| ຫວຽດນາມ - ຍີ່ປຸ່ນ ເພີ່ມທະວີການປະສານສົມທົບ ຊຸກຍູ້ການປົດປ່ອຍອາວຸດ | |
| ຮ່ວມແຮງຮ່ວມໃຈສ້າງອະນາຄົດຮຸ່ງເຮືອງເຫຼືອງເຫຼື້ອມໃຫ້ແກ່ປະເທດຊາດ |
![]() |
| ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫງວຽນແມ້ງເກື່ອງ ໃຫ້ສຳພາດຕໍ່ສື່ມວນຊົນ |
ຕອບສະໜອງຕາມຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ໂຕເລິມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ຈະໄປຢ້ຽມຢາມລັດຖະກິດ ຢູ່ ສາທາລະນະລັດ ອິນເດຍ ແຕ່ວັນທີ 5-7 ພຶດສະພາ 2026.
ກຳນົດຂອບເຂດການຮ່ວມມືສຳລັບໄລຍະຕໍ່ໄປ
ຕາມທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫງວຽນແມ້ງເກື່ອງ ແລ້ວ, ບົດຢ້ຽມຢາມແມ່ນເຫດການການຕ່າງປະເທດທີ່ສຳຄັນ ແລະ ມີຄວາມໝາຍພິເສດ. "ນີ້ແມ່ນຄັ້ງທຳອິດທີ່ສະຫາຍເລຂາທິການໃຫຍ່, ປະທານປະເທດ ຢ້ຽມຢາມ ອິນເດຍ ໃນຖານະຕຳແໜ່ງໃໝ່, ເຊິ່ງຈັດຂຶ້ນໃນໂອກາດທີ່ສອງປະເທດສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຄົບຮອບ 10 ປີ (2016 - 2026)".
ນີ້ກໍແມ່ນໂອກາດທີ່ມີຄວາມໝາຍເປັນຢ່າງຍິ່ງ ເພື່ອໃຫ້ສອງປະເທດປັບປຸງ ແລະ ເພີ່ມທະວີສາຍພົວພັນໃນທຸກດ້ານ, ທັງພ້ອມກັນຫວນຄືນການຈັດຕັ້ງປະຕິບັດຂອບເຂດຄູ່ຮ່ວມມືຍຸດທະສາດຮອບດ້ານໃນ 10 ປີຜ່ານມາ, ຈາກນັ້ນກໍສ້າງກຳລັງຊຸກຍູ້ໃໝ່ ແລະ ກຳນົດຂອບເຂດການຮ່ວມມື ໃຫ້ແກ່ສາຍພົວພັນທະວິພາຄີລະຫວ່າງ ຫວຽດນາມ ແລະ ອິນເດຍ ຂຶ້ນສູ່ລະດັບສູງໃໝ່ໃນໄລຍະຕໍ່ໄປ.
ນອກຈາກນັ້ນ, ບົດຢ້ຽມຢາມຍັງປະກອບສ່ວນເຮັດໃຫ້ເຫັນແຈ້ງເຖິງທິດທາງ, ເປົ້າໝາຍຂອງ ຫວຽດນາມ ແລະ ອິນເດຍ ໃນການແບ່ງປັນວິໄສທັດລວມ ແລະ ຜົນປະໂຫຍດທາງດ້ານຍຸດທະສາດ, ເພື່ອໃຫ້ແຕ່ລະປະເທດແມ່ນບຸລິມະສິດທີ່ແທ້ຈິງໃນນະໂຍບາຍການຕ່າງປະເທດຂອງກັນແລະກັນ, ທັງພ້ອມກັນແລກປ່ຽນທັດສະນະກ່ຽວກັບບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ ແລະ ເພີ່ມທະວີການສະໜັບສະໜູນເຊິ່ງກັນແລະກັນ ໃນບັນດາເວທີປາໄສພາກພື້ນ ແລະ ສາກົນ.
