| ສ້າງບາດກ້າວບຸກທະລຸໃຫ້ແກ່ສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອິນເດຍ ໃນໄລຍະໃໝ່ | |
| ສ້າງກຳລັງຊຸກຍູ້ໃໝ່ໃຫ້ແກ່ສາຍພົວພັນ ຫວຽດນາມ - ອິນເດຍ |
![]() |
| ທ່ານເອກອັກຄະລັດຖະທູດ ຫງວຽນແທັງຫາຍ ຢືນຢັນວ່າ: ສາຍພົວພັນລະຫວ່າງສອງປະເທດ ໄດ້ພັດທະນາຢ່າງຮອບດ້ານ, ແທດຕົວຈິງ ແລະ ນັບມື້ນັບເຂົ້າສູ່ລວງເລິກ, ກາຍເປັນໜຶ່ງໃນບັນດາຂອບເຂດການຮ່ວມມືທີ່ຂະຫຍັນຂັນເຄື່ອນ ແລະ ມີປະສິດທິຜົນໃນພາກພື້ນ. |
ຕາມທ່ານເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສສ ຫວຽດນາມ ປະຈຳ ອິນເດຍ ທັງຮັບຜິດຊອບ ເນປານ ແລະ ພູຖານ ຫງວຽນແທັງຫາຍ ແລ້ວ, ບົດຢ້ຽມຢາມລັດຖະກິດຢູ່ ອິນເດຍ ແຕ່ວັນທີ 5-7 ພຶດສະພາ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແມ່ນມີຄວາມໝາຍສຳຄັນທີ່ສຸດ.
ກ່ອນອື່ນໝົດ, ບົດຢ້ຽມຢາມຄັ້ງນີ້ມີຄວາມໝາຍທາງປະຫວັດສາດ, ເມື່ອເປັນຄັ້ງທຳອິດທີ່ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສສ ຫວຽດນາມ ຢ້ຽມຢາມລັດຖະກິດຢູ່ ອິນເດຍ.
ເປັນພິເສດ, ບົດຢ້ຽມຢາມໄດ້ດຳເນີນໄປໃນໄລຍະທີ່ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກສຳເລັດລົງດ້ວຍໝາກຜົນອັນຈົບງາມ ແລະ ສະພາແຫ່ງຊາດ ຫວຽດນາມ ໄດ້ບູລະນະໂຄງຮ່າງບັນດາຕຳແໜ່ງການນຳຫຼັກແຫຼ່ງ, ສະແດງໃຫ້ເຫັນເຖິງການໃຫ້ຄວາມສຳຄັນໃນລະດັບສູງຂອງ ຫວຽດນາມ ທີ່ມີຕໍ່ ອິນເດຍ, ເຊິ່ງແມ່ນປະເທດເພື່ອນມິດທີ່ສະໜິດສະໜົມ ແລະ ເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ.
ບົດຢ້ຽມຢາມກໍສະແດງໃຫ້ເຫັນຢ່າງຈະແຈ້ງເຖິງແນວທາງການຕ່າງປະເທດທີ່ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກໄດ້ວາງອອກ, ນັ້ນແມ່ນເອກະລາດ, ເປັນເຈົ້າຕົນເອງ, ກຸ້ມຕົນເອງ, ສັນຕິພາບ, ມິດທະພາບ, ການຮ່ວມມື ແລະ ພັດທະນາ, ຫັນເປັນຫຼາຍຝ່າຍ ແລະ ຫຼາຍທິດໃນການພົວພັນຕ່າງປະເທດ.
ທີສອງ, ບົດຢ້ຽມຢາມດຳເນີນໄປໃນໂອກາດທີ່ສອງປະເທດສະເຫຼີມສະຫຼອງ 10 ປີແຫ່ງການສ້າງຕັ້ງສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ (2016-2026). ອິນເດຍ ແມ່ນໜຶ່ງໃນສາມປະເທດທຳອິດທີ່ ຫວຽດນາມ ສ້າງຕັ້ງສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ. ໃນ 10 ປີຜ່ານມາ, ສາຍພົວພັນສອງປະເທດໄດ້ພັດທະນານັບມື້ນັບກວ້າງຂວາງ ແລະ ເລິກເຊິ່ງ ແຕ່ກໍຍັງມີທ່າແຮງອີກຢ່າງຫຼວງຫຼາຍ.
