| ດັກລັກ: ເຊື່ອມຕໍ່ການທ່ອງທ່ຽວ, ສ້າງກຳລັງຊຸກຍູ້ການພັດທະນາເສດຖະກິດ | |
| ຂ່າວດີ: ການທ່ອງທ່ຽວຫວຽດນາມ ຕ້ອນຮັບຈຳນວນນັກທ່ອງທ່ຽວສາກົນຫຼາຍເປັນປະຫວັດການ |
ທ່ານ ຄຸງຈ້ອງເກື່ອງ , ຫົວໜ້າສະຖາບັນຄົ້ນຄວ້າ ແລະ ພັດທະນານະຄອນ ເຫ້ວ ໃຫ້ຮູ້ວ່າ, ທາງນະຄອນໄດ້ກຳນົດເອົາການຫັນປ່ຽນເປັນດິຈິຕອນ ແມ່ນແຮງຂັບເຄື່ອນອັນສຳຄັນ ເພື່ອຍົກສູງປະສົບການຂອງນັກທ່ອງທ່ຽວ ແລະ ເສີມຂະຫຍາຍຄຸນຄ່າຂອງມໍລະດົກ. ກອງປະຊຸມສຳມະນາຄັ້ງນີ້ ແມ່ນໂອກາດເພື່ອໃຫ້ບັນດານັກຄຸ້ມຄອງ, ຊ່ຽວຊານ ແລະ ວິສາຫະກິດ ໄດ້ຮ່ວມກັນແລກປ່ຽນ, ສະເໜີບັນດາມາດຕະການປະຕິຮູບປະດິດສ້າງ ພາຍໃດວຽກງານການໂຄສະນາການທ່ອງທ່ຽວ, ຍົກສູງສະມັດຖະພາບການແຂ່ງຂັນຂອງການທ່ອງທ່ຽວ ເຫ້ວ ພາຍໃດຍຸກສະໄໝດິຈິຕອນ.
ບັນດາຜູ້ບັນຍາຍ ໄດ້ນຳເອົາຫຼາກຫຼາຍມຸມມອງຮອບດ້ານ ກ່ຽວກັບທິດທາງການພັດທະນາການທ່ອງທ່ຽວຂອງນະຄອນ ໂດຍຜ່ານ 2 ວາລະການສະເໜີປະກອບຄຳເຫັນພາຍໃດຫົວຂໍ້: ເພີ່ມທະວີການຮ່ວມມືເພື່ອຊຸກຍູ້ການປະຕິຮູບປະດິດສ້າງ ແລະ ຊຸກຍູ້ແນວຄິດການປະຕິຮູບປະດິດສ້າງ, ສ້າງແຮງຍູ້ໃໝ່ໃຫ້ແກ່ການທ່ອງທ່ຽວນະຄອນ ເຫ້ວ.
ທ່ານ ຫວໍຮວ່າງລຽນມິງ , ຫົວໜ້າຂະແໜງຄຸ້ມຄອງການທ່ອງທ່ຽວ, ພະແນກທ່ອງທ່ຽວນະຄອນ ເຫ້ວ ໄດ້ຊີ້ໃຫ້ເຫັນເຖິງ “ຈຸດຄອດ” ຂອງການທ່ອງທ່ຽວ ເຫ້ວ ພາຍໃດປັດຈຸບັນ ຄືສະພາບການ “ຮົ່ວໄຫຼຂອງຄຸນຄ່າ”, ເຊິ່ງໝາຍເຖິງການທີ່ນັກທ່ອງທ່ຽວເດີນທາງມາທັດສະນະສຶກສາ ແລ້ວກໍຟ້າວເດີນທາງອອກໄປໂດຍໄວ, ລະດັບການໃຊ້ຈ່າຍ ແລະ ເວລາພັກເຊົາແມ່ນຍັງຕ່ຳ. ເຖິງແມ່ນວ່າຈະຄອບຄອງລະບົບມໍລະດົກວັດທະນະທຳອັນໂດດເດັ່ນ ແຕ່ປະສົບການຢູ່ທີ່ບັນດາຈຸດໝາຍປາຍທາງ ແມ່ນຍັງບໍ່ທັນສ້າງໃຫ້ມີການປະຕິສຳພັນຢ່າງເລິກເຊິ່ງ ເພື່ອເພີ່ມແຫຼ່ງລາຍຮັບຈາກການບໍລິການ. ການຂາດເຂີນບັນດາກົນໄກ, ນະໂຍບາຍທີ່ເຂັ້ມແຂງພໍ ເພື່ອດຶງດູດການລົງທຶນພັດທະນາຜະລິດຕະພັນການທ່ອງທ່ຽວມໍລະດົກ ໄດ້ເຮັດໃຫ້ຄວາມດຶງດູດ ແລະ ຄວາມສາມາດພາຍໃດການຂຸດຄົ້ນຄຸນຄ່າມໍລະດົກ ແມ່ນຍັງບໍ່ທັນສົມສ່ວນກັບທ່າແຮງບົ່ມຊ້ອນ. ອີກໜຶ່ງຂໍ້ຈຳກັດ ຄືເສດຖະກິດກາງຄືນແມ່ນຍັງອ່ອນແອ, ຂາດເຂີນກິດຈະກຳທາງດ້ານວັດທະນະທຳ, ການບັນເທີງອັນໂດດເດັ່ນ ພາຍຫຼັງເວລາ 20 ໂມງຂອງທຸກໆວັນ, ເຊິ່ງເຮັດໃຫ້ຫຼຸດຜ່ອນໂອກາດພາຍໃດການແກ່ຍາວເວລາພັກເຊົາ ແລະ ການເພີ່ມທະວີການໃຊ້ຈ່າຍຂອງນັກທ່ອງທ່ຽວ.
![]() |
| ວາລະປຶກສາຫາລືຢູ່ພາຍໃດກອງປະຊຸມສຳມະນາ. |
ຕົວແທນຈາກ ພະແນກທ່ອງທ່ຽວນະຄອນ ເຫ້ວ ແລະ ວິທະຍາໄລເຕັກນິກການທ່ອງທ່ຽວ ເຫ້ວ ໄດ້ສະເໜີໃຫ້ຈັດຕັ້ງປະຕິບັດຍຸດທະສາດການພັດທະນາເສດຖະກິດມໍລະດົກ ຕິດພັນກັບການຫັນປ່ຽນເປັນດິຈິຕອນ ແລະ ແນວໂນ້ມການພັດທະນາແບບສີຂຽວ, ພ້ອມທັງເນັ້ນໜັກເຖິງຄວາມໝາຍອັນສຳຄັນຂອງວຽກງານການສ້າງຕັ້ງ ແລະ ການກຳນົດຕຳແໜ່ງເຄື່ອງໝາຍການຄ້າ (Branding) ການທ່ອງທ່ຽວ ເຫ້ວ ໄປໃນທິດທາງທີ່ມີຄວາມແຕກຕ່າງ ແລະ ອຸດົມສົມບູນໄປດ້ວຍເອກະລັກສະເພາະຕົວ.
ບັນດາວິສາຫະກິດ ແລະ ນັກກສ້າງສັນເນື້ອຫາດ້ານດິຈິຕອນ (Content Creator) ໄດ້ຮ່ວມກັນແບ່ງປັນຫຼາກຫຼາຍມາດຕະການ ພາຍໃດການປະຍຸກໃຊ້ລະບົບພື້ນຖານດິຈິຕອນ ແນໃສ່ຍົກສູງປະສົບການຂອງນັກທ່ອງທ່ຽວ; ແນະນຳບົດຮຽນປະສົບການການໂຄສະນາການທ່ອງທ່ຽວ ເຫ້ວ ໂດຍຜ່ານທາງດ້ານອາຫານ, ວັດທະນະທຳຍາມຄ່ຳຄືນ ແລະ ສື່ສັງຄົມອອນລາຍ. ທຸກໆຄວາມຄິດເຫັນ ຕ່າງກໍມຸ່ງໜ້າສູ່ເປົ້າໝາຍການນຳເອົາພາບພົດການທ່ອງທ່ຽວ ເຫ້ວ ໃຫ້ເຂົ້າໃກ້ຊິດກັບນັກທ່ອງທ່ຽວທັງພາຍໃດ ແລະ ຕ່າງປະເທດຍິ່ງຂຶ້ນ, ປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ຂອງທ້ອງຖິ່ນ.
