ທ່າແຮງໃນການຟື້ນຟູເສດຖະກິດ ໃນສປປ ລາວ ຫລັງໂຄວິດ-19 ຜ່ອນເບົາລົງ

06:00 | 10/06/2020

ທ່ານ ລີ​ເບີ ລີ​ບົວ​ປາວ ຍັງໃຫ້ຮູ້ວ່າ: ສໍາລັບ​ການ​ຟື້ນ​ຟູ​ ເສດຖະກິດ​ໄລຍະ​ສັ້ນ ​ແມ່ນ​ຕ້ອງ​ໃຊ້​ທ່າ​ແຮງ​ໃຊ້​ກໍ​ລັງ​ບົ່ມ​ຊ້ອນ ທີ່​ມີ​ຢູ່ພາຍ​ໃນ​ປະ​ເທດ​, ເຊິ່ງຍັງ​ສາມາດ​ເຮັດ​ໄດ້​ຢູ່ ​​ໂດຍ​ສະ​ເພາະ​ ການ​ທ່ອງ​ທ່ຽວພາຍ​ໃນ ​ແລະ ​ການ​ຜະລິດ​ກະສິກໍາ-​ຜະລິດ ​ສະບຽງອາຫານ ​ສະ​ນັ້ນ ການສົ່ງ​ເສີມ​ຜະລິດ ​ສິນຄ້າ​ຕອບ​ສະໜອງ ພາຍ​ໃນກໍ​ເປັນ​ໂອກາດດີ

ທ າແຮງໃນການຟ ນຟ ເສດຖະກ ດ ໃນສປປ ລາວ ຫລ ງໂຄວ ດ 19 ຜ ອນເບ າລ ງ ນັກຮຽນເຂດຫ່າງໄກສອກຫຼີກ ຍັງຂາດໂອກາດຫຼາຍດ້ານ
ທ າແຮງໃນການຟ ນຟ ເສດຖະກ ດ ໃນສປປ ລາວ ຫລ ງໂຄວ ດ 19 ຜ ອນເບ າລ ງ ຍີ່ປຸ່ນ ຊ່ວຍເຫຼືອວຽກງານຄວບຄຸຸມ ແລະ ແກ້ໄຂພະຍາດໂຄວິດຢູ່ລາວ
ທ າແຮງໃນການຟ ນຟ ເສດຖະກ ດ ໃນສປປ ລາວ ຫລ ງໂຄວ ດ 19 ຜ ອນເບ າລ ງ
ທ່ານ ລີ​ເບີ ລີ​ບົວ​ປາວ ຮັກສາ​ການ​ຫົວໜ້າ​ສະ​ຖາ​ບັນ ​ຄົ້ນຄວ້າ​ເສດຖະກິດ​ແຫ່ງ​ຊາດ (ພາບ: KPL)

ໃນ​ວັນ​ທີ 8 ມິຖຸນາ 2020, ທີ່​ນະຄອນຫລວງ​ວຽງ​ຈັນ ທ່ານ ລີ​ເບີ ລີ​ບົວ​ປາວ ຮັກສາ​ການ​ຫົວໜ້າ​ສະ​ຖາ​ບັນ ​ຄົ້ນຄວ້າ​ເສດຖະກິດ​ແຫ່ງ​ຊາດ ​ໄດ້​ໃຫ້​ສຳພາດ​ຕໍ່​ສື່​ມວນ​ຊົນ ສຳນັກ​ຂ່າວສານ​ປະ​ເທດ​ລາວ ກ່ຽວ​ກັບ​ທ່າ​ແຮງ​ ໃນ​ການ​ຟື້ນ​ຟູ​ເສດຖະກິດ ຫລັງ​ພະຍາດ​ໂຄ​ວິດ-19 ຜ່ອນ​ເບົາ​ລົງ ​ເປັນ​ຕົ້ນ​ແມ່ນ ສົ່ງ​ເສີມ​ການທ່ອງທ່ຽວ ພາຍ​ໃນປະ​ເທດ​ພວກ​ເຮົາ​ ​​ເຊິ່ງປະຊາຊົນລາວ ມີ​ທ່າ​ແຮງໃນ​ການຈັດ​ບຸນ​ປະ​ເພນີ ຫລື ງານ​ບຸນ​ຕ່າງໆ ເຮັດ​ໃຫ້​ປະຊາຊົນທ່ຽວ ​ໄປມາຫາສູ່​ກັນ ​ເກີດມີ​ການ​ໃຊ້​ຈ່າຍ, ​ມີການທ່ອງທ່ຽວພາຍ​ໃນ ສ້າງ​ລາຍ​ຮັບ​ພາຍ​ໃນ ​ເພື່ອ​ສ້າງ​ລາຍ​ຮັບ​ ສ້າງ​ວຽກ​ເຮັດ​ງານ​ທໍາ ດ້ວຍ​ກໍາລັງ​ຂອງ​ພາຍ​ໃນປະ ເທດເຮົາເອງ.