ໃນສະພາບການທີ່ທັງ ອິນເດຍ ແລະ ຫວຽດນາມ ພວມກ້າວຂຶ້ນຢ່າງແຂງແຮງ ແລະ ສະພາບການໂລກ, ພາກພື້ນ ພວມມີການຜັນປ່ຽນຢ່າງເລິກເຊິ່ງ, ບົດຢ້ຽມຢາມແມ່ນໂອກາດເພື່ອໃຫ້ການນຳສອງປະເທດ ບໍ່ພຽງແຕ່ຫວນຄືນສາຍພົວພັນທະວິພາຄີໃນ 10 ປີຜ່ານມາເທົ່ານັ້ນ ແຕ່ຍັງຮ່ວມກັນກຳນົດທິດທາງການຮ່ວມມືລະຫວ່າງສອງປະເທດໃນໄລຍະໃໝ່.
ທີສາມ, ບົດຢ້ຽມຢາມແມ່ນໂອກາດເພື່ອຮັດແໜ້ນສາຍພົວພັນລະຫວ່າງການນຳສອງປະເທດ ແລະ ສາຍພົວພັນລະຫວ່າງສອງພັກກຳອຳນາດໃຫ້ແໜ້ນແຟ້ນຍິ່ງຂຶ້ນ. ນີ້ກໍແມ່ນໂອກາດທີ່ດີຫຼາຍເພື່ອເພີ່ມທະວີການເຊື່ອມຕໍ່ຮອບດ້ານລະຫວ່າງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຂອງສອງປະເທດ ແລະ ລະຫວ່າງບັນດາວິສາຫະກິດທີ່ເຄື່ອນໄຫວໃນຂົງເຂດຕ່າງໆ, ໃນນັ້ນມີບັນດາບໍລິສັດເຕັກໂນໂລຊີ, ບໍລິສັດເລີ່ມຕົ້ນທຸລະກິດ, ບັນດາສູນນະວັດຕະກຳຂອງສອງປະເທດ.
ຕາມທ່ານເອກອັກຄະລັດຖະທູດແລ້ວ, ອາດກ່າວໄດ້ວ່າ ບົດຢ້ຽມຢາມລັດຖະກິດຢູ່ ອິນເດຍ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໃນຄັ້ງນີ້ ແມ່ນໄດ້ຮັບການຄາດຫວັງວ່າຈະສ້າງກຳລັງຊຸກຍູ້ໃໝ່, ເປີດຂອບເຂດການຮ່ວມມືທີ່ກວ້າງຂວາງກວ່າເກົ່າ ແລະ ຍົກລະດັບສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອິນເດຍ ໃນສັງກາດໃໝ່, ໃຫ້ສົມຄູ່ກັບທ່າແຮງ ແລະ ຖານະບົດບາດຂອງສອງປະເທດ ຢູ່ໃນພາກພື້ນ ແລະ ໃນໂລກ, ນຳມາຊຶ່ງຜົນປະໂຫຍດຕົວຈິງໃຫ້ແກ່ປະຊາຊົນ, ທ້ອງຖິ່ນ, ວິສາຫະກິດ, ປະກອບສ່ວນເຮັດໃຫ້ເປົ້າໝາຍການພັດທະນາຂອງແຕ່ລະປະເທດປະກົດຜົນເປັນຈິງ ແລະ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາ ຢູ່ພາກພື້ນ ແລະ ໃນໂລກ.
ສາຍພົວພັນ ຫວຽດນາມ-ອິນເດຍ ພັດທະນາຢ່າງແທດຕົວຈິງ, ຮອບດ້ານ ແລະ ນັບມື້ນັບເຂົ້າສູ່ລວງເລິກ
ອິນເດຍ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືທຳອິດທີ່ ຫວຽດນາມ ສ້າງຕັ້ງສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ. ພາຍຫຼັງ 10 ປີ, ສາຍພົວພັນສອງປະເທດໄດ້ພັດທະນາຢ່າງຮອບດ້ານ, ແທດຕົວຈິງ ແລະ ນັບມື້ນັບເຂົ້າສູ່ລວງເລິກ, ກາຍເປັນໜຶ່ງໃນບັນດາຂອບເຂດການຮ່ວມມືທີ່ຂະຫຍັນຂັນເຄື່ອນ ແລະ ມີປະສິດທິຜົນໃນພາກພື້ນ.
