ການຢ້ຽມຢາມລາວຂອງທ່ານນາຍົກລັດຖະມົນຕີ ເລມິງຮຶງ ຊຸກຍູ້ການເຊື່ອມໂຍງທາງຍຸດທະສາດຫວຽດນາມ - ລາວ

15:29 | 08/10/2026

ຍສໝ - ໃນຂອບເຂດການຢ້ຽມຢາມລາວ ແລະ ກຳປູເຈຍ ຢ່າງເປັນທາງການ ແຕ່ວັນທີ 8 - 10/10/2026, ການຢ້ຽມຢາມລາວຂອງທ່ານນາຍົກລັດຖະມົນຕີ ເລມິງຮຶງ ແຕ່ວັນທີ 8 - 9/10 ຖືກຄາດຫວັງວ່າຈະສ້າງແຮງຂັບເຄື່ອນເພີ່ມເຕີມ ເພື່ອຊຸກຍູ້ການເຊື່ອມໂຍງທາງຍຸດທະສາດ, ເປີດກວ້າງການຮ່ວມມືທາງເສດຖະກິດ ແລະ ປັບປຸງສາຍພົວພັນພິເສດລະຫວ່າງສອງປະເທດ.

ຈົດໝາຍອວຍພອນການນຳ ສປປ ລາວ ທ່ານ ເລມິງຮຶງ ນາຍົກລັດຖະມົນຕີ ຢ້ຽມຢາມລາວ, ກຳປູເຈຍ: ຊຸກຍູ້ການຮ່ວມມືໃຫ້ລົງເລິກ ແລະ ເປັນຮູບປະທຳ

ໂດຍຕອບຮັບຄຳເຊີນຂອງທ່ານ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີລາວ ແລະ ທ່ານ ຮຸນ ມາແນດ, ນາຍົກລັດຖະມົນຕີກຳປູເຈຍ, ທ່ານ ເລມິງຮຶງ, ນາຍົກລັດຖະມົນຕີຫວຽດນາມ ໄດ້ດຳເນີນການຢ້ຽມຢາມສາທາລະນະລັດປະຊາທິປະໄຕປະຊາຊົນລາວ ແລະ ລາຊະອານາຈັກກຳປູເຈຍ ຢ່າງເປັນທາງການ ແຕ່ວັນທີ 8 - 10/10/2026.

ສຳລັບລາວ, ການຢ້ຽມຢາມຄັ້ງນີ້ມີຄວາມໝາຍສຳຄັນເປັນພິເສດໃນວຽກງານການຕ່າງປະເທດ, ສະແດງເຖິງຈິດໃຈເປັນເຈົ້າການ ແລະ ຫ້າວຫັນຂອງຜູ້ນຳລັດຖະບານຫວຽດນາມ, ພ້ອມທັງຢືນຢັນບັນດາທິດທາງ ແລະ ບຸລິມະສິດໃນນະໂຍບາຍການຕ່າງປະເທດຂອງຫວຽດນາມໃນອາຍຸການໃໝ່.

ການຢ້ຽມຢາມລາວຂອງທ່ານນາຍົກລັດຖະມົນຕີ ເລມິງຮຶງ ຊຸກຍູ້ການເຊື່ອມໂຍງທາງຍຸດທະສາດຫວຽດນາມ - ລາວ
ທ່ານ ເລມິງຮຶງ, ນາຍົກລັດຖະມົນຕີຫວຽດນາມ.

ທ່າມກາງຄວາມຜັນຜວນທີ່ສັບສົນດ້ານພູມລັດຖະສາດ ແລະ ເສດຖະກິດໃນພາກພື້ນອາຊີຕາເວັນອອກສຽງໃຕ້, ສາຍພົວພັນຫວຽດນາມ - ລາວ ຍັງຄົງສືບຕໍ່ຖືກສ້າງຂຶ້ນບົນພື້ນຖານຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ການເຊື່ອມໂຍງທາງຍຸດທະສາດ. ດັ່ງນັ້ນ, ການຢ້ຽມຢາມລາວຢ່າງເປັນທາງການ ແຕ່ວັນທີ 8 - 9/10/2026 ຂອງທ່ານນາຍົກລັດຖະມົນຕີ ເລມິງຮຶງ ຈຶ່ງບໍ່ພຽງແຕ່ມີຄວາມໝາຍທາງການທູດ, ແຕ່ຍັງສະແດງເຖິງວິໄສທັດ, ຄວາມໜັກແໜ້ນ ແລະ ການໃຫ້ຄວາມສຳຄັນເປັນພິເສດຂອງຫວຽດນາມຕໍ່ສາຍພົວພັນສອງປະເທດໃນໄລຍະພັດທະນາໃໝ່.

