| ເພີ່ມທະວີການພົວພັນ ແລະ ສະໜັບສະໜູນການພັດທະນາຂອງປະຊາຄົມຊາວ ຫວຽດນາມ ຢູ່ ຍີ່ປຸ່ນ | |
| ຍີ່ປຸ່ນ ເຊີດຊູ ທ່ານ ຮວ່າງບິ່ງກວນ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພົວພັນມິດຕະພາບ ຫວຽດນາມ - ຍີ່ປຸ່ນ |
ພ້ອມກັບເຂົ້າຮ່ວມໃນບົດພົບປະມີທ່ານ Ogata Yasuo, ຮອງປະທານຄະນະກຳມະການສູນກາງພັກກອມມູນິດ ຍີ່ປຸ່ນ ແລະ ທ່ານນາງ Kira Yoshiko, ກຳມະການຄະນະບໍລິຫານງານສູນກາງພັກ, ສມາຊິກສະພາສູງ ຍີ່ປຸ່ນ.
ໃນບົດເຮັດວຽກ, ທ່ານ Shii Kazuo ໄດ້ສະແດງຄວາມປິຕິຊົມຊື່ນຕໍ່ສາຍພົວພັນທີ່ສະໜິດແໜ້ນ ແລະ ສະໜິດສະໜົມລະຫວ່າງສອງພັກກອມມູນິດ, ທັງໄດ້ແບ່ງປັນບັນດາຄວາມຮູ້ສຶກທີ່ພິເສດທີ່ມີຕໍ່ ຫວຽດນາມ ແລະ ຄວາມສົນໃຈຢ່າງເລິກເຊິ່ງຕໍ່ກັບບັນດາຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ. ທ່ານຢືນຢັນຄວາມປາດຖະໜາທີ່ຈະສືບຕໍ່ປະກອບສ່ວນຊຸກຍູ້ສາຍພົວພັນມິດທະພາບລະຫວ່າງປະຊາຊົນສອງປະເທດໃຫ້ນັບມື້ນັບພັດທະນາ.
![]() |
| ທ່ານເອກອັກຄະລັດຖະທູດ ໂດຮຸ່ງຫວຽດ ແລະ ທ່ານປະທານຄະນະກຳມະການສູນກາງພັກກອມມູນິດ ຍີ່ປຸ່ນ Shii Kazuo (ຜູ້ທີ 3 ຈາກຊ້າຍ) ພ້ອມດ້ວຍບັນດາສະມາຊິກຄະນະປະຕິບັດງານ ແລະ ພະນັກງານຄະນະຜູ້ແທນ ຫວຽດນາມ ໃນບົດເຮັດວຽກ. (ພາບ: TTXVN) |
ແລກປ່ຽນກ່ຽວກັບກອງປະຊຸມ NPT RevCon 11, ທ່ານ Shii Kazuo ໄດ້ຕີລາຄາສູງຕໍ່ອິດທິພົນ, ບົດບາດ ແລະ ຄວາມສາມາດຂອງ ຫວຽດນາມ ໃນຖານະເປັນປະທານກອງປະຊຸມ, ທັງສະແດງຄວາມເຊື່ອໝັ້ນວ່າ ຫວຽດນາມ ຈະປະກອບສ່ວນນຳພາວິວັດທະນາການແຫ່ງການເຈລະຈາໃຫ້ບັນລຸໝາກຜົນທີ່ຕັ້ງໜ້າ. ຕໍ່ກັບບັນດາຄວາມວິຕົກກັງວົນກ່ຽວກັບຜົນສະທ້ອນຂອງອາວຸດທຳລາຍລ້າງຜານເປັນຈຳນວນຫຼວງຫຼາຍ, ໃນນັ້ນມີຜົນຮ້າຍຈາກທາດພິດສີສົ້ມ ທີ່ທ່ານເຄີຍໄດ້ເຫັນໂດຍກົງຢູ່ ຫວຽດນາມ, ຜູ້ນຳພັກກອມມູນິດ ຍີ່ປຸ່ນ ໄດ້ເນັ້ນໜັກເຖິງຄວາມຈຳເປັນໃນການເພີ່ມທະວີການຮ່ວມມືລະຫວ່າງສອງຝ່າຍ ໃນຂົງເຂດການປົດປ່ອຍອາວຸດ ແລະ ການຕ້ານການແຜ່ຂະຫຍາຍອາວຸດນິວເຄຼຍ.
ທ່ານ Shii Kazuo ຍັງໄດ້ແບ່ງປັນບັນດາບຸລິມະສິດຂອງພັກກອມມູນິດ ຍີ່ປຸ່ນ ຢູ່ກອງປະຊຸມໃນປີນີ້, ພ້ອມທັງສະແດງຄວາມປາດຖະໜາຢາກຮຽນຮູ້ເພີ່ມເຕີມກ່ຽວກັບວິທີການເຂົ້າຫາຂອງປະທານກອງປະຊຸມ, ວິວັດທະນາການແຫ່ງການສ້າງສັນເອກະສານ ກໍຄືແນວໂນ້ມໃນການບັນລຸໄດ້ຄວາມເຫັນດີເຫັນພ້ອມຢູ່ກອງປະຊຸມ.
