| ນັກວິຊາການ ອິນເດຍ: ຂອບເຂດການຮ່ວມມືໃໝ່ ຫວຽດນາມ - ອິນເດຍ ແມ່ນນອນຢູ່ໃນບັນດາຂົງເຂດຍຸດທະສາດ | |
| ກຳລັງຊຸກຍູ້ໃໝ່, ຂອບເຂດການຮ່ວມມືໃໝ່ ໃຫ້ແກ່ສາຍພົວພັນ ຫວຽດນາມ - ອິນເດຍ |
![]() |
| ທ່ານ ເອກອັກຄະລັດຖະທູດ ອິນເດຍ ປະຈຳ ຫວຽດນາມ Tshering W. Sherpa. ພາບ: mae.gov.vn |
ການຢ້ຽມຢາມດຳເນີນໄປໃນສະພາບການປີ 2026 ເປັນປີຄົບຮອບ 1 ທົດສະວັດ ທີ່ສອງປະເທດໄດ້ຍົກລະດັບສາຍພົວພັນຂຶ້ນເປັນ ຄູ່ຮ່ວມມືຍຸດທະສາດຮອບດ້ານ. ເນື່ອງໃນໂອກາດນີ້, ທ່ານເອກອັກຄະລັດຖະທູດ ອິນເດຍ ປະຈຳ ຫວຽດນາມ Tshering W. Sherpa ໄດ້ຕອບສຳພາດຕໍ່ສື່ມວນຊົນ ກ່ຽວກັບຄວາມໝາຍຂອງການຢ້ຽມຢາມ ກໍຄືທັດສະນະການຮ່ວມມືລະຫວ່າງສອງປະເທດ:
ກ່ອນອື່ນໝົດ, ຂໍຮຽນທ່ານເອກອັກຄະລັດຖະທູດ, ທ່ານ ສາມາດແບ່ງປັນຄວາມໝາຍຂອງການຢ້ຽມຢາມ ອິນເດຍ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ, ໃນສະພາບການປີ 2026 ແມ່ນຂີດໝາຍຄົບຮອບ 1 ທົດສະວັດ ທີ່ ຫວຽດນາມ - ອິນເດຍ ຍົກລະດັບສາຍພົວພັນຂຶ້ນເປັນ ຄູ່ຮ່ວມມືຍຸດທະສາດຮອບດ້ານ ໄດ້ບໍ?
ອິນເດຍ ແລະ ຫວຽດນາມ ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນໃນປີ 1972 ແລະ ຍົກລະດັບຂຶ້ນເປັນສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານໃນປີ 2016. ການຢ້ຽມຢາມ ອິນເດຍ ທີ່ຈະມາເຖິງຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແມ່ນເຫດການທີ່ສຳຄັນສຳລັບທັງສອງປະເທດ. ລັດຖະບານ ອິນເດຍ ໃຫ້ຄວາມສຳຄັນເປັນພິເສດຕໍ່ການຢ້ຽມຢາມຄັ້ງນີ້; ການມີໜ້າຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຢູ່ ອິນເດຍ ແລະ ການພົບປະກັບບັນດາຜູ້ນຳຂັ້ນສູງ ຈະສ້າງກຳລັງຊຸກຍູ້ເພີ່ມຕື່ມໃຫ້ແກ່ສາຍພົວພັນສອງຝ່າຍ, ເຊິ່ງເປັນສາຍພົວພັນທີ່ເຂັ້ມແຂງ ແລະ ຂະຫຍັນຂັນເຄື່ອນຢູ່ແລ້ວ. ອິນເດຍ ຂໍຕ້ອນຮັບທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຢ່າງອົບອຸ່ນ.
