ລາວຍັງບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ

17:12 | 10/12/2020

ການເຝົ້າລະວັງພະຍາດ ໂຄ​ວິດ-19 ຢູ່ ສປປ ລາວ ມາຮອດ 5 ໂມງແລງຂອງ ວັນທີ 9 ທັນວາ 2020 ມີຜູ້ເດີນທາງເຂົ້າມາປະເທດ ຜ່ານດ່ານຕ່າງໆ ທັງໝົດ 2.591 ຄົນ, ໃນນັ້ນຜ່ານດ່ານລາວ-ໄທ 1.683 ຄົນ, ຜ່ານດ່ານລາວ-ຈີນ 29 ຄົນ, ຜ່ານດ່ານ ລາວ-ຫວຽດນາມ 710 ຄົນ ແລະ ຜ່ານສະໜາມບິນສາກົນວັດໄຕ ມີ 169 ຄົນ. ທຸກຄົນແມ່ນໄດ້ ແທກອຸນຫະພູມຮ່າງກາຍ, ແຕ່ບໍ່ພົບຜູ້ມີອາການເປັນໄຂ້ ແລະ ໄດ້ເກັບຕົວຢ່າງທຸກໆຄົນມາກວດ (ຍົກເວັ້ນຜູ້ຂັບລົດຂົນສົ່ງ ແລະ ຜູ້ຕິດຕາມ) ແລ້ວຈຶ່ງນຳສົ່ງໄປຫາສະຖານທີ່ ຈຳກັດບໍລິເວນທີ່ກຳນົດໄວ້ ຈົນກວ່າຈະຄົບກຳນົດ 14 ວັນ. ປັດຈຸບັນ, ມີຜູ້ຖືກຈຳກັດບໍລິເວນ ຈໍານວນ 2.420 ຄົນຢູ່ 40 ສູນທົ່ວປະເທດ, ໂດຍທັງໝົດໄດ້ເກັບຕົວຢ່າງ ມາກວດວິເຄາະທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ.

ລາວຍ ງບ ພ ບຜ ຕ ດເຊ ອໂຄວ ດ 19 ເພ ມ 47 ມື້ທີ່ ສປປ ລາວ ບໍ່ພົບຜູ້ຕິດເຊື້ອໂຄວິດ - 19 ເພີ່ມ
ລາວຍ ງບ ພ ບຜ ຕ ດເຊ ອໂຄວ ດ 19 ເພ ມ ຂ່າວດີ ສປປ ລາວ ຍັງບໍ່ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມ ຕົວເລກສະສົມຍັງຢູ່ 19 ຄົນ
ລາວຍ ງບ ພ ບຜ ຕ ດເຊ ອໂຄວ ດ 19 ເພ ມ
ພາບປະກອບ

ໃນວັນທີ 10 ທັນວາ 2020 ນີ້, ທ່ານ ດຣ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຕາງໜ້າໃຫ້ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ພະຍາດ​ໂຄ​ວິດ-19 ລາຍງານໃຫ້ຮູ້ກ່ຽວກັບສະພາບ ການປ້ອງກັນພະຍາດດັ່ງກ່າວວ່າ: ການເຝົ້າລະວັງພະຍາດ ໂຄ​ວິດ-19 ຢູ່ ສປປ ລາວ ມາຮອດ 5 ໂມງແລງຂອງ ວັນທີ 9 ທັນວາ 2020 ມີຜູ້ເດີນທາງເຂົ້າມາປະເທດ ຜ່ານດ່ານຕ່າງໆ ທັງໝົດ 2.591 ຄົນ, ໃນນັ້ນຜ່ານດ່ານລາວ-ໄທ 1.683 ຄົນ, ຜ່ານດ່ານລາວ-ຈີນ 29 ຄົນ, ຜ່ານດ່ານ ລາວ-ຫວຽດນາມ 710 ຄົນ ແລະ ຜ່ານສະໜາມບິນສາກົນວັດໄຕ ມີ 169 ຄົນ. ທຸກຄົນແມ່ນໄດ້ ແທກອຸນຫະພູມຮ່າງກາຍ, ແຕ່ບໍ່ພົບຜູ້ມີອາການເປັນໄຂ້ ແລະ ໄດ້ເກັບຕົວຢ່າງທຸກໆຄົນມາກວດ (ຍົກເວັ້ນຜູ້ຂັບລົດຂົນສົ່ງ ແລະ ຜູ້ຕິດຕາມ) ແລ້ວຈຶ່ງນຳສົ່ງໄປຫາສະຖານທີ່ ຈຳກັດບໍລິເວນທີ່ກຳນົດໄວ້ ຈົນກວ່າຈະຄົບກຳນົດ 14 ວັນ. ປັດຈຸບັນ, ມີຜູ້ຖືກຈຳກັດບໍລິເວນ ຈໍານວນ 2.420 ຄົນຢູ່ 40 ສູນທົ່ວປະເທດ, ໂດຍທັງໝົດໄດ້ເກັບຕົວຢ່າງ ມາກວດວິເຄາະທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ.