ສະແດງຄວາມຕ້ອນຮັບຄະນະຜູ້ແທນພັກກອມມູນິດ ຍີ່ປຸ່ນ, ທ່ານເອກອັກຄະລັດຖະທູດ ໂດຮຸ່ງຫວຽດ ຢືນຢັນວ່າ ຫວຽດນາມ ຍາມໃດກໍຖືເປັນສຳຄັນສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ທີ່ນັບມື້ນັບພັດທະນາຢ່າງມີປະສິດທິຜົນກັບ ຍີ່ປຸ່ນ, ກໍຄືສາຍພົວພັນທີ່ສະໜິດແໜ້ນ ແລະ ເປັນຮາກຖານລະຫວ່າງສອງພັກ. ໃນສະພາບການທີ່ສະຖານະການສາກົນມີການຜັນແປຢ່າງສັບສົນ, ທ່ານເອກອັກຄະລັດຖະທູດ ໄດ້ເນັ້ນໜັກເຖິງຄວາມຕັດສິນໃຈຂອງ ຫວຽດນາມ ໃນການປະສານສົມທົບກັບ ຍີ່ປຸ່ນ ແລະ ບັນດາປະເທດສະມາຊິກ NPT ເພື່ອຊຸກຍູ້ໃຫ້ກອງປະຊຸມ NPT RevCon 11 ບັນລຸໝາກຜົນທີ່ແທ້ຈິງ, ກົມກຽວ, ປະກອບສ່ວນເພີ່ມທະວີຄວາມມານະພະຍາຍາມທົ່ວໂລກ ກ່ຽວກັບການປົດປ່ອຍອາວຸດ ແລະ ການບໍ່ແຜ່ຂະຫຍາຍອາວຸດນິວເຄຼຍ.
ໃນໂອກາດນີ້, ທ່ານເອກອັກຄະລັດຖະທູດ ໂດຮຸ່ງຫວຽດ ໄດ້ສົ່ງຄຳຂອບໃຈເຖິງລັດຖະບານ ຍີ່ປຸ່ນ, ພັກກອມມູນິດ ຍີ່ປຸ່ນ ແລະ ປະຊາຊົນ ຍີ່ປຸ່ນ ທຸກຊັ້ນຄົນ ທີ່ໄດ້ໃຫ້ການສະໜັບສະໜູນຢ່າງແຂງແຮງຕໍ່ກອງປະຊຸມ ກໍຄືຂະບວນການຄັດຄ້ານອາວຸດນິວເຄຼຍ, ພ້ອມທັງສະເໜີໃຫ້ສອງຝ່າຍສືບຕໍ່ປະສານສົມທົບກັນຢ່າງແໜ້ນແຟ້ນໃນຕໍ່ໜ້າ.
| ພັກກອມມູນິດ ຍີ່ປຸ່ນ, ສ້າງຕັ້ງຂຶ້ນໃນປີ 1922, ແມ່ນໜຶ່ງໃນບັນດາພັກການເມືອງທີ່ມີປະຫວັດສາດອັນຍາວນານຢູ່ ຍີ່ປຸ່ນ, ໂດຍດຳເນີນຕາມແນວທາງປະຊາທິປະໄຕ, ສັນຕິພາບ ແລະ ຄັດຄ້ານອາວຸດນິວເຄຼຍ. ເຖິງວ່າບໍ່ແມ່ນພັກກຳອຳນາດ, ແຕ່ພັກຍັງມີອິດທິພົນທີ່ແນ່ນອນໃນຊີວິດການເມືອງ - ສັງຄົມ ແລະ ຕັ້ງໜ້າຊຸກຍູ້ບັນດາຂໍ້ລິເລີ່ມທີ່ກ່ຽວຂ້ອງເຖິງການປົດປ່ອຍອາວຸດໃນເວທີສາກົນ. |
| ພິທີເອົາທຸງຂຶ້ນເສົາ “ທ້ອນໂຮມປະເທດຊາດເປັນເອກະພາບ” ຢູ່ແຂວງ ກວາງຈິ ເນື່ອງໃນໂອກາດສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ ຄົບຮອບ 51 ປີ (ວັນທີ 30 ເມສາ 1975 – 30 ເມສາ 2026), ຕອນເຊົ້າວັນທີ 29 ເມສາ, ພາຍໃຕ້ເສົາທຸງຂອງປະເທດຊາດ, ຢູ່ເຂດປູຊະນີຍະສະຖານປະຫວັດສາດລະດັບຊາດພິເສດ ສອງຟາກແມ່ນ້ຳ ຮ່ຽນເລືອງ - ເບັນຫາຍ (ແຂວງ ກວາງຈິ) ໄດ້ດຳເນີນພິທີເອົາທຸງຂຶ້ນເສົາ ... |
| ການນຳພັກ, ລັດ ເຂົ້າວາງພວງມາລາ ແລະ ໄປຖະຫວາຍທູບທຽນ ປະທານ ໂຮ່ຈີມິນ ເນື່ອງໃນໂອກາດສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ ຄົບຮອບ 51 ປີ ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ ຄົບຮອບ 51 ປີ (30/4/1975 - 30/4/2026), ໃນຕອນເຊົ້າວັນທີ 28 ເມສາ, ຄະນະຜູ້ແທນຄະນະບໍລິຫານງານສູນກາງພັກ, ປະທານປະເທດ, ສະພາແຫ່ງຊາດ, ລັດຖະບານ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ເຂົ້າວາງພວງມາລາ, ໄປຖະຫວາຍທູບທຽນປະທານ ໂຮ່ຈີມິມ, ອາໄລຫາບັນດານັກຮົບວິລະຊົນທີ່ເສຍສະລະຊີວິດເພື່ອຊາດ ຢູ່ອະນຸສາວະລີນັກຮົບວິລະຊົນທີ່ເສຍສະລະຊີວິດເພື່ອຊາດ ຢູ່ຖະໜົນ ... |