ສຳລັບສາຍພົວພັນ ອິນເດຍ - ຫວຽດນາມ, ອາດກ່າວໄດ້ວ່າ "ທ້ອງຟ້າບໍ່ແມ່ນຂີດຈຳກັດ". ນີ້ແມ່ນສາຍພົວພັນທີ່ຂະຫຍັນຂັນເຄື່ອນ, ມຸ່ງໄປສູ່ອະນາຄົດ ແລະ ມີວິໄສທັດໄລຍະຍາວ. ມິດຕະພາບລະຫວ່າງສອງປະເທດ ໄດ້ຮັບການສ້າງຂຶ້ນບົນບັນດາຄຸນຄ່າຮ່ວມ, ຄວາມເຊື່ອໝັ້ນ ແລະ ຄວາມເຄົາລົບເຊິ່ງກັນແລະກັນ. ຮອດເວລາແລ້ວທີ່ພວກເຮົາຕ້ອງຮ່ວມມືກັນ ເພື່ອຫັນປ່ຽນບັນດາຄຸນຄ່າຮ່ວມເຫຼົ່ານີ້ ໃຫ້ກາຍເປັນໝາກຜົນຕົວຈິງ. ການເດີນທາງຂອງພວກເຮົາຫາກໍເລີ່ມຕົ້ນເທົ່ານັ້ນ. ໃຫ້ພວກເຮົາຮ່ວມກັນລໍຖ້າເບິ່ງໝາກຜົນ ເມື່ອບັນດາຜູ້ນຳທັງສອງຝ່າຍພົບປະກັນຢູ່ Delhi.
ເມື່ອທົບທວນຄືນເສັ້ນທາງກວ່າ 5 ທົດສະວັດ ແຫ່ງການສ້າງຕັ້ງສາຍພົວພັນການທູດ ຫວຽດນາມ - ອິນເດຍ, ໂດຍສະເພາະແມ່ນ 10 ປີແຫ່ງການຍົກລະດັບຂຶ້ນເປັນສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ທ່ານເອກອັກຄະລັດຖະທູດ ມີຄວາມປະທັບໃຈ ແລະ ເອກອ້າງທະນົງໃຈທີ່ສຸດກັບຜົນສຳເລັດການຮ່ວມມືແມ່ນດ້ານໃດເເດ?
ອິນເດຍ ແລະ ຫວຽດນາມ ແມ່ນສອງອາະລິຍະທຳທີ່ມີສາຍພົວພັນອັນຍາວນານມາແຕ່ຫຼາຍພັນປີກ່ອນ. ສອງປະເທດໄດ້ແລກປ່ຽນແນວຄິດ, ວັດທະນະທຳ ແລະ ດຳລົງຊີວິດຢູ່ຮ່ວມກັນຢ່າງສັນຕິ. ພຸດທະສາສະໜາ ແມ່ນຂົວຕໍ່ອັນສັກສິດທີ່ເຊື່ອມຈອດປະຊາຊົນສອງປະເທດເຂົ້າຫາກັນ.
ໃນຕົວຈິງ, ນີ້ແມ່ນສາຍພົວພັນທີ່ມີຫຼາຍດ້ານ. ອິນເດຍ ມີສາຍພົວພັນຄູ່ຮ່ວມມືທີ່ຂະຫຍັນຂັນເຄື່ອນກັບ ຫວຽດນາມ ໃນຫຼາຍຂົງເຂດ. ນີ້ແມ່ນສາຍພົວພັນຄູ່ຮ່ວມມືທີ່ມຸ່ງໄປສູ່ອະນາຄົດ, ອີງບົນຄວາມເຊື່ອໝັ້ນ ແລະ ຄວາມເຄົາລົບເຊິ່ງກັນແລະກັນ. ຂ້າພະເຈົ້າຂໍຍົກຕົວຢ່າງບາງອັນດັ່ງນີ້:
ກ່ຽວກັບສາຍພົວພັນການເມືອງ, ບັນດາຜູ້ນຳສອງປະເທດໄດ້ພົບປະກັນຫຼາຍກວ່າ 25 ຄັ້ງ ນັບແຕ່ປີ 2016 ເປັນຕົ້ນມາ, ສິ່ງນີ້ສະທ້ອນໃຫ້ເຫັນເຖິງຈຸດຄ້າຍຄືກັນໃນຜົນປະໂຫຍດຍຸດທະສາດ ກໍຄືຄວາມປາດຖະໜາດີລະຫວ່າງສອງປະເທດ.
