ຫວຽດນາມ - ລາວ ມຸ່ງໄປສູ່ການສ້າງບັນດາແລວເສດຖະກິດເຊື່ອມຕໍ່ສອງປະເທດ

10:26 | 09/10/2026

ຍສໝ - ການຢ້ຽມຢາມລາວຢ່າງເປັນທາງການຂອງທ່ານ ເລມິງຮຶງ, ນາຍົກລັດຖະມົນຕີຫວຽດນາມ ແຕ່ວັນທີ 8 - 9/10/2026 ຖືກຄາດຫວັງວ່າຈະຊຸກຍູ້ການຜັນຂະຫຍາຍບັນດາຂໍ້ຕົກລົງຮ່ວມມື, ແກ້ໄຂຂໍ້ຕິດຂັດໃນການຄ້າ, ການລົງທຶນ ແລະ ການເຊື່ອມຕໍ່ໂຄງລ່າງ, ຜ່ານນັ້ນຫັນເນື້ອໃນຂອງ “ການເຊື່ອມໂຍງທາງຍຸດທະສາດ” ໃນສາຍພົວພັນຫວຽດນາມ - ລາວ ໃຫ້ເປັນຮູບປະທຳ.

ສັບປະດາຜະລິດຕະພັນຫວຽດນາມ - ລາວ ເພີ່ມທະວີການເຊື່ອມຕໍ່ວິສາຫະກິດ ແລະ ຕະຫຼາດ ການຢ້ຽມຢາມລາວຂອງທ່ານນາຍົກລັດຖະມົນຕີ ເລມິງຮຶງ ຊຸກຍູ້ການເຊື່ອມໂຍງທາງຍຸດທະສາດຫວຽດນາມ - ລາວ

ການຢ້ຽມຢາມຄັ້ງນີ້ດຳເນີນໄປໃນສະພາບການທີ່ຫວຽດນາມ ແລະ ລາວ ພວມຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ, ຄ່ອຍໆຫັນບັນດາເປົ້າໝາຍການພັດທະນາຂອງແຕ່ລະປະເທດໃນໄລຍະໃໝ່ໃຫ້ກາຍເປັນຄວາມຈິງ.

ຕໍ່ໜ້າການຜັນແປຢ່າງໄວວາ ແລະ ສັບສົນຂອງສະພາບການໂລກ ແລະ ພາກພື້ນ, ການເພີ່ມທະວີການປະສານສົມທົບ, ສົ່ງເສີມຈິດໃຈເປັນເຈົ້າຕົນເອງ, ເພິ່ງພາຕົນເອງ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນການພັດທະນາ ຍິ່ງກາຍເປັນສິ່ງຈຳເປັນ. ດັ່ງນັ້ນ, ການຢ້ຽມຢາມຄັ້ງນີ້ຈຶ່ງມີຄວາມໝາຍໃນການສືບຕໍ່ບັນດາທິດທາງຍຸດທະສາດທີ່ການນຳຂັ້ນສູງສອງປະເທດໄດ້ເຫັນດີຮ່ວມກັນ.

ນີ້ແມ່ນການຢ້ຽມຢາມລາວຢ່າງເປັນທາງການຄັ້ງທຳອິດຂອງທ່ານນາຍົກລັດຖະມົນຕີ ເລມິງຮຶງ, ພ້ອມທັງເປັນການຢ້ຽມຢາມຕ່າງປະເທດແບບສອງຝ່າຍຄັ້ງທຳອິດໃນຕຳແໜ່ງໃໝ່. ກິດຈະກຳນີ້ສະແດງເຖິງຄວາມເປັນເຈົ້າການໃນການຜັນຂະຫຍາຍນະໂຍບາຍການຕ່າງປະເທດຂອງຫວຽດນາມໃນອາຍຸການໃໝ່, ກໍຄືການໃຫ້ຄວາມສຳຄັນຂອງການນຳສອງປະເທດຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ການເຊື່ອມໂຍງທາງຍຸດທະສາດຫວຽດນາມ - ລາວ.

