47 ມື້ທີ່ ສປປ ລາວ ບໍ່ພົບຜູ້ຕິດເຊື້ອໂຄວິດ - 19 ເພີ່ມ

06:30 | 30/05/2020

ໃນວັນທີ 29 ພຶດສະພາ 2020 ທີ່ກະຊວງສາທາລະນະສຸກ ໄດ້ຈັດພິທີຖະແຫລງຂ່າວ ລາຍງານ ສະພາບການລະບາດ ຂອງພະຍາດ ໂຄວິດ-19 ໃນ ສປປ ລາວ ໂດຍທ່ານ ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ຜູ້ປະຈໍາການຄະນະສະເພາະກິດ, ມີສື່ມວນຊົນຈາກ ຫລາຍພາກສ່ວນເຂົ້າຮ່ວມ.

47 ມ ທ ສປປ ລາວ ບ ພ ບຜ ຕ ດເຊ ອໂຄວ ດ 19 ເພ ມ 29 ມື້ທີ່ ສປປ. ລາວ ບໍ່​ມີ​ຜູ້​ຕິດເຊື້ອໂຄ​ວິດ-19 ເພີ່ມ
47 ມ ທ ສປປ ລາວ ບ ພ ບຜ ຕ ດເຊ ອໂຄວ ດ 19 ເພ ມ

ສ ເກົາຫຼີ ອະນຸມັດທຶນ 47 ຕື້ກວ່າກີບ ຊ່ວຍເຫຼືອແກ້ໄຂບັນຫາລະເບີດບໍ່ທັນແຕກ

47 ມ ທ ສປປ ລາວ ບ ພ ບຜ ຕ ດເຊ ອໂຄວ ດ 19 ເພ ມ
ພາບປະກອບ

ທ່ານ ດຣ. ພູທອນ ເມືອງປາກ ແຈ້ງໃຫ້ຮູ້ວ່າ: ສະພາບການເຝົ້າລະວັງ COVID-19 ຢູ່ ສປປ ລາວ ຮອດ 5 ໂມງແລງ ຂອງວັນທີ 28 ພຶດສະພາ 2020 ການຕິດຕາມຜູ້ເດີນທາງ ຢູ່ຈຸດຜ່ານແດນຕ່າງໆ ມີຈໍານວນຜູ້ເດີນທາງເຂົ້າ ມາມີທັງໝົດ 2.156 ຄົນ, ສຳລັບແຮງງານລາວ ຈຳນວນ 153 ຄົນທີ່ມາຈາກປະເທດໄທ, ເຊິ່ງຜ່ານດ່ານວັງເຕົ່າ-ຊ່ອງເມັກ ແຂວງຈຳປາສັກ 25 ຄົນ ມີຖິ່ນຖານມາຈາກແຂວງຈໍາປາສັກ 14 ຄົນ, ສາລະວັນ 04 ຄົນ, ສະຫວັນນະເຂດ 04 ຄົນ, ເຊກອງ 02 ຄົນ ແລະ ຫລວງພະບາງ 01 ຄົນ ແລະ ຜ່ານດ່ານສາກົນຂົວ ມິດຕະພາບນໍ້າເຫືອງ, ແຂວງໄຊຍະບູລີ 128 ຄົນ ມີຖິ່ນຖານຢູ່ ແຂວງໄຊຍະບູລີ 126 ຄົນ, ຫລວງພະບາງ 01 ຄົນ ແລະ ແຂວງວຽງຈັນ 01 ຄົນ, ສຳລັບແຮງງານລາວທັງໝົດ ໄດ້ເກັບຕົວຢ່າງມາກວດ ແລ້ວນຳສົ່ງໄປຈຳກັດ ບໍລິເວນຢູ່ສະຖານທີ່ ທີ່ກຳນົດໄວ້ຈົນກ່ວາ ຈະຄົບກຳນົດ 14 ວັນ.

ໃນວັນທີ 28 ພຶດສະພາ ໄດ້ເກັບຕົວຢ່າງມາກວດວິເຄາະ ທັງໝົດ 75 ຄົນ, ໃນນັ້ນມີແຮງງານລາວ ທີ່ກັບມາແຕ່ໄທ 72 ຄົນ, ພົບກໍລະນີສົງໄສ 3 ຄົນ ແລະ ຜ່ານການກວດແຮງງານລາວ ທັງ 75 ຄົນແມ່ນບໍ່ພົບເຊື້ອ. ນັບແຕ່ເດືອນມັງກອນ ມາຮອດວັນທີ 29 ພຶດສະພາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ ມີ 6.141 ຕົວຢ່າງມາກວດ, ກວດພົບເຊື້ອທັງໝົດ 19 ຄົນ (47 ມື້ແລ້ວ ທີ່ບໍ່ມີຜູ້ຕິດເຊື້ອເພີ່ມ). ປັດຈຸບັນນີ້ ທົ່ວປະເທດ ມີສູນຈໍາກັດບໍລິເວນ ທັງໝົດ 70 ສູນ, ມີຜູ້ຈຳກັດບໍລິເວນຢູ່ສູນ 2.603 ຄົນ, ໄດ້ເກັບຕົວຢ່າງ ມາກວດວິເຄາະທັງໝົດ ແລະ ບໍ່ມີຜູ້ຕິດເຊື້ອ.