ການຄ້າສອງປະເທດໄດ້ເພີ່ມຂຶ້ນທົບເຄິ່ງໃນ 10 ປີຜ່ານມາ, ແລະ ຂ້າພະເຈົ້າເຊື່ອວ່າພວກເຮົາສາມາດຮ່ວມມືກັນເຮັດໄດ້ຫຼາຍກວ່ານີ້ອີກ.
ກ່ຽວກັບການເຊື່ອມຕໍ່, ເມື່ອບໍ່ເທົ່າໃດປີກ່ອນພວກເຮົາບໍ່ມີຖ້ຽວບິນຊື່ເລີຍ, ແຕ່ປັດຈຸບັນມີເກືອບ 90 ຖ້ຽວບິນຕໍ່ອາທິດ ລະຫວ່າງ ອິນເດຍ ແລະ ຫວຽດນາມ. ນີ້ແມ່ນປັດໄຈຊຸກຍູ້ການທ່ອງທ່ຽວ, ການພົບປະແລກປ່ຽນລະຫວ່າງປະຊາຊົນ ແລະ ການຄ້າ. ພຽງແຕ່ປີຜ່ານມາ, ຂ້າພະເຈົ້າຊາບວ່າ ມີນັກທ່ອງທ່ຽວເກືອບ 900.000 ເທື່ອຄົນ ເດີນທາງໄປມາລະຫວ່າງ ອິນເດຍ ແລະ ຫວຽດນາມ.
ກ່ຽວກັບປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ, ສອງຝ່າຍມີການແລກປ່ຽນກັນໃນທຸກລະດັບ, ຕົວຢ່າງຄື VINBAX - ການຊ້ອມຮົບກ່ຽວກັບການຮັກສາສັນຕິພາບຂອງສະຫະປະຊາຊາດ ລະຫວ່າງສອງປະເທດ.
ກ່ຽວກັບການພົບປະແລກປ່ຽນລະຫວ່າງປະຊາຊົນ, ການອັນເຊີນພະບໍລົມມະສານີລິກະທາດມາປະດິດສະຖານຢູ່ ຫວຽດນາມ ໃນປີຜ່ານມາ ແມ່ນໝຸດໝາຍທີ່ໜ້າຈົດຈຳ.
ຂ້າພະເຈົ້າເຊື່ອວ່າ ປັດໄຈທີ່ສຳຄັນທີ່ສຸດຂອງມິດຕະພາບໃດໆກໍຕາມ ແມ່ນມະນຸດ. ການເດີນທາງຂອງພວກເຮົາຫາກໍເລີ່ມຕົ້ນເທົ່ານັ້ນ.
ດ້ວຍຕຳແໜ່ງເປັນຄູ່ຮ່ວມມືທີ່ສຳຄັນໃນ "ນະໂຍບາຍມຸ່ງໄປສູ່ທິດຮ່ວມຕາເວັນອອກ" ຂອງ ອິນເດຍ, ທ່ານເອກອັກຄະລັດຖະທູດ ຄາດຫວັງຫຍັງຕໍ່ກັບບາດກ້າວຂະຫຍາຍຕົວໃໝ່ລະຫວ່າງສອງປະເທດ ຜ່ານການຢ້ຽມຢາມຄັ້ງນີ້, ໂດຍສະເພາະແມ່ນການຮ່ວມມືດ້ານເສດຖະກິດ-ການຄ້າ, ເຕັກໂນໂລຊີສີຂຽວ, ການຫັນເປັນດີຈີຕອນ, ປັນຍາປະດິດ ທີ່ ອິນເດຍ ມີທ່າແຮງອັນຫຍັງແດ?
