ສົມທົບກັນທ້ອນໂຮມອັດຖິນັກຮົບຫວຽດນາມເສຍສະຫຼະຊີວິດຢູ່​ລາວ​

16:30 | 08/12/2020

ຍ​ສ​ໝ - ນັບແຕ່ເມື່ອໄດຮັບການສ້າງຕັ້ງໃນປີ 1989 ມາຮອດປະຈຸບັນ, ຄະນະຕິດຕໍ່ເຕົ້າໂຮມສະມາຊິກໄດ້ກວ່າ 2 ໝື່ນຄົນ ແລະຈັດຕັ້ງຫຼາຍກິດຈະກໍາໂຄສະນາ, ພົບປະແລກປ່ຽນ, ສຶກສາ, ເກັບກໍາເອກະສານບັນນາທິການປະຫວັດສາດ, ໄປຢ້ຽມຢາມສະໜາມຮົບເກົ່າ, ຂຽນບົດບັນທຶກຄວາມຊົງຈຳ... ເພື່ອແນໃສ່ປະກອບສ່ວນຮັກສາເສີມຂະຫຍາຍມູນເຊື້ອ.

ເຈລະຈາເຊັນບົດບັນທຶກການສົມທົບກັນໃນວຽກງານຊອກຫາ ແລະທ້ອນໂຮມອັດຖິນັກຮົບທີ່ເສຍສະຫຼະຊີວິດຢູ່ລາວ ລະດູແລ້ງປີ 2020-2021
ເທື່ອທຽນເຫວ້ ຈັດພິທີໄຫວ້ອາໄລ ແລະ ປົງອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ຈໍານວນ 15 ອັດຖິ
ສົມທົບກັນທ້ອນໂຮມອັດຖິນັກຮົບຫວຽດນາມເສຍສະຫຼະຊີວິດຢູ່​ລາວ​

ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ. ພາບ: qdnd.vn.

ຫວ່າງ​ມໍ່​ໆ​ມານີ້, ຢູ່​ຮ່າ​ຸ​ໂນ້ຍ, ຄະນະຕິດຕໍ່ທະຫານອາສາສະໝັກ ແລະຊ່ຽວຊານການທະຫານຫວຽດນາມຢູ່ລາວ ໄດ້​ຈັດ​ຕັ້ງ​ກອງ​ປະ​ຊຸມ​ສະຫຼຸບ​ວຽກ​ງານ​ປີ 2019 - 2020

ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານພົນຈັດຕະວາ ຮວີ່ງດັ໊ກເຮືອງ ອະດີດຫົວໜ້າການເມືອງທະຫານອາສາສະໝັກຫວຽດນາມຢູ່ລາວ, ຫົວໜ້າຄະນະຕິດຕໍ່ທະຫານອາສາສະໝັກ ແລະຊ່ຽວຊານການທະຫານຫວຽດນາມຢູ່ລາວ ໃຫ້ຮູ້ວ່າ: ໃນສອງປີ 2019-2020, ຄະນະຕິດຕໍ່ໄດ້ຈັດຕັ້ງຫຼາຍກິດຈະກໍາທີ່ຟົດຟື້ນ, ພິເສດແມ່ນເຂົ້າຮ່ວມບັນດາກິດຈະກໍາສະເຫຼີມສະຫຼອງ 70 ປີແຫ່ງວັນມູນເຊື້ອທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມຢູ່ລາວ (30-10-1949/30-10-2019) ທີ່ຈັດຕັ້ງຢູ່ຫວຽດນາມ ແລະລາວ. ໃນໂອກາດນີ້, ຄະນະຕິດຕໍ່ເປັນກຽດທີ່ໄດ້ຮັບນາມມະຍົດວິລະຊົນກໍາລັງປະກອບອາວຸດປະຊາຊົນຈາກພັກ ແລະລັດ. ໃນ​ໂອ​ກາດນີ້, ຄະ​ນະ​ຕິດ​ຕໍ່​ໄດ້​ເປັນ​ກຽດ​ໄດ້​ຮັບ​ນາມ​ມະ​ຍົດ​ວິ​ລະ​ຊົນ​ກຳ​ລັງ​ປະ​ກອບ​ອາ​ວຸດ ປະ​ຊາ​ຊົນ.

ທ່ານ​ພົນ​ຈັດ​ຕະ​ວາ ຮ​ວີ່ງ​ດັກ​ເຮືອງ ໄດ້​ເນັ້ນ​ໜັກ​ວ່າ ກ່​ວາ 30 ປີ​ທີ່​ຜ່ານ​ມາ, ຄະ​ນະ​ຕໍ​ດ​ຄໍ່​ທະ​ຫານ​ອາ​ສາ​ສະ​ໝັກ ໄດ້​ຕອບ​ສະ​ໜອງ​ໄດ້​ສ່ວນ​ໜຶ່ງ​ຄວາມ​ມຸ່ງ​ຫວັງ​ຂອງ​ບັນ​ດາ​ສັກ​ຂີ​ພະ​ຍາດ​ໃນ​ພາ​ລະ​ກິດ​ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ສຳ​ພັນ​ທະ​ມິດ​ໃນ​ການ​ຕໍ່​ສູ້ ຫວຽດ - ລາວ. ພວກ​ເຮ​ົ​າ​ໄດ້​ເຊື່ອມ​ຊືມ​ຄຳ​ສັ່ງ​ສອນ​ຂອງ​ປະ​ທານ​ໂຮ່​ຈີ​ມິນ​ແສນ​ເຄົາ​ລົບ​ຮັກ, ຕ້ອງ​ຮັກ​ສາ​ການ​ພົວ​ພັນ​ຫວຽດ - ລາວ​ຄື​ກົດ​ເກນ​ເປັນ​ຕາຍ​ຂອງ​ສອງ​ຊາດ, ຍາມ​ໃດ​ກໍ່​ໃສ​ແຈ້ງ, ໝັ້ນ​ຄົງ​ທະ​ນົງ​ແກ່ນ​ຊົ່ວ​ກາ​ລະ​ນານ.

