ພັກ-ລັດ ຊົມເຊີຍຕໍ່ຜົນສຳເລັດ ຂອງກຳມະບານລາວ 5 ປີຜ່ານມາ

16:59 | 08/12/2020

ສະຫາຍ ແສງນວນ ໄຊຍະລາດ ຄະນະເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ ໂດຍຕາງໜ້າໃຫ້ກົມ ການເມືອງສູນ ກາງພັກ ແລະ ຄະນະເລຂາທິການສູນກາງພັກ ໄດ້ສະແດງຄວາມຍ້ອງຍໍ ຊົມເຊີຍຕໍ່ຜົນສຳເລັດ ແລະ ໝາກຜົນ ທີ່ຄະນະບໍລິຫານງານ ສູນກາງ ສະຫະພັນ ກຳມະບານລາວ ສະໄໝທີ VII ຍາດມາໄດ້ ຕະຫລອດໄລຍະ 5 ປີຜ່ານມາ ເຊິ່ງໄດ້ກາຍເປັນພື້ນຖານອັນສຳຄັນ ໃນການສືບຕໍ່ພັດທະນາ ວຽກງານກຳມະບານລາວ ໃນຕໍ່ໜ້າ.

ພ ກ ລ ດ ຊ ມເຊ ຍຕ ຜ ນສຳເລ ດ ຂອງກຳມະບານລາວ 5 ປ ຜ ານມາ ພັກ​ກອມ​ມູ​ນິດ​ຫວຽດ​ນາມ ແລະ ພັກ​ປະ​ຊາ​ທິ​ປະ​ໄຕສັງ​ຄົມ ເຢຍ​ລະ​ມັນ ເຂົ້າ​ຮ່ວມ ການ​ໂອ້​ລົມ​ສົນ​ທະ​ນາ​ແລກ​ປ່ຽນທາງ​ອອນ​ລາ​ຍ
ພ ກ ລ ດ ຊ ມເຊ ຍຕ ຜ ນສຳເລ ດ ຂອງກຳມະບານລາວ 5 ປ ຜ ານມາ ຄະ​ນະ​ພົວ​ພັນ​ການ​ຕ່າງ​ປະ​ເທດ​ສູນ​ກາງ​ພັກ​ມອບ​ຜ້າ​ອັດ​ປາກ​ດັງ​ໃຫ້ ​30.000 ອັນ ໃຫ້​ແກ່​ກຸ່ມ​ບັນ​ດາ​ສຳ​ນັກ​ງານ​ອົງ​ການ​ສູນ​ກາງ​ພັກ​ປະ​ຊາ​ຊົນ ກຳ​ປູ​ເຈຍ
ພ ກ ລ ດ ຊ ມເຊ ຍຕ ຜ ນສຳເລ ດ ຂອງກຳມະບານລາວ 5 ປ ຜ ານມາ
ພັກ-ລັດ ຊົມເຊີຍຕໍ່ຜົນສຳເລັດ ຂອງກຳມະບານລາວ 5 ປີຜ່ານມາ

ຜົນສຳເລັດດັ່ງກ່າວ ແມ່ນໝາກຜົນລວມຍອດ ແຫ່ງສະຕິປັນຍາ, ແມ່ນການເສີມຂະຫຍາຍປະຊາທິປະໄຕ, ຫົວຄິດປະດິດສ້າງ, ມູນເຊື້ອຄວາມສາມັກຄີ ຂອງຄະນະບໍລິຫານງານ ສູນກາງສະຫະ ພັນກຳມະບານແຕ່ລະຂັ້ນ, ສະມາຊິກກຳມະບານ, ກຳມະກອນ ແລະ ຜູ້ອອກແຮງງານ ທີ່ໄດ້ປະ ກອບສ່ວນ ຢ່າງຕັ້ງໜ້າເຂົ້າໃນ ການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຜູ້ແທນກຳມະບານ ທົ່ວປະເທດ ຄັ້ງທີ 7 ໃຫ້ມີຜົນສຳເລັດຢ່າງມີໄຊ. ຕະຫລອດໄລຍະ 5 ປີຜ່ານມາ, ເຖິງວ່າສະພາບສາກົນ ແລະ ພາກພື້ນ ສືີບຕໍ່ຜັນປ່ຽນຢ່າງໄວວາ ແລະ ສິ່ງເຫລົ່ານັ້ນ ໄດ້ສົ່ງຜົນກະທົບ ທັງດ້ານບວກ ແລະ ດ້ານລົບຕໍ່ປະເທດຊາດ ໂດຍສະເພາະ ແມ່ນຜົນກະທົບຕໍ່ກຳມະກອນ ແລະ ຜູ້ອອກແຮງງານລາວ ເຮັດໃຫ້ເກີດ ມີໄພຫວ່າງ ງານຢ່າງຫລວງຫລາຍ, ລາຍຮັບບໍ່ໝັ້ນທ່ຽງ, ການເອົາລັດເອົາ ປຽບດ້ານແຮງງານ ແລະ ອື່ນໆ ຢ່າງຫລີກລ້ຽງບໍ່ໄດ້, ແຕ່ພາຍໃຕ້ ການນຳພາ ຂອງຄະນະບໍລິຫານງານ ສູນກາງສະຫະພັນກຳ ມະບານລາວ ແລະ ສະຫະພັນກຳມະບານ ຂັ້ນຕ່າງໆທົ່ວປະເທດ ສາມາດຜ່ານຜ່າຄວາມຫຍຸ້ງຍາກດັ່ງກ່າວ ແລະ ຍາດໄດ້ຜົນສຳເລັດຫລາຍດ້ານ.