ທ່ານ ລີ​ເບີ ລີ​ບົວ​ປາວ ຍັງໃຫ້ຮູ້ວ່າ: ສໍາລັບ​ການ​ຟື້ນ​ຟູ​ ເສດຖະກິດ​ໄລຍະ​ສັ້ນ ​ແມ່ນ​ຕ້ອງ​ໃຊ້​ທ່າ​ແຮງ​ໃຊ້​ກໍ​ລັງ​ບົ່ມ​ຊ້ອນ ທີ່​ມີ​ຢູ່ພາຍ​ໃນ​ປະ​ເທດ​, ເຊິ່ງຍັງ​ສາມາດ​ເຮັດ​ໄດ້​ຢູ່ ​​ໂດຍ​ສະ​ເພາະ​ ການ​ທ່ອງ​ທ່ຽວພາຍ​ໃນ ​ແລະ ​ການ​ຜະລິດ​ກະສິກໍາ-​ຜະລິດ ​ສະບຽງອາຫານ ​ສະ​ນັ້ນ ການສົ່ງ​ເສີມ​ຜະລິດ ​ສິນຄ້າ​ຕອບ​ສະໜອງ ພາຍ​ໃນກໍ​ເປັນ​ໂອກາດດີ, ​ເຊິ່ງຜ່ານ​ມາຜູ້​ປະກອບ​ການ ຜູ້​ຜະລິດ​ພາຍ​ໃນ​ ຍັງ​ເປັນ​ຫ່ວງ​ວ່າສິນຄ້າ​ ຈາກ​ຕ່າງປະ​ເທດ​ເຂົ້າ​ມາ​ແລ້ວ ບໍ່ສາມາດ​ແຂ່ງຂັນ​ໄດ້ ຖ້າ​ວ່າ​ປະກິດ​ຈະ​ການ​ ນັ້ນໄປ​ເຮັດ​ແນວ​ອື່ນ, ​ແຕ່​ດຽວນີ້ກໍ​ເປັນ​​ໂອ​ກາດ​ດີ ຖ້າ​ບໍ່ມີ​ສິນຄ້າ​ເຂົ້າ​ມາ​ຫລາຍ ກໍ​ເປັນ​ໂອກາດ​ໃຫ້​ເຮົາ​ ຜະລິດ​ພາຍ​ໃນ ​ແລະ ​ຕອບ​ສະໜອງ ຄວາມຕ້ອງການ​ພາຍ​ໃນ. ນອກ​ນັ້ນ, ​ກໍ​ເປັນ​​ໂອກາດ​ໃນການ ​ຊຸກຍູ້​ສົ່ງ​ເສີມ​ການ​ຜະລິດ​ພາຍ​ໃນ ການ​ບໍລິການ​ພາຍ​ໃນ ທີ່​ວ່າ​ຫລຸດຜ່ອນ​ການ ​ແຂ່ງຂັນ​ກັບ​ພາຍ​ນອກ. ຜ່ານ​ມາ​ຖ້າ​ສິນຄ້າ​ຈາກ​ຕ່າງປະ​ເທດ​ເຂົ້າ​ມາ​ ກໍ​ມີ​ບັນຫາ​ກັບ​ການ​ແຂ່ງຂັນ​ພາຍ​ໃນ​ ນັກທຸ​ລະກິດທີ່ໜຸ່ມນ້ອຍ ບໍ່ສາມາດ​ແຂ່ງຂັນ​ໄດ້ ​ກັບ​ນັກ​ລົງທຶນ​ພາຍ​ນອກ​ໄດ້.