ຫວຽດນາມ - ລາວ ມຸ່ງໄປສູ່ການສ້າງບັນດາແລວເສດຖະກິດເຊື່ອມຕໍ່ສອງປະເທດ
ທ່ານ ເລມິງຮຶງ, ນາຍົກລັດຖະມົນຕີຫວຽດນາມ ແລະ ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີລາວ ເປັນສັກຂີພິຍານໃນພິທີມອບ-ຮັບບົດບັນທຶກຄວາມເຂົ້າໃຈວ່າດ້ວຍຍຸດທະສາດການຮ່ວມມືດ້ານຄົມມະນາຄົມຂົນສົ່ງ ໄລຍະ 2026 - 2035 ລະຫວ່າງລັດຖະບານສອງປະເທດ.

ຊຸກຍູ້ການເຊື່ອມໂຍງເສດຖະກິດຈາກພື້ນຖານຄວາມໄວ້ເນື້ອເຊື່ອໃຈທາງການເມືອງ

ໃນການໃຫ້ສຳພາດແກ່ສຳນັກຂ່າວສານຫວຽດນາມ, ທ່ານ ຫງວຽນມິງເຕິມ, ເອກອັກຄະລັດຖະທູດຫວຽດນາມປະຈຳລາວ ປະເມີນວ່າ ການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີ ເລມິງຮຶງ ມີບົດບາດສຳຄັນໃນການນຳເອົາເນື້ອໃນຂອງ “ການເຊື່ອມໂຍງທາງຍຸດທະສາດ” ເຂົ້າສູ່ພາກປະຕິບັດ, ປະກອບສ່ວນພັດທະນາສາຍພົວພັນສອງຝ່າຍໃຫ້ນັບມື້ນັບເລິກເຊິ່ງ, ມີປະສິດທິຜົນ ແລະ ເປັນຮູບປະທຳຫຼາຍຂຶ້ນ.

ຕາມທ່ານເອກອັກຄະລັດຖະທູດ ແລ້ວ, ການຢ້ຽມຢາມຄັ້ງນີ້ສ້າງເງື່ອນໄຂໃຫ້ສອງປະເທດສືບຕໍ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈທາງການເມືອງ, ຍູ້ແຮງການປະສານສົມທົບໃນບັນດາຂົງເຂດການພັດທະນາ, ປ້ອງກັນຊາດ - ຄວາມປອດໄພ, ເສດຖະກິດ, ໂຄງລ່າງຄົມມະນາຄົມ, ພະລັງງານ ແລະ ການຝຶກອົບຮົມຊັບພະຍາກອນມະນຸດ.

ບົນພື້ນຖານນັ້ນ, ສາຍພົວພັນການຮ່ວມມືບໍ່ພຽງແຕ່ຢຸດຢູ່ການຄຽງຂ້າງ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນເທົ່ານັ້ນ, ແຕ່ຍັງມຸ່ງໄປສູ່ການເພີ່ມທະວີລັກສະນະເກື້ອກູນກັນ ແລະ ການເຊື່ອມປະສານຜົນປະໂຫຍດ, ຜ່ານນັ້ນສ້າງໂອກາດ ແລະ ແຮງຂັບເຄື່ອນການພັດທະນາເພີ່ມເຕີມໃຫ້ແກ່ແຕ່ລະປະເທດ.

ໜຶ່ງໃນບັນດາໜ້າທີ່ຈຸດສຸມທີ່ທ່ານເອກອັກຄະລັດຖະທູດ ຫງວຽນມິງເຕິມ ໄດ້ກ່າວເຖິງ ແມ່ນການເລັ່ງລັດປະຕິບັດບັນດາຄຳໝັ້ນສັນຍາ, ຂໍ້ຕົກລົງ ແລະ ເອກະສານຮ່ວມມືທີ່ໄດ້ລົງນາມແລ້ວ, ພ້ອມທັງແກ້ໄຂບັນດາຄວາມຫຍຸ້ງຍາກທີ່ເກີດຂຶ້ນໃນຂະບວນການຜັນຂະຫຍາຍ.

