| ກຳລັງຊຸກຍູ້ໃໝ່, ຂອບເຂດການຮ່ວມມືໃໝ່ ໃຫ້ແກ່ສາຍພົວພັນ ຫວຽດນາມ - ອິນເດຍ | |
| ສ້າງບາດກ້າວບຸກທະລຸໃຫ້ແກ່ສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອິນເດຍ ໃນໄລຍະໃໝ່ |
![]() |
| ສາດສະດາຈານ Reena Marwahໃນລະຫວ່າງການສຳພາດພິເສດກັບ timesofindia - ພາບຖ່າຍໜ້າຈໍ |
ຕາມ TTXVN ໃຫ້ຮູ້ວ່າ, ສາດສະດາຈານ Marwah ແມ່ນນັກຊ່ຽວຊານດ້ານການຄ້າສາກົນ ແລະ ພູມສາດການເມືອງ ຢູ່ມະຫາວິທະຍາໄລ Delhi, ທັງແມ່ນຜູ້ຂຽນປຶ້ມ "ສາຍພົວພັນ ອິນເດຍ - ຫວຽດນາມ: ແຮງຊຸກຍູ້ການພັດທະນາ ແລະ ການເຊື່ອມຈອດຍຸດທະສາດ".
ສາດສະດາຈານ Marwah ຖືວ່າ ການທີ່ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເລືອກ ອິນເດຍ ເປັນໜຶ່ງໃນບັນດາປະເທດທຳອິດທີ່ຈະໄປຢ້ຽມຢາມ ພາຍຫຼັງກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ນັ້ນ ສະແດງໃຫ້ເຫັນວ່າ ຫວຽດນາມ ສືບຕໍ່ຖື ອິນເດຍ ເປັນຄູ່ຮ່ວມມືບຸລິມະສິດໃນນະໂຍບາຍການຕ່າງປະເທດ.
ສິ່ງນີ້ຍິ່ງມີຄວາມໝາຍ ເມື່ອການຢ້ຽມຢາມດຳເນີນໄປໃນຖືກຊ່ວງເວລາທີ່ສອງປະເທດສະເຫຼີມສະຫຼອງ 10 ປີແຫ່ງການຍົກລະດັບສາຍພົວພັນຂຶ້ນເປັນ ຄູ່ຮ່ວມມືຍຸດທະສາດຮອບດ້ານ, ເຊິ່ງແມ່ນຂອບການຮ່ວມມືທີ່ໄດ້ຮັບການສ້າງຕັ້ງຂຶ້ນໃນໂອກາດການຢ້ຽມຢາມ ຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ Modi ໃນເດືອນກັນຍາ ປີ 2016.
ພາຍຫຼັງໜຶ່ງທົດສະວັດແຫ່ງການຜັນຂະຫຍາຍ, ສາຍພົວພັນສອງຝ່າຍບັນລຸໄດ້ຫຼາຍບາດກ້າວຂະຫຍາຍຕົວ ບົນຮາກຖານຄວາມເຊື່ອໝັ້ນທາງດ້ານການເມືອງທີ່ເລິກເຊິ່ງ ແລະ ຍືນຍົງ. ຕາມທ່ານນາງ Marwah ແລ້ວ, ລະດັບຄວາມເຊື່ອໝັ້ນທີ່ສູງລະຫວ່າງສອງປະເທດ ໄດ້ສ້າງຮາກຖານໃຫ້ ຫວຽດນາມ ແລະ ອິນເດຍ ກ້າວເຂົ້າສູ່ໄລຍະພັດທະນາຕໍ່ໄປຂອງສາຍພົວພັນຄູ່ຮ່ວມມືໃນ 10 ປີຂ້າງໜ້າ, ມຸ່ງໄປສູ່ບັນດາໝຸດໝາຍສຳຄັນ ເຊັ່ນ: ສະເຫຼີມສະຫຼອງ 55 ປີແຫ່ງການສ້າງຕັ້ງສາຍພົວພັນການທູດໃນປີ 2027 ແລະ ການຫັນວິໄສທັດຮ່ວມໃຫ້ປະກົດຜົນເປັນຈິງໃນປີ 2030.
