ຜົນສຳເລັດກອງປະຊຸມ ຄັ້ງທີ 43 ຄະນະກໍາມະການຮ່ວມມືທະວິພາຄີ ລະຫວ່າງ ສອງລັດຖະບານ ລາວ-ຫວຽດນາມ

13:00 | 08/12/2020

ຍສໝ - ໂດຍຕອບສະໜອງ ຕາມການເຊື້ອເຊີນຂອງ ສະຫາຍ ຫງວຽນ ຊວັນ ຟຸກ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ສະຫາຍ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມ ຄັ້ງທີ 43 ຂອງຄະນະກໍາມະການ ຮ່ວມມືທະວິພາຄີ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສຫວຽດນາມ ປະຈໍາປີ 2021, ໃນລະຫວ່າງ ວັນທີ 5-6 ທັນວາ 2020, ທີ່ນະຄອນຫລວງຮ່າໂນ້ຍ ສສ ຫວຽດນາມ.

ຜ ນສຳເລ ດກອງປະຊ ມ ຄ ງທ 43 ຄະນະກ າມະການຮ ວມມ ທະວ ພາຄ ລະຫວ າງ ສອງລ ດຖະບານ ລາວ ຫວຽດນາມ ນາຍົກລັດຖະມົນຕີສອງປະເທດ ຫວຽດນາມ - ລາວເປັນປະທານກອງປະຊຸມຄະນະກຳມະການລະຫວ່າງລັດຖະບານ
ຜ ນສຳເລ ດກອງປະຊ ມ ຄ ງທ 43 ຄະນະກ າມະການຮ ວມມ ທະວ ພາຄ ລະຫວ າງ ສອງລ ດຖະບານ ລາວ ຫວຽດນາມ ຮູບຖ່າຍກວ່າ 100 ແຜ່ນ ແນະນຳເຖິງຜູ້ຊົມສາຍພົວພັນແບບພິເສດລະຫວ່າງສອງຊາດ ຫວຽດນາມ - ລາວ

ໃນວັນທີ 6 ທັນວາ 2020, ທີ່ສຳນັກງານລັດຖະບານ, ສະຫາຍ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ແລະ ສະຫາຍ ນາຍົກລັດຖະມົນຕີ ຫງວຽນ ຊວັນ ຟຸກ ໄດ້ເປັນປະທານ ຮ່ວມຊີ້ນຳ ກອງປະຊຸມ ຄັ້ງທີ 43 ຂອງຄະນະກໍາມະການ ຮ່ວມມືທະວິພາຄີ ລະຫວ່າງລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ ປະຈໍາປີ 2021. ໃນກອງປະຊຸມ, ສອງຝ່າຍ ໄດ້ຮ່ວມກັນ ຕີລາຄາຜົນຂອງ ການຈັດຕັ້ງປະຕິບັດ ບົດບັນທຶກກອງປະຊຸມ ຄັ້ງທີ 42 ກໍຄື ຂໍ້ຕົກລົງວ່າດ້ວຍ ການຮ່ວມມື ປະຈໍາປີ 2020 ແລະ ພ້ອມກັນປຶກສາຫາລື ກ່ຽວກັບ ທິດທາງການຮ່ວມມື ໃນປີ 2021 ໂດຍສອງຝ່າຍ ໄດ້ຕີລາຄາສູງຕໍ່ບັນດາຜົນສຳເລັດຂອງການຈັດຕັ້ງປະຕິບັດ ຂໍ້ຕົກລົງວ່າດ້ວຍການຮ່ວມມື ໃນປີ 2020 ທີ່ຜ່ານມາ, ເຊິ່ງສາມາດ ບັນລຸຜົນສຳເລັດ ໃນຫລາຍດ້ານ ເປັນຕົ້ນ ການຮ່ວມມືດ້ານ ການເມືອງ-ການຕ່າງປະເທດ.