ການຮ່ວມມືທາງດ້ານການເມືອງລະຫວ່າງສອງປະເທດ ໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ, ຄວາມໄວ້ເນື້ອເຊື່ອໃຈໄດ້ຮັບການຍົກສູງຂຶ້ນ. ການນຳສອງປະເທດໄດ້ໄປມາຫາສູ່ກັນຢ່າງເປັນປະຈຳ ແລະ ພົບປະແລກປ່ຽນຢູ່ນອກກອງປະຊຸມສາກົນຕ່າງໆ, ສະແດງໃຫ້ເຫັນເຖິງຄຳໝັ້ນສັນຍາທາງດ້ານການເມືອງທີ່ແຂງແຮງຕໍ່ສາຍພົວພັນທະວິພາຄີ. ພ້ອມກັນນັ້ນ ກໍນັບມື້ນັບມີການຢ້ຽມຢາມເຊິ່ງກັນແລະກັນຂອງການນຳບັນດາກະຊວງຂະແໜງການ ແລະ ທ້ອງຖິ່ນຂອງສອງປະເທດ.
ມີກົນໄກການຮ່ວມມືກວ່າ 20 ກົນໄກລະຫວ່າງສອງປະເທດ ພວມປະກອບສ່ວນເຂົ້າໃນການຜັນຂະຫຍາຍການຮ່ວມມືທະວິພາຄີຢ່າງມີປະສິດທິຜົນ. ພ້ອມກັນນັ້ນ ຫຼາຍຂໍ້ຕົກລົງທີ່ສຳຄັນກໍໄດ້ຮັບການລົງນາມ ແລະ ຜັນຂະຫຍາຍ. ທີ່ໜ້າເອົາໃຈໃສ່ແມ່ນ ຖະແຫຼງການວິໄສທັດຮ່ວມກ່ຽວກັບ ສັນຕິພາບ, ຄວາມຈະເລີນຮຸ່ງເຮືອງ ແລະ ປະຊາຊົນ (ເດືອນທັນວາ 2020), ບັນດາແຜນການເຄື່ອນໄຫວຜັນຂະຫຍາຍສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ.
ໃນຂົງເຂດການຮ່ວມມືຫຼາຍຝ່າຍ, ສອງຝ່າຍໄດ້ແບ່ງປັນທັດສະນະທີ່ຄ້າຍຄືກັນໃນຫຼາຍບັນຫາພາກພື້ນ ແລະ ສາກົນ, ປະສານສົມທົບກັນຢ່າງແໜ້ນແຟ້ນຢູ່ບັນດາເວທີປາໄສຫຼາຍຝ່າຍ ເຊັ່ນ ອົງການສະຫະປະຊາຊາດ, ສະມາຄົມບັນດາປະຊາຊາດແຫ່ງອາຊີຕາເວັນອອກສຽງໃຕ້ (ASEAN), ກໍຄືບັນດາກົນໄກການຮ່ວມມືໃນພາກພື້ນ.
ການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ບໍ່ຢຸດຢັ້ງໄດ້ຮັບການເປີດກວ້າງ ແລະ ພັດທະນາດ້ວຍຫຼາຍຮູບແບບທີ່ອຸດົມສົມບູນ ແລະ ແທດຕົວຈິງ. ສອງຝ່າຍໄດ້ລົງນາມໃນຖະແຫຼງການວິໄສທັດຮ່ວມ ກ່ຽວກັບການພົວພັນຄູ່ຮ່ວມມືປ້ອງກັນຊາດ ຫວຽດນາມ - ອິນເດຍ ຮອດປີ 2030.
ການຮ່ວມມືໃນບັນດາຂົງເຂດ ເຊັ່ນ ການຝຶກອົບຮົມ, ການກໍ່ສ້າງ, ການຍົກສູງຂີດຄວາມສາມາດ, ການຮ່ວມມືລະຫວ່າງເຫຼົ່າທັບ, ການຊ້ອມຮົບຮ່ວມ, ບັນດາການເຄື່ອນໄຫວຮັກສາສັນຕິພາບຂອງສະຫະປະຊາຊາດ... ໄດ້ຮັບການຜັນຂະຫຍາຍຢ່າງມີປະສິດທິຜົນ.
