![]() |
| ໃນໂອກາດວັນພັກບຸນໄຫວ້ບູຊາບັນພະບຸລຸດເຈົ້າຊີວິດຮຸ່ງ, ວັນທີ 30 ເມສາ ແລະ 1 ພຶດສະພາ, ນະຄອນ ໂຮ່ຈີມິນ ຕ້ອນຮັບນັກທ່ອງທ່ຽວເກືອບ 1,7 ລ້ານເທື່ອຄົນ. |
ວັນພັກຍາວເນື່ອງຈາກບັນດາວັນບຸນທີ່ຕິດຈອດກັນ ໄດ້ປະກອບສ່ວນກະຕຸ້ນຄວາມຕ້ອງການທ່ອງທ່ຽວໃນທົ່ວພາກພື້ນ. ດ້ວຍການເສີມຂະຫຍາຍທ່າແຮງການເຊື່ອມຈອດພາກພື້ນ, ນະຄອນ ໂຮ່ຈີມິນ ໄດ້ສ້າງເປັນຕ່ອງໂສ້ຜະລິດຕະພັນທີ່ຫຼາກຫຼາຍ ເຊິ່ງລວມມີ ຕົວເມືອງ-ນິເວດ-ວັດທະນະທຳ-ທະເລ, ໂດຍຜ່ານນັ້ນກໍສາມາດດຶງດູດນັກທ່ອງທ່ຽວເປັນຈຳນວນຫຼວງຫຼາຍ, ໂດຍສະເພາະແມ່ນນັກທ່ອງທ່ຽວພາຍໃນປະເທດ.
ນັບແຕ່ຕົ້ນເດືອນເມສາ ປີ 2026, ຂະແໜງການທ່ອງທ່ຽວຂອງນະຄອນ ໄດ້ເປັນເຈົ້າການຜັນຂະຫຍາຍບັນດາໂຄງການກະຕຸ້ນການທ່ອງທ່ຽວ, ປະກາດຜະລິດຕະພັນ ແລະ ການບໍລິການໃໝ່ເກືອບ 1.000 ລາຍການ. ຈຸດເດັ່ນແມ່ນ ງານບຸນທ່ອງທ່ຽວ ນະຄອນ ໂຮ່ຈີມິນ ຄັ້ງທີ 22 ດ້ວຍຫຼາຍແພັກເກັດ (Package) ແລະ ທົວ (Tour) ພາຍໃນປະເທດທີ່ດຶງດູດ, ປະກອບສ່ວນເພີ່ມທະວີແຮງດຶງດູດໃຫ້ແກ່ຈຸດໝາຍປາຍທາງ.
ໃນໂອກາດວັນພັກບຸນ, ນະຄອນ ໄດ້ຈັດງານບຸນ "ປະເທດຊາດເປັນເອກະພາບ", ຈຸດພັ້ງໄຟດອກຢູ່ 7 ຈຸດ ແຕ່ເວລາ 21:00 ໂມງ ຫາ 21:15 ໂມງ ຂອງວັນທີ 30 ເມສາ, ສົມທົບກັບຕ່ອງໂສ້ການເຄື່ອນໄຫວທາງວັດທະນະທຳ ແລະ ສິລະປະ ຢູ່ບັນດາສະຖານທີ່ສາທາລະນະ ເຊິ່ງລວມມີ ຖະໜົນຄົນຍ່າງ ຫງວຽນເຫວ້ (Nguyễn Huệ), ສວນສາທາລະນະສູນກາງນະຄອນໃໝ່ ແລະ ເດີ່ນກວ້າງສວນສາທາລະນະ ບ່າເຣຍ (Bà Rịa).
ພະແນກທ່ອງທ່ຽວ ຍັງໄດ້ສະໜັບສະໜູນການຕ້ອນຮັບຄະນະນັກທ່ອງທ່ຽວ MICE ຈາກ ອິນໂດເນເຊຍ ປະມານ 890 ຄົນ, ເຊິ່ງພັກເຊົາຢູ່ຫຼາຍໂຮງແຮມໃນສູນກາງນະຄອນ ແຕ່ວັນທີ 1 ຫາ 9 ພຶດສະພາ, ປະກອບສ່ວນເຮັດໃຫ້ນັກທ່ອງທ່ຽວສາກົນມີຄວາມຫຼາກຫຼາຍຂຶ້ນ.