ທ່ານນາງຖືວ່າ ການຢ້ຽມຢາມຄັ້ງນີ້ ບໍ່ພຽງແຕ່ມີຄວາມໝາຍທາງດ້ານສັນຍະລັກເທົ່ານັ້ນ ແຕ່ຍັງດຳເນີນໄປໃນສະພາບແວດລ້ອມສາກົນທີ່ນັບມື້ນັບມີຄວາມສັບສົນ, ດ້ວຍການຜັນແປທາງດ້ານພູມສາດການເມືອງ ແລະ ພູມສາດເສດຖະກິດ. ບັນດາສິ່ງທ້າທາຍ ເຊັ່ນ: ການຢຸດສະງັກຂອງຕ່ອງໂສ້ອຸປະທານ, ຄວາມໝັ້ນຄົງທາງທະເລ, ການອັດຕັນຂອງບັນດາເສັ້ນທາງການຄ້າຢຸດທະສາດ ແລະ ແຮງກົດດັນຕໍ່ກັບເສລີພາບໃນການເດີນເຮືອ ພວມບັງຄັບໃຫ້ຫຼາຍປະເທດຕ້ອງປັບປຸງຍຸດທະສາດການພັດທະນາ ແລະ ຄວາມໝັ້ນຄົງ. ໃນສະພາບການນັ້ນ, ຫວຽດນາມ ແລະ ອິນເດຍ ໄດ້ຮັບການຕີລາຄາວ່າແມ່ນສອງຄູ່ຮ່ວມມືທີ່ມີຜົນປະໂຫຍດຍຸດທະສາດທີ່ຄ້າຍຄືກັນ, ຮ່ວມກັນປະຕິບັດນະໂຍບາຍການຕ່າງປະເທດທີ່ເປັນເອກະລາດ, ເປັນເຈົ້າຕົນເອງ ແລະ ເຮັດໃຫ້ການພົວພັນຄູ່ຮ່ວມມືມີຄວາມຫຼາກຫຼາຍ.
ໜຶ່ງໃນບັນດາເສົາຄ້ຳທີ່ພົ້ນເດັ່ນຂອງສາຍພົວພັນສອງຝ່າຍ ແມ່ນການຮ່ວມມືດ້ານປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ. ສາດສະດາຈານ Marwah ໄດ້ເຕືອນຄືນເຖິງການຢ້ຽມຢາມ ຫວຽດນາມ ໃນປີ 2022 ຂອງທ່ານລັດຖະມົນຕີກະຊວງປ້ອງກັນຊາດ ອິນເດຍ Rajnath Singh ເພື່ອເປັນຫຼັກຖານໃຫ້ແກ່ຄວາມເລິກເຊິ່ງຂອງການຮ່ວມມືທີ່ນັບມື້ນັບເພີ່ມຂຶ້ນໃນຂົງເຂດນີ້.
ໃນລະດັບພາກພື້ນ, ຫວຽດນາມ ໄດ້ຮັບການຕີລາຄາວ່າ ມີຕຳແໜ່ງທີ່ພິເສດໃນນະໂຍບາຍ "ການກະທຳມຸ່ງໄປສູ່ທິດຮ່ວມຕາເວັນອອກ" (Act East Policy) ແລະ ຂໍ້ລິເລີ່ມ ອິນເດຍ - ປາຊີຟິກ ຂອງ ອິນເດຍ. ສາຍພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດ ໄດ້ຮັບການສ້າງຕັ້ງຂຶ້ນຕັ້ງແຕ່ປີ 2007, ກ່ອນທີ່ New Delhi ຈະປະກາດນະໂຍບາຍ Act East ໃນປີ 2014. ຕາມທ່ານນາງ Marwah ແລ້ວ, ສິ່ງນີ້ສະທ້ອນໃຫ້ເຫັນເຖິງບົດບາດສຳຄັນອັນຍາວນານຂອງ ຫວຽດນາມ ໃນການຄິດໄລ່ທາງດ້ານຍຸດທະສາດຂອງ ອິນເດຍ.