ຄາດວ່າ ທ່ານນາຍົກລັດຖະມົນຕີສອງປະເທດຈະແລກປ່ຽນບັນດາມາດຕະການຍົກສູງຄຸນນະພາບການຮ່ວມມື, ໂດຍສະເພາະໃນດ້ານການຄ້າ ແລະ ການລົງທຶນ; ກຳນົດບັນດາຂົງເຂດທີ່ສາມາດສ້າງການປ່ຽນແປງຢ່າງຈະແຈ້ງໃນການເຊື່ອມໂຍງເສດຖະກິດ, ລວມມີ ລະບົບສະຖາບັນ, ການເງິນ - ເງິນຕາ, ຄົມມະນາຄົມ, ໂລຈິສຕິກ, ພະລັງງານ, ໂທລະຄົມ, ການຫັນປ່ຽນດິຈິຕອນ, ການທ່ອງທ່ຽວ, ການສຶກສາ - ຝຶກອົບຮົມ ແລະ ການພັດທະນາຊັບພະຍາກອນມະນຸດ.

ທ່ານເອກອັກຄະລັດຖະທູດ ໃຫ້ຮູ້ວ່າ ປັດຈຸບັນສາຍພົວພັນທາງການເມືອງລະຫວ່າງຫວຽດນາມ ແລະ ລາວ ມີລະດັບຄວາມໄວ້ເນື້ອເຊື່ອໃຈສູງ. ບັນດາກົນໄກປະສານສົມທົບລະຫວ່າງສອງພັກ, ສອງລັດຖະບານ, ສອງສະພາແຫ່ງຊາດ, ພ້ອມທັງບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ ໄດ້ຮັບການຮັກສາຢ່າງສະໝ່ຳສະເໝີ. ເຖິງຢ່າງໃດກໍຕາມ, ຂໍ້ຮຽກຮ້ອງທີ່ວາງອອກແມ່ນຕ້ອງຫັນຄວາມຜູກພັນອັນພິເສດທາງການເມືອງ ໃຫ້ກາຍເປັນຜົນສຳເລັດທີ່ສົມຄູ່ກັນໃນການຮ່ວມມືເສດຖະກິດ ແລະ ການເຊື່ອມຕໍ່ສອງລະບົບເສດຖະກິດ.

ໃນ 8 ເດືອນຕົ້ນປີ 2026, ຫວຽດນາມມີໂຄງການລົງທຶນໃໝ່ເພີ່ມອີກ 21 ໂຄງການຢູ່ລາວ, ດ້ວຍທຶນຈົດທະບຽນລວມເກືອບ 700 ລ້ານໂດລາສະຫະລັດ. ຜ່ານນັ້ນ, ຈຳນວນໂຄງການລົງທຶນຂອງຫວຽດນາມຢູ່ລາວເພີ່ມຂຶ້ນເປັນ 301 ໂຄງການ, ມີທຶນຈົດທະບຽນສະສົມລວມຫຼາຍກວ່າ 7 ຕື້ໂດລາສະຫະລັດ, ເຮັດໃຫ້ຫວຽດນາມກາຍເປັນນັກລົງທຶນໃຫຍ່ອັນດັບສອງຢູ່ລາວ. ໃນໄລຍະດຽວກັນ, ມູນຄ່າການຄ້າສອງຝ່າຍບັນລຸຫຼາຍກວ່າ 1,6 ຕື້ໂດລາສະຫະລັດ.

ບັນດາຜົນສຳເລັດດັ່ງກ່າວສ້າງພື້ນຖານໃຫ້ສອງປະເທດສູ້ຊົນຍົກມູນຄ່າການຄ້າສອງຝ່າຍໃຫ້ບັນລຸ 5 ຕື້ໂດລາສະຫະລັດໃນໄລຍະຕໍ່ໜ້າ, ມຸ່ງໄປສູ່ເປົ້າໝາຍມູນຄ່າການຄ້າ 10 ຕື້ໂດລາສະຫະລັດ ແລະ ການລົງທຶນຫຼາຍກວ່າ 10 ຕື້ໂດລາສະຫະລັດ ພາຍໃນປີ 2030.

