| ສ້າງກຳລັງຊຸກຍູ້ໃໝ່ໃຫ້ແກ່ສາຍພົວພັນ ຫວຽດນາມ - ອິນເດຍ | |
| 79 ປີແຫ່ງວັນເອກະລາດອິນເດຍ: ການແລກປ່ຽນປະຊາຊົນສ້າງຂົວແຫ່ງການຮ່ວມມື ຫວຽດນາມ - ອິນເດຍ. |
![]() |
| ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ພົບປະກັບທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi ໃນຂອບເຂດການເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດ ສະໄໝທີ 79 ແລະ ເຮັດວຽກຢູ່ ສະຫະລັດ ອາເມລິກາ, ໃນຕອນບ່າຍວັນທີ 23 ກັນຍາ 2024 (ຕາມເວລາທ້ອງຖິ່ນ), ຢູ່ New York. ພາບເອກະສານ: Thanh Tuan/TTXVN |
ນີ້ແມ່ນບົດຢ້ຽມຢາມຕ່າງປະເທດຄັ້ງທີສອງຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ນັບຕັ້ງແຕ່ພາຍຫຼັງສະພາແຫ່ງຊາດໄດ້ບູລະນະໂຄງຮ່າງ ບັນດາຕຳແໜ່ງການນຳລັດ, ແລະ ແມ່ນບົດຢ້ຽມຢາມຄັ້ງທຳອິດໃນປະຫວັດສາດຂອງທ່ານເລຂາທິການໃຫຍ່, ປະທານປະເທດເຮົາ ທີ່ໄປຢ້ຽມຢາມ ອິນເດຍ. ບົດຢ້ຽມຢາມຈັດຂຶ້ນໃນສະພາບການປີ 2026 ທີ່ສອງປະເທດສະເຫຼີມສະຫຼອງຂີດໝາຍ 54 ປີ ແຫ່ງການສ້າງຕັ້ງສາຍພົວພັນທາງການທູດ (1972-2026), 10 ປີ ແຫ່ງການສ້າງຕັ້ງສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ (2016-2026), ປະກອບສ່ວນສ້າງບາດກ້າວບຸກທະລຸ ແລະ ສ້າງຕັ້ງຂອບເຂດໃໝ່ໃຫ້ແກ່ສາຍພົວພັນທະວິພາຄີໃນໄລຍະການພັດທະນາໃໝ່.
ສາຍພົວພັນການເມືອງ - ການຕ່າງປະເທດ ທີ່ໄວ້ເນື້ອເຊື່ອໃຈ ແລະ ສະໜິດແໜ້ນ
ຫວຽດນາມ ແລະ ອິນເດຍ ມີສາຍພົວພັນມິດທະພາບມູນເຊື້ອ, ສະໜິດແໜ້ນມາແຕ່ດົນນານ, ເຊິ່ງໄດ້ຮັບການຖະໜອມຮັກ, ເພີ່ມພູນຄູນສ້າງ ແລະ ພັດທະນາຢ່າງຕໍ່ເນື່ອງໂດຍການນຳຮຸ່ນຕ່າງໆຂອງສອງປະເທດ. ວັນທີ 7/1/1972, ໃນທ່າມກາງການຕໍ່ສູ້ຕ້ານຈັກກະພັດ ອາເມລິກາ ເພື່ອກູ້ຊາດຂອງປະຊາຊົນ ຫວຽດນາມ ກ້າວເຂົ້າສູ່ໄລຍະທີ່ດຸເດືອດຂາດຕົວ, ອິນເດຍ ແລະ ຫວຽດນາມ ໄດ້ປະກາດສ້າງຕັ້ງສາຍພົວພັນທາງການທູດ, ເປີດສັງກາດໃໝ່ໃນສາຍພົວພັນມິດທະພາບ ແລະ ການຮ່ວມມືລະຫວ່າງສອງປະເທດ.
ສາຍພົວພັນ ຫວຽດນາມ - ອິນເດຍ ໄດ້ກາຍເປັນສາຍພົວພັນທີ່ໄວ້ເນື້ອເຊື່ອໃຈ ແລະ ຕິດພັນກັນຢ່າງພິເສດ ຍ້ອນມີຄວາມຄ້າຍຄືກັນທາງດ້ານແນວຄິດລະຫວ່າງສອງຜູ້ນຳທີ່ດີເດັ່ນຂອງສອງຊາດ: ປະທານ ໂຮ່ຈີມິນ ແລະ ຜູ້ນຳ Mahatma Gandhi. ຜູ້ນຳການປະຕິວັດທັງສອງທ່ານ ເຖິງວ່າຈະບໍ່ມີໂອກາດໄດ້ພົບປະກັນ ແຕ່ຄວາມເຄົາລົບຮັກ ແລະ ຄວາມຊົມເຊີຍທີ່ຕ່າງຝ່າຍຕ່າງມີໃຫ້ກັນນັ້ນ ໄດ້ກາຍເປັນແຫຼ່ງບັນດານໃຈໃຫ້ແກ່ບັນດາຜູ້ຮັກຫອມສັນຕິພາບໃນທົ່ວໂລກ.
