4 ເດືອນ: ວົງເງິນການນຳເຂົ້າ-ສົ່ງອອກ ເພີ່ມຂຶ້ນ 24,2% ເມື່ອທຽບໃສ່ໄລຍະດຽວກັນ

14:33 | 05/05/2026

ຍສໝ - ກົມສະຖິຕິ (ກະຊວງການເງິນ) ຫາກໍປະກາດຂໍ້ມູນກ່ຽວກັບສະພາບການເສດຖະກິດ - ສັງຄົມ ເດືອນເມສາ ແລະ 4 ເດືອນຕົ້ນປີ 2026.

ການ​ປະ​ຕິ​ວັດ​ເດືອນ​ສິງ​ຫາ​ ແລະ ວັນ​ແຫ່ງ​ຊາດ 2 ເດືອນ​ກັນ​ຍາ​: ຄຸນຄ່າໃນຍຸກສະໄໝ ແລະ ຊີວິດຕະຫຼອດໄປ
ເງິນຕາຕ່າງປະເທດສົ່ງມານະຄອນໂຮ່ຈິມິນ ບັນລຸກວ່າ 2,4 ຕື້ USD
4 ເດືອນ: ວົງເງິນການນຳເຂົ້າ-ສົ່ງອອກ ເພີ່ມຂຶ້ນ 24,2% ເມື່ອທຽບໃສ່ໄລຍະດຽວກັນ
ສັງລວມແລ້ວໃນ 4 ເດືອນຕົ້ນປີ 2026, ຍອດວົງເງິນການນຳເຂົ້າ ແລະ ສົ່ງອອກສິນຄ້າ ຄາດວ່າບັນລຸ 344,17 ຕື້ USD, ເພີ່ມຂຶ້ນ 24,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ.

ໃນເດືອນເມສາ, ຍອດວົງເງິນການນຳເຂົ້າ ແລະ ສົ່ງອອກສິນຄ້າ ຄາດວ່າບັນລຸ 94,32 ຕື້ USD, ເພີ່ມຂຶ້ນ 0,8% ເມື່ອທຽບໃສ່ເດືອນຜ່ານມາ ແລະ ເພີ່ມຂຶ້ນ 26,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ.

ສັງລວມແລ້ວໃນ 4 ເດືອນຕົ້ນປີ 2026, ຍອດວົງເງິນການນຳເຂົ້າ ແລະ ສົ່ງອອກສິນຄ້າ ຄາດວ່າບັນລຸ 344,17 ຕື້ USD, ເພີ່ມຂຶ້ນ 24,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ໃນນັ້ນ ການສົ່ງອອກເພີ່ມຂຶ້ນ 19,7%; ການນຳເຂົ້າເພີ່ມຂຶ້ນ 28,7%. ດູນການຄ້າສິນຄ້າແມ່ນຂາດດຸນ 7,11 ຕື້ USD.

ລົງເລິກລາຍລະອຽດ, ວົງເງິນການສົ່ງອອກສິນຄ້າໃນເດືອນເມສາ ຄາດວ່າບັນລຸ 45,52 ຕື້ USD, ຫຼຸດລົງ 2,0% ເມື່ອທຽບໃສ່ເດືອນຜ່ານມາ ແລະ ເພີ່ມຂຶ້ນ 21,0% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ. ສັງລວມແລ້ວໃນ 4 ເດືອນຕົ້ນປີ 2026, ວົງເງິນການສົ່ງອອກສິນຄ້າ ຄາດວ່າບັນລຸ 168,53 ຕື້ USD, ເພີ່ມຂຶ້ນ 19,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ. ໃນນັ້ນ, ເຂດເສດຖະກິດພາຍໃນປະເທດ ບັນລຸ 33,65 ຕື້ USD, ເພີ່ມຂຶ້ນ 0,4%, ກວມເອົາ 20,0% ຂອງຍອດວົງເງິນການສົ່ງອອກ; ເຂດທີ່ມີທຶນລົງທຶນຈາກຕ່າງປະເທດ (ລວມທັງນ້ຳມັນດິບ) ບັນລຸ 134,88 ຕື້ USD, ເພີ່ມຂຶ້ນ 25,8%, ກວມເອົາ 80,0%.

ກ່ຽວກັບໂຄງປະກອບກຸ່ມສິນຄ້າສົ່ງອອກໃນ 4 ເດືອນຕົ້ນປີ 2026, ກຸ່ມສິນຄ້າອຸດສາຫະກຳປຸງແຕ່ງ ຄາດວ່າບັນລຸ 151,5 ຕື້ USD, ກວມເອົາ 89,9%.

ວົງເງິນການນຳເຂົ້າສິນຄ້າໃນເດືອນເມສາ ຄາດວ່າບັນລຸ 48,8 ຕື້ USD, ເພີ່ມຂຶ້ນ 3,6% ເມື່ອທຽບໃສ່ເດືອນຜ່ານມາ ແລະ ເພີ່ມຂຶ້ນ 32,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ. ສັງລວມແລ້ວໃນ 4 ເດືອນຕົ້ນປີ 2026, ວົງເງິນການນຳເຂົ້າສິນຄ້າ ຄາດວ່າບັນລຸ 175,64 ຕື້ USD, ເພີ່ມຂຶ້ນ 28,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ໃນນັ້ນ ເຂດເສດຖະກິດພາຍໃນປະເທດ ບັນລຸ 49,27 ຕື້ USD, ເພີ່ມຂຶ້ນ 20,4%; ເຂດທີ່ມີທຶນລົງທຶນຈາກຕ່າງປະເທດ ບັນລຸ 126,37 ຕື້ USD, ເພີ່ມຂຶ້ນ 32,3%.