ເພື່ອບັນລຸບັນດາເປົ້າໝາຍຂ້າງເທິງ, ທ່ານເອກອັກຄະລັດຖະທູດ ຫງວຽນມິງເຕິມ ເຫັນວ່າ ຈຳເປັນຕ້ອງເລັ່ງລັດຜັນຂະຫຍາຍບັນດາໂຄງການຮ່ວມມືທີ່ມີລັກສະນະຍຸດທະສາດ, ພ້ອມທັງສຸມໃສ່ແກ້ໄຂຄວາມຫຍຸ້ງຍາກດ້ານລະບົບສະຖາບັນ, ແຫຼ່ງທຶນ ແລະ ການຈັດຕັ້ງປະຕິບັດ. ບັນດາໂຄງການຄົມມະນາຄົມ, ໂລຈິສຕິກ, ພະລັງງານ ແລະ ການລົງທຶນຂະໜາດໃຫຍ່ ຕ້ອງໄດ້ຮັບການທົບທວນ, ກຳນົດຂໍ້ຕິດຂັດແຕ່ລະຢ່າງໃຫ້ຈະແຈ້ງ ເພື່ອມີວິທີການແກ້ໄຂທີ່ເໝາະສົມ.

ທ່ານເອກອັກຄະລັດຖະທູດຍັງເນັ້ນໜັກວ່າ ປະສິດທິຜົນຂອງການຮ່ວມມືເສດຖະກິດ ຕ້ອງໄດ້ຮັບການປະເມີນບໍ່ພຽງແຕ່ຜ່ານຈຳນວນໂຄງການ ຫຼື ມູນຄ່າການຄ້າເທົ່ານັ້ນ, ແຕ່ຍັງຕ້ອງພິຈາລະນາເຖິງຄວາມສາມາດໃນການສ້າງບັນດາການເຊື່ອມໂຍງທີ່ຍືນຍົງໃນດ້ານການຜະລິດ, ພະລັງງານ, ວັດຖຸດິບ, ໂລຈິສຕິກ, ຕະຫຼາດ ແລະ ຕ່ອງໂສ້ສະໜອງ.

ຕາມນັ້ນ, ຫວຽດນາມ ແລະ ລາວ ຈຳເປັນຕ້ອງຫັນຈາກຮູບແບບການເຊື່ອມຕໍ່ບັນດາໂຄງການແຍກກັນ ໄປສູ່ການພັດທະນາບັນດາແລວເສດຖະກິດທີ່ສາມາດເຊື່ອມໂຍງສອງລະບົບເສດຖະກິດເຂົ້າກັນຢ່າງເປັນຮູບປະທຳ. ຂະບວນການນີ້ຮຽກຮ້ອງໃຫ້ແກ້ໄຂຢ່າງຄົບຊຸດ 4 ປັດໄຈ ລວມມີ ໂຄງລ່າງຄົມມະນາຄົມ - ໂລຈິສຕິກ; ພະລັງງານ ແລະ ການຜະລິດ; ລະບົບສະຖາບັນ ແລະ ໂຄງລ່າງດິຈິຕອນ; ຊັບພະຍາກອນມະນຸດ.

ກ່ຽວກັບທ່າແຮງດ້ານພູມສາດ, ລາວຕັ້ງຢູ່ໃນຈຸດໃຈກາງຂອງອະນຸພາກພື້ນແມ່ນ້ຳຂອງ, ສ່ວນຫວຽດນາມມີຊາຍຝັ່ງທະເລຍາວ, ເຄືອຂ່າຍທ່າເຮືອ ແລະ ຄວາມສາມາດເຊື່ອມຕໍ່ກັບບັນດາເສັ້ນທາງຂົນສົ່ງທາງທະເລສາກົນ. ເຫຼົ່ານີ້ແມ່ນເງື່ອນໄຂທີ່ສາມາດເກື້ອກູນກັນໃນການພັດທະນາໂຄງລ່າງ ແລະ ການຄ້າຂອງພາກພື້ນ.