ອາດເວົ້າໄດ້ວ່າ, ບົດຢ້ຽມຢາມລັດຖະກິດຢູ່ ອິນເດຍ ໃນຄັ້ງນີ້ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຍັງແມ່ນການພິສູດໃຫ້ເຫັນຢ່າງຈະແຈ້ງເຖິງແນວທາງການຕ່າງປະເທດຂອງພັກ, ລັດເຮົາ ໃນສັງກາດໃໝ່ ທີ່ມະຕິກອງປະຊຸມໃຫຍ່ຂອງພັກ ຄັ້ງທີ XIV ໄດ້ວາງອອກ. ນັ້ນແມ່ນເປັນເອກະລາດ, ເປັນເຈົ້າຕົນເອງ, ກຸ້ມຕົນເອງ, ສັນຕິພາບ, ມິດທະພາບ, ການຮ່ວມມື ແລະ ການພັດທະນາ, ຫັນເປັນຫຼາຍທິດ, ຫຼາຍຝ່າຍໃນການພົວພັນຕ່າງປະເທດ, ເປັນສະມາຊິກທີ່ມີຄວາມຮັບຜິດຊອບຕໍ່ປະຊາຄົມສາກົນ.
ຜ່ານບົດຢ້ຽມຢາມ, ພວກເຮົາກໍສືບຕໍ່ຢືນຢັນວ່າ ຫວຽດນາມ ແມ່ນເພື່ອນ, ແມ່ນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ, ແມ່ນສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ; ເຂົ້າຮ່ວມຢ່າງເປັນເຈົ້າການ, ມີຄວາມຮັບຜິດຊອບເຂົ້າໃນການແກ້ໄຂບັນດາບັນຫາລວມຂອງພາກພື້ນ ແລະ ສາກົນ.
ອິນເດຍ ນອນໃນກຸ່ມ 10 ຄູ່ຮ່ວມມືການຄ້າໃຫຍ່ທີ່ສຸດຂອງ ຫວຽດນາມ
ແບ່ງປັນກ່ຽວກັບຜົນສຳເລັດທີ່ພົ້ນເດັ່ນໃນສາຍພົວພັນ ຫວຽດນາມ - ອິນເດຍ ໃນໄລຍະຜ່ານມາ ແລະ ຄວາມມຸ່ງຫວັງຕໍ່ບົດຢ້ຽມຢາມໃນຄັ້ງນີ້ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫງວຽນແມ້ງເກື່ອງ ເນັ້ນໜັກວ່າ, ອິນເດຍ ແມ່ນຄູ່ຮ່ວມມືມິດທະພາບມູນເຊື້ອຢູ່ພາກພື້ນອາຊີໃຕ້ ທີ່ພວກເຮົາໃຫ້ຄວາມສຳຄັນເປັນຢ່າງຍິ່ງ ແລະ ປາດຖະໜາຢາກນຳພາສາຍພົວພັນຂຶ້ນສູ່ລະດັບສູງໃໝ່. ໃນຕະຫຼອດໄລຍະຜ່ານມາ, ສາຍພົວພັນ ຫວຽດນາມ - ອິນເດຍ ໄດ້ພັດທະນາຢ່າງມີສະຖຽນລະພາບ, ສະເໝີຕົ້ນສະເໝີປາຍ, ນັບມື້ນັບເຂົ້າສູ່ລວງເລິກ, ໂດຍສະເພາະແມ່ນການສ້າງຕັ້ງສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອິນເດຍ ແຕ່ປີ 2016 ໄດ້ສ້າງບາດກ້າວຫັນປ່ຽນທາງດ້ານຄຸນນະພາບ.
ປັດຈຸບັນ, ສອງປະເທດມີຫຼາຍກວ່າ 20 ກົນໄກການຮ່ວມມືທະວິພາຄີ ໃນບັນດາຂົງເຂດ ແລະ ໄດ້ລົງນາມໃນເອກະສານການຮ່ວມມືທີ່ສຳຄັນຫຼາຍສະບັບ ເພື່ອເປັນທິດທາງໃຫ້ແກ່ສາຍພົວພັນ. ຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງໄດ້ຮັບການປັບປຸງ ຜ່ານບັນດາກິດຈະກຳແລກປ່ຽນຄະນະຜູ້ແທນທຸກລະດັບ, ໃນນັ້ນມີລະດັບສູງ ເຊິ່ງຈັດຂຶ້ນຢ່າງເປັນປະຈຳ, ການຮ່ວມມືປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ແມ່ນມີຄວາມເລິກເຊິ່ງພໍສົມຄວນ ດ້ວຍບັນດາກິດຈະກຳກໍ່ສ້າງ ແລະ ຝຶກອົບຮົມຮ່ວມກັນ, ສະແດງໃຫ້ເຫັນເຖິງລະດັບຄວາມໄວ້ເນື້ອເຊື່ອໃຈຢ່າງເລິກເຊິ່ງລະຫວ່າງສອງປະເທດ.