ໃນຂະນະດຽວກັນ, ມິດທະພາບທີ່ແໜ້ນແຟ້ນ ແລະ ຊື່ສັດລະຫວ່າງ ປະທານ ໂຮ່ຈີມິນ ແລະ ທ່ານນາຍົກລັດຖະມົນຕີ ອິນເດຍ Jawaharlal Nehru, ທ່ານນາຍົກລັດຖະມົນຕີຄົນທຳອິດຂອງ ອິນເດຍ ໄດ້ວາງຮາກຖານອັນໜັກແໜ້ນໃຫ້ແກ່ສາຍພົວພັນ ອິນເດຍ - ຫວຽດນາມ, ນຳພາສອງຊາດຄຽງບ່າຄຽງໄຫຼ່ກັນຜ່ານຜ່າບັນດາການຜັນແປຂອງປະຫວັດສາດ.
ສອງປະເທດໄດ້ທຸ່ມເທສຸດຈິດສຸດໃຈເພື່ອສະໜັບສະໜູນ ແລະ ຊ່ວຍເຫຼືອເຊິ່ງກັນແລະກັນ ໃນການຕໍ່ສູ້ຍາດເອົາເອກະລາດແຫ່ງຊາດໃນເມື່ອກ່ອນ, ກໍຄືໃນພາລະກິດຟື້ນຟູປະເທດຊາດ, ການປ່ຽນແປງໃໝ່ ແລະ ການພັດທະນາເສດຖະກິດ - ສັງຄົມໃນປັດຈຸບັນ.
ສອງປະເທດໄດ້ລົງນາມໃນ “ຖະແຫຼງການຮ່ວມກ່ຽວກັບຂອບເຂດການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ ແລະ ອິນເດຍ ກ້າວເຂົ້າສູ່ສະຕະວັດທີ XXI” ໃນເດືອນພຶດສະພາ 2003; ສ້າງຕັ້ງສາຍພົວພັນຂຶ້ນເປັນ “ຄູ່ຮ່ວມມືຍຸດທະສາດ” ໃນເດືອນກໍລະກົດ 2007, ແລະ ສືບຕໍ່ຍົກລະດັບຂຶ້ນເປັນ “ຄູ່ຮ່ວມມືຍຸດທະສາດຮອບດ້ານ” ໃນເດືອນກັນຍາ 2016. ນັບແຕ່ນັ້ນມາ, ສາຍພົວພັນລະຫວ່າງສອງປະເທດນັບມື້ນັບພັດທະນາ ແລະ ເຂົ້າສູ່ລວງເລິກ. ສາຍພົວພັນໃນຊ່ອງທາງພັກ, ລັດ, ສະພາແຫ່ງຊາດ ແລະ ປະຊາຊົນສອງປະເທດໄດ້ຮັບການຂະຫຍາຍຕົວ; ບັນດາກົນໄກການຮ່ວມມືເຈລະຈາ, ອະນຸກຳມະການຮ່ວມມືຂະແໜງການ... ຍາມໃດກໍໄດ້ຮັບການເສີມຂະຫຍາຍຢ່າງມີປະສິດທິຜົນ. ໃນເດືອນທັນວາ 2020, ສອງປະເທດໄດ້ຜ່ານຖະແຫຼງການວິໄສທັດລວມ ຫວຽດນາມ - ອິນເດຍ ກ່ຽວກັບສັນຕິພາບ, ຄວາມຈະເລີນຮຸ່ງເຮືອງ ແລະ ປະຊາຊົນ; ແລະ ຜ່ານຖະແຫຼງການຮ່ວມກ່ຽວກັບການເພີ່ມທະວີສາຍພົວພັນຄູ່ຮ່ວມືຍຸດທະສາດຮອບດ້ານ ຫວຽດນາມ - ອິນເດຍ ໃນເດືອນສິງຫາ 2024.