ການຄ້າສອງຝ່າຍໃນປັດຈຸບັນຢູ່ໃນລະດັບ 16 ຕື້ USD. ແນວໃດກໍຕາມ, ຂ້າພະເຈົ້າເຫັນວ່າພວກເຮົາສາມາດຮ່ວມມືກັນເຮັດໄດ້ຫຼາຍກວ່ານີ້ອີກ. ທັງສອງປະເທດລ້ວນແຕ່ມີທ່າແຮງທາງດ້ານປະຊາກອນ, ສັງຄົມທີ່ມີຄວາມມຸ່ງຫວັງ ແລະ ທັກສະໃນການເລີ່ມຕົ້ນທຸລະກິດ. ບັນດາຄຸນຄ່າຮ່ວມ ແລະ ຄວາມເຊື່ອໝັ້ນເຊິ່ງກັນແລະກັນ ຈຳເປັນຕ້ອງໄດ້ຮັບການຫັນປ່ຽນໃຫ້ກາຍເປັນໝາກຜົນຕົວຈິງ, ໂດຍສະເພາະແມ່ນໃນຂົງເຂດການຄ້າ.
ພວກເຮົາຈຳເປັນຕ້ອງຊອກຫາຂົງເຂດການຮ່ວມມືໃໝ່ ເຊັ່ນ: ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການສື່ສານ, ການປ່ຽນແປງໃໝ່ປະດິດສ້າງ, ວິທະຍາສາດເຕັກໂນໂລຊີ, ຄວາມໝັ້ນຄົງທາງໄຊເບີ, ປັນຍາປະດິດ (AI), ກວັນຕຳ (quantum), ການຢາ, ກໍຄືລົດຍົນ, ການຂົນສົ່ງ ແລະ ການເຊື່ອມຕໍ່. ລັດຖະບານ ອິນເດຍ ແມ່ນຄູ່ຮ່ວມມືທີ່ພ້ອມແລ້ວທີ່ຈະປະສານສົມທົບຢ່າງໃກ້ຊິດກັບ ຫວຽດນາມ ເພື່ອຫັນເປັນຈິງ ແລະ ຊອກຫາຂົງເຂດການຮ່ວມມືໃໝ່, ນຳມາຊຶ່ງຜົນປະໂຫຍດໃຫ້ແກ່ປະຊາຊົນ ແລະ ສັງຄົມຂອງສອງປະເທດ.
ຂໍຮຽນທ່ານເອກອັກຄະລັດຖະທູດ, ທັງ ຫວຽດນາມ ແລະ ອິນເດຍ ລ້ວນແຕ່ມີວິໄສທັດຮ່ວມກ່ຽວກັບເຂດ ອິນເດຍ - ປາຊີຟິກ ທີ່ສັນຕິພາບ, ສະຖຽນລະພາບ ແລະ ວັດທະນາຖາວອນ. ການຢ້ຽມຢາມຄັ້ງນີ້ ຈະເຮັດໃຫ້ເສົາຄ້ຳປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ເລິກເຊິ່ງກວ່າເກົ່າແນວໃດ, ແລະ ສອງປະເທດສາມາດປະສານສົມທົບກັນ ໃນບັນດາຂອບການຮ່ວມມືຫຼາຍຝ່າຍ ເພື່ອແກ້ໄຂບັນດາສິ່ງທ້າທາຍໃນພາກພື້ນ ແລະ ທົ່ວໂລກເປັນຄືແນວໃດ?