ຜະລິດຕະພັນທີ່ຫຼາກຫຼາຍ, ຍົກສູງປະສົບການການທ່ອງທ່ຽວ
ຄຽງຄູ່ກັບບັນດາໂຄງການແບບດັ້ງເດີມ, ບັນດາວິສາຫະກິດທ່ອງທ່ຽວ ໄດ້ຍູ້ແຮງການປ່ຽນແປງໃໝ່ຜະລິດຕະພັນຕາມທິດທາງສະເພາະເລື່ອງ, ເພີ່ມທະວີປະສົບການທາງວັດທະນະທຳ-ປະຫວັດສາດ, ສົມທົບກັບການບໍລິການທີ່ມີຄຸນນະພາບສູງ ແລະ ຫຼາກຫຼາຍຮູບແບບການທ່ອງທ່ຽວ ເຊັ່ນ ທາງບົກ, ທາງນ້ຳ ແລະ ລົດໄຟຟ້າໃຕ້ດິນ (Metro).
ທີ່ພົ້ນເດັ່ນແມ່ນ ບັນດາຊຸດທົວ "ທະຫານພິເສດ ໄຊງ່ອນ", ປະສົບການຊົມນະຄອນດ້ວຍລົດໂບຮານ, ໂຄງການ "ນະຄອນ ໂຮ່ຈີມິນ ທີ່ຂ້ອຍຮັກ" ທີ່ເຊື່ອມຕໍ່ສູນກາງກັບບັນດາຈຸດໝາຍປາຍທາງໃກ້ຄຽງ ເຊິ່ງລວມມີ ເກິ່ນຢໍ່ (Cần Giờ), ກູຈີ (Củ Chi)… ບັນດາຜະລິດຕະພັນທ່ອງທ່ຽວນິເວດ, ສ້າງສັນ ແລະ ການເບິ່ງແຍງສຸຂະພາບ (Wellness) ກໍສືບຕໍ່ໄດ້ຮັບການພັດທະນາ, ປະກອບສ່ວນເຮັດໃຫ້ລະບົບນິເວດຂອງຜະລິດຕະພັນສົມບູນຂຶ້ນ.
ທີ່ໜ້າເອົາໃຈໃສ່ແມ່ນ ບັນດາຜະລິດຕະພັນທີ່ເປັນເອກະລັກ ເຊັ່ນ ການຊົມ ນະຄອນ ໂຮ່ຈີມິນ ຈາກທາງອາກາດດ້ວຍເຮືອບິນເຮລີກົບແຕ, ເຮືອທ່ອງທ່ຽວ 5 ດາວ ຢູ່ແມ່ນ້ຳ ໄຊງ່ອນ ທີ່ໄດ້ຮັບການເຊື່ອມຕໍ່ເປັນຕ່ອງໂສ້ປະສົບການ "ທາງນ້ຳ-ທາງອາກາດ", ປະກອບສ່ວນກຳນົດພາບພົດຂອງຕົວເມືອງທີ່ທັນສະໄໝ ແລະ ຂະຫຍັນຂັນເຄື່ອນ.
ຫຼາຍວິສາຫະກິດທ່ອງທ່ຽວ ໄດ້ຜັນຂະຫຍາຍໂຄງການກະຕຸ້ນການທ່ອງທ່ຽວ ດ້ວຍລະດັບບຸລິມະສິດທີ່ດຶງດູດ (ສູງເຖິງ 41%), ເຮັດໃຫ້ທາງເລືອກຂອງນັກທ່ອງທ່ຽວມີຄວາມຫຼາກຫຼາຍ, ນັບແຕ່ທົວໄລຍະສັ້ນ ໄປຈົນເຖິງການເດີນທາງຕາມຫົວຂໍ້ສະເພາະ ທີ່ຕິດພັນກັບປະຫວັດສາດ, ວັດທະນະທຳ ແລະ ຊີວິດຂອງຕົວເມືອງ.
ສຳລັບນັກທ່ອງທ່ຽວສາກົນ, ບັນດາຜະລິດຕະພັນ ເຊັ່ນ ທົວຍ່າງຊົມເມືອງແບບຟຣີ, ການຄົ້ນຫາ ນະຄອນ ໂຮ່ຈີມິນ ໃນຕອນກາງຄືນ, ປະສົບການເຂດ ເຈິ້ເລີ່ນ (Chợ Lớn)… ກໍສືບຕໍ່ໄດ້ຮັບການຍົກລະດັບຄຸນນະພາບ ເພື່ອຕອບສະໜອງຄວາມຕ້ອງການທີ່ນັບມື້ນັບສູງຂຶ້ນ.
ໃນສ່ວນຂອງການທ່ອງທ່ຽວທາງນ້ຳ, ບັນດາທົວຮັບປະທານອາຫານຄ່ຳ, ຊົມໄຟດອກ, ຊົມສິລະປະຢູ່ແມ່ນ້ຳ ໄຊງ່ອນ ໄດ້ຮັບການຂະຫຍາຍອອກ, ປະກອບສ່ວນເຮັດໃຫ້ປະສົບການມີຄວາມອຸດົມສົມບູນ ແລະ ແກ່ຍາວເວລາພັກເຊົາ.