ບັນດາບົດຢ້ຽມຢາມ ແລະ ການພົບປະເຊິ່ງກັນແລະກັນລະຫວ່າງການນຳສອງປະເທດ ຍິ່ງເຮັດໃຫ້ສາຍພົວພັນທະວິພາຄີເລິກເຊິ່ງຕື່ມອີກ. ທາງຝ່າຍ ຫວຽດນາມ ມີ: ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢ້ຽມຢາມລັດຖະກິດຢູ່ ອິນເດຍ (ເດືອນສິງຫາ 2024); ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພົບປະກັບທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi ຢູ່ບັນດາກອງປະຊຸມ ເຊັ່ນ: ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44, 45 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ຈັດຂຶ້ນຢູ່ ວຽງຈັນ (ລາວ) (ວັນທີ 11/10/2024), ກອງປະຊຸມສຸດຍອດກຸ່ມບັນດາພື້ນຖານເສດຖະກິດທີ່ພັດທະນາ ແລະ ພົ້ນເດັ່ນຊັ້ນນຳຂອງໂລກ (G20) ຢູ່ ບຣາຊິນ (ວັນທີ 18/11/2024), ກອງປະຊຸມສຸດຍອດ BRICS ເປີດກວ້າງ ຢູ່ ບຣາຊິນ (ວັນທີ 6/7/2025), ແລະ ກອງປະຊຸມສຸດຍອດກຸ່ມບັນດາພື້ນຖານເສດຖະກິດທີ່ພັດທະນາ ແລະ ພົ້ນເດັ່ນຊັ້ນນຳຂອງໂລກ (G20) ຢູ່ ອາຟຣິກາໃຕ້ (ວັນທີ 22/11/2025); ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ພົບປະກັບທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດແຫ່ງອະນາຄົດ ແລະ ວາລະປຶກສາຫາລືທົ່ວໄປຂັ້ນສູງ ສະມັດຊາໃຫຍ່ອົງການສະຫະປະຊາຊາດ ຢູ່ເມືອງ New York (ສະຫະລັດ ອາເມລິກາ) (ວັນທີ 23/9/2024); ທ່ານກຳມະການກົມການເມືອງ, ຫົວໜ້າຄະນະໂຄສະນາອົບຮົມ ແລະ ວຽກງານມວນຊົນສູນກາງ ຫງວຽນຈ້ອງເຫງຍ (Nguyễn Trọng Nghĩa) ຢ້ຽມຢາມເຮັດວຽກຢູ່ ອິນເດຍ (ເດືອນມິຖຸນາ 2025); ທ່ານເລຂາທິການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ເລຮວ່າຍຈຸງ (Lê Hoài Trung) ພົບປະກັບທ່ານລັດຖະມົນຕີກະຊວງການຕ່າງປະເທດ ອິນເດຍ Subrahmanyam Jaishankar ໃນຂອບເຂດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ຢູ່ Kuala Lumpur (ມາເລເຊຍ) (ວັນທີ 27/10/2025)...
ທາງຝ່າຍ ອິນເດຍ ມີບັນດາບົດຢ້ຽມຢາມ ຫວຽດນາມ ຂອງທ່ານ: ນາຍົກລັດຖະມົນຕີ Narendra Modi (ເດືອນກັນຍາ 2016); ປະທານາທິບໍດີ Ram Nath Kovind (ເດືອນພະຈິກ 2018); ຮອງປະທານາທິບໍດີ Venkaiah Naidu (ເດືອນພຶດສະພາ 2019); ປະທານສະພາຕໍ່າ Om Birla (4/2022)...
ປັດຈຸບັນ ສອງປະເທດຍັງຄົງຮັກສາບັນດາກົນໄກການຮ່ວມມື ເຊັ່ນ: ຄະນະກຳມະການຮ່ວມ ຫວຽດນາມ - ອິນເດຍ ຂັ້ນລັດຖະມົນຕີກະຊວງການຕ່າງປະເທດ (ການປະຊຸມຄັ້ງທີ 18 ໃນເດືອນຕຸລາ 2023); ອະນຸກຳມະການການຄ້າຮ່ວມ ຫວຽດນາມ - ອິນເດຍ (ການປະຊຸມຄັ້ງທີ 5 ໃນເດືອນສິງຫາ 2023); ການປຶກສາຫາລືທາງດ້ານການເມືອງ ແລະ ການເຈລະຈາຍຸດທະສາດ; ການເຈລະຈາດ້ານປ້ອງກັນຄວາມສະຫງົບ, ການເຈລະຈານະໂຍບາຍປ້ອງກັນຊາດ; ການເຈລະຈານະໂຍບາຍການຕ່າງປະເທດ; ການເຈລະຈາດ້ານປ້ອງກັນຄວາມສະຫງົບທາງທະເລ...
ຢູ່ບັນດາເວທີປາໄສຫຼາຍຝ່າຍ, ສອງປະເທດຍັງໄດ້ປະສານສົມທົບກັນຢ່າງແໜ້ນແຟ້ນ ແລະ ສະໜັບສະໜູນເຊິ່ງກັນແລະກັນ, ໂດຍສະເພາະແມ່ນໃນຂອບເຂດອົງການສະຫະປະຊາຊາດ ແລະ ຢູ່ບັນດາເວທີປາໄສພາກພື້ນທີ່ອາຊຽນເປັນຜູ້ນຳພາ.
ການຮ່ວມມືດ້ານເສດຖະກິດ - ການຄ້າ - ການລົງທຶນ ມີຫຼາຍຈຸດທີ່ພົ້ນເດັ່ນ
ປັດຈຸບັນ, ອິນເດຍ ແມ່ນຄູ່ຮ່ວມມືການຄ້າໃຫຍ່ອັນດັບທີ 8 ຂອງ ຫວຽດນາມ, ຫວຽດນາມ ແມ່ນຄູ່ຮ່ວມມືໃຫຍ່ອັນດັບທີ 21 ຂອງ ອິນເດຍ ແລະ ອັນດັບທີ 4 ໃນ ອາຊຽນ. ການຄ້າທະວິພາຄີລະຫວ່າງສອງປະເທດເພີ່ມຂຶ້ນຢ່າງໄວວາ, ຈາກລະດັບ 5,43 ຕື້ USD ໃນປີ 2016 ຂຶ້ນມາເປັນກວ່າ 15,04 ຕື້ USD ໃນປີ 2022; 14,36 ຕື້ USD ໃນປີ 2023; 14,92 ຕື້ USD ໃນປີ 2024; 16,46 ຕື້ USD ໃນປີ 2025; 3 ເດືອນຕົ້ນປີ 2026 ບັນລຸ 4,8 ຕື້ USD, ເພີ່ມຂຶ້ນ 28% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2025.