ໄລຍະເວລາດຳເນີນການຢ້ຽມຢາມຍັງກົງກັບບັນດາການປ່ຽນແປງທີ່ສຳຄັນໃນຂະບວນການພັດທະນາຂອງລາວ. ຫຼັງຈາກກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ທີ່ຈັດຂຶ້ນຢ່າງສຳເລັດຜົນໃນຕົ້ນປີ 2026, ລາວພວມຄ່ອຍໆປັບປຸງກົງຈັກການນຳຫຼັກໃນອາຍຸການ 2026 - 2031 ໃຫ້ສົມບູນ. ພ້ອມກັນນັ້ນ, ລັດຖະບານລາວເອົາໃຈໃສ່ຜັນຂະຫຍາຍບັນດາມາດຕະການປະຕິຮູບ, ຮັກສາຄວາມໝັ້ນຄົງຂອງເສດຖະກິດມະຫາພາກ, ຍົກສູງຄຸນນະພາບສະພາບແວດລ້ອມການລົງທຶນ ແລະ ການດຳເນີນທຸລະກິດ, ແກ້ໄຂບັນດາຂໍ້ຕິດຂັດຂອງວິສາຫະກິດ ແລະ ຮັກສາຈັງຫວະການເຕີບໂຕ.

ໃນສະພາບການນີ້, ການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີ ເລມິງຮຶງ ສືບຕໍ່ຢືນຢັນທັດສະນະທີ່ໝັ້ນຄົງສະເໝີຕົ້ນສະເໝີປາຍຂອງຫວຽດນາມ ໃນການຮ່ວມເດີນທາງ, ສະໜັບສະໜູນລາວໃນການຮັກສາຄວາມໝັ້ນຄົງດ້ານຄວາມປອດໄພ ແລະ ສະຖຽນລະພາບ, ມຸ່ງໄປສູ່ການພັດທະນາທີ່ຮຸ່ງເຮືອງ. ຄວາມໄວ້ເນື້ອເຊື່ອໃຈທາງການເມືອງທີ່ໄດ້ຮັບການປັບປຸງຜ່ານບັນດາການພົບປະຂັ້ນສູງລະຫວ່າງສອງກົມການເມືອງ ພ້ອມກັບບັນດາກອງປະຊຸມຂອງຄະນະກຳມະການຮ່ວມລັດຖະບານ ສືບຕໍ່ສ້າງພື້ນຖານໃຫ້ແກ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ແລະ ຄວາມສາມັກຄີພິເສດຫວຽດນາມ - ລາວ ພັດທະນາຢ່າງຍືນຍົງ.

ນອກຈາກການຮ່ວມມືດ້ານປ້ອງກັນຊາດ ແລະ ຄວາມປອດໄພ ທີ່ເປັນບັນດາເສົາຄ້ຳສຳຄັນໃນສາຍພົວພັນສອງຝ່າຍມາແຕ່ດົນນານແລ້ວ, ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ພວມໄດ້ຮັບຄວາມເອົາໃຈໃສ່ນັບມື້ນັບຫຼາຍຂຶ້ນຈາກສອງປະເທດ, ໂດຍມີຈຸດສຸມແມ່ນການເພີ່ມທະວີການເຊື່ອມໂຍງທາງຍຸດທະສາດ.