ສ່ວນການເກັບຕົວຢ່າງ ມາກວດວິເຄາະ ແລະ ຄົ້ນຫາຜູ້ຕິດເຊື້ອພະຍາດ ໃນວັນທີ 9 ທັນວາ 2020, ໄດ້ເກັບຕົວຢ່າງ ມາກວດວິເຄາະທັງໝົດ 408 ຄົນ, ໃນນັ້ນມີ 12 ຕົວຢ່າງຈາກບຸກຄົນ ທົ່ວໄປມີອາການ. ​ໃນ​ນັ້ນ 127 ຕົວຢ່າງຈາກບຸກຄົນ ທົ່ວໄປບໍ່ມີອາການ, 67 ຕົວຢ່າງຈາກແຮງງານລາວມາແຕ່ໄທ, ແຮງງານຈີນ 173 ຕົວຢ່າງ, ແຮງງານຫວຽດນາມ 28 ຕົວຢ່າງ ແລະ ຜູ້ຕິດເຊື້ອນໍ້າເບີ 36 ມາກວດຄືນ 1 ຕົວຢ່າງ, ຜົນກວດວິເຄາະທັງໝົດ ແມ່ນບໍ່ພົບເຊື້ອ, ຍົກເວັ້ນຜູ້ຕິດເຊື້ອນ້ຳເບີ 36 ຜົນກວດແມ່ນ ຍັງພົບເຊື້ອຢູ່, ໝາຍຄວາມວ່າວັນທີ 9 ທັນວາ 2020 ບໍ່ພົບຜູ້ຕິດເຊື້ອໃໝ່. ສັງລວມການກວດວິເຄາະແຕ່ເດືອນມັງກອນ ຮອດວັນທີ 9 ທັນວາ 2020 ໄດ້ເກັບຕົວຢ່າງ ມາກວດທັງໝົດ 83.753 ຕົວຢ່າງ ແລະ ກວດພົບເຊື້ອສະສົມ 41 ຄົນ. ສໍາລັບຄົນເຈັບຕິດເຊື້ອ ທີ່ນອນຕິດຕາມຢູ່ໂຮງໝໍ ຖ້າກວດຊອກຫາເຊື້ອ ໂຄ​ວິດ-19 ໃຫ້ຜົນລົບ 2 ຄັ້ງ ແລ້ວ ຈະໄດ້ຮັບອະນຸຍາດ ໃຫ້ອອກໂຮງໝໍໄດ້, ເຊິ່ງມາຮອດປັດຈຸບັນ ຍັງມີຄົນເຈັບຕິດ ເຊື້ອພະຍາດ ໂຄ​ວິດ-19 ຈຳນວນ 8 ຄົນ ທີ່ຍັງສືບຕໍ່ນອນປິ່ນປົວ ຢູ່ໂຮງໝໍທີ່ຖືກກໍານົດໄວ້, ທຸກຄົນແມ່ນມີອາການເບົາບາງ ແລະ ບໍ່ມີອາການສົນຫຍັງ.

