ທ່ານນາງ ນາຍົກລັດຖະມົນຕີ ຍີ່ປຸ່ນ Takaichi Sanae ສິ້ນສຸດບົດຢ້ຽມຢາມຢ່າງເປັນທາງການ ຢູ່ ຫວຽດນາມ

16:04 | 03/05/2026

ຍສໝ - ໃນຕອນເຊົ້າວັນທີ 3 ພຶດສະພາ, ທ່ານນາງ Takaichi Sanae ໄດ້ເດີນທາງອອກຈາກ ຮ່າໂນ້ຍ, ສິ້ນສຸດບົດຢ້ຽມຢາມຢ່າງເປັນທາງການ ຢູ່ ຫວຽດນາມ ແຕ່ວັນທີ 1 ຫາ 3 ພຶດສະພາ ຕາມຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ເລມິງຮືງ.

ຊອກຫາວິທີການຮັກສາພາສາຫວຽດນາມ ຢູ່ Kyushu (ຍີ່ປຸ່ນ)
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ແລະ ທ່ານນາງ ພັນລະຍາ ເລີ່ມເດີນທາງໄປຢ້ຽມຢາມລັດຖະກິດ ຢູ່ ສາທາລະນະລັດ ປະຊາຊົນ ຈີນ

ໃນໄລຍະຢ້ຽມຢາມ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ ໄດ້ເຂົ້າຢ້ຽມຂຳນັບສົບ ປະທານ ໂຮ່ຈີມິນ ແລະ ວາງພວງມາລາ ຢູ່ອະນຸສາວະລີນັກຮົບວິລະຊົນທີ່ເສຍສະລະຊີວິດເພື່ອຊາດ ຢູ່ຖະໜົນ ບັກເຊີນ (ຮ່າໂນ້ຍ).

ກ່ຽວກັບກິດຈະກຳການຕ່າງປະເທດ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ໃຫ້ການຕ້ອນຮັບທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ; ທ່ານນາຍົກລັດຖະມົນຕີ ເລມິງຮືງ ເປັນປະທານພິທີຕ້ອນຮັບຢ່າງເປັນທາງການ, ເຈລະຈາ ແລະ ຮ່ວມກັບທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ ພົບປະກັບສື່ມວນຊົນ ເພື່ອແຈ້ງຂໍ້ມູນກ່ຽວກັບໝາກຜົນຂອງການເຈລະຈາ.

ທ່ານນາງ ນາຍົກລັດຖະມົນຕີ ຍີ່ປຸ່ນ Takaichi Sanae ສິ້ນສຸດບົດຢ້ຽມຢາມຢ່າງເປັນທາງການ ຢູ່ ຫວຽດນາມ
ທ່ານນາຍົກລັດຖະມົນຕີ ເລມິງຮືງ ແລະ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Takaichi Sanae. (ພາບ: VGP/NhatBac).

ໃນບັນດາການພົບປະ, ການນຳ ຫວຽດນາມ ໄດ້ຕີລາຄາວ່າ ບົດຢ້ຽມຢາມຈັດຂຶ້ນໃນເວລາທີ່ມີຄວາມໝາຍສຳຄັນ, ໃນຂະນະທີ່ທັງສອງປະເທດຕ່າງກໍມີຄະນະການນຳຊຸດໃໝ່ ແລະ ພວມຊຸກຍູ້ບັນດາເປົ້າໝາຍການພັດທະນາ. ສອງຝ່າຍໄດ້ຮັບຮູ້ວ່າ ສາຍພົວພັນ ຫວຽດນາມ - ຍີ່ປຸ່ນ ສືບຕໍ່ພັດທະນາຢ່າງແຂງແຮງ ພາຍຫຼັງຫຼາຍກວ່າສອງປີທີ່ໄດ້ຍົກລະດັບຂຶ້ນເປັນ ຄູ່ຮ່ວມມືຍຸດທະສາດຮອບດ້ານ, ດ້ວຍລະດັບຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງສູງ ແລະ ການຮ່ວມມືນັບມື້ນັບແທດຕົວຈິງໃນຫຼາຍຂົງເຂດ.