ບັນດາໂຄງການເຊັ່ນ ທາງດ່ວນຮ່າໂນ້ຍ - ວຽງຈັນ, ທາງລົດໄຟຫວຸງອ໊າງ - ວຽງຈັນ, ບັນດາເສັ້ນທາງຄົມມະນາຄົມທາງບົກຕາເວັນອອກ - ຕາເວັນຕົກ, ລະບົບດ່ານຊາຍແດນ ແລະ ທ່າເຮືອຫວຸງອ໊າງ ຈຳເປັນຕ້ອງໄດ້ຮັບການເຊື່ອມຕໍ່ໃນແຜນຜັງລວມອັນດຽວກັນ ເພື່ອສ້າງບັນດາແລວເສດຖະກິດເຊື່ອມໂຍງລະຫວ່າງພາກພື້ນ.

ສະພາບຕົວຈິງຂອງການຂົນສົ່ງສິນຄ້າໄດ້ບັນທຶກຜົນສຳເລັດເບື້ອງຕົ້ນ. ໃນ 8 ເດືອນຕົ້ນປີ 2026, ປະລິມານສິນຄ້າຈາກລາວກວມເອົາ 40,2% ຂອງປະລິມານສິນຄ້າທັງໝົດທີ່ຜ່ານທ່າທຽບເຮືອ 3 ແຫ່ງ ທີ່ບໍລິຫານໂດຍບໍລິສັດຮຸ້ນສ່ວນທ່າເຮືອສາກົນລາວ - ຫວຽດ ຢູ່ຫວຸງອ໊າງ.

ເຖິງຢ່າງໃດກໍຕາມ, ທ່ານເອກອັກຄະລັດຖະທູດ ຫງວຽນມິງເຕິມ ໃຫ້ຂໍ້ສັງເກດວ່າ ການລົງທຶນໂຄງລ່າງຕ້ອງດຳເນີນຄຽງຄູ່ກັບການພັດທະນາແຫຼ່ງສິນຄ້າ, ພະລັງງານ, ກິດຈະກຳການຜະລິດ ແລະ ຕະຫຼາດບໍລິໂພກ. ດັ່ງນັ້ນ, ບັນດາເສັ້ນທາງຄົມມະນາຄົມຕ້ອງໄດ້ຮັບການເຊື່ອມຕໍ່ກັບສູນໂລຈິສຕິກ, ເຂດເສດຖະກິດດ່ານຊາຍແດນ, ສະຖານທີ່ຜະລິດ ແລະ ປຸງແຕ່ງ, ລະບົບພະລັງງານ ແລະ ບັນດາຕ່ອງໂສ້ສະໜອງ.

ລາວຄາດຫວັງການບຸກທະລຸດ້ານການຮ່ວມມືໃນສາມເສົາຄ້ຳ

ໃນການປະເມີນກ່ຽວກັບການຢ້ຽມຢາມຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ເລມິງຮຶງ, ທ່ານ ທອງສະຫວັນ ພົມວິຫານ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດລາວ ເຫັນວ່າ ກິດຈະກຳນີ້ສືບຕໍ່ສະແດງເຖິງຄວາມສົນໃຈ ແລະ ການໃຫ້ຄວາມສຳຄັນຂອງຫວຽດນາມຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ການເຊື່ອມໂຍງທາງຍຸດທະສາດລາວ - ຫວຽດນາມ.

ຕາມແຜນການ, ໃນລະຫວ່າງການຢ້ຽມຢາມ, ສອງຝ່າຍຄາດວ່າຈະລົງນາມ ແລະ ແລກປ່ຽນເອກະສານຮ່ວມມືຫຼາຍກວ່າ 10 ສະບັບ ໃນຫຼາຍຂົງເຂດ. ນີ້ຈະເປັນພື້ນຖານໃຫ້ບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ ສືບຕໍ່ຜັນຂະຫຍາຍບັນດາໂຄງການຮ່ວມມື, ພ້ອມທັງກະກຽມໃຫ້ແກ່ກອງປະຊຸມຄັ້ງທີ 49 ຂອງຄະນະກຳມະການຮ່ວມລັດຖະບານວ່າດ້ວຍການຮ່ວມມືສອງຝ່າຍ, ເຊິ່ງຄາດວ່າຈະຈັດຂຶ້ນໃນຕົ້ນປີ 2027.