ຜ ນສຳເລ ດກອງປະຊ ມ ຄ ງທ 43 ຄະນະກ າມະການຮ ວມມ ທະວ ພາຄ ລະຫວ າງ ສອງລ ດຖະບານ ລາວ ຫວຽດນາມ
ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ແລະ ທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ. (ພາບ: TTXVN)

ດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແມ່ນສືບຕໍ່ໄດ້ຮັບ ການຈັດຕັ້ງປະຕິບັດ ເປັນຢ່າງດີ, ມີການເຄື່ອນໄຫວແລກປ່ຽນຄະນະຜູ້ແທນຂັ້ນສູງຂອງສອງພັກ, ສອງລັດ ຢ່າງເປັນປົກກະຕິ; ດ້ານເສດຖະກິດ-ການຄ້າ ແລະ ການລົງທຶນ ມາຮອດປະຈຸບັນ, ການລົງທຶນຂອງບັນດາ ວິສາຫະກິດຂອງຫວຽດນາມ ຢູ່ລາວ ລວມມູນຄ່າມີເຖິງ 4,1 ຕື້ໂດລາສະຫະລັດ, ຈັດຢູ່ໃນອັນດັບ 3 ໃນຈໍານວນການລົງທຶນ ຂອງຕ່າງປະເທດ ຢູ່ ສປປ ລາວ ແລະ ມູນຄ່າການຄ້າສອງຝ່າຍ ໃນ 10 ເດືອນ ປີ 2020 ບັນລຸໄດ້ 815 ລ້ານໂດລາສະຫະລັດ; ການຮ່ວມມືໃນຂົງເຂດ ການສຶກສາ-ບຳລຸງສ້າງ ກໍໄດ້ຮັບເປີດກວ້າງ ດ້ວຍຫລາຍຮູບການ, ປະຈຸບັນ ຈໍານວນ ນັກສຶກສາລາວ ທີ່ກໍາລັງຄົ້ນຄວ້າຮ່ຳຮຽນ ຢູ່ ສສ ຫວຽດນາມ ມີຫລາຍກວ່າ 16.000 ຄົນ.

ສຳລັບທິດທາງແຜນ ການຮ່ວມມື ໃນປີ 2021, ສອງຝ່າຍ ໄດ້ຕົກລົງເຫັນດີ ເປັນເອກະພາບ ສືບຕໍ່ຈັດຕັ້ງ ຜັນຂະຫຍາຍບັນດາເນື້ອໃນ ຖະແຫລງການຮ່ວມ ແລະ ຂໍ້ຕົກລົງ ລະຫວ່າງ ການນໍາຂັ້ນສູງ ຂອງສອງປະເທດ ໃຫ້ເປັນຮູບປະທຳ, ສືບຕໍ່ຮ່ວມມື ຢ່າງແໜ້ນແຟ້ນ ໃນການຮັກສາ ສະຖຽນລະພາບ ທາງດ້ານການເມືອງ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຄວາມເປັນ ລະບຽບຮຽບຮ້ອຍ ໃນສັງຄົມຂອງແຕ່ລະປະເທດ; ສ້າງເສັ້ນຊາຍແດນ ລາວ-ຫວຽດນາມ ໃຫ້ເປັນຊາຍແດນ ແຫ່ງສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາ ຮອບດ້ານ, ສະໜັບສະໜູນ ແລະ ສ້າງຄວາມເຊື້ອໝັ້ນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ; ເຖິງແມ່ນວ່າມູນຄ່າ ການຄ້າສອງຝ່າຍ ໃນປີນີ້ບໍ່ ສາມາດບັນລຸ ໄດ້ຕາມ ຄາດໝາຍທີ່ສອງລັດຖະບານ ໄດ້ຕົກລົງກັນ ຍ້ອນການແຜ່ລະບາດ ຂອງພະຍາດໂຄວິດ-19, ໃນຊຸມປີຕໍ່ໜ້າ ສອງຝ່າຍເຫັນດີສູ້ຊົນຊຸກຍູ້ ເປົ້າໝາຍມູນຄ່າ ການຄ້າ ສອງຝ່າຍໃຫ້ເພີ່ມຂື້ນ 10-15% ທຽບໃສ່ປີຜ່ານມາ; ສືບຕໍ່ຜັນຂະຫຍາຍ ການບົດບັນທຶກ ຄວາມເຂົ້າໃຈ ກ່ຽວກັບການຮ່ວມມືດ້ານຄົມມະນາຄົມ ແລະ ຂົນສົ່ງ, ການຮ່ວມມື ພັດທະນາ ບັນດາໂຄງການໄຟຟ້າຢູ່ລາວ, ເຊື່ອມຕໍ່ລະບົບໄຟຟ້າ ແລະ ການຊື້-ຂາຍໄຟຟ້າ.