ທ່ານນາຍົກລັດຖະມົນຕີທັງສອງ ໄດ້ແລກປ່ຽນກ່ຽວກັບບັນດາທິດທາງໃຫຍ່ ເພື່ອນຳພາສາຍພົວພັນທະວິພາຄີກ້າວເຂົ້າສູ່ໄລຍະການພັດທະນາໃໝ່, ໃນນັ້ນໄດ້ເນັ້ນໜັກວ່າ ການຮ່ວມມືທາງດ້ານເສດຖະກິດແມ່ນເສົາຄ້ຳ, ພ້ອມທັງຂະຫຍາຍໄປສູ່ບັນດາຂົງເຂດ ເຊັ່ນ: ການຫັນເປັນດີຈີຕອນ, ການຫັນເປັນສີຂຽວ, ວິທະຍາສາດ - ເຕັກໂນໂລຊີ ແລະ ນະວັດຕະກຳ.

ໃນຂອບເຂດບົດຢ້ຽມຢາມ, ຕໍ່ໜ້າການເປັນສັກຂີພິຍານຂອງການນຳສອງປະເທດ, ບັນດາກະຊວງ, ຂະແໜງການ, ອົງການຈັດຕັ້ງ ແລະ ທ້ອງຖິ່ນ ໄດ້ມອບ-ຮັບເອກະສານການຮ່ວມມື 6 ສະບັບ ໃນຫຼາຍຂົງເຂດ.

ທ່ານນາງ ນາຍົກລັດຖະມົນຕີ ຍີ່ປຸ່ນ Takaichi Sanae ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບຢ່າງສົມກຽດ ແລະ ສະໜິດສະໜົມຂອງຝ່າຍ ຫວຽດນາມ, ພ້ອມທັງຢືນຢັນວ່າ ຍີ່ປຸ່ນ ສະໜັບສະໜູນບັນດາຄວາມມານະພະຍາຍາມປະຕິຮູບ, ພັດທະນາ ແລະ ຍົກສູງການກຸ້ມຕົນເອງທາງດ້ານເສດຖະກິດຂອງ ຫວຽດນາມ. ຍີ່ປຸ່ນ ປາດຖະໜາຢາກສືບຕໍ່ປະສານສົມທົບຢ່າງແໜ້ນແຟ້ນກັບ ຫວຽດນາມ ເພື່ອຜັນຂະຫຍາຍວິໄສທັດ ອິນໂດ-ປາຊີຟິກ ທີ່ເສລີ ແລະ ເປີດກວ້າງ ຢ່າງມີປະສິດທິຜົນ, ກໍຄືຊຸກຍູ້ການຮ່ວມມືທະວິພາຄີໃຫ້ເຂົ້າສູ່ລວງເລິກ.

ສອງຝ່າຍຍັງໄດ້ເຫັນດີເປັນເອກະພາບ ເພີ່ມທະວີການປະສານສົມທົບ ຢູ່ບັນດາເວທີປາໄສພາກພື້ນ ແລະ ສາກົນ ເຊັ່ນ: ອົງການສະຫະປະຊາຊາດ, ອາຊຽນ ແລະ ບັນດາກົນໄກອະນຸພາກພື້ນແມ່ນ້ຳຂອງ, ປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາໃນພາກພື້ນ.

ນອກຈາກນັ້ນ, ໃນບົດຢ້ຽມຢາມ, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ ໄດ້ມີບົດກ່າວປາໄສນະໂຍບາຍ ຢູ່ມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ, ແບ່ງປັນວິໄສທັດກ່ຽວກັບສາຍພົວພັນລະຫວ່າງສອງປະເທດ ແລະ ທິດທາງການຮ່ວມມືໃນຕໍ່ໜ້າ.

ບົດຢ້ຽມຢາມຢ່າງເປັນທາງການ ຢູ່ ຫວຽດນາມ ຄັ້ງທຳອິດຂອງທ່ານນາຍົກລັດຖະມົນຕີ Takaichi Sanae ໄດ້ປະສົບຜົນສຳເລັດຢ່າງຈົບງາມ, ສ້າງກຳລັງຊຸກຍູ້ຕື່ມອີກ ແລະ ເປີດໂອກາດໃໝ່ໃຫ້ແກ່ການຮ່ວມມື ຫວຽດນາມ - ຍີ່ປຸ່ນ ໃນໄລຍະຕໍ່ໄປ.