ສອງປະເທດໃນປັດຈຸບັນ ມີຂອບເຂດການຮ່ວມມືຢ່າງຫຼວງຫຼາຍໃນຂອບຂອງອາຊຽນ (ASEAN) ເປີດກວ້າງ, ລວມທັງກອງປະຊຸມລັດຖະມົນຕີປ້ອງກັນຊາດອາຊຽນ (ADMM+) ແລະ ບັນດາຂໍ້ລິເລີ່ມການຮ່ວມມືທາງທະເລ ອາຊຽນ - ອິນເດຍ. ໃນສະພາບການທີ່ປີນີ້ໄດ້ຮັບການກຳນົດວ່າແມ່ນ ປີແຫ່ງການຮ່ວມມືທາງທະເລ ອາຊຽນ - ອິນເດຍ, ບັນດາຂົງເຂດ ເຊັ່ນ: ຄວາມໝັ້ນຄົງທາງທະເລ, ການແບ່ງປັນຂໍ້ມູນ, ການຊ່ວຍເຫຼືອດ້ານມະນຸດສະທຳ, ການຄຸ້ມຄອງໄພພິບັດ, ການພັດທະນາເສດຖະກິດທະເລສີຄາມ ແລະ ການຮ່ວມມືລະຫວ່າງກຳລັງຕຳຫຼວດທະເລ - ກອງທັບເຮືອ ຈະສືບຕໍ່ໄດ້ຮັບການຊຸກຍູ້.
ຄຽງຄູ່ກັບການປ້ອງກັນຊາດ, ການຮ່ວມມືດ້ານເສດຖະກິດ ໄດ້ຮັບການຖືວ່າແມ່ນແຮງຊຸກຍູ້ສຳຄັນໃນໄລຍະຕໍ່ໄປຂອງສາຍພົວພັນສອງຝ່າຍ. ຕາມສາດສະດາຈານ Marwah ແລ້ວ, ຫວຽດນາມ ມີນະໂຍບາຍດຶງດູດການລົງທຶນໂດຍກົງຈາກຕ່າງປະເທດທີ່ເປີດກວ້າງ ແລະ ສະພາບແວດລ້ອມການລົງທຶນທີ່ເປັນມິດ. ເຖິງວ່າຂະໜາດຂອງຕະຫຼາດພາຍໃນຈະບໍ່ໃຫຍ່, ແຕ່ ຫວຽດນາມ ກໍສາມາດນຳໃຊ້ທ່າແຮງໄດ້ເປັນຢ່າງດີ ເພື່ອກາຍເປັນສູນກາງການຜະລິດ ແລະ ສົ່ງອອກ ໃນບັນດາຂົງເຂດ ເອເລັກໂຕຣນິກ, ຕ່ຳແຜ່ນຕັດຫຍິບ, ເກີບໜັງ ແລະ logistics, ໂດຍຜ່ານນັ້ນກໍດຶງດູດບັນດາກຸ່ມບໍລິສັດຂ້າມຊາດຢ່າງແຂງແຮງ.
ທ່ານນາງຖືວ່າ ອິນເດຍ ສາມາດຮຽນຮູ້ຈາກ ຫວຽດນາມ ກ່ຽວກັບການພັດທະນາໂຄງລ່າງພື້ນຖານທ່າເຮືອ, logistics, ການເຊື່ອມໂຍງຕ່ອງໂສ້ອຸປະທານ ແລະ ການຂະຫຍາຍບັນດາເຂດເສດຖະກິດ. ໃນທາງກົງກັນຂ້າມ, ອິນເດຍ ສາມາດສະໜັບສະໜູນ ຫວຽດນາມ ໃນການພັດທະນາໂຄງລ່າງພື້ນຖານດີຈີຕອນ, ພະລັງງານທົດແທນ, ການບຳລຸງສ້າງຊັບພະຍາກອນມະນຸດ, ການປ່ຽນແປງໃໝ່ປະດິດສ້າງ ແລະ ເຕັກໂນໂລຊີຂັ້ນສູງ.