ໜຶ່ງໃນກິດຈະກຳທີ່ໜ້າສົນໃຈແມ່ນກອງປະຊຸມສົ່ງເສີມການລົງທຶນລາວ - ຫວຽດນາມ, ເຊິ່ງຄາດວ່າຈະມີຜູ້ແທນເຂົ້າຮ່ວມປະມານ 1.000 ທ່ານ. ກອງປະຊຸມດັ່ງກ່າວຖືກຄາດຫວັງວ່າຈະສ້າງເງື່ອນໄຂໃຫ້ມີການເຊື່ອມຕໍ່ທ່າແຮງ ແລະ ຄວາມຕ້ອງການຮ່ວມມືລະຫວ່າງສອງປະເທດ, ມຸ່ງໄປສູ່ການສ້າງບັນດາໂຄງການທີ່ເປັນຮູບປະທຳ.

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດລາວ ໃຫ້ຮູ້ວ່າ ລາວປາຖະໜາໃຫ້ການຢ້ຽມຢາມຄັ້ງນີ້ສ້າງການປ່ຽນແປງຢ່າງແຂງແຮງໃນການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ, ໂດຍສຸມໃສ່ສາມເສົາຄ້ຳຕົ້ນຕໍ.

ເສົາຄ້ຳທີໜຶ່ງ ແມ່ນການພັດທະນາການເຊື່ອມຕໍ່ໂຄງລ່າງ ແລະ ຄົມມະນາຄົມ. ສອງປະເທດຈະເອົາໃຈໃສ່ຊຸກຍູ້ບັນດາໂຄງການທາງບົກ, ທາງລົດໄຟ, ພະລັງງານ ແລະ ນ້ຳມັນເຊື້ອໄຟ, ຜ່ານນັ້ນຊ່ວຍໃຫ້ລາວສົ່ງເສີມບົດບາດເປັນສູນກາງເຊື່ອມຕໍ່ພາກພື້ນ, ປະກອບສ່ວນຫຼຸດຜ່ອນຕົ້ນທຶນການຂົນສົ່ງ ແລະ ຍົກສູງຄວາມສາມາດແຂ່ງຂັນຂອງສິນຄ້າ.

ເສົາຄ້ຳທີສອງ ແມ່ນການເປີດກວ້າງການຄ້າ ແລະ ການລົງທຶນສອງທິດທາງ. ໃນນັ້ນ, ລາວມຸ່ງໄປສູ່ການສ້າງສະພາບແວດລ້ອມທີ່ເອື້ອອຳນວຍຫຼາຍຂຶ້ນໃຫ້ແກ່ວິສາຫະກິດຫວຽດນາມໃນການຜັນຂະຫຍາຍບັນດາໂຄງການລົງທຶນ, ໂດຍສະເພາະໃນຂົງເຂດພະລັງງານສະອາດ, ກະສິກຳເຕັກໂນໂລຊີສູງ, ການຂຸດຄົ້ນບໍ່ແຮ່ ແລະ ການປຸງແຕ່ງເລິກ. ພ້ອມກັນນັ້ນ ແມ່ນການແກ້ໄຂບັນດາອຸປະສັກໃນກິດຈະກຳການຄ້າຂ້າມຊາຍແດນ.