ບໍລິສັດ Grab ຫວຽດນາມ ໄດ້ແບ່ງປັນບົດຮຽນປະສົບການພາຍໃດການຍາດແຍ່ງເອົາທ່າແຮງອັນໄດ້ປຽບ ຂອງລະບົບພື້ນຖານດິຈິຕອນ ເພື່ອຊ່ວຍຊຸກຍູ້ການທ່ອງທ່ຽວ ແລະ ຍົກຍ້ອງຄວາມໂດດເດັ່ນອันເປັນເອກະລັກ ຂອງດິນແດນເມືອງເກົ່າ (ເມືອງຫຼວງເກົ່າ) ໂດຍຜ່ານປະກອບຄຳເຫັນພາຍໃດຫົວຂໍ້ “ລະບົບພື້ນຖານດິຈິຕອນຍົກສູງປະສົບການການທ່ອງທ່ຽວ, ປະກອບສ່ວນສ້າງແຮງຂັບເຄື່ອນການພັດທະນາເສດຖະກິດ-ສັງຄົມທ້ອງຖິ່ນ”. ຫົວໜ່ວຍດັ່ງກ່າວ ໄດ້ຍົກໃຫ້ເຫັນເຖິງບັນດາຜົນກະທົບທາງດ້ານເສດຖະກິດ ແລະ ສັງຄົມໃນແງ່ບວກ ພາຍຫຼັງໄລຍະເວລາໜຶ່ງປີ ແຫ່ງການຜັນຂະຫຍາຍຄວາມຮ່ວມມື ລະຫວ່າງ ນະຄອນ ເຫ້ວ ແລະ Grab ຫວຽດນາມ. ພາຍໃດນັ້ນ, ການບໍລິການ Grab ລົດສາມລໍ້ ທີ່ໄດ້ເປີດໂຕນັບຕັ້ງແຕ່ເດືອນສິງຫາ 2025 ແມ່ນໄດ້ຊ່ວຍຫັນປ່ຽນຮູບແບບການຂົນສົ່ງແບບດັ້ງເດີມໃຫ້ເປັນລະບົບດິຈິຕອນ ແລະ ຊ່ວຍໂຄສະນາວັດທະນະທຳ ເຫ້ວ, ສ້າງອາຊີບເຮັດກິນໃຫ້ແກ່ປະຊາຊົນ. ຈຳນວນຄູ່ຮ່ວມມືຄົນຂັບແມ່ນເພີ່ມຂຶ້ນຫຼາຍກວ່າ 50%, ຈຳນວນຖ້ຽວລົດສະເລ່ຍເພີ່ມຂຶ້ນ 9%; ຈຳນວນຄົນຂັບທີ່ເປັນເພດຍິງເພີ່ມຂຶ້ນ 2,2 ເທົ່າ ຍ້ອນມີແຜນງານ Grab ເອື້ອຍນ້ອງ. ພາຍໃດຂົງເຂດການທ່ອງທ່ຽວ, ບັນດາແຜນງານຮ່ວມມືຮ່ວມກັບຂະແໜງການທ່ອງທ່ຽວທ້ອງຖິ່ນ ໄດ້ຊ່ວຍເຮັດໃຫ້ມູນຄ່າການເຮັດທຸລະກຳ (Transaction) ຈາກນັກທ່ອງທ່ຽວເພີ່ມຂຶ້ນ 56%, ສະໜັບສະໜູນໃຫ້ບັນດາຄົວເຮືອນດຳເນີນທຸລະກິດ ໄດ້ເປີດກວ້າງການເຄື່ອນໄຫວຢູ່ບົນລະບົບພື້ນຖານດິຈິຕອນ.