ທ່ານ ນາງ ດຣ ພອນປະເສີດ ໄຊຍະມຸງຄຸນ ຍັງ​ໃຫ້​ຮູ້​ອີກ​ວ່າ: ຢູ່ ສປປ ລາວ ເຮົານັບແຕ່ເລີ່ມມີການລະບາດຂອງພະຍາດ ກໍມີ ການວາງມາດຕະການຢ່າງເຂັ້ມງວດ ຈຶ່ງເຮັດໃຫ້ບໍ່ມີສະພາບ ການຕິດເຊື້ອໃນປະເທດ ມາເປັນເວລາເກືອບ 8 ເດືອນກວ່າ (ແຕ່ຍັງມີກໍລະນີນຳເຂົ້າພະຍາດ) ເພື່ອເປັນການຫລຸດຜ່ອນ ຜົນກະທົບດ້ານເສດຖະກິດ ແລະ ສັງຄົມ ລັດຖະບານກໍໄດ້ມີການ ຜ່ອນຜັນມາດຕະການ ຄວບຄຸມພະຍາດ ມາເປັນແຕ່ລະໄລຍະ ເພື່ອເຮັດແນວໃດໃຫ້ ປະຊາຊົນລາວບັນດາເຜົ່າ ໄດ້ຄ່ອຍໆກັບຄືນ ມາໃຊ້ຊີວີດປົກກະຕິແບບໃໝ່ເທື່ອລະກ້າວ ຈຶ່ງມີການອະນຸຍາດໃຫ້ບຸກຄົນທີ່ມີຄວາມຈຳເປັນເດີນທາງເຂົ້າມາ ສປປ ລາວ ແຕ່ຕ້ອງປະຕິບັດ ຕາມລະບຽບຫລັກການ ທີ່ທາງຄະນະສະ ເພາະກິດວາງອອກຢ່າງເຂັ້ມງວດ ແລະ ເຖິງຈະມີຜູ້ຕິດພະຍາດ ​ໂຄ​ວິດ-19 ຈາກຕ່າງປະເທດເຂົ້າມາ ພວກເຮົາກໍສາມາດເຂົ້າເຖິງ ແລະ ຕິດຕາມບຸກຄົນ ທີ່ຕິດເຊື້ອພະຍາດ ແລະ ຜູ້ສຳພັດໃກ້ຊີດໄດ້ໂດຍໄວ, ດ້ວຍການເກັບຕົວຢ່າງ ມາກວດຊອກຫາເຊື້ອພະຍາດ, ຖ້າຜົນກວດເປັນບວກ ກໍນຳສົ່ງໄປຕິດຕາມ ປິ່ນປົວຢູ່ໂຮງໝໍ ທີ່ທາງຄະນະ ສະເພາະ ກິດກຳນົດໄວ້ ແລະ ຖ້າຜົນກວດເປັນລົບ ກໍແມ່ນໃຫ້ຈຳກັດບໍລິເວນ ຈົນຄົບ 14 ວັນ. ແນວໃດກໍຕາມ, ອີງໃສ່ສະພາບ ທີ່ກ່າວມາທັງໝົດນັ້ນ ຈຶ່ງຂໍການຮ່ວມ ມືມາຍັງ ທຸກພາກສ່ວນໃນສັງຄົມ ຈົ່ງໄດ້ພ້ອມກັນເອົາໃຈໃສ່ ປະຕິບັດແຈ້ງການ ຂອງຫ້ອງວ່າການສຳນັກງານ ນາຍົກລັດຖະມົນຕີຢ່າງຖືກຕ້ອງ ແລະ ເຄັ່ງຄັດ, ສືບຕໍ່ປະຕິບັດ ການດຳລົງຊີວິດ ປົກກະຕິແບບໃໝ່ໃຫ້ກາຍເປັນ ຄວາມຊິນເຄີຍ, ໂດຍສະເພາະ ການຮັກສາໄລຍະຫ່າງໃນສັງຄົມ, ໝັ່ນລ້າງມືເລື້ອຍໆ, ໃສ່ຜ້າອັດປາກ-ອັດດັງ ໃນເວລາອອກໄປ ບ່ອນທີ່ມີການຊຸມນຸມຄົນຫລາຍ, ພ້ອມທັງ ປະຕິບັດມາດຕະການ ປ້ອງກັນການຕິດເຊື້ອຢ່າງເຂັ້ມງວດ, ເພື່ອສະກັດກັ້ນ ບໍ່ໃຫ້ມີການຕິດເຊື້ອພະຍາດ COVID-19 ພາຍໃນປະເທດ.