ໃນຂົງເຂດເສດຖະກິດ, ການຄ້າ ແລະ ການລົງທຶນ, ການຮ່ວມມືຂອງສອງປະເທດນັບມື້ນັບຄຶກຄື້ນ. ວົງເງິນການຄ້າທະວິພາຄີໃນປີ 2025 ບັນລຸລະດັບສະຖິຕິໃໝ່ແມ່ນ 16,46 ຕື້ USD, ເພີ່ມຂຶ້ນ 10,5% ເມື່ອທຽບໃສ່ປີ 2024 ແລະ ເພີ່ມຂຶ້ນປະມານ 2,5 ເທົ່າ ເມື່ອທຽບໃສ່ໄລຍະເລີ່ມຕົ້ນສ້າງຕັ້ງສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານໃນປີ 2016.
ປັດຈຸບັນ ອິນເດຍ ນອນຢູ່ໃນກຸ່ມ 8 ຄູ່ຮ່ວມມືການຄ້າໃຫຍ່ທີ່ສຸດຂອງ ຫວຽດນາມ.
ກ່ຽວກັບການລົງທຶນ, ນັບຮອດທ້າຍປີ 2025, ອິນເດຍ ມີ 473 ໂຄງການທີ່ຍັງມີຜົນສັກສິດຢູ່ ຫວຽດນາມ ດ້ວຍຍອດທຶນຈົດທະບຽນປະມານ 1,1 ຕື້ USD; ໃນທາງກົງກັນຂ້າມ, ວິສາຫະກິດ ຫວຽດນາມ ກໍໄດ້ເລີ່ມຂະຫຍາຍຕົວຢູ່ ອິນເດຍ ດ້ວຍບັນດາໂຄງການຂະໜາດໃຫຍ່, ພົ້ນເດັ່ນແມ່ນໂຄງການຜະລິດລົດໄຟຟ້າຢູ່ລັດ Tamil Nadu ດ້ວຍແຜນການລົງທຶນສູງເຖິງຫຼາຍຕື້ USD.
ຄຽງຄູ່ກັນນັ້ນ, ການຮ່ວມມືໃນບັນດາຂົງເຂດວິທະຍາສາດ-ເຕັກໂນໂລຊີ, ນະວັດຕະກຳ, ການຫັນເປັນດີຈີຕອນ, ພະລັງງານ, ການສຶກສາ-ກໍ່ສ້າງ ກໍສືບຕໍ່ໄດ້ຮັບການຊຸກຍູ້. ຫວ່າງມໍ່ໆມານີ້ ໄດ້ມີຫຼາຍບໍລິສັດເຕັກໂນໂລຊີ, ບໍລິສັດເລີ່ມຕົ້ນທຸລະກິດຂອງ ຫວຽດນາມ ໄປ ອິນເດຍ ເພື່ອຊອກຫາໂອກາດການຮ່ວມມື.
ໃນຂະນະທີ່ນັກສຶກສາ ຫວຽດນາມ ໄປຮຽນຢູ່ ອິນເດຍ ນັບມື້ນັບຫຼາຍຂຶ້ນ, ກໍພວມມີນັກສຶກສາ ອິນເດຍ ຫຼາຍຄົນມາຮຽນຢູ່ ຫວຽດນາມ, ໂດຍສະເພາະແມ່ນຢູ່ບັນດາມະຫາວິທະຍາໄລການແພດ.
ຈຸດເດັ່ນໃນໄລຍະຜ່ານມາແມ່ນການພົບປະແລກປ່ຽນປະຊາຊົນ, ວັດທະນະທຳ ແລະ ການທ່ອງທ່ຽວພັດທະນາຢ່າງແຂງແຮງ. ຫວຽດນາມ ພວມແມ່ນຈຸດໝາຍປາຍທາງທີ່ດຶງດູດສຳລັບນັກທ່ອງທ່ຽວ ອິນເດຍ. ສະເພາະປີ 2025, ຈຳນວນນັກທ່ອງທ່ຽວ ອິນເດຍ ມາ ຫວຽດນາມ ບັນລຸ 746.000 ເທື່ອຄົນ, ເພີ່ມຂຶ້ນປະມານ 50% ເມື່ອທຽບໃສ່ປີ 2024 ແລະ ເກືອບ 4 ເທົ່າ ເມື່ອທຽບໃສ່ປີ 2019.