ຕາມບົດລາຍງານແລ້ວ, ນັບແຕ່ເມື່ອໄດຮັບການສ້າງຕັ້ງໃນປີ 1989 ມາຮອດປະຈຸບັນ, ຄະນະຕິດຕໍ່ເຕົ້າໂຮມສະມາຊິກໄດ້ກວ່າ 2 ໝື່ນຄົນ ແລະຈັດຕັ້ງຫຼາຍກິດຈະກໍາໂຄສະນາ, ພົບປະແລກປ່ຽນ, ສຶກສາ, ເກັບກໍາເອກະສານບັນນາທິການປະຫວັດສາດ, ໄປຢ້ຽມຢາມສະໜາມຮົບເກົ່າ, ຂຽນບົດບັນທຶກຄວາມຊົງຈຳ... ເພື່ອແນໃສ່ປະກອບສ່ວນຮັກສາເສີມຂະຫຍາຍມູນເຊື້ອ. ຄຽງຂ້າງນັ້ນ, ຄະນະຕິດຕໍ່ກໍ່ເຂົ້າຮ່ວມວຽກງານນະໂຍບາຍຂອງຫວຽດນາມ ແລະລາວ ທີ່ມີຕໍ່ຄອບຄົວທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ; ສະເໜີພັກ ແລະລັດລາວ ປະດັບຫຼຽນໄຊ, ຫຼຽນກາໃຫ້ 29 ໝື່ນຄົນ. ພິເສດ, ຄະນະຕິດຕໍ່ໄດ້ສົມທົບກັບບັນດາກະຊວງ, ຄະນະ, ຂະແໜງການທ້ອນໂຮມອັດຖິນັກຮົບຫວຽດນາມທີ່ເສຍສະຫຼະຊີວິດຢູ່ລາວ ໄດ້ກວ່າ 3 ໝື່ນອັດຖິ ແລະ ຊ່ວຍເຫຼືອນັກສຶກສາລາວທີ່ຮໍ່າຮຽນຢູ່ຫວຽດນາມກວ່າ 2 ໝື່ນຄົນ.

ເຈລະຈາເຊັນບົດບັນທຶກການສົມທົບກັນໃນວຽກງານຊອກຫາ ແລະທ້ອນໂຮມອັດຖິນັກຮົບທີ່ເສຍສະຫຼະຊີວິດຢູ່ລາວ ລະດູແລ້ງປີ 2020-2021

ວັນທີ 13 ຕຸລາປີ 2020, ທີ່ດ່ານຊາຍແດນສາກົນນາແມ່ວ, ເມືອງກວັນເຊີນ, ຄະນະປະຕິບັດງານພິເສດແຂວງແທງຮວ໊າ ແລະຄະນະປະຕິບັດງານພິເສດແຂວງຫົວພັນ (ສປປ ລາວ) ໄດ້ຈັດການເຈລະຈາ, ລົງນາມໃນບົດບັນທຶກການສົມທົບກັນໃນວຽກງານຊອກຫາ ແລະທ້ອນໂຮມອັດຖິທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມທີ່ເສຍສະຫຼະຊີວິດຢູ່ລາວ ກັບເມືອປະເທດ ລະດູແລ້ງປີ 2020-2021.

ເທື່ອທຽນເຫວ້ ຈັດພິທີໄຫວ້ອາໄລ ແລະ ປົງອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ຈໍານວນ 15 ອັດຖິ

ຍສໝ - ໃນປະເທດລາວ, ການຊອກຫາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ໄດ້ທັງໝົດ 15/15 ອັດຖິ (ບັນລຸ 100% ຂອງເປົ້າໝາຍທີ່ໄດ້ຮັບມອບໝາຍ).

ແຂວງ ກອມຕູມ ສສ.ຫວຽດນາມ ໄດ້ຈັດຕັ້ງພິທີໄວ້ອາໄລ ແລະ ປົງອັດຖິນັກຮົບ ແລະ ຜູ້ຊ່ຽວຊານ ຫວຽດນາມທີ່ເສຍສະຫຼະຊີວິດ ຢູ່ ລາວ ແລະ ກຳປູເຈຍ ຈຳນວນ 21 ຊຸດ

ຍສໝ - ໃນຕອນເຊົ້າວັນທີ 27 ເມສາ 2020, ຢູ່ເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອ ຊາດເມືອງ ງອກໂຮ່ຍ, ແຂວງ ກອມຕູມ ໄດ້ຈັດຕັ້ງພິທີໄວ້ອາໄລ ແລະ ປົງອັດຖິນັກຮົບ ແລະ ຜູ້ຊ່ຽວຊານ ຫວຽດນາມທີ່ເສຍສະຫຼະຊີວິດ ຢູ່ ລາວ ແລະ ກຳປູເຈຍ ຈຳນວນ21 ຊຸດ.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.