ກ່ຽວກັບການລົງທຶນ, ນັບຮອດເດືອນມີນາ 2026, ອິນເດຍ ມີ 503 ໂຄງການທີ່ຍັງມີຜົນສັກສິດ ດ້ວຍທຶນຈົດທະບຽນທັງໝົດ 1,117 ຕື້ USD, ຢືນອັນດັບທີ 26/154 ປະເທດ ແລະ ເຂດແຄ້ວນທີ່ມີການລົງທຶນຢູ່ ຫວຽດນາມ. ຕາມຂົງເຂດການລົງທຶນ, ບັນດານັກລົງທຶນ ອິນເດຍ ໄດ້ລົງທຶນເຂົ້າໃນ 15/21 ຂະແໜງເສດຖະກິດຂອງ ຫວຽດນາມ, ສຸມໃສ່ຂົງເຂດອຸດສາຫະກຳປຸງແຕ່ງ, ຜະລິດ ດ້ວຍ 62 ໂຄງການ ແລະ ທຶນຈົດທະບຽນ 643,3 ລ້ານ USD, ກວມເອົາ 54,7% ຂອງຍອດທຶນລົງທຶນຈົດທະບຽນ; ຂົງເຂດການຜະລິດ ແລະ ແຈກຢາຍໄຟຟ້າ, ອາຍແກັສ ມີ 4 ໂຄງການ, ທຶນຈົດທະບຽນ 157 ລ້ານ USD, ກວມເອົາ 13,4% ຂອງຍອດທຶນລົງທຶນຈົດທະບຽນ; ຂົງເຂດການຂຸດຄົ້ນບໍ່ແຮ່ ມີ 5 ໂຄງການ, ຍອດທຶນລົງທຶນຈົດທະບຽນ 95 ລ້ານ USD, ກວມເອົາ 8,1% ຂອງຍອດທຶນລົງທຶນທັງໝົດ.
ຕາມທ້ອງຖິ່ນການລົງທຶນ, ອິນເດຍ ໄດ້ລົງທຶນຢູ່ 20/34 ແຂວງ, ນະຄອນ ຂອງ ຫວຽດນາມ. ນຳໜ້າແມ່ນ ນະຄອນ ໂຮ່ຈີມິນ, ຖັດມາແມ່ນ ດັກລັກ, ແຄງຮ່ວາ, ແທັງຮ່ວາ, ໄຕນິງ, ເງະອານ, ຝູທໍ...
ບາງໂຄງການທີ່ພົ້ນເດັ່ນສາມາດກ່າວເຖິງໄດ້ຄື: ໂຄງການໂຮງງານນ້ຳຕານ ເຊີງຮ່ວາ (Sơn Hòa) ຢູ່ແຂວງ ດັກລັກ ດ້ວຍຍອດທຶນລົງທຶນຈົດທະບຽນ 94,5 ລ້ານ USD; ໂຄງການ ບໍລິສັດ ຈຳກັດ ກາເຟເງິນ (Cà phê Ngon) ຢູ່ແຂວງ ດັກລັກ, ຍອດທຶນລົງທຶນຈົດທະບຽນ 90 ລ້ານ USD; ໂຄງການໂຮງງານໄຟຟ້າແສງຕາເວັນ Infra 1, ຍອດທຶນລົງທຶນ 71,9 ລ້ານ USD ຢູ່ແຂວງ ແຄງຮ່ວາ.
ໃນທິດທາງກົງກັນຂ້າມ, ຫວຽດນາມ ໄດ້ລົງທຶນໄປ ອິນເດຍ 30 ໂຄງການ ດ້ວຍຍອດທຶນເກືອບ 150,5 ລ້ານ USD, ຢືນອັນດັບທີ 17/88 ທ້ອງຖິ່ນທີ່ ຫວຽດນາມ ລົງທຶນໄປຕ່າງປະເທດ (ນັບຮອດເດືອນມີນາ 2026). ທີ່ພົ້ນເດັ່ນແມ່ນໂຄງການຂອງ ກຸ່ມບໍລິສັດ Vingroup ສ້າງຕັ້ງໂຮງງານຜະລິດລົດໄຟຟ້າ ຢູ່ລັດ Tamil Nadu ແລະ ຄາດວ່າຈະຍົກລະດັບຍອດການລົງທຶນຢູ່ ອິນເດຍ ຂຶ້ນເປັນ 6,5 ຕື້ USD.