ຕາມການຕີລາຄາຂອງນັກວິຊາການ ອິນເດຍ, ຂອບເຂດການຮ່ວມມືໃໝ່ ຍັງນອນຢູ່ໃນບັນດາຂົງເຂດຍຸດທະສາດ ເຊັ່ນ: ປັນຍາປະດິດ (AI), ເຄິ່ງຊັກນຳ (semiconductor), ເຕັກໂນໂລຊີຂັ້ນສູງ ແລະ ການຫັນເປັນດີຈີຕອນ. ໃນປັດຈຸບັນ ຫວຽດນາມ ວາງເປົ້າໝາຍໃຫ້ເສດຖະກິດດີຈີຕອນ ກວມເອົາປະມານ 30% ຂອງຍອດຜະລິດຕະພັນພາຍໃນ (GDP), ທັງຊຸກຍູ້ການຫັນເປັນສີຂຽວ ແລະ ພະລັງງານສະອາດຢ່າງແຂງແຮງ. ໃນຂະນະດຽວກັນ, ອິນເດຍ ກໍພວມຜັນຂະຫຍາຍ ໂຄງການພາລະກິດເຄິ່ງຊັກນຳ ອິນເດຍ 2.0 (Semiconductor Mission 2.0) ແລະ ຂະຫຍາຍຂີດຄວາມສາມາດດ້ານເຕັກໂນໂລຊີ, ສ້າງໂອກາດໃນການເຊື່ອມຕໍ່ໃຫ້ເລິກເຊິ່ງກວ່າເກົ່າກັບ ຫວຽດນາມ.
ສາດສະດາຈານ Marwah ຍັງໄດ້ເນັ້ນໜັກເຖິງທ່າແຮງໃນການຮ່ວມມືຂຸດຄົ້ນ ແລະ ປຸງແຕ່ງດິນຫາຍາກ, ເມື່ອ ຫວຽດນາມ ຄອບຄອງປະລິມານສຳຮອງດິນຫາຍາກ ຢູ່ໃນກຸ່ມທີ່ໃຫຍ່ທີ່ສຸດໃນໂລກ.
ຕາມທ່ານນາງແລ້ວ, ການຄ້າສອງຝ່າຍໃນປັດຈຸບັນ ຢູ່ໃນລະດັບຫຼາຍກວ່າ 16 ຕື້ USD ເຊິ່ງຍັງບໍ່ທັນສົມກັບທ່າແຮງ ແລະ ສາມາດເພີ່ມຂຶ້ນເປັນ 30 ຕື້ USD ພາຍຫຼັງປີ 2030. ການລົງທຶນສອງຝ່າຍໃນປັດຈຸບັນ ມີພຽງແຕ່ປະມານ 2 ຕື້ USD ເຊິ່ງຍັງມີຂອບເຂດການເຕີບໂຕອີກຫຼາຍ ຖ້າຫາກສອງຝ່າຍນຳໃຊ້ລັກສະນະຊ່ວຍໜູນກັນຂອງພື້ນຖານເສດຖະກິດໄດ້ເປັນຢ່າງດີ.
ນອກຈາກເສດຖະກິດ ແລະ ຍຸດທະສາດແລ້ວ, ການພົບປະແລກປ່ຽນລະຫວ່າງປະຊາຊົນ ກໍພວມກາຍເປັນເສົາຄ້ຳທີ່ສຳຄັນຂຶ້ນເລື້ອຍໆ. ສາດສະດາຈານ Marwah ໃຫ້ຮູ້ວ່າ ການຂະຫຍາຍເສັ້ນທາງບິນຊື່ ໄດ້ສ້າງແຮງຊຸກຍູ້ອັນສຳຄັນໃຫ້ແກ່ການທ່ອງທ່ຽວ ແລະ ການເຊື່ອມຕໍ່ທາງສັງຄົມ, ດ້ວຍຖ້ຽວບິນຊື່ປະມານ 88 ຖ້ຽວຕໍ່ອາທິດ ລະຫວ່າງສອງປະເທດ. ບັນດາການເຊື່ອມໂຍງດ້ານວັດທະນະທຳ - ປະຫວັດສາດອັນຍາວນານ, ນັບແຕ່ມໍລະດົກທາງພຸດທະສາສະໜາ ທີ່ຕິດພັນກັບ Bodh Gaya ແລະ ມະຫາວິທະຍາໄລ Nalanda ໄປຈົນເຖິງອາະລິຍະທຳ ຈຳປາ (Champa) ແລະ ໂຄງການອະນຸລັກຮັກສາສຳນັກສົງ ໝີເຊີນ (Mỹ Sơn), ໄດ້ສືບຕໍ່ປັບປຸງຮາກຖານທາງສັງຄົມໃຫ້ແກ່ສາຍພົວພັນສອງຝ່າຍ.