ຜ ນສຳເລ ດກອງປະຊ ມ ຄ ງທ 43 ຄະນະກ າມະການຮ ວມມ ທະວ ພາຄ ລະຫວ າງ ສອງລ ດຖະບານ ລາວ ຫວຽດນາມ
(ພາບ: TTXVN)

ຄຽງຄູ່ກັນນີ້, ສອງຝ່າຍກໍຈະພ້ອມກັນ ສືບຕໍ່ເພີ່ມທະວີການຮ່ວມມື ແລະ ສ້າງເງື່ອນໄຂ ເພື່ອເອື້ອອໍານວຍ ຄວາມສະດວກ ໃຫ້ແກ່ການຮ່ວມມືດ້ານການຄ້າ, ການລົງທຶນ, ການສຶກສາ ກໍຄື ການພັດທະນາ ຊັບພະຍາກອນມະນຸດ ຂອງສອງປະເທດ ແລະ ການຮ່ວມມື ໃນບັນດາຂົງເຂດ ທີ່ສອງຝ່າຍມີທ່າແຮງບົ່ມຊ້ອນ.

ໃນໂອກາດດັ່ງກ່າວ, ສະຫາຍ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ກໍໄດ້ສະແດງຄວາມຂອບໃຈ ມາຍັງສະຫາຍ ນາຍົກລັດຖະມົນຕີ ຫງວຽນ ຊວັນ ຟຸກ ກໍຄື ການນໍາພັກລັດຖະບານ ຫວຽດນາມ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ, ສົມກຽດ ຖານສະຫາຍອ້າຍນ້ອງ ທີ່ໃກ້ຊິດ ແລະ ຖືໂອກາດນີ້ຕາງໜ້າໃຫ້ພັກ, ລັດຖະບານ ກໍຄື ປະຊາຊົນລາວສະແດງ ຄວາມຮູ້ບຸນຄຸນ ຢ່າງເລິກເຊິ່ງ ແລະ ຄວາມຂອບອົກຂອບໃຈ ຢ່າງຈິງໃຈຕໍ່ພັກ, ລັດຖະບານ ແລະປະຊາ ຊົນຫວຽດນາມ ອ້າຍນ້ອງ ທີ່ໄດ້ໃຫ້ການຊ່ວຍເຫລືອ ອັນໃຫຍ່ຫລວງ, ທັນການ ແລະ ມີປະສິດທິຜົນ ແກ່ພາລະກິດ ການປະຕິວັດລາວ ມາໂດຍຕະຫລອດ.

ຜ ນສຳເລ ດກອງປະຊ ມ ຄ ງທ 43 ຄະນະກ າມະການຮ ວມມ ທະວ ພາຄ ລະຫວ າງ ສອງລ ດຖະບານ ລາວ ຫວຽດນາມ
ຜົນສຳເລັດກອງປະຊຸມ ຄັ້ງທີ 43 ຄະນະກໍາມະການຮ່ວມມືທະວິພາຄີ ລະຫວ່າງ ສອງລັດຖະບານ ລາວ-ຫວຽດນາມ.

ພາຍຫລັງກອງປະຊຸມ, ສອງນາຍົກລັດຖະມົນຕີ ລາວ ແລະ ຫວຽດນາມ ໄດ້ຖະແຫລງຂ່າວຮ່ວມ ແລະ ຮ່ວມເປັນສັກຂີພິຍານ ໃນການລົງນາມເອກະສານ ຮ່ວມມືຂອງສອງປະເທດ ຈຳນວນ 18 ສະບັບ; ສອງຝ່າຍ ໄດ້ຕີລາຄາສູງຕໍ່ຜົນ ຂອງກອງປະຊຸມຄັ້ງນີ້ ເຊິ່ງຈະປະກອບສ່ວນອັນສຳຄັນ ເຂົ້າໃນການເສີມຂະຫຍາຍ ສາຍພົວພັນມິດຕະພາບ ອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ທີ່ຢູ່ໃນລະດັບສູງຢູ່ແລ້ວ ໃຫ້ນັບມື້ນັບກ້າວສູ່ລວງເລິກຫລາຍຂຶ້ນ ເຊິ່ງເປັນຂີດໝາຍອັນໃໝ່ ໃນປີ 2021.