ເພື່ອແກ້ໄຂຂໍ້ເສຍປຽບທີ່ລາວບໍ່ມີຊາຍຝັ່ງທະເລ, ພ້ອມທັງສົ່ງເສີມຂໍ້ໄດ້ປຽບຂອງເສດຖະກິດເປີດຂອງຫວຽດນາມ, ສອງປະເທດພວມເອົາໃຈໃສ່ເຊື່ອມຕໍ່ລະບົບຄົມມະນາຄົມ, ໂຄງລ່າງໂລຈິສຕິກ, ພະລັງງານ ແລະ ໂທລະຄົມ. ຂະບວນການເຊື່ອມໂຍງເສດຖະກິດນີ້ ມຸ່ງໄປສູ່ການເຮັດໃຫ້ລາວກາຍເປັນຈຸດເຊື່ອມຕໍ່ການຂົນສົ່ງຜ່ານໃນພາກພື້ນ, ຜ່ານນັ້ນເປີດກວ້າງໂອກາດພັດທະນາໃຫ້ແກ່ປະຊາຄົມວິສາຫະກິດຫວຽດນາມ ແລະ ລາວ.

ໃນຂົງເຂດການຄ້າ, ຈາກມູນຄ່າການຄ້າສອງຝ່າຍທີ່ບັນລຸ 1,3 ຕື້ໂດລາສະຫະລັດ, ສອງປະເທດໄດ້ວາງເປົ້າໝາຍຍົກລະດັບມູນຄ່າການຄ້າຂຶ້ນເປັນ 5 ຕື້ໂດລາສະຫະລັດ ແລະ ກ້າວໄປສູ່ 10 ຕື້ໂດລາສະຫະລັດໃນຊຸມປີຕໍ່ໄປ. ບັນດາເປົ້າໝາຍນີ້ສະແດງເຖິງຄວາມຄາດຫວັງໃນການສ້າງບາດກ້າວປ່ຽນແປງທີ່ສຳຄັນໃນການຮ່ວມມືດ້ານການຄ້າ ແລະ ການລົງທຶນ, ພ້ອມທັງວາງຄວາມຮຽກຮ້ອງຕ້ອງການໃຫ້ສອງຝ່າຍແກ້ໄຂບັນດາສິ່ງກີດຂວາງດ້ານລະບຽບບໍລິຫານ, ສ້າງເງື່ອນໄຂໃຫ້ການໝູນວຽນສິນຄ້າສະດວກ ແລະ ມີປະສິດທິຜົນຕົວຈິງຫຼາຍຂຶ້ນ.

ບໍ່ພຽງແຕ່ສຸມໃສ່ການຮ່ວມມືສອງຝ່າຍ, ການຢ້ຽມຢາມຍັງສ້າງເງື່ອນໄຂໃຫ້ການນຳຫວຽດນາມ ແລະ ລາວ ໄດ້ແລກປ່ຽນວິໄສທັດ ແລະ ທິດທາງການປະສານສົມທົບ ຕໍ່ບັນດາບັນຫາພາກພື້ນ ແລະ ສາກົນທີ່ສອງຝ່າຍຕ່າງກໍໃຫ້ຄວາມສົນໃຈ.

ຢູ່ບັນດາກົນໄກຫຼາຍຝ່າຍ, ໃນນັ້ນມີອາຊຽນ, ສະຫະປະຊາຊາດ ແລະ ບັນດາຂອບການຮ່ວມມືອະນຸພາກພື້ນແມ່ນ້ຳຂອງ, ຄວາມເປັນເອກະພາບ ແລະ ການປະສານສົມທົບລະຫວ່າງຫວຽດນາມ ແລະ ລາວ ມີຄວາມໝາຍສຳຄັນຕໍ່ການເພີ່ມທະວີຄວາມສາມັກຄີພາຍໃນກຸ່ມ, ສົ່ງເສີມສຽງເວົ້າຮ່ວມກັນ ແລະ ປະກອບສ່ວນຮັກສາສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນ.