ການເຊື່ອມຕໍ່ທາງອາກາດໂດຍກົງລະຫວ່າງສອງປະເທດເພີ່ມຂຶ້ນຢ່າງແຂງແຮງ ຈາກບໍ່ເທົ່າໃດຖ້ຽວບິນຕໍ່ອາທິດ ພາຍຫຼັງການລະບາດຂອງພະຍາດ COVID-19 ມາເປັນເກືອບ 90 ຖ້ຽວບິນຕໍ່ອາທິດໃນປັດຈຸບັນ ແມ່ນແຮງຊຸກຍູ້ອັນໃຫຍ່ຫຼວງ ປະກອບສ່ວນເຮັດໃຫ້ຈຳນວນນັກທ່ອງທ່ຽວ ແລະ ການພົບປະແລກປ່ຽນປະຊາຊົນລະຫວ່າງສອງປະເທດເພີ່ມຂຶ້ນ.
ເບິ່ງໃນພາບລວມແລ້ວ, ບັນດາຜົນສຳເລັດດັ່ງກ່າວໄດ້ສ້າງຮາກຖານອັນໜັກແໜ້ນ, ເຮັດໃຫ້ສາຍພົວພັນ ຫວຽດນາມ - ອິນເດຍ ກາຍເປັນໜຶ່ງໃນບັນດາສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານທີ່ມີລວງເລິກ, ມີປະສິດທິຜົນ ແລະ ມີລັກສະນະຊ່ວຍໜູນເຊິ່ງກັນແລະກັນສູງໃນພາກພື້ນ.
ຮາກຖານເພື່ອໃຫ້ສາຍພົວພັນ ຫວຽດນາມ-ອິນເດຍ ສືບຕໍ່ພັດທະນາຢ່າງແແຂງແຮງ
ທ່ານເອກອັກຄະລັດຖະທູດ ຫງວຽນແທັງຫາຍ ຖືວ່າ ບັນດາຮາກຖານທີ່ໄດ້ສ້າງຂຶ້ນພາຍຫຼັງ 10 ປີແຫ່ງການສ້າງຕັ້ງສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ໄດ້ສ້າງປະຖົມປັດໄຈທີ່ສະດວກ ເພື່ອໃຫ້ສອງປະເທດນຳພາສາຍພົວພັນພັດທະນາຢ່າງແຂງແຮງກວ່າເກົ່າໃນຕໍ່ໜ້າ.
ເປັນພິເສດ, ການກ້າວຂຶ້ນຢ່າງແຂງແຮງຂອງ ອິນເດຍ ໃນຖານະເປັນມະຫາອຳນາດ, ການພັດທະນາຢ່າງວ່ອງໄວຂອງ ຫວຽດນາມ ໃນຊຸມປີຜ່ານມາ, ພ້ອມກັບການແບ່ງປັນລະຫວ່າງສອງປະເທດກ່ຽວກັບວິໄສທັດການພັດທະນາ ແລະ ທັດສະນະຕໍ່ກັບຫຼາຍບັນດາບັນຫາສາກົນ ພາກພື້ນ ພວມສ້າງໂອກາດຫຼາຍຢ່າງເພື່ອເພີ່ມທະວີການຮ່ວມມືລະຫວ່າງສອງປະເທດ.
ຄຽງຄູ່ກັບການສືບຕໍ່ປັບປຸງບັນດາຂົງເຂດການຮ່ວມມືທີ່ໄດ້ສ້າງຕັ້ງຂຶ້ນແລ້ວ, ສອງຝ່າຍຈຳເປັນຕ້ອງຊຸກຍູ້ຢ່າງແຂງແຮງບັນດາຂົງເຂດການຮ່ວມມືໃໝ່, ຕອບສະໜອງໄດ້ຕາມຄວາມຕ້ອງການຂອງແຕ່ລະປະເທດໃນຂະບວນການພັດທະນາ.
ສອງຝ່າຍຄວນຍູ້ແຮງການຮ່ວມມືດ້ານນະວັດຕະກຳ ເພື່ອໝູນໃຊ້ບັນດາໂອກາດທີ່ເກີດຈາກການປະຕິວັດເຕັກໂນໂລຊີ ແລະ ການຫັນເປັນດີຈີຕອນ ພວມສ້າງອອກມາ ແນໃສ່ສ້າງກຳລັງຊຸກຍູ້ອັນແຂງແຮງໃຫ້ແກ່ການພັດທະນາ, ປະກອບສ່ວນຮັບໃຊ້ການສຳເລັດເປົ້າໝາຍເຮັດໃຫ້ ຫວຽດນາມ ກາຍເປັນປະເທດພັດທະນາໃນປີ 2045 ແລະ ອິນເດຍ ກາຍເປັນປະເທດພັດທະນາໃນປີ 2047.