ໃນໂອກາດເຂົ້າຮ່ວມກອງປະຊຸມຄັ້ງນີ້, ສະຫາຍ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ພ້ອມດ້ວຍຄະນະ ກໍໄດ້ເຂົ້າຢ້ຽມຂ່ຳນັບ ສະຫາຍ ຫງວຽນ ຟູ ຈ້ອງ, ເລຂາທິການໃຫຍ່, ປະທານປະເທດ ແລະ ພົບປະກັບ ສະຫາຍ ນາງ ຫງວຽນ ທິກິມເງິນ, ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ຕື່ມອີກ.

ຜ ນສຳເລ ດກອງປະຊ ມ ຄ ງທ 43 ຄະນະກ າມະການຮ ວມມ ທະວ ພາຄ ລະຫວ າງ ສອງລ ດຖະບານ ລາວ ຫວຽດນາມ EVN ໄດ້ເຊັນບົດບັນທຶກ ຊື້ໄຟຟ້າກັບບັນດານັກລົງທຶນໂຄງການໄຟຟ້າປະເທດລາວ

ຍສໝ - ໃນວັນທີ 6 ທັນວາ 2020 ຢູ່ຮ່າໂນ້ຍ, ເນື່ອງໃນໂອກາດກອງປະຊຸມຄັ້ງທີ 43 ຂອງຄະນະກຳມະການລະຫວ່າງ ລັດຖະບານສອງປະເທດຫວຽດນາມ - ລາວ, ໂດຍພາຍໃຕ້ການເປັນສັກຂີພິຍານ ຂອງທ່ານນາຍົກລັດຖະມົນຕີແຫ່ງ ສສ.ຫວຽດນາມ ຫງວຽນຊວນຟຸກ ແລະ ທ່ານນາຍົກລັດຖະມົນຕີແຫ່ງ ສປປ.ລາວ ທອງລຸນ ສີສຸລິດ, ທ່ານ ເຈີນດີງເຍີນ - ...

ຜ ນສຳເລ ດກອງປະຊ ມ ຄ ງທ 43 ຄະນະກ າມະການຮ ວມມ ທະວ ພາຄ ລະຫວ າງ ສອງລ ດຖະບານ ລາວ ຫວຽດນາມ ເປີດຕົວສະມາຄົມມິດຕະພາບຫວຽດນາມ - ລາວ ອະດີດທະຫານອາສາສະໝັກ

ຍສໝ - ຕອນເຊົ້າວັນທີ 28 ຕຸລາ 2020, ທີ່ຫໍຮັບແຂກຂອງກະຊວງປ້ອງກັນຄວາມສະຫງົບ, ຄະນະທະຫານອາສາສະໝັກ ແລະ ຊ່ຽວຊານທະຫານຫວຽດນາມ ປະຈຳລາວ, ນະຄອນຫຼວງຮ່າໂນ້ຍ ໄດ້ຈັດກອງປະຊຸມປິດອາຍຸປະຈຳການ 2015-2020 ແລະ ເປີດສະມາຄົມມິດຕະພາບ ຫວຽດນາມ - ລາວ ອະດີດນັກທະຫານອາສາສະໝັກຮ່າໂນ້ຍ.

ຜ ນສຳເລ ດກອງປະຊ ມ ຄ ງທ 43 ຄະນະກ າມະການຮ ວມມ ທະວ ພາຄ ລະຫວ າງ ສອງລ ດຖະບານ ລາວ ຫວຽດນາມ ຫວຽດນາມ - ລາວ ໄດ້ຕົກລົງເຫັນດີເປັນເອກະສັນກັນກ່ຽວກັບແຜນການເປີດປະຕູຊາຍແດນທາງບົກຄືນໃໝ່

ຍສໝ - ຕອນບ່າຍວັນທີ 29 ຕຸລາ, ທ່ານ ຫງວຽນກວກຢູ້ງ - ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ແລະ ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດລາວ ທອງສະຫວັນ ພົມວິຫານ ໄດ້ເປັນປະທານການປຶກສາຫາລືດ້ານການເມືອງຄັ້ງທີ 5 ລະຫວ່າງກະຊວງການຕ່າງປະເທດສອງປະເທດຫວຽດນາມ ແລະ ລາວດ້ວຍຮູບແບບຖ່າຍທອດສົດ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.