ເສົາຄ້ຳທີສາມ ສຸມໃສ່ການຮ່ວມມືດ້ານພະລັງງານ, ການສຶກສາ ແລະ ການທ່ອງທ່ຽວ. ສອງຝ່າຍຈະເພີ່ມທະວີການແລກປ່ຽນ, ຊື້ຂາຍພະລັງງານ, ຊຸກຍູ້ການສ້າງຕັ້ງບັນດາສະຖາບັນການສຶກສາຮ່ວມກັນ ແລະ ພັດທະນາຮູບແບບການທ່ອງທ່ຽວຕາມຮູບແບບ “ໜຶ່ງເສັ້ນທາງ - ສອງຈຸດໝາຍປາຍທາງ”.

ເພື່ອຫັນບັນດາທິດທາງຂ້າງເທິງໃຫ້ກາຍເປັນຜົນສຳເລັດທີ່ເປັນຮູບປະທຳ, ສອງປະເທດຈຳເປັນຕ້ອງເລັ່ງລັດຄວາມຄືບໜ້າໃນການປະຕິບັດບັນດາໂຄງການຄົມມະນາຄົມ, ພະລັງງານ ແລະ ໂລຈິສຕິກ, ພ້ອມທັງປ່ຽນໃໝ່ຮູບແບບການປະສານສົມທົບຕາມຈິດໃຈ “ວ່ອງໄວ - ໃກ້ຊິດກັບຕົວຈິງ - ມີປະສິດທິຜົນ - ເປັນຮູບປະທຳ”, ແນໃສ່ແກ້ໄຂຄວາມຫຍຸ້ງຍາກໄດ້ທັນເວລາ, ສ້າງຄວາມສະດວກໃຫ້ແກ່ການເຄື່ອນໄຫວຂອງວິສາຫະກິດ.

ຫວຽດນາມ - ລາວ ເພີ່ມທະວີການປະສານສົມທົບວຽກງານແນວຄິດໃນພື້ນທີ່ດິຈິຕອນ ຫວຽດນາມ - ລາວ ເພີ່ມທະວີການປະສານສົມທົບວຽກງານແນວຄິດໃນພື້ນທີ່ດິຈິຕອນ
ຍສໝ - ຕອນບ່າຍວັນທີ 29/9 ທີ່ ຮ່າໂນ້ຍ, ທ່ານ ຈິ້ງວັນກວຽດ, ຫົວໜ້າຄະນະໂຄສະນາສຶກສາສູນກາງ ໄດ້ຕ້ອນຮັບຄະນະຜູ້ແທນຄະນະໂຄສະນາອົບຮົມສູນກາງພັກປະຊາຊົນປະຕິວັດລາວ ນຳໂດຍທ່ານ ສະຄອນ ພົມມະລາດ, ຮອງຫົວໜ້າຄະນະ, ພ້ອມທັງແລກປ່ຽນກ່ຽວກັບການຮ່ວມມືໃນວຽກງານແນວຄິດ, ໂຄສະນາ, ໜັງສືພິມ, ຂ່າວສານຕ່າງປະເທດ ແລະ ການຮັບມືກັບບັນດາສິ່ງທ້າທາຍໃໝ່ໃນສະພາບແວດລ້ອມດິຈິຕອນ.
ຜະລິດຕະພັນຫວຽດນາມ - ລາວ ຫຼາຍກວ່າ 100 ລາຍການ ມາລວມຕົວກັນທີ່ ຮ່າໂນ້ຍ ຜະລິດຕະພັນຫວຽດນາມ - ລາວ ຫຼາຍກວ່າ 100 ລາຍການ ມາລວມຕົວກັນທີ່ ຮ່າໂນ້ຍ
ຍສໝ - ແຕ່ວັນທີ 1-4/10/2026, ຜະລິດຕະພັນອັນເປັນເອກະລັກຂອງຫວຽດນາມ ແລະ ລາວ ຫຼາຍກວ່າ 100 ລາຍການ ໄດ້ຮັບການແນະນຳ, ວາງສະແດງ ແລະ ຈຳໜ່າຍໂດຍກົງ ຢູ່ເລກທີ 93 ຖະໜົນ ດິງຕຽນຮວ່າງ, ຮ່າໂນ້ຍ ໃນຂອບ “ສັບປະດາຜະລິດຕະພັນຫວຽດນາມ - ລາວ”.

ມິງດຶກ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