ສອງຝ່າຍຈຳເປັນຕ້ອງສ້າງບັນດາຂອບເຂດ, ເວທີປາໄສກ່ຽວກັບນະວັດຕະກຳ ເພື່ອໃຫ້ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ, ບັນດາວິສາຫະກິດ, ສະມາຄົມເຕັກໂນໂລຊີ, ບັນດາວິສາຫະກິດເລີ່ມຕົ້ນທຸລະກິດຂອງທັງສອງປະເທດ ເພີ່ມທະວີການຮ່ວມມືໃນບັນດາຂົງເຂດໃໝ່ທີ່ມີລັກສະນະບຸກທະລຸ ເຊັ່ນ ເຕັກໂນໂລຊີສູງ, ການຫັນເປັນດີຈີຕອນ, ເສດຖະກິດດີຈີຕອນ, ເສດຖະກິດສີຂຽວ, ພະລັງງານທົດແທນ, ເຄິ່ງຕົວນຳ ແລະ ປັນຍາປະດິດ (AI).
ຄຽງຄູ່ກັນນັ້ນ, ສອງຝ່າຍຈຳເປັນຕ້ອງສືບຕໍ່ຍູ້ແຮງເສົາຄ້ຳການຮ່ວມມືທາງດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ. ໃນນັ້ນ, ສອງຝ່າຍຈຳເປັນຕ້ອງມີບັນດາມາດຕະການທີ່ແຂງແຮງ ເພື່ອເປີດກວ້າງຕະຫຼາດໃຫ້ແກ່ກັນ, ເພີ່ມທະວີວົງເງິນການຄ້າທະວິພາຄີໃຫ້ຫຼາຍຂຶ້ນຕື່ມອີກ ໃຫ້ສົມຄູ່ກັບຂະໜາດຂອງຕະຫຼາດ ແລະ ພື້ນຖານເສດຖະກິດຂອງແຕ່ລະປະເທດ.
ພ້ອມກັນນັ້ນ, ສອງຝ່າຍພວມມີໂອກາດການລົງທຶນອັນໃຫຍ່ຫຼວງ ໃນສະພາບການທີ່ບັນດາວິສາຫະກິດຂອງ ຫວຽດນາມ ພວມກ້າວຂຶ້ນ ແລະ ຫຼາຍວິສາຫະກິດ ອິນເດຍ ກໍພວມໃຫ້ຄວາມສົນໃຈຕໍ່ ຫວຽດນາມ.
ຂ້າພະເຈົ້າຖືວ່າ ສອງຝ່າຍຈຳເປັນຕ້ອງໃຫ້ບຸລິມະສິດສະເໝີແກ່ການຊຸກຍູ້ການພົບປະແລກປ່ຽນປະຊາຊົນ, ວັດທະນະທຳ, ການສຶກສາ ແລະ ການທ່ອງທ່ຽວ ແນໃສ່ປະກອບສ່ວນປັບປຸງຮາກຖານທາງສັງຄົມ, ສ້າງຄວາມຜູກພັນທີ່ແໜ້ນແຟ້ນຍາວນານລະຫວ່າງສອງຊາດ, ໜູນຊ່ວຍໂດຍກົງໃຫ້ແກ່ການຮ່ວມມືທາງດ້ານເສດຖະກິດ ແລະ ການເມືອງ.
ສອງປະເທດມີຫຼາຍຈຸດທີ່ຄ້າຍຄືກັນ ແລະ ມີການປະສົມປະສານທາງດ້ານວັດທະນະທຳ-ປະຫວັດສາດ, ໂດຍສະເພາະແມ່ນຜ່ານພຸດທະສາສະໜາ ແລະ ບັນດາມໍລະດົກວັດທະນະທຳ, ສ້າງເງື່ອນໄຂສະດວກເພື່ອຊຸກຍູ້ການແລກປ່ຽນທາງດ້ານວິຊາການ, ສິລະປະ ແລະ ການຮ່ວມມືອະນຸລັກຮັກສາ.