ທ່ານ ດຣ. ພູທອນ ເມືອງປາກ ກ່າວຕື່ມວ່າ: ບົດຮຽນໃນໄລຍະຜ່ານມາ ກໍ່ຍ້ອນວ່າມີການຮ່ວມມືເປັນຢ່າງດີ ຈາກພໍ່ແມ່ປະຊາຊົນບັນດາເຜົ່າ ແລະ ທຸກພາກສ່ວນໃນສັງຄົມ, ຈຶ່ງເຮັດໃຫ້ພວກເຮົາສາມາດຄວບຄຸມ ສະພາບການລະບາດຂອງພະຍາດ COVID-19 ໄວ້ໃນລະດັບຕໍ່າກວ່າໝູ່ ໃນປະເທດອາຊຽນ ແລະ ສຸດທ້າຍນີ້, ຂ້າພະເຈົ້າ ຂໍຮຽກຮ້ອງໃຫ້ບັນດາທ່ານ ຈົ່ງສືບຕໍ່ຮ່ວມແຮງຮ່ວມໃຈກັນປະ ຕິບັດແຈ້ງການສະບັບໃໝ່ນີ້ ແລະ ຄຳແນະນຳຕ່າງໆ ເຫລົ່ານັ້ນຈົນກວ່າ ຈະຮອດວັນທີ 30 ມິຖຸນາ 2020 ນີ້ ຈຶ່ງຈະມີການປະເມີນຄືນ ແລະ ພິຈາລະນາຜ່ອນຜັນຂັ້ນຕໍ່ໄປ. ສໍາລັບລາຍລະອຽດຂໍ້ມູນທີ່ເປັນທາງການ ທ່ານສາມາດຕິດຕາມໄດ້ຈາກເວັບໄຊ້ www.covid19.gov.la ແລະ ເຟັດບຸກຂອງສູນຂ່າວສານ ການແພດສຸຂະພາສຶກສາ.

47 ມ ທ ສປປ ລາວ ບ ພ ບຜ ຕ ດເຊ ອໂຄວ ດ 19 ເພ ມ ວັນທີ 14 ພຶດສະພາ: ສປປ ລາວ ຍັງບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ

ໃນວັນທີ 14 ພຶດສະພາ 2020 ທີ່ກະຊວງສາທາລະນະສຸກ ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ໄດ້ຈັດພິທີຖະແຫ]ງຂ່າວ ລາຍງານສະພາບການລະບາດ ຂອງພະຍາດໂຄວິດ-19 ໃນ ສປປ ລາວ ໂດຍ ທ່ານ ດຣ. ພູທອນ ເມືອງປາກ ຮອງລັດ ຖະມົນຕີກະຊວງສາທາລະນະສຸກ ຜູ້ປະຈໍາການຄະນະສະເພາະກິດ, ມີສື່ມວນຊົນ ຈາກຫລາຍພາກສ່ວນເຂົ້າຮ່ວມ.

47 ມ ທ ສປປ ລາວ ບ ພ ບຜ ຕ ດເຊ ອໂຄວ ດ 19 ເພ ມ ສປປ. ລາວ ບໍ່​ພົບ​ຜູ້​ຕິດ​ເຊື້ອ​ໄວຣັດ ​ໂຄ​ວິດ​-19 ​ເພີ່ມ​ຂຶ້ນ ນັບ​ເປັນ​ເວລາ 16 ມື້​ຕິດຕໍ່​ກັນ

ມາ​ຮອດ​ວັນ​ທີ 28 ​​ເມ​ສາ 2020 ສປປ ລາວ ບໍ່​ພົບ​ຜູ້​ຕິດ​ເຊື້ອ​ໄວຣັດ ​ໂຄ​ວິດ​-19 ​ເພີ່ມ​ຂຶ້ນ ນັບ​ເປັນ​ເວລາ 16 ມື້​ຕິດຕໍ່​ກັນ, ຕົວ​ເລກຍັງ​ຄົງ​ຕົວ ຢູ່ 19 ກໍລະນີ ຄື​ເກົ່າ, ​ໃນ​ຄະນະ​ທີ່​ມີ​ຜູ້​​​ປິ່ນປົວ​ດີ ​ແລະ ​ໄດ້​ອອກ​ໂຮງໝໍ​ແລ້ວ 7 ຄົນ, ຍັງເຫລືອ​ຜູ້​ຕິດ​ເຊື້ອ​ 12 ຄົນ

47 ມ ທ ສປປ ລາວ ບ ພ ບຜ ຕ ດເຊ ອໂຄວ ດ 19 ເພ ມ ແຂວງເງ້ອານ ໜູນຊ່ວຍ ສປປ.ລາວ ໃນການປ້ອງກັນ ແລະ ຄວບຄຸມພະຍາດ Covid - 19

ຍສໝ - ທ່ານ ບຸ່ຍດິ່ງລອງ - ຮອງປະທານຄະນະກຳມະການປະຊາຊົນແຂວງເງ້ອານ ພ້ອມດ້ວຍ ຄະນະຜູ້ແທນແຂວງເງ້ອານ ໄດ້ສະໜັບສະໜູນເຄື່ອງອຸປະກອນການແພດ ແລະ ສິ່ງທີ່ຈຳເປັນຮັບໃຊ້ໃນຊີວິດປະຈຳວັນ ມີມູນຄ່າຫຼາຍກ່ວາ 700 ລ້ານດົງລວມມີ: ເຂົ້າສານກວ່າ 10 ໂຕນ, ຜ້າບັງປາກດ້ານການແພດ 50.000 ແຜ່ນ.. ໃຫ້ແກ່ແຂວງຊຽງຂວາງ (ລາວ).

ຂປລ

ເຫດການ
302 Found

Found

The document has moved here.