ທ່ານນາງ ປະລິນຍາໂທ ຫງວຽນ​ຖູ້ຍທຽນເຮືອງ: ​ຄວາມ​ມີໄຫວພິບ, ມີ​ຫົວຄິດ​ປະດິດ​ສ້າງ​ໃນ​ການ​ເຄື່ອນ​ໄຫວ​ເຜີຍ​ແຜ່​ພາສາ​ຫວຽດນາມ ຢູ່ ມາ​ເລ​ເຊຍ ທ່ານນາງ ປະລິນຍາໂທ ຫງວຽນ​ຖູ້ຍທຽນເຮືອງ: ​ຄວາມ​ມີໄຫວພິບ, ມີ​ຫົວຄິດ​ປະດິດ​ສ້າງ​ໃນ​ການ​ເຄື່ອນ​ໄຫວ​ເຜີຍ​ແຜ່​ພາສາ​ຫວຽດນາມ ຢູ່ ມາ​ເລ​ເຊຍ

ຍສໝ - ​ໃນ​ສະພາບ​ແວດ​ລ້ອມ​ຫຼາຍ​ພາສາ​ຂອງ​ມາ​ເລ​ເຊຍ, ທ່ານນາງ ປະລິນຍາໂທ ຫງວຽນ​ຖູ້ຍທຽນເຮືອງ, ອາຈານ​ສອນ​ວິຊາ​ພາສາ​ຫວຽດນາມ ​ແລະ ວັດທະນະທຳ​ຫວຽດນາມ, ພາກ​ວິຊາ​ພາສາ​ອາຊີ ​ແລະ ​ເອີ​ລົບ, ຄະນະ​ພາສາ ​ແລະ ພາສາ​ສາດ, ມະຫາວິທະຍາ​ໄລ​ Malaya (ມາ​ເລ​ເຊຍ) ​ໄດ້​ກາຍ​ເປັນ​ຂົວ​ຕໍ່​ນຳ​ພາ​ສາ​ຫວຽດນາມ ​ໄປ​ສູ່​ຫຼາຍ​ກຸ່ມ​ນັກ​ຮຽນ​ທີ່​ແຕກ​ຕ່າງ​ກັນ. ດ້ວຍ​ຄວາມ​ມີໄຫວພິບ ແລະ ມີ​ຫົວຄິດ​ປະດິດ​ສ້າງ​ໃນ​ບັນດາ​ວິທີ​ສອນ, ນາງ​ໄດ້​ປະກອບສ່ວນ​ບຳລຸງ​ສ້າງ​ຄວາມ​ຮັກ​ແພງ​ພາສາ​ຫວຽດນາມ ​ໃຫ້​ແກ່​ປະຊາ​ຄົມ​ຊາວ​ຫວຽດນາມ ...

ທ່ານນາງ ປອ. ຮວ່າງທິຮົ່ງຮ່າ: ທູດພາສາ ຫວຽດນາມ ປະຈຳ ປາຣີ ທ່ານນາງ ປອ. ຮວ່າງທິຮົ່ງຮ່າ: ທູດພາສາ ຫວຽດນາມ ປະຈຳ ປາຣີ

ຍສໝ - ໂດຍ​ແມ່ນ​ໜຶ່ງ​ໃນ​ບັນດາ​ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ດີ​ເດັ່ນ 6 ຄົນ​ທີ່​ໄດ້​ຮັບ​ນາມມະຍົດ “​ທູດພາສາ​ຫວຽດນາມ​ຢູ່​ຕ່າງປະ​ເທດ 2025”, ສຳລັບ​ທ່ານ​ນາງ ປອ. ຮ່ວາງ​ທິ​ຮົ່ງ​ຮ່າ, ​ໃນ​ເວລາ​ທີ່​ນາງ​ຂຶ້ນ​ສູ່​ເວທີ​ແມ່ນ​ບໍ່​ພຽງ​ແຕ່​ໄດ້​ຮັບ​ນາມມະຍົດ​ເທົ່າ​ນັ້ນ, ຫາກ​ຍັງ​ຈະ​ສືບ​ຕໍ່​ມີ​ຄວາມ​ຮັບຜິດຊອບ ​ແລະ ​ເຊື່ອ​ໝັ້ນ​ວ່າ: ຊາວ​ຫວຽດນາມ ບໍ່​ວ່າ​ຢູ່​ບ່ອນ​ໃດ​ກໍ​ຍັງ​ຄົງ​ຈະ​ດັງ​ກ້ອງ​ກັງ​ວົນ​ຢ່າງ​ຈະ​ແຈ້ງ ​ແລະ ​ສົດ​ໃສ, ​ໃນ​ທຸກ​ວັນ​ນີ້.

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