| ຫວຽດນາມ - ປາກິດສະຖານ ເປີດກວ້າງການເຊື່ອມຕໍ່, ມຸ່ງສູ່ການເພີ່ມກະແສນັກທ່ອງທ່ຽວສອງທິດທາງ ຫວຽດນາມ - ການາດາ ຍົກລະດັບສາຍພົວພັນຂຶ້ນເປັນຄູ່ຮ່ວມຍຸດທະສາດ |
ໃນຕອນເຊົ້າວັນທີ 22 ກັນຍາ, ໂຄງການພົບປະ, ເຊື່ອມໂຍງວິສາຫະກິດການທ່ອງທ່ຽວ ຫວຽດນາມ - ປາກິດສະຖານ ໄດ້ຈັດຂຶ້ນຢ່າງປະສົບຜົນສຳເລັດ ຢູ່ ຮ່າໂນ້ຍ. ເຫດການດັ່ງກ່າວ ໄດ້ຮັບຄວາມສົນໃຈຢ່າງຫຼວງຫຼາຍ ໂດຍມີການເຂົ້າຮ່ວມຢ່າງຄັບຄາໜາແໜ້ນ ຂອງ ວິສາຫະກິດ ຫວຽດນາມ ເກືອບ 100 ແຫ່ງ ພ້ອມກັບ ຕົວແທນບໍລິສັດທ່ອງທ່ຽວແຖວໜ້າ 20 ທ່ານ ທີ່ມາຈາກ ປາກິດສະຖານ. ຈຸດພົ້ນເດັ່ນທີ່ສຳຄັນທີ່ສຸດ ໃນໂຄງການ ແມ່ນການເຊັນ ບົດບັນທຶກຄວາມເຂົ້າໃຈ (MOU) ຮ່ວມມື 3 ສະບັບ ລະຫວ່າງ ບັນດາສະມາຄົມ, ຫົວໜ່ວຍການບິນ ແລະ ວິສາຫະກິດການທ່ອງທ່ຽວ ຂອງສອງປະເທດ. ບັນດາຂໍ້ຕົກລົງເຫຼົ່ານີ້ ຄາດວ່າຈະສ້າງພື້ນຖານຢ່າງແຂງແຮງ ແນ່ໃສ່ເຮັດໃຫ້ບັນດາຄຳໝັ້ນສັນຍາປະກົດຜົນເປັນຈິງ, ຈາກນັ້ນ ກໍ່ສ້າງບັນດາຜະລິດຕະພັນທົວ (tour) ຢ່າງໄວວາ ແລະ ຕ້ອນຮັບກະແສນັກທ່ອງທ່ຽວການຄ້າຕົວຈິງ ໃນໄລຍະທີ່ຈະມາເຖິງ.
![]() |
| ທ່ານ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ໂກດາຢາ ມາຣີ (Kohdayar Marri) ແບ່ງປັນທິດທາງຊຸກຍູ້ການທ່ອງທ່ຽວ ຢູ່ທີ່ເຫດການເຊື່ອມໂຍງສອງຝ່າຍ. (ແຫຼ່ງທີ່ມາ: ທ່ານເອກອັກຄະລັດຖະທູດ ປາກິດສະຖານ ປະຈຳ ຫວຽດນາມ) |
ກ່າວຄຳເຫັນໃນໂຄງການ, ທ່ານ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ປາກິດສະຖານ ປະຈຳ ຫວຽດນາມ ໂກດາຢາ ມາຣີ ຢືນຢັນວ່າ ອົງການການທູດແຫ່ງນີ້ ຈະຕັ້ງໜ້າຊຸກຍູ້ການເຊັນບັນດາຂໍ້ຕົກລົງຕື່ມອີກ ແລະ ເພີ່ມທະວີການເຊື່ອມໂຍງ ລະຫວ່າງ ບັນດາວິສາຫະກິດ ກໍ່ຄື ປະຊາຊົນສອງປະເທດ. ຕີລາຄາກ່ຽວກັບພື້ນທີ່ການພັດທະນາ, ທ່ານ ເອກອັກຄະລັດຖະທູດ ເນັ້ນໜັກວ່າ ທັງ ຫວຽດນາມ ແລະ ປາກິດສະຖານ ລ້ວນແຕ່ແມ່ນບັນດາຕະຫຼາດ ທີ່ຍັງບໍ່ທັນໄດ້ຮັບການຂຸດຄົ້ນທ່າແຮງຢ່າງເຕັມທີ່. ທ່ານ ຍັງໃຫ້ຮູ້ອີກວ່າ ດ້ວຍຈຳນວນປະຊາກອນຂອງສອງປະເທດ, ພ້ອມກັບຈຳນວນຈຸດໝາຍປາຍທາງ ແລະ ບັນດາປະເພດການທ່ອງທ່ຽວທີ່ຫຼາກຫຼາຍ, ແມ່ນມີກາລະໂອກາດຫຼາຍຢ່າງ ເພື່ອໃຫ້ນັກທ່ອງທ່ຽວ ຫວຽດນາມ ໄດ້ຄົ້ນຫາ ປາກິດສະຖານ ແລະ ໃນທາງກົງກັນຂ້າມ.