ຂະນະດຽວກັນ ກໍໄດ້ເອົາໃຈໃສ່ນຳພາ ວຽກງານໄປຕາມ ພາລະບົດບາດ, ສິດ, ໜ້າທີ່ຂອງຕົນ, ສຶກສາອົບຮົມ ການເມືອງແນວຄິດ ແລະ ປຸກລະດົມສະມາຊິກ ກຳມະບານ, ກຳມະກອນ ແລະ ຜູ້ອອກ ແຮງງານລາວ ໃນທົ່ວປະເທດ ເຂົ້າຮ່ວມຂະບວນການ ພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ, ລວມທັງປູກຈິດສຳນຶກ ໃຫ້ເຂົາເຈົ້າມີລະບຽບ ການອອກແຮງງານ, ມີຄວາມອົດທົນພາກພຽນ, ຮ່ຳຮຽນ ເພື່ອຍົກລະດັບຄວາມຮູ້, ຄວາມສາມາດ ແລະ ພັດທະນາສີມື ແຮງງານຂອງຕົນ ໃຫ້ສູງຂຶ້ນ. ພ້ອມກັນນັ້ນ ກໍໄດ້ເປັນເຈົ້າການປັບປຸງ, ຂະຫຍາຍການຈັດຕັ້ງ ແລະ ສະມາຊິກກໍາມະບານ ຢູ່ຕາມສຳນັກງານອົງການ ຂອງພາກລັດ, ເອກະຊົນ ເຮັດໃຫ້ການຈັດຕັ້ງກຳມະບານ ແລະ ສະມາຊິກກຳມະບານ ມີຈຳນວນເພີ່ມຂຶ້ນ, ອັນພົ້ນເດັ່ນແມ່ນ ສະຫະພັນກຳມະບານລາວ ໄດ້ຄົ້ນຄວ້າສະເໜີປັບປຸງ ຄ່າແຮງງານຂັ້ນຕ່ຳ ໃຫ້ກຳມະກອນ ແລະ ຊາວຜູ້ ອອກແຮງງານ ຈາກ 900.000 ກີບ ຂຶ້ນເປັນ 1.100.000 ກີບ ໂດຍລັດຖະບານ ໄດ້ປະກາດໃຊ້ນັບ ແຕ່ວັນທີ 1 ພຶດສະພາ 2018 ເປັນຕົ້ນມາ.

ຄຽງຄູ່ກັນນັ້ນ ກໍໄດ້ເອົາໃຈໃສ່ ຕິດຕາມກວດກາ ແລະ ຊຸກຍູ້ການສ້າງສັນຍາ ແຮງງານບຸກຄົນ, ສັນຍາແຮງງານລວມໝູ່ ແລະ ເຂົ້າຮ່ວມ ການແກ້ໄຂ ຂໍ້ຂັດແຍ່ງທາງ ດ້ານແຮງງານ, ຮ່ວມຄະນະກຳ ມະການ 3 ຝ່າຍ ເພື່ອຄົ້ນຄວ້ານະໂຍບາຍ ຊ່ວຍເຫລືອແຮງງານ ທີ່ໄດ້ຮັບຜົນກະທົບ ຈາກການແຜ່ລະບາດ ຂອງພະຍາດໂຄວິດ-19 ຢູ່ທົ່ວຫົວໜ່ວຍແຮງງານ. ນອກນັ້ນ ໄດ້ເປີດບໍລິການສາຍດ່ວນ 1512 ເພື່ອໃຫ້ຄໍາປຶກສາແກ່ ສະມາຊິກມະບານ, ກຳມະກອນ ແລະ ຜູ້ອອກແຮງງານລາວ ໂດຍບໍ່ເສຍຄ່າ.

