜ ຕ ດເຊ ອພະຍາດໂຄວ ດ 19 ເພ ມ ຢ ລາວ ເປັນ 70 ມືຕິດຕໍ່ກັນ ທີ່ ຫວຽດນາມ ບໍ່ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໃໝ່ຕື່ມອີກໃນຊຸມຊົນ

ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດ ໂຄວິດ - 19 ທັງໝົດ 1.226 ຄົນ. ຜູ້ຕິດເຊື້ອໄດ້ຮັບການປິ່ນປົວຫາຍດີ 1.087 ຄົນ, ຜູ້ເສຍຊີວິດ 35 ຄົນ.

ບ ມ ຜ ຕ ດເຊ ອພະຍາດໂຄວ ດ 19 ເພ ມ ຢ ລາວ ລາວ: ຍັງບໍ່ມີຄົນຕິດເຊື້ອໂຄວິດ-19 ເພີ່ມ

ປັດຈຸບັນ, ທົ່ວປະເທດ ມີສູນຈໍາກັດບໍລິເວນທີ່ຍັງເປີດຢູ່ທັງໝົດ 36 ສູນ, ມີຜູ້ຖືກຈຳກັດບໍລິ ເວນຢູ່ສູນ 2.855 ຄົນ, ໄດ້ເກັບຕົວຢ່າງມາ ກວດວິເຄາະທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ, ສັງລວມການກວດວິເຄາະ ແຕ່ເດືອນມັງກອນ ຮອດ ວັນທີ 10 ພະຈິກ 2020 ໄດ້ເກັບຕົວຢ່າງ ມາກວດທັງໝົດ 70.542 ຕົວຢ່າງ, ກວດພົບເຊື້ອສະສົມ 24 ຄົນ, ສ່ວນຜູ້ຕິດເຊື້ອເບີ 24 ຍັງຄົງພັກຮັກສາຢູ່ໂຮງໝໍມິດຕະພາບ.

ບ ມ ຜ ຕ ດເຊ ອພະຍາດໂຄວ ດ 19 ເພ ມ ຢ ລາວ ສປປ ລາວ ຍັງບໍ່ມີຄົນຕິດເຊື້ອໂຄວິດ-19 ເພີ່ມ

ໃນວັນທີ 05 ພະຈິກ 2020, ໄດ້ເກັບຕົວຢ່າງມາ ກວດວິເຄາະທັງໝົດ 281 ຄົນ, ໃນນັ້ນ ມີ ແຮງງານລາວມາແຕ່ໄທ 124 ຕົວຢ່າງ, ແຮງງານລາວ ກັບມາແຕ່ຫວຽດນາມ 19 ຕົວຢ່າງ, ແຮງງານລາວ ກັບມາແຕ່ຈີນ 04 ຕົວຢ່າງ, ແຮງງານຈີນ 31 ຕົວຢ່າງ, ແຮງງານໄທ 27 ຕົວຢ່າງ, ບຸກຄົນທົ່ວໄປທີ່ບໍ່ມີອາການ 63 ຕົວຢ່າງ ແລະ ບຸກຄົນທົ່ວໄປທີ່ມີອາການ 13 ຕົວຢ່າງ; ຜົນກວດວິເຄາະທັງໝົດແມ່ນ ບໍ່ພົບເຊື້ອ.

kpl.gov.la

ເຫດການ
302 Found

Found

The document has moved here.