![]() |
| ບັນດາຕົວແທນບໍລິສັດທ່ອງທ່ຽວ ແລະ ວິສາຫະກິດສອງປະເທດ ແລກປ່ຽນກາລະໂອກາດຮ່ວມມືການທ່ອງທ່ຽວ ຢູ່ທີ່ໂຄງການ. (ແຫຼ່ງທີ່ມາ: ສະຖານທູດ ປາກິດສະຖານ ປະຈຳ ຫວຽດນາມ) |
ເພື່ອກຳແໜ້ນກາລະໂອກາດຮ່ວມມື ແລະ ກຽມພ້ອມດຶງດູດກະແສນັກທ່ອງທ່ຽວຈາກ ປາກິດສະຖານ ໃຫ້ໄດ້ດີ, ບັນດາວິສາຫະກິດ ຫວຽດນາມ ພວມໄດ້ຮັບການຊຸກຍູ້ ໃຫ້ຍູ້ແຮງການລົງທຶນ ເຂົ້າໃນລະບົບນິເວດການບໍລິການທີ່ໄດ້ມາດຕະຖານ Halal ກໍ່ຄື ເປັນມິດກັບຊາວມຸດສະລິມ (Muslim-friendly). ການຕອບສະໜອງຢ່າງຖືກຕ້ອງ ຕາມຄວາມຕ້ອງການທາງດ້ານຄວາມເຊື່ອ, ການດຳລົງຊີວິດ ບໍ່ພຽງແຕ່ຊ່ວຍໃຫ້ນັກທ່ອງທ່ຽວ ປາກິດສະຖານ ມີໂອກາດສຳຜັດກັບບັນດາສະຖານທີ່ທ່ອງທ່ຽວຂອງ ຫວຽດນາມ ຢ່າງຄົບຖ້ວນເທົ່ານັ້ນ, ແຕ່ຜ່ານນັ້ນ ຍັງປະກອບສ່ວນຊຸກຍູ້ໃນທາງກົງກັນຂ້າມ, ນຳພານັກທ່ອງທ່ຽວ ຫວຽດນາມ ໄປສູ່ບັນດາສະຖານທີ່ອັນສະຫງ່າງາມ ຂອງ ປາກິດສະຖານ ຄື: ຮ່ອມພູ Hunzaຫຼື ສະກາດູ Skardu.
ແນ່ໃສ່ແກ້ໄຂບັນຫາ ກ່ຽວກັບພື້ນຖານໂຄງລ່າງການເຊື່ອມໂຍງການຄົມມະນາຄົມ, ຕົວແທນບັນດາສາຍການບິນ Airblue, PIA ກໍ່ໄດ້ມີບັນດາວາລະປຶກສາຫາລືໂດຍກົງ ກັບ ບັນດາຄູ່ຮ່ວມມື ຫວຽດນາມ ຢູ່ທີ່ເຫດການ. ຈຸດສຸມຂອງການປຶກສາຫາລື ແມ່ນວິທີການຜັນຂະຫຍາຍ ການຂຸດຄົ້ນບັນດາຖ້ຽວບິນເໝົາລຳ (charter) ໃນອະນາຄົດອັນໃກ້, ກ້າວໄປສູ່ເປົ້າໝາຍສ້າງຕັ້ງເຄືອຂ່າຍການເຊື່ອມໂຍງການບິນໂດຍກົງ ລະຫວ່າງ ສອງປະເທດ ແນ່ໃສ່ສ້າງແຮງຊຸກດັນຢ່າງແຂງແຮງ ເພື່ອໃຫ້ຂະແໜງການທ່ອງທ່ຽວໄດ້ກ້າວຂຶ້ນ.
ຍສໝ - ເຫດການຕົວຈິງ ຄຳນັບຮັບຕ້ອນ ການສະເລີມສະຫຼອງວັນສ້າງສາຍພົວພັນການທູດ ຫວຽດນາມ - ໄທ ຄົບຮອບ 50 ປີ (1976 - 2026), ເປີດໂອກາດຊຸກຍູ້ເສດຖະກິດດິຈິຕອນ ແລະ ເຮັດໃຫ້ຂອບການຮ່ວມມື ຄູ່ຮ່ວມຍຸດທະສາດຮອບດ້ານ ລະຫວ່າງ ສອງປະເທດ ເລິກເຊິ່ງຍິ່ງໆຂຶ້ນ. |
ຍສໝ - ຕອນບ່າຍວັນທີ 24/9 (ຕາມເວລາທ້ອງຖິ່ນ), ຢູ່ອາຄານລັດຖະສະພາການາດາ ທີ່ Ottawa, ທ່ານ ໂຕເລິມ, ເລຂາທິການ, ປະທານປະເທດ ໄດ້ກ່າວຄຳປາໄສນະໂຍບາຍໃນຫົວຂໍ້ “ສາຍພົວພັນຄູ່ຮ່ວມຍຸດທະສາດ ຫວຽດນາມ - ການາດາ ໃນບໍລິບົດໂລກທີ່ເຕັມໄປດ້ວຍຄວາມຜັນຜວນ”, ໂດຍເນັ້ນໜັກວ່າ ຫວຽດນາມພ້ອມຮ່ວມກັບການາດາ ສ້າງສາຍພົວພັນຄູ່ຮ່ວມຍຸດທະສາດທີ່ເລິກເຊິ່ງ, ນຳມາຊຶ່ງຜົນປະໂຫຍດອັນເປັນຮູບປະທຳໃຫ້ແກ່ປະຊາຊົນສອງປະເທດ. |
ແທັງຮັ່ງ