ນອກຈາກເສດຖະກິດ - ການຄ້າ - ການລົງທຶນແລ້ວ, ສອງປະເທດຍັງໄດ້ຮ່ວມມືກັນຢ່າງມີປະສິດທິຜົນໃນຫຼາຍຂົງເຂດອື່ນໆ. ໃນນັ້ນ, ການຮ່ວມມືດ້ານການສຶກສາ - ກໍ່ສ້າງ ບັນລຸໄດ້ໝາກຜົນທີ່ຕັ້ງໜ້າຫຼາຍຢ່າງ. ອິນເດຍ ໄດ້ມອບທຶນການສຶກສາໃຫ້ ຫວຽດນາມ 150 ທຶນ ຕາມໂຄງການຮ່ວມມືທາງດ້ານເຕັກນິກ ແລະ ເເສດຖະກິດ ອິນເດຍ (ITEC), 30 ທຶນການສຶກສາຂຶ້ນກັບໂຄງການ CEP/GCSS, 2-4 ທຶນ/ປີ ເພື່ອກໍ່ສ້າງພາສາ ຮິນດີ ແລະ ວັດທະນະທຳ ອິນເດຍ, ສ້າງຕັ້ງສູນກໍ່ສ້າງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ ກ່ຽວກັບເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການສື່ສານ ຢູ່ ຮ່າໂນ້ຍ, ສູນພາສາອັງກິດ ຢູ່ມະຫາວິທະຍາໄລ ດານັງ.
ການຮ່ວມມືດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ສືບຕໍ່ແມ່ນເສົາຄ້ຳທີ່ສຳຄັນ ແລະ ຍຸດທະສາດ. ການຮ່ວມມືດ້ານການທ່ອງທ່ຽວ ແລະ ການພົບປະແລກປ່ຽນປະຊາຊົນ ໄດ້ຮັບການເພີ່ມທະວີ ແລະ ຂະຫຍາຍຕົວ. ໃນປີ 2025, ນັກທ່ອງທ່ຽວ ອິນເດຍ ມາ ຫວຽດນາມ ບັນລຸເກືອບ 800 ພັນເທື່ອຄົນ (ເພີ່ມຂຶ້ນ 4 ເທົ່າ ເມື່ອທຽບໃສ່ປີ 2019). ສອງຝ່າຍໄດ້ຊຸກຍູ້ການເຊື່ອມຕໍ່ທາງອາກາດ ແລະ ທາງທະເລ. ປັດຈຸບັນ, ລະຫວ່າງສອງປະເທດ ມີ 80 ຖ້ຽວບິນໂດຍກົງ/ອາທິດ. ອິນເດຍ ໄດ້ໜູນຊ່ວຍ ຫວຽດນາມ ໃນການບູລະນະປະຕິສັງຂອນ ກຸ່ມຫໍຜາສາດ ຈຳ ຢູ່ເຂດມໍລະດົກ UNESCO ໝີເຊີນ (Mỹ Sơn), ນະຄອນ ດານັງ.
ໃນການຮ່ວມມືດ້ານວິທະຍາສາດ - ເຕັກໂນໂລຊີ, ພະລັງງານ ແລະ ນ້ຳມັນອາຍແກັສ, ສອງຝ່າຍມີກົນໄກອະນຸກຳມະການວິທະຍາສາດ, ເຕັກໂນໂລຊີ. ການຮ່ວມມືວິທະຍາສາດ, ເຕັກໂນໂລຊີ ໄດ້ຮັບການຊຸກຍູ້ເພື່ອສ້າງກຳລັງຊຸກຍູ້ໃໝ່ ໃນບາງຂົງເຂດທີ່ສອດຄ່ອງກັບຄວາມຕ້ອງການຂອງສອງປະເທດ ໂດຍສະເພາະແມ່ນນະວັດຕະກຳ, ໂລບົບ (Robot), ການເລີ່ມຕົ້ນທຸລະກິດ (Startup), ພະລັງງານປະລະມານູ, ເຕັກໂນໂລຊີຊີວະພາບ. ສອງຝ່າຍໄດ້ລົງນາມໃນເອກະສານການຮ່ວມມືຫຼາຍສະບັບ, ສ້າງຕັ້ງກົນໄກຄະນະກຳມະການຮ່ວມ ກ່ຽວກັບພະລັງງານປະລະມານູ ເພື່ອຈຸດປະສົງສັນຕິພາບ, ພວມຕັ້ງໜ້າຊຸກຍູ້ການຮ່ວມມືໃນຂົງເຂດເຕັກໂນໂລຊີຂໍ້ມູນຂ່າວສານ (AI, ເຄິ່ງຕົວນຳ), ດິນຫາຍາກ.
ປະຊາຄົມຊາວ ຫວຽດນາມ ຢູ່ ອິນເດຍ ປັດຈຸບັນມີປະມານ 1.000 ຄົນ, ກະຈາຍຢູ່ຕາມທ້ອງຖິ່ນຕ່າງໆ, ສຸມໃສ່ຫຼາຍທີ່ສຸດແມ່ນຢູ່ New Delhi ແລະ Chennai.