ທ່ານນາງ Marwah ຖືວ່າ ເພື່ອສ້າງແຮງຊຸກຍູ້ເພີ່ມຕື່ມໃຫ້ແກ່ສາຍພົວພັນ ຫວຽດນາມ - ອິນເດຍ, ສອງປະເທດຈຳເປັນຕ້ອງຊຸກຍູ້ການແລກປ່ຽນລະຫວ່າງມະຫາວິທະຍາໄລ, ນັກວິຊາການ, ນັກຂ່າວ, ຊາວໜຸ່ມ ແລະ ນັກການທູດໃຫ້ແຂງແຮງກວ່າເກົ່າ, ໂດຍຜ່ານນັ້ນກໍເພື່ອຍົກສູງຄວາມເຂົ້າອົກເຂົ້າໃຈເຊິ່ງກັນແລະກັນ ແລະ ປັບປຸງຮາກຖານທາງສັງຄົມໃຫ້ແກ່ສາຍພົວພັນສອງຝ່າຍໃນໄລຍະຍາວ.
ດ້ວຍຮາກຖານຄວາມເຊື່ອໝັ້ນທາງດ້ານການເມືອງທີ່ເລິກເຊິ່ງ, ຜົນປະໂຫຍດຍຸດທະສາດທີ່ຄ້າຍຄືກັນ ແລະ ທ່າແຮງການຮ່ວມມືທີ່ເປີດກວ້າງ, ການຢ້ຽມຢາມຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ຮັບການຄາດຫວັງວ່າ ຈະສ້າງກຳລັງຊຸກຍູ້ໃໝ່ໃຫ້ແກ່ສາຍພົວພັນ ຫວຽດນາມ - ອິນເດຍ, ບໍ່ພຽງແຕ່ໃນລະດັບສອງຝ່າຍເທົ່ານັ້ນ ແຕ່ຍັງຢູ່ໃນສະພາບການໂຄງສ້າງພາກພື້ນ ອິນເດຍ - ປາຊີຟິກ ທີ່ພວມສືບຕໍ່ໄດ້ຮັບການສ້າງຂຶ້ນໃໝ່.
| ສ້າງກຳລັງຊຸກຍູ້ໃໝ່ໃຫ້ແກ່ສາຍພົວພັນ ຫວຽດນາມ - ອິນເດຍ ຍສໝ - ຕາມທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫງວຽນແມ້ງເກື່ອງ ແລ້ວ, ບົດຢ້ຽມຢາມລັດຖະກິດ ຢູ່ ອິນເດຍ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແມ່ນໂອກາດທີ່ມີຄວາມໝາຍເປັນຢ່າງຍິ່ງ ເພື່ອໃຫ້ສອງປະເທດປັບປຸງ ແລະ ເພີ່ມທະວີສາຍພົວພັນໃນທຸກດ້ານ, ທັງພ້ອມກັນຫວນຄືນການຈັດຕັ້ງປະຕິບັດຂອບເຂດຄູ່ຮ່ວມມືຍຸດທະສາດຮອບດ້ານໃນ 10 ປີຜ່ານມາ, ຈາກນັ້ນກໍສ້າງກຳລັງຊຸກຍູ້ໃໝ່ ແລະ ກຳນົດຂອບເຂດການຮ່ວມມື ໃຫ້ແກ່ສາຍພົວພັນທະວິພາຄີລະຫວ່າງ ຫວຽດນາມ ແລະ ອິນເດຍ ... |
| ນັກວິຊາການ ແລະ ນັກການເມືອງສາກົນໄດ້ສະແດງຄວາມໝັ້ນໃຈຕໍ່ແງ່ຫວັງການພັດທະນາຂອງຫວຽດນາມ ຍສໝ - ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 14 ຂອງພັກກອມມູນິດຫວຽດນາມ ຖືກນັກວິຊາການ, ນັກການເມືອງ ແລະ ຜູ້ຊ່ຽວຊານສາກົນຖືວ່າ ເປັນຂີດໝາຍປະຫວັດສາດທີ່ສຳຄັນ, ວາງພື້ນຖານໃຫ້ແກ່ຍຸກໃໝ່ຂອງການພັດທະນາປະເທດຊາດ, ຕິດພັນກັບການປະຕິຮູບສະຖາບັນ, ການສົ່ງເສີມວິທະຍາສາດ ແລະ ເຕັກໂນໂລຊີ, ການຂະຫຍາຍການເຊື່ອມໂຍງ, ແລະ ຍົກສູງທີ່ຕັ້ງຂອງຫວຽດນາມໃນເວທີສາກົນ. |