ພ ກ ລ ດ ຊ ມເຊ ຍຕ ຜ ນສຳເລ ດ ຂອງກຳມະບານລາວ 5 ປ ຜ ານມາ ພັກ, ລັດ​ຖະ​ບານ ຫວຽດ​ນາມ ຕັດ​ສິນ​ໃຈ​ບໍ່ປະ​ໃຫ້​ຜູ້​ໃດ​ຖືກ​ຕົກ​ຢູ່​ໃນ​ສະ​ພາບ​ອຶດ​ຫິວ, ເຈັບ​ເປັນ ຍ້ອນ​ໄພ​ທຳ​ມະ​ຊາດ

ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຈິ້ງດິ່ງຢຸງ ເນັ້ນໜັກວ່າ, ພັກ, ລັດຖະບານ ຫວຽດນາມ ແລະ ອຳນາດການປົກຄອງທ້ອງຖິ່ນຕ່າງໆ ຕັດສິນໃຈບໍ່ປະໃຫ້ຜູ້ໃດຖືກຕົກຢູ່ໃນສະພາບອຶດຫິວ ແລະ ເຈັບເປັນ ຍ້ອນໄພທຳມະຊາດ

ພ ກ ລ ດ ຊ ມເຊ ຍຕ ຜ ນສຳເລ ດ ຂອງກຳມະບານລາວ 5 ປ ຜ ານມາ ເລຂາທິການໃຫຍ່, ປະທານປະເທດ ລາວ ຝາກຄຳຢື້ຢາມຖາມຂ່າວຢ່າງໃຈຈິງມາຍັງ ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ພ້ອມດ້ວຍບັນດາຄອບຄົວທີ່ຖືກຜົນສະທ້ອນຈາກໄພນ້ຳຖ້ວມຄັ້ງນີ້

ຍສໝ - ວັນທີ 19 ຕຸລາ, ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ບຸນຍັງ ວໍລະຈິດ ໄດ້ຝາກຄຳຢື້ຢາມຖາມຂ່າວຢ່າງໃຈຈິງມາຍັງ ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ພ້ອມດ້ວຍບັນດາຄອບຄົວທີ່ຖືກຜົນສະທ້ອນຈາກໄພນ້ຳຖ້ວມຄັ້ງນີ້.

ພ ກ ລ ດ ຊ ມເຊ ຍຕ ຜ ນສຳເລ ດ ຂອງກຳມະບານລາວ 5 ປ ຜ ານມາ ກອງປະຊຸມລັດຖະມົນຕີອາຊຽນກ່ຽວກັບຄວາມປອດໄພທາງເຄືອຂ່າຍອິນເຕີແນັດ ຄັ້ງທີ 5 (AMCC - 5)

ຍ​ສ​ໝ - ທ່ານພົນຕີ ເລືອງຕາມກວາງ, ຮອງລັດຖະມົນຕີກະຊວງຕຳຫຼວດ ໄດ້ແບ່ງປັນວ່າ ຫວຽດນາມເຫັນໄດ້ຄວາມຈຳເປັນ ແລະ ຄວາມສຳຄັນໃນການສ້າງກົດແຫ່ງການປະພຶດທີ່ມີຄວາມຮັບຜິດຊອບໃນເຄືອຂ່າຍອິນເຕີແນັດ ເພື່ອແນໃສ່ປະກອບສ່ວນເຂົ້າໃນການຮັກສາ ເຄືອຂ່າຍອິນເຕີແນັດໃຫ້ມີຄວາມປອດໃສ, ປອດໄພ ແລະ ຊ່ວຍໃຫ້ການຮັບປະກັນຄວາມໝັ້ນຄົງ, ປອດໄພຂໍ້ມູນຂ່າວສານມີປະສິດທິຜົນກ່ວາ

kpl.gov.la

ເຫດການ
302 Found

Found

The document has moved here.