![]() |
| ແຂກກຸ່ມທຳອິດໃນຈຳນວນແຂກ 4.500 ຄົນ ຂອງມະຫາເສດຖີ ອິນເດຍ ໄປຢ້ຽມຊົມເຂດທ່ອງທ່ຽວອະນຸລັກທຳມະຊາດ ຈ່າງອານ, ນິງບິ່ງ. ພາບ: /TTXVN |
ສືບຕໍ່ເຮັດໃຫ້ສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ນັບມື້ນັບເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນ
ປີ 2026 ມີຄວາມໝາຍສຳຄັນຢ່າງຍິ່ງ ເມື່ອ ຫວຽດນາມ ແລະ ອິນເດຍ ສະເຫຼີມສະຫຼອງວັນຄົບຮອບ 10 ປີ ແຫ່ງການຍົກລະດັບສາຍພົວພັນຂຶ້ນເປັນ ຄູ່ຮ່ວມມືຍຸດທະສາດຮອບດ້ານ, ເຊິ່ງເປັນຂີດໝາຍໄລຍະທາງໜຶ່ງທົດສະວັດທີ່ສາຍພົວພັນຂອງສອງປະເທດ ບັນລຸໄດ້ບັນດາບາດກ້າວຂະຫຍາຍຕົວຢ່າງແຂງແຮງທາງດ້ານການເມືອງ, ເສດຖະກິດ, ການແລກປ່ຽນວັດທະນະທຳ, ກໍຄືສາຍພົວພັນມິດທະພາບທີ່ສະໜິດແໜ້ນ ແລະ ໜັກແໜ້ນ ລະຫວ່າງປະຊາຊົນ ຫວຽດນາມ - ອິນເດຍ.
ໃນ 10 ປີຜ່ານມາ, ອິນເດຍ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືຍຸດທະສາດຮອບດ້ານຊັ້ນນຳຂອງ ຫວຽດນາມ ຢູ່ພາກພື້ນ, ສອງຝ່າຍມີຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງສູງ, ມີຄວາມຄ້າຍຄືກັນໃນຫຼາຍຜົນປະໂຫຍດທາງດ້ານຍຸດທະສາດ ແລະ ມີຮາກຖານການແລກປ່ຽນ, ຕິດພັນທາງດ້ານວັດທະນະທຳ ແລະ ຊົນຊາດມາແຕ່ດົນນານ. ໃນຂະນະດຽວກັນ, ຫວຽດນາມ ແມ່ນຄູ່ຮ່ວມມືທີ່ສຳຄັນໃນ “ນະໂຍບາຍມຸ່ງໄປສູ່ທິດຮ່ວມ (Act East Policy)” ຂອງ ອິນເດຍ ແລະ ຢູ່ພາກພື້ນ ອິນໂດ-ປາຊີຟິກ, ໂດຍອີງໃສ່ພື້ນຖານເພື່ອຜົນປະໂຫຍດລວມ, ຊຸກຍູ້ສັນຕິພາບ, ສະຖຽນລະພາບ ແລະ ຄວາມຈະເລີນຮຸ່ງເຮືອງໃນພາກພື້ນ. ນີ້ແມ່ນບັນດາຮາກຖານທີ່ສຳຄັນທີ່ສຸດ ເພື່ອສືບຕໍ່ນຳພາສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອິນເດຍ ໃຫ້ພັດທະນາຢ່າງແຂງແຮງ, ມີປະສິດທິຜົນ ແລະ ເລິກເຊິ່ງກວ່າອີກ, ຂຸດຄົ້ນທ່າແຮງ ແລະ ຂໍ້ໄດ້ປຽບຂອງສອງປະເທດໃຫ້ໄດ້ສູງສຸດ.
ໃນສະພາບການດັ່ງກ່າວ, ບົດຢ້ຽມຢາມລັດຖະກິດຢູ່ ອິນເດຍ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແຕ່ວັນທີ 5 ຫາ 7 ພຶດສະພາ 2026 ມີຄວາມໝາຍສຳຄັນເປັນຢ່າງຍິ່ງ, ບໍ່ພຽງແຕ່ປັບປຸງຮາກຖານຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງລະຫວ່າງສອງປະເທດເທົ່ານັ້ນ ແຕ່ຍັງເປີດກຳລັງຊຸກຍູ້ການຮ່ວມມືໃໝ່ ໃນໄລຍະການພັດທະນາຕໍ່ໄປ.