ຮັບປະກັນຂີດຄວາມສາມາດໃນການບໍລິການ, ຮັກສາສະຖຽນລະພາບຂອງຕະຫຼາດ
ຕາມພະແນກທ່ອງທ່ຽວ ນະຄອນ ໂຮ່ຈີມິນ ແລ້ວ, ອັດຕາການຊົມໃຊ້ຫ້ອງພັກຢູ່ເຂດສູນກາງນະຄອນ ແລະ ເຂດທະເລໃກ້ຄຽງ ເພີ່ມຂຶ້ນສູງໃນບັນດາວັນທີ່ມີນັກທ່ອງທ່ຽວຫຼາຍ. ແນວໃດກໍຕາມ, ຍ້ອນມີແຫຼ່ງສະໜອງທີ່ອຸດົມສົມບູນ ແລະ ມີການກຽມພ້ອມແຕ່ຫົວທີ, ລະບົບການພັກເຊົາກໍຍັງຕອບສະໜອງຄວາມຕ້ອງການໄດ້ເປັນຢ່າງດີ, ບໍ່ມີສະພາບການຂາດແຄນຫ້ອງພັກເກີດຂຶ້ນ.
ບັນດາຮາກຖານພັກເຊົາ ໄດ້ເປັນເຈົ້າການຍົກລະດັບພື້ນຖານໂຄງລ່າງ, ຈັດວາງບຸກຄະລາກອນ, ສ້າງແຜນການບໍລິການທີ່ຢືດຢຸ່ນຕາມແຕ່ລະປະເພດນັກທ່ອງທ່ຽວ. ພ້ອມກັນນັ້ນ, ຫຼາຍໂຄງການກະຕຸ້ນການທ່ອງທ່ຽວ ກໍໄດ້ຮັບການຜັນຂະຫຍາຍດ້ວຍນະໂຍບາຍລາຄາທີ່ສົມເຫດສົມຜົນ, ປະກອບສ່ວນເຮັດໃຫ້ຕະຫຼາດມີສະຖຽນລະພາບ ໃນໂອກາດທີ່ມີນັກທ່ອງທ່ຽວຫຼາຍ.
![]() |
| ບັນດາເຂດສວນສະໜຸກ ໄດ້ຈັດກິດຈະກຳເກມຫຼາຍຮູບແບບທີ່ດຶງດູດນັກທ່ອງທ່ຽວ. |
ທ່າອ່ຽງທີ່ພົ້ນເດັ່ນແມ່ນການພັດທະນາບັນດາແພັກເກັດຜະລິດຕະພັນແບບຄົບວົງຈອນ ລະຫວ່າງການພັກເຊົາ, ອາຫານ ແລະ ການບັນເທີງ, ສ້າງຄວາມສະດວກໃຫ້ແກ່ນັກທ່ອງທ່ຽວໃນການເດີນທາງໄລຍະສັ້ນ. ບັນດາ "ຄອມໂບ (Combo) ມູນຄ່າເພີ່ມ" ເຊັ່ນ ການພັກເຊົາສົມທົບກັບອາຫານ, ການເບິ່ງແຍງສຸຂະພາບ, ປະສົບການທາງວັດທະນະທຳ ແມ່ນສືບຕໍ່ໄດ້ຮັບການຍູ້ແຮງ.
ນະຄອນ ໂຮ່ຈີມິນ ຍັງໄດ້ຜັນຂະຫຍາຍໂຄງການ "Travel Pass" ສຳລັບນັກທ່ອງທ່ຽວສາກົນ, ເຊິ່ງລວມມີການບໍລິການເດີນທາງ, ອາຫານ ແລະ ການຊື້ເຄື່ອງ, ປະກອບສ່ວນຍົກລະດັບປະສົບການແບບຄົບຊຸດ ແລະ ສະດວກສະບາຍ.
ເພີ່ມທະວີການຄຸ້ມຄອງ, ເສີມຂະຫຍາຍບົດບາດສູນກາງການທ່ອງທ່ຽວ
ການເຄື່ອນໄຫວຕ້ອນຮັບ ແລະ ຮັບໃຊ້ແຂກທ່ອງທ່ຽວ ໄດ້ດຳເນີນໄປຢ່າງຄຶກຄື້ນຢູ່ຫຼາຍທ້ອງຖິ່ນ, ເປັນພິເສດແມ່ນຢູ່ເຂດສູນກາງ, ເຂດທະເລ ແລະ ບັນດາຈຸດທ່ອງທ່ຽວນິເວດ. ບັນດາທ້ອງຖິ່ນໄດ້ປະສານສົມທົບກັບວິສາຫະກິດ ຈັດຕັ້ງຫຼາຍກິດຈະກຳທາງວັດທະນະທຳ, ງານບຸນ, ປະກອບສ່ວນເພີ່ມທະວີປະສົບການ ແລະ ແກ່ຍາວເວລາພັກເຊົາ.