ສະພາບຕົວຈິງຂອງສາຍພົວພັນຫວຽດນາມ - ລາວ ສະແດງໃຫ້ເຫັນວ່າ ມິດຕະພາບທີ່ສັດຊື່ໝັ້ນຄົງລະຫວ່າງສອງປະເທດ ສືບຕໍ່ໄດ້ຮັບການສົ່ງເສີມ ເມື່ອເຊື່ອມຕິດກັບແນວຄິດການເຊື່ອມໂຍງເສດຖະກິດທີ່ມີລັກສະນະຍຸດທະສາດ ແລະ ບັນດາການກະທຳຮ່ວມມືທີ່ເປັນຮູບປະທຳ. ນີ້ຍັງເປັນພື້ນຖານໃຫ້ສອງຝ່າຍສົ່ງເສີມກຳລັງແຮງສັງລວມ, ຮ່ວມກັນຮັບມືກັບບັນດາສິ່ງທ້າທາຍໃນສະພາບການໃໝ່.

ການຢ້ຽມຢາມລາວຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ເລມິງຮຶງ ຖືກຄາດຫວັງວ່າຈະປະກອບສ່ວນນຳບັນດາຄຳໝັ້ນສັນຍາການຮ່ວມມືເຂົ້າສູ່ການປະຕິບັດຕົວຈິງ, ສ້າງໂອກາດເພີ່ມເຕີມໃນການຊຸກຍູ້ສາຍພົວພັນຫວຽດນາມ - ລາວ ໃຫ້ພັດທະນາໄປໃນທິດທາງທີ່ແທ້ຈິງ, ມີປະສິດທິຜົນ ແລະ ຍືນຍົງ, ຕອບສະໜອງຄວາມຮຽກຮ້ອງຕ້ອງການພັດທະນາຂອງແຕ່ລະປະເທດໃນໄລຍະຕໍ່ໄປ.

ສັບປະດາຜະລິດຕະພັນຫວຽດນາມ - ລາວ ເພີ່ມທະວີການເຊື່ອມຕໍ່ວິສາຫະກິດ ແລະ ຕະຫຼາດ ສັບປະດາຜະລິດຕະພັນຫວຽດນາມ - ລາວ ເພີ່ມທະວີການເຊື່ອມຕໍ່ວິສາຫະກິດ ແລະ ຕະຫຼາດ
ຍສໝ - ຕອນບ່າຍວັນທີ 1/10/2026 ທີ່ ຮ່າໂນ້ຍ, ສັບປະດາຜະລິດຕະພັນຫວຽດນາມ - ລາວ ພາຍໃຕ້ຫົວຂໍ້ “ດອກຈຳປາງາມ” ໄດ້ຈັດຂຶ້ນໃນຂອບໂຄງການ “ພະລັງຊີວິດສິນຄ້າຫວຽດ” ຄັ້ງທີ 14, ສ້າງພື້ນທີ່ໂຄສະນາບັນດາຜະລິດຕະພັນທີ່ເປັນເອກະລັກ, ເຊື່ອມຕໍ່ວິສາຫະກິດ ແລະ ຂະຫຍາຍໂອກາດຮ່ວມມືການຄ້າລະຫວ່າງສອງປະເທດ.
ທ່ານ ເລມິງຮຶງ ນາຍົກລັດຖະມົນຕີ ຈະຢ້ຽມຢາມລາວ ແລະ ກຳປູເຈຍ ຢ່າງເປັນທາງການ ທ່ານ ເລມິງຮຶງ ນາຍົກລັດຖະມົນຕີ ຈະຢ້ຽມຢາມລາວ ແລະ ກຳປູເຈຍ ຢ່າງເປັນທາງການ
ຍສໝ - ໂດຍຕອບຮັບຄຳເຊີນຂອງ ທ່ານ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີລາວ ແລະ ທ່ານ Hun Manet, ນາຍົກລັດຖະມົນຕີກຳປູເຈຍ, ທ່ານ ເລມິງຮຶງ, ນາຍົກລັດຖະມົນຕີ ຈະນຳພາຄະນະຜູ້ແທນຂັ້ນສູງຫວຽດນາມ ຢ້ຽມຢາມສອງປະເທດຢ່າງເປັນທາງການ ແຕ່ວັນທີ 8-10/10/2026.

ຄຳສີ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