![]() |
| ສະຫາຍກຳມະການສູນກາງພັກ, ຮອງເລຂາທິການຜູ້ປະຈຳການຄະນະພັກ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫງວຽນແມ້ງເກື່ອງ. ພາບ: TTXVN |
ຕາມທ່ານກຳມະການສູນກາງພັກ, ຮອງເລຂາທິການຜູ້ປະຈຳການຄະນະພັກ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫງວຽນແມ້ງເກື່ອງ ແລ້ວ, ບົດຢ້ຽມຢາມໄດ້ສະແດງໃຫ້ເຫັນເຖິງການໃຫ້ຄວາມສຳຄັນຂອງ ຫວຽດນາມ ຕໍ່ສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອິນເດຍ ກໍຄືຕໍ່ພາກພື້ນອາຊີໃຕ້ໂດຍລວມ. ນີ້ກໍແມ່ນໂອກາດທີ່ມີຄວາມໝາຍເປັນຢ່າງຍິ່ງ ເພື່ອໃຫ້ສອງປະເທດປັບປຸງ ແລະ ເພີ່ມທະວີສາຍພົວພັນໃນທຸກດ້ານ, ທັງພ້ອມກັນຫວນຄືນການຈັດຕັ້ງປະຕິບັດຂອບເຂດຄູ່ຮ່ວມມືຍຸດທະສາດຮອບດ້ານໃນ 10 ປີຜ່ານມາ, ຈາກນັ້ນກໍສ້າງກຳລັງຊຸກຍູ້ໃໝ່ ແລະ ກຳນົດຂອບເຂດການຮ່ວມມື ໃຫ້ແກ່ສາຍພົວພັນທະວິພາຄີລະຫວ່າງ ຫວຽດນາມ ແລະ ອິນເດຍ ຂຶ້ນສູ່ລະດັບສູງໃໝ່ໃນໄລຍະຕໍ່ໄປ.
ນອກຈາກນັ້ນ, ບົດຢ້ຽມຢາມຍັງປະກອບສ່ວນເຮັດໃຫ້ເຫັນແຈ້ງເຖິງທິດທາງ, ເປົ້າໝາຍຂອງ ຫວຽດນາມ ແລະ ອິນເດຍ ໃນການແບ່ງປັນວິໄສທັດລວມ ແລະ ຜົນປະໂຫຍດທາງດ້ານຍຸດທະສາດ, ເພື່ອໃຫ້ແຕ່ລະປະເທດແມ່ນບຸລິມະສິດທີ່ແທ້ຈິງໃນນະໂຍບາຍການຕ່າງປະເທດຂອງກັນແລະກັນ, ທັງພ້ອມກັນແລກປ່ຽນທັດສະນະກ່ຽວກັບບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ ແລະ ເພີ່ມທະວີການສະໜັບສະໜູນເຊິ່ງກັນແລະກັນ ໃນບັນດາເວທີປາໄສພາກພື້ນ ແລະ ສາກົນ.
ທ່ານຮອງລັດຖະມົນຕີ ຫງວຽນແມ້ງເກື່ອງ ຖືວ່າ, ບົດຢ້ຽມຢາມຍັງແມ່ນການພິສູດໃຫ້ເຫັນຢ່າງຈະແຈ້ງເຖິງແນວທາງການຕ່າງປະເທດຂອງພັກ, ລັດ ໃນສັງກາດໃໝ່ ທີ່ມະຕິກອງປະຊຸມໃຫຍ່ຂອງພັກ ຄັ້ງທີ XIV ໄດ້ວາງອອກ. ນັ້ນແມ່ນເປັນເອກະລາດ, ເປັນເຈົ້າຕົນເອງ, ກຸ້ມຕົນເອງ, ສັນຕິພາບ, ມິດທະພາບ, ການຮ່ວມມື ແລະ ການພັດທະນາ, ຫັນເປັນຫຼາຍທິດ, ຫຼາຍຝ່າຍໃນການພົວພັນຕ່າງປະເທດ, ເປັນສະມາຊິກທີ່ມີຄວາມຮັບຜິດຊອບຕໍ່ປະຊາຄົມສາກົນ. ຜ່ານບົດຢ້ຽມຢາມ ແມ່ນສືບຕໍ່ຢືນຢັນວ່າ ຫວຽດນາມ ແມ່ນເພື່ອນ, ແມ່ນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ, ແມ່ນສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ; ເຂົ້າຮ່ວມຢ່າງເປັນເຈົ້າການ, ມີຄວາມຮັບຜິດຊອບເຂົ້າໃນການແກ້ໄຂບັນດາບັນຫາລວມຂອງພາກພື້ນ ແລະ ສາກົນ.