ການຮ່ວມມືທາງດ້ານເສດຖະກິດ-ການຄ້າ ມີການເຕີບໂຕຢ່າງຕັ້ງໜ້າ, ດ້ວຍມູນຄ່າການຄ້າທະວິພາຄີບັນລຸປະມານ 15-16 ຕື້ USD/ປີ ໃນໄລຍະມໍ່ໆມານີ້. ອິນເດຍ ປັດຈຸບັນນອນໃນກຸ່ມ 10 ຄູ່ຮ່ວມມືການຄ້າໃຫຍ່ທີ່ສຸດຂອງ ຫວຽດນາມ. ການລົງທຶນສອງຝ່າຍສືບຕໍ່ຂະຫຍາຍຕົວດ້ວຍເກືອບ 500 ໂຄງການ, ພ້ອມກັນນັ້ນຍັງມີທ່າແຮງບົ່ມຊ້ອນອີກຫຼາຍຢ່າງ ເພື່ອໃຫ້ສອງປະເທດສືບຕໍ່ມີບັນດາບາດກ້າວແຫ່ງການຮ່ວມມືທີ່ບຸກທະລຸ.
ໂດຍສະເພາະ, ຫວຽດນາມ ແລະ ອິນເດຍ ພວມຂະຫຍາຍການຮ່ວມມືຢ່າງແຂງແຮງ ໄປສູ່ບັນດາຂົງເຂດໃໝ່ ເຊັ່ນ: ວິທະຍາສາດ-ເຕັກໂນໂລຊີ, ນະວັດຕະກຳ, ການຫັນເປັນດີຈີຕອນ, ປັນຍາປະດິດ (AI), ພະລັງງານສະອາດ ແລະ ຂໍ້ມູນດາວທຽມ. ຄຽງຂ້າງນັ້ນ, ການແລກປ່ຽນທາງດ້ານວັດທະນະທຳ, ການພົບປະແລກປ່ຽນປະຊາຊົນຂອງສອງປະເທດ ກໍພວມມີບາດກ້າວພັດທະນາຢ່າງແຂງແຮງ.
ໃນບັນດາຂອບເຂດຫຼາຍຝ່າຍ, ຫວຽດນາມ ແລະ ອິນເດຍ ແບ່ງປັນວິໄສທັດລວມກ່ຽວກັບການສ້າງລະບຽບການ ທີ່ອີງໃສ່ກົດໝາຍສາກົນ, ປັບປຸງບັນດາສະຖາບັນຫຼາຍຝ່າຍ, ສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຢ່າງຍືນຍົງ. ສອງປະເທດຍັງໄດ້ປະສານສົມທົບກັນຢ່າງແໜ້ນແຟ້ນເປັນປະຈຳ, ສະໜັບສະໜູນເຊິ່ງກັນແລະກັນ ຢູ່ບັນດາອົງການຈັດຕັ້ງ ແລະ ເວທີປາໄສຫຼາຍຝ່າຍໃນພາກພື້ນ ແລະ ສາກົນ.
ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ໃຫ້ຮູ້ວ່າ, ໃນບົດຢ້ຽມຢາມຄັ້ງນີ້, ຄາດວ່າທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຈະມີລາຍການເຄື່ອນໄຫວທີ່ອຸດົມສົມບູນທີ່ສຸດ ຢູ່ທີ່ນະຄອນຫຼວງ New Delhi ແລະ ຢູ່ສູນກາງເສດຖະກິດ, ການເງິນ, ວິທະຍາສາດເຕັກໂນໂລຊີ ທີ່ພັດທະນາທີ່ສຸດແມ່ນ Mumbai.