ປັດຈຸບັນ​, ການຫລຸດຜ່ອນ​ການ​ເຂົ້າ​ມາ​ ຂອງ​ນັກ​ລົງ​ທຶນພາຍ​ນອກ​ ກໍ​ເປັນ​ໂອກາດ​ໃຫ້​ນັກ​ລົງທຶນ​ພາຍ​ໃນ ສາມາດ​ດໍາ​ເນີນ​ທຸລະ​ກິດ ສາມາດ​ແຂ່ງ​ຂັນ​ກັນ ​ໄດ້ຢູ່​ພາຍ​ໃນ​ປະ​ເທດ ​ແຕ່ລັດຖະບານ ຕ້ອງມີນະໂຍບາຍສົ່ງເສີມ ພາກທຸລະກິດ ​ແລະ ພາກ​ທຸລະ​ກິດ​ເອງ ກໍ່ຕ້ອງເປັນເຈົ້າການ ແລະ ຖືໂອກາດພັດ ທະນາຕົນເອງ ​ໃນ​ຂະ​ນະທີ່ບໍ່ມີຄູ່ແຂ່ງຕ່າງປະເທດ ໃນໄລຍະນີ້. ພ້ອມ​ນີ້, ຍັງເປັນໂອກາດສຳລັບພາຍໃນ ພວກເຮົາ​ໃຫ້ເລີ່ມຈາກຜະລິດກຸ້ມຕົນເອງ ແລະ ຜະລິດເພື່ອຕອບສະໜອງ ຄວາມຕ້ອງການຂອງຕະ ຫລາດພາຍໃນປະເທດ.

ທ າແຮງໃນການຟ ນຟ ເສດຖະກ ດ ໃນສປປ ລາວ ຫລ ງໂຄວ ດ 19 ຜ ອນເບ າລ ງ ລັດຖະມົນຕີກະຊວງ ປທສ ຕ້ອນຮັບທູດ ອາເມລິກາ ປະຈໍາລາວ

ໃນວັນ​ທີ 3 ມິຖຸນານີ້, ທ່ານ ທັນສະໄໝ ກົມມະສິດ ລັດຖະມົນຕີກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ (ປທສ) ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ປີເຕີ ເຮມ໋ອນ (Peter M. Haymond), ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມແຫ່ງ ສະຫະລັດອາເມລິກາ ປະຈຳ ສປປ ລາວ ເນື່ອງ​ໃນ​ໂອກາດມາ ​ດໍາລົງຕໍາແໜ່ງ​​ເປັນ ​ເອກ​ອັກຄະ​ລັດຖະທູດ​ຄົນ​ໃໝ່ ປະຈຳ ສປປ ລາວ.

ທ າແຮງໃນການຟ ນຟ ເສດຖະກ ດ ໃນສປປ ລາວ ຫລ ງໂຄວ ດ 19 ຜ ອນເບ າລ ງ ເຝິກຊ້ອມເທິງແຜນຮ່າງທາງໄກ ການປ້ອງກັນ ແລະ ສະກັດກັ້ກການລະບາດພະຍາດໂຄວິດ-19

ເມື່ອບໍ່ດົນມານີ້, ທ່ານ ພັນເອກ ດຣ ສຸລິພັນ ເພັດຈັນທະລາ - ຫົວໜ້າອໍານວຍການໂຮງໝໍສູນກາງ 103 ພ້ອມດ້ວຍຄະນະໄດ້ເຂົ້າຮ່ວມການເຝິກຊ້ອມເທິງແຜນທີ່-ແຜນຮ່າງທາງໄກກ່ຽວກັບການປ້ອງກັນ ແລະ ສະກັດກັ້ນການລະບາດຂອງພະຍາດ COVID-19 ທີ່ກົມພົວພັນຕ່າງປະເທດ, ຫ້ອງວ່າການກະຊວງປ້ອງກັນປະເທດ.

ທ າແຮງໃນການຟ ນຟ ເສດຖະກ ດ ໃນສປປ ລາວ ຫລ ງໂຄວ ດ 19 ຜ ອນເບ າລ ງ ປະເທດລາວ ປັບປຸງບັນດາລະບຽບການ ແລະ ຂໍ້ກຳນົດການສະບັບໃໝ່ ໃນການເຂົ້າ - ອອກເມືອງ

ຍສໝ - ໃນກອງປະຊຸມຖະແຫຼງຂ່າວໃນຕອນບ່າຍວັນທີ 3 ມີຖຸນາ ທີ່ນະຄອນຫຼວງວຽງຈັນ, ກະຊວງສາທາລະນະສຸກປະເທດລາວ ໄດ້ກ່າວວ່າ ມາຮອດປັດຈຸບັນ, ປະເທດລາວໄດ້ຜ່ານ 52 ມື້ຕິດຕໍ່ກັນໂດຍບໍ່ໄດ້ກວດພົບກໍລະນີຕິດເຊື້ອໄວຣັດ COVID-19 ຕື່ມອີກ, ແລະ ຈຳນວນຄົນເຈັບທີ່ໄດ້ຮັບການປິ່ນປົວຍັງແມ່ນ 1 ຄົນ.

kpl.gov.la

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.