| ການຊຳລະເງິນ QR ຫວຽດນາມ - ສິງກະໂປ ຊຸກຍູ້ການທ່ອງທ່ຽວ, ການຄ້າ ແລະ ເສດຖະກິດດິຈິຕອນ ແຂວງ ຫວິງລອງ ເສີມສ້າງການຮ່ວມມືກັບ ສິງກະໂປ ແລະ ຍີ່ປຸ່ນ |
ກ່າວປາໄສທີ່ງານພົບປະເຊິ່ງຈັດໂດຍສະຫະພັນບັນດາອົງການມິດຕະພາບນະຄອນໂຮ່ຈີມິນ, ທ່ານ Pang Te Cheng, ກົງສຸນໃຫຍ່ສິງກະໂປປະຈຳນະຄອນໂຮ່ຈີມິນ ເຫັນວ່າ ການຕ່າງປະເທດປະຊາຊົນໄດ້ຮັບການກຳນົດໃຫ້ເປັນໜຶ່ງໃນ 6 ເສົາຄ້ຳຫຼັກຂອງການເປັນຄູ່ຮ່ວມຍຸດທະສາດຮອບດ້ານລະຫວ່າງສິງກະໂປ ແລະ ຫວຽດນາມ ແມ່ນສອດຄ່ອງກັບສະພາບຕົວຈິງ.
ຕາມທ່ານ, ຄວາມຜູກພັນລະຫວ່າງປະຊາຊົນສອງປະເທດແມ່ນພື້ນຖານສຳຄັນໃນການສ້າງຄວາມໄວ້ເນື້ອເຊື່ອໃຈ, ເພີ່ມທະວີຄວາມເຂົ້າໃຈ ແລະ ຮ່ວມກັນມຸ່ງໄປສູ່ບັນດາຄຸນຄ່າການພັດທະນາຮ່ວມກັນ.
ຕີລາຄາກ່ຽວກັບສາຍພົວພັນສອງຝ່າຍ, ທ່ານ Pang Te Cheng ເຫັນວ່າ ສິງກະໂປ ແລະ ຫວຽດນາມກຳລັງຢູ່ໃນຈຸດເວລາທີ່ມີຄວາມໝາຍທາງປະຫວັດສາດ, ເມື່ອສາຍພົວພັນສອງປະເທດໄດ້ຮັບການຍົກລະດັບຂຶ້ນເປັນຄູ່ຮ່ວມຍຸດທະສາດຮອບດ້ານໃນເດືອນ 3/2025. ຂີດໝາຍນີ້ສະແດງເຖິງລະດັບຄວາມໄວ້ເນື້ອເຊື່ອໃຈທາງການເມືອງທີ່ເລິກເຊິ່ງ, ຄວາມສອດຄ່ອງກັນດ້ານຜົນປະໂຫຍດຍຸດທະສາດ ກໍຄືວິໄສທັດຮ່ວມຂອງສອງປະເທດຕໍ່ພາກພື້ນທີ່ມີສັນຕິພາບ, ສະຖຽນລະພາບ ແລະ ຮຸ່ງເຮືອງ.
ໃນໄລຍະຜ່ານມາ, ຕາມທ່ານ Pang Te Cheng, ສະຖານກົງສຸນໃຫຍ່ສິງກະໂປປະຈຳນະຄອນໂຮ່ຈີມິນ ໄດ້ປະສານສົມທົບກັບອຳນາດການປົກຄອງ ແລະ ບັນດາອົງການຂອງນະຄອນ ຈັດຕັ້ງຫຼາຍກິດຈະກຳກ່ຽວກັບການແລກປ່ຽນວັດທະນະທຳ, ການສຶກສາ, ການເຊື່ອມຕໍ່ດ້ານເສດຖະກິດ, ການພັດທະນາຊາວໜຸ່ມ ແລະ ການເຊື່ອມສາຍພົວພັນຊຸມຊົນ.
ບັນດາກິດຈະກຳເຫຼົ່ານີ້ປະກອບສ່ວນເປີດໂອກາດເພີ່ມຕື່ມໃຫ້ປະຊາຊົນສອງປະເທດໄດ້ພົບປະ, ເພີ່ມທະວີຄວາມເຂົ້າໃຈ ແລະ ໃກ້ຊິດກັນຍິ່ງຂຶ້ນ.
ໃນໄລຍະຕໍ່ໜ້າ, ກົງສຸນໃຫຍ່ສິງກະໂປເຫັນວ່າ ຍັງມີທ່າແຮງອີກຫຼາຍເພື່ອໃຫ້ປະຊາຊົນສອງປະເທດສືບຕໍ່ເຊື່ອມຕໍ່, ຮ່ວມມື ແລະ ຮ່ວມກັນສ້າງສັນ. ບັນດາຂໍ້ລິເລີ່ມກ່ຽວກັບພະລັງງານສີຂຽວ, ນະວັດຕະກຳໃນຂົງເຂດດິຈິຕອນ ແລະ ປັນຍາປະດິດ, ພ້ອມກັບການແລກປ່ຽນສິລະປະ ແລະ ການສຶກສາ ຈະສ້າງພື້ນທີ່ການຮ່ວມມືໃໝ່ເພີ່ມຕື່ມ, ປະກອບສ່ວນເສີມສ້າງສາຍພົວພັນລະຫວ່າງສິງກະໂປ ແລະ ນະຄອນໂຮ່ຈີມິນ.