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຈະຮ່ວມກັບການນຳຂັ້ນສູງ ອິນເດຍ ແລກປ່ຽນ, ປຶກສາຫາລືກ່ຽວກັບບັນດາທິດທາງຍຸດທະສາດເພື່ອຊຸກຍູ້ການຮ່ວມມື, ສ້າງຈຸດບຸກທະລຸໃນບັນດາຂົງເຂດທີ່ມີທ່າແຮງ ເຊັ່ນ: ວິທະຍາສາດ - ເຕັກໂນໂລຊີ, ນະວັດຕະກຳ, ການຫັນເປັນດີຈີຕອນ, ສາທາລະນະສຸກ, ພະລັງງານສະອາດ, ໂຄງລ່າງພື້ນຖານ, ຊຸກຍູ້ການພົບປະແລກປ່ຽນປະຊາຊົນ, ວັດທະນະທຳ, ສາສະໜາ...
ຄຽງຂ້າງບັນດາກິດຈະກຳການເຈລະຈາ, ການພົບປະລະດັບສູງລະຫວ່າງການນຳສອງປະເທດແລ້ວ, ຍັງມີຫຼາຍກິດຈະກຳທີ່ຟົດຟື້ນ ແລະ ແທດຕົວຈິງຈະໄດ້ຮັບການຈັດຕັ້ງຂຶ້ນ ເຊັ່ນ: ບັນດາເວທີປາໄສກ່ຽວກັບການເງິນ, ຊຸກຍູ້ວິທະຍາສາດເຕັກໂນໂລຊີ, ນະວັດຕະກຳ... "ພວກເຮົາຄອງຄອຍວ່າ ນີ້ແມ່ນໂອກາດທີ່ແທ້ຈິງ ເພື່ອໃຫ້ສອງປະເທດຂະຫຍາຍຊ່ອງວ່າງແຫ່ງການຮ່ວມມື, ຂະຫຍາຍຕະຫຼາດການຄ້າ, ການລົງທຶນ, ປັບປຸງຕ່ອງໂສ້ອຸປະທານ, ການຮ່ວມມືວິທະຍາສາດ - ເຕັກໂນໂລຊີ ເພື່ອດຶງດູດແຫຼ່ງກຳລັງໃຫ້ແກ່ການພັດທະນາ", ທ່ານຮອງລັດຖະມົນຕີ ຫງວຽນແມ້ງເກື່ອງ ເນັ້ນໜັກ.
ຕາມທ່ານຮອງລັດຖະມົນຕີແລ້ວ, ສາມາດຢືນຢັນໄດ້ວ່າ, ບົດຢ້ຽມຢາມລັດຖະກິດຢູ່ ອິນເດຍ ໃນຄັ້ງນີ້ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ສະແດງໃຫ້ເຫັນເຖິງຄວາມຕັດສິນໃຈລວມ ໃນການຍົກລະດັບສາຍພົວພັນມິດທະພາບມູນເຊື້ອ ຫວຽດນາມ-ອິນເດຍ ທີ່ມີປະຫວັດສາດອັນຍາວນານ ແລະ ມີຄວາມເລິກເຊິ່ງທາງດ້ານຍຸດທະສາດ. ພວກເຮົາເຊື່ອໝັ້ນວ່າ ບົດຢ້ຽມຢາມຈະກາຍເປັນຂີດໝາຍທາງດ້ານການເມືອງທີ່ສຳຄັນ, ກຳນົດຂອບເຂດໃນລະດັບທີ່ສູງກວ່າໃຫ້ແກ່ສາຍພົວພັນລະຫວ່າງ ຫວຽດນາມ - ອິນເດຍ, ຈາກນັ້ນກໍນຳມາເຊິ່ງປະສິດທິຜົນທີ່ແທດຕົວຈິງໃຫ້ແກ່ປະຊາຊົນ, ວິສາຫະກິດ, ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດບັນດາເປົ້າໝາຍພັດທະນາຢ່າງຍືນຍົງຂອງແຕ່ລະປະເທດ, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາໃນພາກພື້ນ.