ຈຸດພົ້ນເດັ່ນຂອງກອງປະຊຸມສຳມະນາຄັ້ງນີ້ ແມ່ນວາລະປຶກສາຫາລືສະເພາະກິດ ພາຍໃດຫົວຂໍ້ “ການປະຍຸກໃຊ້ການປະຕິຮູບປະດິດສ້າງ ເຂົ້າໃສ່ວຽກງານການໂຄສະນາການທ່ອງທ່ຽວ ແລະ ມໍລະດົກ ເຫ້ວ”. ບັນດາຜູ້ບັນຍາຍໄດ້ຮ່ວມກັນແບ່ງປັນ, ວິເຄາະບັນດາໂອກາດ ກໍຄືສິ່ງທ້າທາຍທີ່ຕັ້ງຂຶ້ນ ຕໍ່ກັບການທ່ອງທ່ຽວມໍລະດົກ ເຫ້ວ ພາຍໃດຍຸກສະໄໝດິຈິຕອນ; ພ້ອມທັງສະເໜີຫຼາກຫຼາຍມາດຕະການ ແນໃສ່ຍູ້ແຮງການປະຍຸກໃຊ້ເຕັກໂນໂລຊີ, ເສີມຂະຫຍາຍການປະຕິຮູບປະດິດສ້າງພາຍໃດວຽກງານການໂຄສະນາຈຸດໝາຍປາຍທາງ, ປະກອບສ່ວນໄຂທິດທາງເດີນໃໝ່, ສ້າງແຮງຊຸກຍູ້ເພື່ອໃຫ້ການທ່ອງທ່ຽວ ເຫ້ວ ສືບຕໍ່ຂະຫຍາຍຕົວຢ່າງແຂງແຮງ, ຍົກສູງສະມັດຖະພາບການແຂ່ງຂັນ ແລະ ກ້າວໄປໄດ້ໄກຍິ່ງຂຶ້ນພາຍໃດໄລຍະຕໍ່ໜ້າ.
ເນື່ອງພາຍໃດໂອກາດນີ້, ທາງຄະນະຈັດຕັ້ງກໍໄດ້ຈັດພິທີຍົກຍ້ອງສັນເສີນ, ມອບຫຼຽນກາທີ່ລະລຶກໃຫ້ແກ່ຄູ່ຮ່ວມມືຄົນຂັບ Grab ພ້ອມກັບບັນດາຮ້ານອາຫານ, ຮ້ານກິນດື່ມທ້ອງຖິ່ນ ທີ່ມີຜົນງານດີເດັ່ນ ຢູ່ບົນລະບົບພື້ນຖານ GrabFood ທີ່ນະຄອນ ເຫ້ວ.
| ຫວຽດນາມ-ລາວ ເພີ່ມທະວີການຮ່ວມມືດ້ານກົດໝາຍ ແລະ ຍຸຕິທຳ ຍສໝ - ນັບຕັ້ງແຕ່ວັນທີ 15-18 ມິຖຸນາ 2026, ຄະນະຜູ້ແທນຂັ້ນສູງ ກະຊວງຍຸຕິທຳ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໂດຍທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງຍຸຕິທຳລາວ ຄຳພັນ ພົມມະທັດ ເປັນຫົວໜ້າຄະນະ ຈະເດີນທາງມາຢ້ຽມຢາມ ປະເທດ ຫວຽດນາມ ແລະ ເຂົ້າຮ່ວມກອງປະຊຸມຍຸຕິທຳບັນດາແຂວງທີ່ມີເສັ້ນຊາຍແດນຮ່ວມ ຫວຽດນາມ - ລາວ ... |
| Vietjet ແລະ ການທ່ອງທ່ຽວແຫ່ງປະເທດໄທ ຮ່ວມມືກັນໂຄສະນາການທ່ອງທ່ຽວ ມຸ່ງໜ້ານັກທ່ອງທ່ຽວທົ່ວໂລກ ຍສໝ - ສາຍການບິນ Vietjet ແລະ ການທ່ອງທ່ຽວແຫ່ງປະເທດໄທ (TAT) ຫາກໍໄດ້ຮ່ວມກັນລົງນາມໃນຂໍ້ຕົກລົງຄວາມຮ່ວມມືຍຸດທະສາດ ແນໃສ່ຊຸກຍູ້ການທ່ອງທ່ຽວ, ເພີ່ມທະວີການເຊື່ອມຕໍ່ທາງອາກາດ ແລະ ການແລກປ່ຽນວັດທະນະທຳສາກົນ. |