![]() |
| ທ່ານ ເລິມຢຸງຕ໊ຽນ, ປະທານສະມາຄົມມິດຕະພາບຫວຽດນາມ - ສິງກະໂປ ນະຄອນໂຮ່ຈີມິນ ກ່າວປາໄສທີ່ງານພົບປະ. |
ສົ່ງເສີມບົດບາດເປັນຂົວເຊື່ອມຕໍ່ຂອງນະຄອນໂຮ່ຈີມິນ
ກ່າວປາໄສຊົມເຊີຍເນື່ອງໃນໂອກາດວັນຊາດສິງກະໂປ, ທ່ານ ເລິມຢຸງຕ໊ຽນ, ປະທານສະມາຄົມມິດຕະພາບຫວຽດນາມ - ສິງກະໂປ ນະຄອນໂຮ່ຈີມິນ ເນັ້ນໜັກວ່າ ໃນສະພາບການທີ່ໂລກມີການຜັນແປຫຼາຍຢ່າງ, ສັນຕິພາບ, ມິດຕະພາບ, ຄວາມເຂົ້າໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈລະຫວ່າງປະຊາຊົນບັນດາປະເທດ ແມ່ນພື້ນຖານສຳຄັນເພື່ອຮ່ວມກັນຜ່ານຜ່າສິ່ງທ້າທາຍ ແລະ ມຸ່ງໄປສູ່ອະນາຄົດ.
ຕາມທ່ານ ເລິມຢຸງຕ໊ຽນ, ການຕ່າງປະເທດປະຊາຊົນນັບມື້ນັບມີບົດບາດພິເສດໃນການສ້າງພື້ນຖານດ້ານຄວາມຮູ້ສຶກ, ຄວາມເຂົ້າໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈລະຫວ່າງຄົນກັບຄົນ, ຜ່ານນັ້ນສ້າງບັນດາຄຸນຄ່າທີ່ຍືນຍົງໃຫ້ແກ່ສາຍພົວພັນລະຫວ່າງສອງຊາດ.
ໃນສາຍພົວພັນຫວຽດນາມ - ສິງກະໂປ, ນະຄອນໂຮ່ຈີມິນມີທີ່ຕັ້ງສຳຄັນ ເນື່ອງຈາກມີວິສາຫະກິດ, ນັກທຸລະກິດ, ຊ່ຽວຊານ, ນັກສຶກສາ ແລະ ຊຸມຊົນຊາວສິງກະໂປຈຳນວນຫຼາຍ ທີ່ພວມດຳລົງຊີວິດ, ຮ່ຳຮຽນ ແລະ ເຮັດວຽກ. ນີ້ແມ່ນເງື່ອນໄຂທີ່ເອື້ອອຳນວຍໃຫ້ບັນດາກິດຈະກຳການຕ່າງປະເທດປະຊາຊົນສົ່ງເສີມບົດບາດເຊື່ອມຕໍ່ຢ່າງເປັນທຳມະຊາດ ແລະ ໃກ້ຊິດລະຫວ່າງປະຊາຊົນສອງປະເທດ.
ໃນໄລຍະຜ່ານມາ, ສະມາຄົມມິດຕະພາບຫວຽດນາມ - ສິງກະໂປ ນະຄອນໂຮ່ຈີມິນ ໄດ້ຈັດຕັ້ງຫຼາຍກິດຈະກຳທີ່ແທດຈິງ, ນັບແຕ່ການເຊື່ອມຕໍ່ການຄ້າ, ການສົ່ງເສີມການຄ້າ, ການລົງທຶນ ໄປຈົນເຖິງການຊຸກຍູ້ການຮ່ວມມືດ້ານການສຶກສາລະຫວ່າງບັນດາໂຮງຮຽນ, ນັກສຶກສາ, ອາຈານ ແລະ ອົງການການສຶກສາ; ຈັດການແລກປ່ຽນວັດທະນະທຳ; ເພີ່ມທະວີການເຊື່ອມຕໍ່ຊາວໜຸ່ມ, ນັກທຸລະກິດ, ປັນຍາຊົນ ແລະ ບັນດາອົງການສັງຄົມ.