ຫວຽດນາມ ແມ່ນຄູ່ຮ່ວມມືທີ່ສຳຄັນ, ເປັນແກນກາງໃນນະໂຍບາຍ "ການກະທຳມຸ່ງໄປສູ່ທິດຮ່ວມຕາເວັນອອກ" (Act East Policy) ຂອງ ອິນເດຍ, ແລະ ໃນວິໄສທັດພາກພື້ນ ອິນເດຍ - ປາຊີຟິກ. ທັງສອງປະເທດລ້ວນແຕ່ເຊື່ອໝັ້ນໃນສັນຕິພາບ, ຄວາມວັດທະນາຖາວອນ, ສະຖຽນລະພາບໃນພາກພື້ນ. ຫວຽດນາມ ຍັງແມ່ນຄູ່ຮ່ວມມືທີ່ສຳຄັນ, ເປັນແກນກາງຂອງ ອິນເດຍ ໃນຂອບຂອງອາຊຽນ (ASEAN).
ດັ່ງທີ່ທ່ານນາຍົກລັດຖະມົນຕີ ອິນເດຍ ໄດ້ຢືນຢັນວ່າ, "ສັດຕະວັດທີ 21 ແມ່ນຂອງ ອິນເດຍ ແລະ ອາຊຽນ". ເປັນພິເສດ, ປີນີ້ - ປີ 2026, ໄດ້ຮັບການຄັດເລືອກໃຫ້ເປັນ "ປີແຫ່ງການຮ່ວມມືທາງທະເລ ອາຊຽນ - ອິນເດຍ". ມິດຕະພາບລະຫວ່າງສອງປະເທດ ໄດ້ຮັບການສ້າງຂຶ້ນບົນບັນດາຄຸນຄ່າຮ່ວມ, ຄວາມເຊື່ອໝັ້ນເຊິ່ງກັນແລະກັນ ແລະ ຄວາມສາມັກຄີ. ອິນເດຍ ໃຫ້ຄຳໝັ້ນສັນຍາຈະສືບຕໍ່ເພີ່ມທະວີສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານທີ່ຂະຫຍັນຂັນເຄື່ອນກັບ ຫວຽດນາມ ແລະ ຈະຮ່ວມເດີນທາງຢ່າງໃກ້ຊິດກັບ ຫວຽດນາມ ໃນສາຍພົວພັນຄູ່ຮ່ວມມືທີ່ກ້າວໜ້າ, ມຸ່ງໄປສູ່ອະນາຄົດນີ້.
ຂໍຂອບໃຈທ່ານທູດ!
| ສ້າງບາດກ້າວບຸກທະລຸໃຫ້ແກ່ສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອິນເດຍ ໃນໄລຍະໃໝ່ ຍສໝ - ຕອບສະໜອງຕາມຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ອິນເດຍ Narendra Modi, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ຈະໄປຢ້ຽມຢາມລັດຖະກິດ ຢູ່ ສາທາລະນະລັດ ອິນເດຍ ແຕ່ວັນທີ 5 - 7 ພຶດສະພາ 2026. |
| ສ້າງກຳລັງຊຸກຍູ້ໃໝ່ໃຫ້ແກ່ສາຍພົວພັນ ຫວຽດນາມ - ອິນເດຍ ຍສໝ - ຕາມທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫງວຽນແມ້ງເກື່ອງ ແລ້ວ, ບົດຢ້ຽມຢາມລັດຖະກິດ ຢູ່ ອິນເດຍ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແມ່ນໂອກາດທີ່ມີຄວາມໝາຍເປັນຢ່າງຍິ່ງ ເພື່ອໃຫ້ສອງປະເທດປັບປຸງ ແລະ ເພີ່ມທະວີສາຍພົວພັນໃນທຸກດ້ານ, ທັງພ້ອມກັນຫວນຄືນການຈັດຕັ້ງປະຕິບັດຂອບເຂດຄູ່ຮ່ວມມືຍຸດທະສາດຮອບດ້ານໃນ 10 ປີຜ່ານມາ, ຈາກນັ້ນກໍສ້າງກຳລັງຊຸກຍູ້ໃໝ່ ແລະ ກຳນົດຂອບເຂດການຮ່ວມມື ໃຫ້ແກ່ສາຍພົວພັນທະວິພາຄີລະຫວ່າງ ຫວຽດນາມ ແລະ ອິນເດຍ ... |