ສອງປະເທດຈຳເປັນຕ້ອງຊຸກຍູ້ຫຼາຍການເຄື່ອນໄຫວທີ່ອຸດົມສົມບູນ ເຊັ່ນ ເທສະການວັດທະນະທຳ, ສັບປະດາຮູບເງົາ, ການແລກປ່ຽນສິລະປະ, ການຮ່ວມມືດ້ານການສຶກສາ ໂດຍຜ່ານນັ້ນກໍປະກອບສ່ວນໂຄສະນາພາບພົດຂອງປະເທດຊາດ, ມະນຸດ ແລະ ເອກະລັກຂອງແຕ່ລະຝ່າຍ.
ພ້ອມກັນນັ້ນ, ສອງຝ່າຍກໍຈຳເປັນຕ້ອງເພີ່ມຈຳນວນຖ້ຽວບິນໂດຍກົງ. ສິ່ງທີ່ສະດວກແມ່ນບັນດາສາຍການບິນຂອງທັງ ຫວຽດນາມ ແລະ ອິນເດຍ ຕ່າງກໍມີຄວາມມຸ່ງໝາດປາດຖະໜາທີ່ຈະເພີ່ມຈຳນວນຖ້ຽວບິນ.
ໃນບົດຢ້ຽມຢາມລັດຖະກິດຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ທີ່ ອິນເດຍ ໃນຄັ້ງນີ້, ສອງຝ່າຍຈະມີໂອກາດຫຼາຍຢ່າງເພື່ອສົນທະນາກ່ຽວກັບບັນດາມາດຕະການ ແນໃສ່ຊຸກຍູ້ບັນດາບຸລິມະສິດທີ່ກ່າວມາຂ້າງເທິງ, ໂດຍຜ່ານນັ້ນກໍນຳມາຊຶ່ງຜົນປະໂຫຍດຕົວຈິງ, ຮັບໃຊ້ປະຊາຊົນ, ທ້ອງຖິ່ນ, ວິສາຫະກິດ, ຮັບໃຊ້ໃຫ້ແກ່ການເຮັດໃຫ້ເປົ້າໝາຍການພັດທະນາຂອງແຕ່ລະປະເທດປະກົດຜົນເປັນຈິງ.
| 79 ປີແຫ່ງວັນເອກະລາດອິນເດຍ: ການແລກປ່ຽນປະຊາຊົນສ້າງຂົວແຫ່ງການຮ່ວມມື ຫວຽດນາມ - ອິນເດຍ. ຍສໝ - ວັນທີ 13 ສິງຫາ, ສະຫະພັນບັນດາອົງການມິດຕະພາບນະຄອນ ໂຮ່ຈີມິງ ສົມທົບກັບສະມາຄົມມິດຕະພາບ ຫວຽດນາມ - ອິນເດຍ ນະຄອນ ໂຮ່ຈີມິງ ໄດ້ຈັດຕັ້ງກອງປະຊຸມສະເຫຼີມສະຫຼອງ 79 ປີແຫ່ງວັນເອກະລາດອິນເດຍ (15 ສິງຫາ 1947 – 15 ສິງຫາ 2025). ເຫດການດັ່ງກ່າວໄດ້ດຳເນີນໄປດ້ວຍບັນຍາກາດຟົດຟື້ນ, ປະກອບສ່ວນເພີ່ມທະວີຄວາມເຂົ້າອົກເຂົ້າໃຈ, ... |
| ສຸມໃສ່ພັດທະນາການພົວພັນລະຫວ່າງລຸ້ນໜຸ່ມ ຫວຽດນາມ - ອິນເດຍ ຍສໝ - ນີ້ແມ່ນເນື້ອໃນສະເໜີໂດຍທ່ານລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫງວຽນແມ້ງຮຸ່ງ, ປະທານສະມາຄົມມິດຕະພາບ ຫວຽດນາມ - ອິນເດຍ ທີ່ການຕ້ອນຮັບຄະນະຜູ້ແທນປະຊາຊົນ ອິນເດຍ ມາເຂົ້າຮ່ວມງານສະເຫຼີມສະຫຼອງມິດຕະພາບປະຊາຊົນ ຫວຽດນາມ - ອິນເດຍ ຄັ້ງທີ 12, ວັນທີ 17 ທັນວາ ຢູ່ ຮ່າໂນ້ຍ. |