ບັນດາກິດຈະກຳເຫຼົ່ານີ້ໄດ້ຮັບການຕີລາຄາວ່າ ໄດ້ປະກອບສ່ວນສ້າງຊ່ອງທາງການແລກປ່ຽນເພີ່ມຕື່ມ, ເປີດກວ້າງຄວາມເຂົ້າໃຈ ແລະ ສ້າງຂົວເຊື່ອມຕໍ່ໃໝ່ໃນສາຍພົວພັນຫວຽດນາມ - ສິງກະໂປ.
ສ້າງພື້ນທີ່ເຊື່ອມຕໍ່ເປັນປະຈຳໃຫ້ສອງຊຸມຊົນ
ໜຶ່ງໃນບັນດາຂໍ້ສະເໜີທີ່ສະມາຄົມມິດຕະພາບຫວຽດນາມ - ສິງກະໂປ ນະຄອນໂຮ່ຈີມິນ ຍົກອອກມາແມ່ນການສ້າງ “ພື້ນທີ່ວັດທະນະທຳ ແລະ ມິດຕະພາບ ຫວຽດນາມ - ສິງກະໂປ”.
ຕາມຂໍ້ສະເໜີ, ນີ້ຈະເປັນສະຖານທີ່ສຳລັບຊຸມຊົນຊາວສິງກະໂປທີ່ກຳລັງດຳລົງຊີວິດ ແລະ ເຮັດວຽກຢູ່ນະຄອນໂຮ່ຈີມິນ ໄດ້ພົບປະ, ແລກປ່ຽນກັບປະຊາຊົນຫວຽດນາມ.
ພື້ນທີ່ນີ້ຍັງສາມາດກາຍເປັນສະຖານທີ່ເຊື່ອມຕໍ່ນັກທຸລະກິດ, ນັກສຶກສາ, ປັນຍາຊົນ, ສິລະປິນຂອງສອງປະເທດ; ພ້ອມທັງຈັດບັນດາກິດຈະກຳແນະນຳກ່ຽວກັບວັດທະນະທຳ, ການສຶກສາ, ການຄ້າ, ການທ່ອງທ່ຽວ ແລະ ບັນດາໂຄງການຊຸມຊົນ.
ສະມາຄົມມິດຕະພາບຫວຽດນາມ - ສິງກະໂປ ນະຄອນໂຮ່ຈີມິນ ຄາດຫວັງວ່າ ໂຄງການນີ້ຈະກາຍເປັນຈຸດເຊື່ອມຕໍ່ທີ່ແທດຈິງຂອງການຕ່າງປະເທດປະຊາຊົນ, ຊ່ວຍໃຫ້ກິດຈະກຳແລກປ່ຽນລະຫວ່າງສອງຊຸມຊົນດຳເນີນໄປເປັນປະຈຳຫຼາຍຂຶ້ນ, ຜ່ານນັ້ນນຳເອົາມິດຕະພາບຫວຽດນາມ - ສິງກະໂປ ເຂົ້າໃກ້ປະຊາຊົນຫຼາຍຂຶ້ນ.
ການເພີ່ມທະວີການແລກປ່ຽນປະຊາຊົນ, ຄຽງຄູ່ກັບບັນດາກົນໄກການຮ່ວມມືລະດັບລັດ ແລະ ລັດຖະບານ, ຈະສ້າງພື້ນຖານທາງສັງຄົມເພີ່ມຕື່ມໃຫ້ແກ່ສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານ ຫວຽດນາມ - ສິງກະໂປ, ປະກອບສ່ວນເສີມສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ເປີດກວ້າງບັນດາຂົງເຂດການຮ່ວມມືໃນໄລຍະຕໍ່ໜ້າ.
ຍສໝ - ກ່ອນທ່າມກາງການຢ້ຽມຢາມລັດຖະກິດ ທີ່ປະເທດສິງກະໂປ ແລະ ຄາດວ່າຈະຂຶ້ນກ່າວປາໄສນຳພາ (ປາໄສຫຼັກ) ຢູ່ທີ່ກອງປະຊຸມໂຕ້ຕອບ Shangri-La ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ (ນັບຕັ້ງແຕ່ມື້ວັນທີ 29-31/5/2026), ທ່ານ ຫງວຽນແມ້ງເກື່ອງ, ກຳມະການສູນກາງພັກ, ຮອງເລຂາຄະນະພັກກະຊວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ມີວາລະແລກປ່ຽນພົບປະຮ່ວມກັບສື່ມວນຊົນ. |
ຍສໝ - ພາຍໃຕ້ຂອບເຂດແຫ່ງຖ້ຽວຢ້ຽມຢາມ ສິງກະໂປ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ພົບປະ ແລະ ແລກປ່ຽນຄຳເຫັນຮ່ວມກັບ ທ່ານລັດຖະມົນຕີອາວຸໂສ, ທີ່ປຶກສາອາວຸໂສຂອງພັກກຳອຳນາດ (ພັກກິດປະຊາຊົນ - PAP) ສິງກະໂປ, ອະດີດນາຍົກລັດຖະມົນຕີ ລີຊຽນລຸງ. |
ມິງດຶກ