ກ່ຽວກັບໂຄງປະກອບກຸ່ມສິນຄ້ານຳເຂົ້າໃນ 4 ເດືອນຕົ້ນປີ 2026, ກຸ່ມສິນຄ້າວັດຖຸປະກອນການຜະລິດ ຄາດວ່າບັນລຸ 165,37 ຕື້ USD, ກວມເອົາ 94,2%.

ກ່ຽວກັບຕະຫຼາດການນຳເຂົ້າ ແລະ ສົ່ງອອກສິນຄ້າໃນ 4 ເດືອນຕົ້ນປີ 2026, ສະຫະລັດອາເມລິກາ ແມ່ນຕະຫຼາດສົ່ງອອກໃຫຍ່ທີ່ສຸດຂອງ ຫວຽດນາມ ດ້ວຍວົງເງິນຄາດວ່າບັນລຸ 53,9 ຕື້ USD. ສປ ຈີນ ແມ່ນຕະຫຼາດນຳເຂົ້າໃຫຍ່ທີ່ສຸດຂອງ ຫວຽດນາມ ດ້ວຍວົງເງິນຄາດວ່າບັນລຸ 69,0 ຕື້ USD.

ດູນການຄ້າສິນຄ້າໃນເດືອນເມສາ ຄາດວ່າຂາດດຸນ 3,28 ຕື້ USD. ສັງລວມແລ້ວໃນ 4 ເດືອນຕົ້ນປີ 2026, ດູນການຄ້າສິນຄ້າ ຄາດວ່າຂາດດຸນ 7,11 ຕື້ USD (ໄລຍະດຽວກັນຂອງປີຜ່ານມາແມ່ນເກີນດຸນ 4,3 ຕື້ USD). ໃນນັ້ນ, ເຂດເສດຖະກິດພາຍໃນປະເທດ ຂາດດຸນ 15,61 ຕື້ USD; ເຂດທີ່ມີທຶນລົງທຶນຈາກຕ່າງປະເທດ (ລວມທັງນ້ຳມັນດິບ) ເກີນດຸນ 8,5 ຕື້ USD.

ສີສັນທາງວັດທະນະທຳຂອງຊາວຈາມ ເຮັດໃຫ້ຜະລິດຕະພັນການທ່ອງທ່ຽວຂອງ ແຂວງ ເລີມດົງ ອຸດົມສົມບູນຂຶ້ນ ສີສັນທາງວັດທະນະທຳຂອງຊາວຈາມ ເຮັດໃຫ້ຜະລິດຕະພັນການທ່ອງທ່ຽວຂອງ ແຂວງ ເລີມດົງ ອຸດົມສົມບູນຂຶ້ນ

ຍສໝ - ບໍ່ພຽງແຕ່ໂດດເດັ່ນດ້ວຍທິວທັດທຳມະຊາດປ່າເຂົາທີ່ສະຫງ່າງາມເທົ່ານັ້ນ, ເຂດພາກຕາເວັນອອກຂອງ ແຂວງ ເລີມດົ່ງ ຍັງສ້າງຄວາມປະທັບໃຈດ້ວຍບັນດາຄຸນຄ່າທາງວັດທະນະທຳທີ່ເປັນເອກະລັກຂອງພີ່ນ້ອງຊາວຈາມ, ປະກອບສ່ວນເຮັດໃຫ້ການທ່ອງທ່ຽວຂອງທ້ອງຖິ່ນມີຄວາມຫຼາກຫຼາຍ ແລະ ເພີ່ມທະວີແຮງດຶງດູດກວ່າເກົ່າ.

ຍົກລະດັບອາຫານຂ້າງທາງ: ຈາກມໍລະດົກທາງວັດທະນະທຳ ສູ່ມາດຕະຖານຄວາມປອດໄພ ຍົກລະດັບອາຫານຂ້າງທາງ: ຈາກມໍລະດົກທາງວັດທະນະທຳ ສູ່ມາດຕະຖານຄວາມປອດໄພ

ຍສໝ - ເດືອນແຫ່ງການເຄື່ອນໄຫວເພື່ອຄວາມປອດໄພຂອງອາຫານ ປີ 2026 ແມ່ນໂອກາດເພື່ອຫວນຄືນເຖິງເອກະລັກທາງວັດທະນະທຳທີ່ໂດດເດັ່ນຂອງ ຫວຽດນາມ - ນັ້ນແມ່ນອາຫານຂ້າງທາງ. ນັບແຕ່ຫາບຂາຍເຄື່ອງເລາະຕາມຖະໜົນ ໄປຈົນເຖິງບັນດາເຂດຖະໜົນອາຫານທີ່ຄຶກຄື້ນ, ບັນດາເຍື່ອງອາຫານແບບປະຊາຊົນ ໄດ້ປະກອບສ່ວນສ້າງເປັນເອກະລັກທາງວັດທະນະທຳຂອງຕົວເມືອງ, ທັງກາຍເປັນຈຸດດຶງດູດນັກທ່ອງທ່ຽວສາກົນ.

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