ໃນຂະນະນັ້ນ, ເມື່ອຕີລາຄາກ່ຽວກັບຄວາມໝາຍຂອງບົດຢ້ຽມຢາມ, ອະດີດເອກອັກຄະລັດຖະທູດ ອິນເດຍ ປະຈຳ ຫວຽດນາມ Preeti Saran, ຜູ້ທີ່ເຄີຍປະຕິບັດງານຢູ່ ຫວຽດນາມ ໃນຖານະເປັນເອກອັກຄະລັດຖະທູດ ອິນເດຍ ໄລຍະປີ 2013-2016, ກໍໄດ້ຢືນຢັນວ່າ ບົດຢ້ຽມຢາມຈະສ້າງກຳລັງຊຸກຍູ້ໃໝ່ທີ່ແຂງແຮງໃຫ້ແກ່ສາຍພົວພັນ ຫວຽດນາມ - ອິນເດຍ. ຕາມທ່ານນາງ Preeti Saran ແລ້ວ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ (Tô Lâm) ໄດ້ພົບປະກັບທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi ໃນຊຸມປີມໍ່ໆມານີ້, ຜ່ານນັ້ນສອງຝ່າຍໄດ້ສ້າງຄວາມເຂົ້າອົກເຂົ້າໃຈ ແລະ ຄວາມມຸ່ງໝັ້ນທີ່ຊັດເຈນ ຕໍ່ກັບການພັດທະນາສາຍພົວພັນລະຫວ່າງສອງປະເທດ. ບົນພື້ນຖານນັ້ນ, ອະດີດເອກອັກຄະລັດຖະທູດ Preeti Saran ເຊື່ອໝັ້ນວ່າ ບົດຢ້ຽມຢາມຄັ້ງນີ້ຈະສ້າງແຮງຍູ້ທີ່ສຳຄັນຄືດັ່ງຄວາມຄາດຫວັງຂອງທັງສອງຝ່າຍ, ປະກອບສ່ວນສືບຕໍ່ຊຸກຍູ້ສາຍພົວພັນ ຫວຽດນາມ - ອິນເດຍ ໃຫ້ພັດທະນານັບມື້ນັບແຂງແຮງກວ່າເກົ່າ.
![]() |
| ທ່ານນາງ ສາດສະດາຈານ Reena Marwah ໃຫ້ສຳພາດຕໍ່ນັກຂ່າວ TTXVN. ພາບ: Quang Trung/ນັກຂ່າວ TTXVN ປະຈຳ ອິນເດຍ |
ສ່ວນທ່ານນາງສາດສະດາຈານ Reena Marwah, ອາຈານສອນຢູ່ມະຫາວິທະຍາໄລ Delhi, ທັງແມ່ນເລຂາທິການໃຫຍ່ສະມາຄົມບັນດານັກວິຊາການອາຊີ ໄດ້ໃຫ້ທັດສະນະວ່າ ບົດຢ້ຽມຢາມລັດຖະກິດຢູ່ ອິນເດຍ ໃນຄັ້ງນີ້ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ບໍ່ພຽງແຕ່ມີຄວາມໝາຍເປັນສັນຍະລັກແຫ່ງການສະເຫຼີມສະຫຼອງວັນຄົບຮອບ 10 ປີ ແຫ່ງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອິນເດຍ ເທົ່ານັ້ນ, ແຕ່ຍັງໄດ້ຮັບຄວາມມຸ່ງຫວັງວ່າຈະສ້າງກຳລັງຊຸກຍູ້ໃໝ່, ນຳພາສາຍພົວພັນຂອງສອງປະເທດກ້າວເຂົ້າສູ່ໄລຍະແຫ່ງການພັດທະນາຢ່າງກວ້າງຂວາງ, ແທດຕົວຈິງ ແລະ ມີວິໄສທັດໄລຍະຍາວກວ່າເກົ່າ.
| ສຸມໃສ່ພັດທະນາການພົວພັນລະຫວ່າງລຸ້ນໜຸ່ມ ຫວຽດນາມ - ອິນເດຍ ຍສໝ - ນີ້ແມ່ນເນື້ອໃນສະເໜີໂດຍທ່ານລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫງວຽນແມ້ງຮຸ່ງ, ປະທານສະມາຄົມມິດຕະພາບ ຫວຽດນາມ - ອິນເດຍ ທີ່ການຕ້ອນຮັບຄະນະຜູ້ແທນປະຊາຊົນ ອິນເດຍ ມາເຂົ້າຮ່ວມງານສະເຫຼີມສະຫຼອງມິດຕະພາບປະຊາຊົນ ຫວຽດນາມ - ອິນເດຍ ຄັ້ງທີ 12, ວັນທີ 17 ທັນວາ ຢູ່ ຮ່າໂນ້ຍ. |
| ບັນດາໄລຍະງານມະໂຫລານມິດຕະພາບປະຊາຊົນ ຫວຽດນາມ - ອິນເດຍ: ການເດີນທາງເຊື່ອມຕໍ່ປະຊາຊົນສອງປະເທດ ຍສໝ - ນັບແຕ່ປີ 2007, ງານມະໂຫລານມິດຕະພາບປະຊາຊົນ ຫວຽດນາມ - ອິນເດຍ ໄດ້ກາຍເປັນຂົວເຊື່ອມຕໍ່ທີ່ສຳຄັນ, ປະກອບສ່ວນປັບປຸງຄວາມສາມັກຄີ ແລະ ການພົວພັນຮ່ວມມືລະຫວ່າງສອງປະເທດຢ່າງໝັ້ນແກ່ນ. ໂດຍສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ສົມທົບກັບສະມາຄົມມິດຕະພາບ ຫວຽດນາມ - ອິນເດຍ ແລະ ອົງການສັນຕິພາບ ແລະ ຄວາມສາມັກຄີທົ່ວ ອິນເດຍ (AIPSO) ຈັດຕັ້ງໝູນວຽນຢູ່ ຫວຽດນາມ ... |