ວຽກງານຄຸ້ມຄອງຄຸນນະພາບການບໍລິການ ໄດ້ຮັບການເພີ່ມທະວີ, ໂດຍສຸມໃສ່ການກວດກາການຕິດລາຄາ, ຮັບປະກັນສຸຂະອະນາໄມ ແລະ ຄວາມປອດໄພຂອງອາຫານ, ການປ້ອງກັນອັກຄີໄພ ແລະ ການປົກປັກຮັກສາສິ່ງແວດລ້ອມ.
ໝາກຜົນທີ່ບັນລຸໄດ້ໃນໂອກາດວັນພັກບຸນ ໄດ້ສືບຕໍ່ຢືນຢັນບົດບາດຂອງ ນະຄອນ ໂຮ່ຈີມິນ ໃນຖານະເປັນສູນກາງການທ່ອງທ່ຽວທີ່ຂະຫຍັນຂັນເຄື່ອນຂອງທົ່ວປະເທດ ແລະ ພາກພື້ນ, ທັງສະແດງໃຫ້ເຫັນເຖິງປະສິດທິຜົນຂອງບັນດາມາດຕະການກະຕຸ້ນການທ່ອງທ່ຽວ, ການເຊື່ອມຈອດພາກພື້ນ ແລະ ການເຮັດໃຫ້ຜະລິດຕະພັນມີຄວາມຫຼາກຫຼາຍ. ນະຄອນ ບໍ່ພຽງແຕ່ແມ່ນຈຸດໝາຍປາຍທາງທີ່ດຶງດູດເທົ່ານັ້ນ ແຕ່ຍັງຮັກສາບົດບາດເປັນຈຸດເຊື່ອມຕໍ່ເພື່ອສົ່ງຕໍ່ນັກທ່ອງທ່ຽວໄປຫາບັນດາທ້ອງຖິ່ນໃກ້ຄຽງ, ປະກອບສ່ວນຊຸກຍູ້ການພັດທະນາການທ່ອງທ່ຽວພາກພື້ນຕາມທິດທາງທີ່ຍືນຍົງ ແລະ ມີຄຸນນະພາບສູງ.
| ນະຄອນ ໂຮ່ຈີມິນ "ເລົ່າເລື່ອງ" ຕົວເມືອງ ໃນໂອກາດສະເຫຼີມສະຫຼອງ 51 ປີ ແຫ່ງວັນທ້ອນໂຮມປະເທດຊາດເປັນເອກະພາບ ຍສໝ - ໃນບັນຍາກາດແຫ່ງການສະເຫຼີມສະຫຼອງ 51 ປີ ວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ (ວັນທີ 30 ເມສາ ປີ 1975 - ວັນທີ 30 ເມສາ ປີ 2026), "ງານວາງສະແດງ ແລະ ລາງວັນວິຈິດສິນ 2026 - ສິລະປະການປັ້ນຫຼໍ່ຂອງນະຄອນ ໃນຮອບ ... |
| ປື້ມບັນທຶກການຂຸດຄົ້ນສັດນ້ຳແບບເອເລັກໂຕຣນິກ: ບາດກ້າວບຸກທະລຸໃນການຫັນເປັນທັນສະໄໝຂະແໜງການປະມົງ ຢູ່ ນະຄອນ ໂຮ່ຈີມິນ ຍສໝ - ພາຍຫຼັງການຈັດຕັ້ງປະຕິບັດທົດລອງເປັນເວລາ 3 ປີກວ່າ, ການນຳໃຊ້ປື້ມບັນທຶກການຂຸດຄົ້ນສັດນ້ຳແບບເອເລັກໂຕຣນິກ ຢູ່ເທິງກຳປັ່ນຫາປາທາງໄກ ຢູ່ ນະຄອນ ໂຮ່ຈີມິນ ແມ່ນພວມຄ່ອຍໆສ້າງປະສິດທິຜົນໃຫ້ເຫັນຢ່າງຈະແຈ້ງ, ປະກອບສ່ວນເຂົ້າໃນການຫັນເປັນທັນສະໄໝວຽກງານຄຸ້ມຄອງຂະແໜງການປະມົງ, ຍົກສູງຄວາມໂປ່ງໃສຂອງຂໍ້ມູນ ແລະ ກວດກາການເຄື່ອນໄຫວຂຸດຄົ້ນຕາມລະບຽບການທີ່ວາງອອກ. |

