| ເວທີປາໄສທະເລຫວຽດນາມ 2026 ເຊື່ອມໂຍງແຫຼ່ງກຳລັງສາກົນ ເພື່ອເປົ້າໝາຍສ້າງປະເທດທາງທະເລທີ່ເຂັ້ມແຂງ ບາດກ້າວສຳຄັນນຳພາວິສາຫະກິດຫວຽດນາມກ້າວເຂົ້າສູ່ລະບົບຕ່ອງໂສ້ການສະໜອງການບິນໂລກທີ່ VAF 2026 |
![]() |
| ຢູ່ທີ່ ວັນວັດທະນະທຳ ຫວຽດນາມ - ເກົາຫຼີ 2026, ທ່ານນາງ ຫງວຽນທິກິມລວານ, ຮອງປະທານຄະນະກຳມະການປະຊາຊົນ ເຂດພິເສດ ຝູກວັກ ໄດ້ເນັ້ນໜັກວ່າ ເຫດການແມ່ນໂອກາດເພື່ອໃຫ້ ປະຊາຊົນສອງປະເທດ ໄດ້ແລກປ່ຽນ, ຮັດແໜ້ນສາຍພົວພັນມິດຕະພາບ ແລະ ເສີມຂະຫຍາຍກຳລັງແຮງທາງດ້ານວັດທະນະທຳ ມຸ່ງໄປສູ່ການພັດທະນາຢ່າງຍືນຍົງ. ໂຄງການ ໄດ້ນຳເອົາ ຫຼາຍກິດຈະກຳປະສົບການທີ່ຫຼາກຫຼາຍ ຄື: ການໂຄສະນາການທ່ອງທ່ຽວ, ອາຫານການກິນ ແລະ ຜະລິດຕະພັນກະສິກຳ ເກົາຫຼີ; ພື້ນທີ່ວາງສະແດງ “ຫວຽດນາມ - ເກົາຫຼີ ຜ່ານໜ້າປຶ້ມ”. ໃນຂອບເຂດເຫດການ, ແຂວງ ອານຢາງ ກໍ່ໄດ້ເຂົ້າຮ່ວມແນະນຳ ທ່າແຮງດ້ານເສດຖະກິດ ແລະ ບັນດາຜະລິດຕະພັນ OCOP ທີ່ພົ້ນເດັ່ນ ຂອງທ້ອງຖິ່ນ. |
ຍສໝ - ວັນທີ 14/9 ຢູ່ຮ່າໂນ້ຍ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ VII, ອາຍຸການ 2026-2031 ຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ສຳເລັດລົງຢ່າງຈົບງາມ. ທ່ານ ຟານແອັງເຊີນ, ເລຂາຄະນະພັກ, ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ຊຸດທີ VI, ໄດ້ຮັບຄວາມໄວ້ວາງໃຈເລືອກເປັນປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ຊຸດທີ VII. |
ຍສໝ - ໃນອາຍຸການ 2026-2031, ສະຫະພັນບັນດາອົງການມິດຕະພາບຫວຽດນາມ ກຳນົດໃຫ້ຫັນຈຸດສຸມໄປສູ່ປະສິດທິຜົນຕົວຈິງ, ມີຜະລິດຕະຜົນ ແລະ ຜົນສຳເລັດສະເພາະທີ່ສາມາດວັດແທກໄດ້. ບົດລາຍງານການເມືອງ ໄດ້ກຳນົດ 6 ໜ້າທີ່, ວິທີແກ້ໄຂຈຸດສຸມ ແລະ 3 ຂອດບຸກທະລຸຍຸດທະສາດ. |
ແທັງຮັ່ງ