ລາວຍ ງບ ພ ບຜ ຕ ດເຊ ອໂຄວ ດ 19 ເພ ມ ພັກ-ລັດ ຊົມເຊີຍຕໍ່ຜົນສຳເລັດ ຂອງກຳມະບານລາວ 5 ປີຜ່ານມາ

ສະຫາຍ ແສງນວນ ໄຊຍະລາດ ຄະນະເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ ໂດຍຕາງໜ້າໃຫ້ກົມ ການເມືອງສູນ ກາງພັກ ແລະ ຄະນະເລຂາທິການສູນກາງພັກ ໄດ້ສະແດງຄວາມຍ້ອງຍໍ ຊົມເຊີຍຕໍ່ຜົນສຳເລັດ ແລະ ໝາກຜົນ ທີ່ຄະນະບໍລິຫານງານ ສູນກາງ ສະຫະພັນ ກຳມະບານລາວ ສະໄໝທີ VII ຍາດມາໄດ້ ຕະຫລອດໄລຍະ 5 ປີຜ່ານມາ ເຊິ່ງໄດ້ກາຍເປັນພື້ນຖານອັນສຳຄັນ ໃນການສືບຕໍ່ພັດທະນາ ວຽກງານກຳມະບານລາວ ...

ລາວຍ ງບ ພ ບຜ ຕ ດເຊ ອໂຄວ ດ 19 ເພ ມ ສົມທົບກັນທ້ອນໂຮມອັດຖິນັກຮົບຫວຽດນາມເສຍສະຫຼະຊີວິດຢູ່​ລາວ​

ຍ​ສ​ໝ - ນັບແຕ່ເມື່ອໄດຮັບການສ້າງຕັ້ງໃນປີ 1989 ມາຮອດປະຈຸບັນ, ຄະນະຕິດຕໍ່ເຕົ້າໂຮມສະມາຊິກໄດ້ກວ່າ 2 ໝື່ນຄົນ ແລະຈັດຕັ້ງຫຼາຍກິດຈະກໍາໂຄສະນາ, ພົບປະແລກປ່ຽນ, ສຶກສາ, ເກັບກໍາເອກະສານບັນນາທິການປະຫວັດສາດ, ໄປຢ້ຽມຢາມສະໜາມຮົບເກົ່າ, ຂຽນບົດບັນທຶກຄວາມຊົງຈຳ... ເພື່ອແນໃສ່ປະກອບສ່ວນຮັກສາເສີມຂະຫຍາຍມູນເຊື້ອ.

ລາວຍ ງບ ພ ບຜ ຕ ດເຊ ອໂຄວ ດ 19 ເພ ມ ຜົນສຳເລັດກອງປະຊຸມ ຄັ້ງທີ 43 ຄະນະກໍາມະການຮ່ວມມືທະວິພາຄີ ລະຫວ່າງ ສອງລັດຖະບານ ລາວ-ຫວຽດນາມ

ຍສໝ - ໂດຍຕອບສະໜອງ ຕາມການເຊື້ອເຊີນຂອງ ສະຫາຍ ຫງວຽນ ຊວັນ ຟຸກ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ສະຫາຍ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມ ຄັ້ງທີ 43 ...

kpl.gov.la

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.