| ຫວຽດນາມ - ອິນເດຍ ເປີດພື້ນທີ່ຮ່ວມມືໃໝ່ ພາຍຫຼັງ 10 ປີແຫ່ງການເປັນຄູ່ຮ່ວມຍຸດທະສາດຮອບດ້ານ ຫວຽດນາມ - ໄທ ຊຸກຍູ້ສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານ ຈາກພື້ນຖານຄວາມຜູກພັນລະຫວ່າງປະຊາຊົນ |
ໃນພິທີພົບປະ, ທ່ານ Firdauz Bin Othman ກົງສຸນໃຫຍ່ ມາເລເຊຍ ປະຈຳ ນະຄອນ ໂຮ່ຈີມິນ ໄດ້ຍົກອອກ ບັນດາຕົວເລກອັນປະທັບໃຈ ທີ່ເປັນຫຼັກຖານໃຫ້ແກ່ ສາຍພົວພັນຄູ່ຮ່ວມທີ່ໄວ້ເນື້ອເຊື່ອໃຈ, ຜູກພັນ ລະຫວ່າງ ສອງປະເທດ ໃນທັງເວທີສອງຝ່າຍ, ເຂດອາຊຽນ ກໍ່ຄື ບັນດາເວທີປຶກສາຫາລືລະຫວ່າງຊາດ. ສະເພາະໃນປີ 2025, ມູນຄ່າການຄ້າທັງໝົດ ລະຫວ່າງ ສອງປະເທດ ໄດ້ບັນທຶກລະດັບການເພີ່ມຂຶ້ນ 19%, ບັນລຸ 21,59 ຕື້ໂດລາອາເມລິກາ. ຂົງເຂດການທ່ອງທ່ຽວ ກໍ່ສະແດງໃຫ້ເຫັນ ການແລກປ່ຽນຢ່າງຟົດຟື້ນ ເມື່ອ ຫວຽດນາມ ໄດ້ຕ້ອນຮັບ ນັກທ່ອງທ່ຽວ ມາເລເຊຍ 573.715 ເທື່ອຄົນ, ໃນຂະນະທີ່ ທາງກົງກັນຂ້າມ ມີນັກທ່ອງທ່ຽວ ຫວຽດນາມ 331.074 ເທື່ອຄົນ ເລືອກເອົາ ປະເທດເພື່ອນບ້ານ ເປັນຈຸດໝາຍປາຍທາງ. ສະເພາະຢູ່ທີ່ ຫົວໜ້າເສດຖະກິດ ນະຄອນ ໂຮ່ຈີມິນ, ກະແສທຶນການລົງທຶນ ຈາກ ມາເລເຊຍ ປະຈຸບັນ ບັນລຸ ປະມານ 6,1 ຕື້ໂດລາອາເມລິກາ, ໂດຍສຸມໃສ່ຢ່າງແຂງແຮງ ເຂົ້າໃນບັນດາຂົງເຂດ ຄື: ທະນາຄານ ແລະ ອະສັງຫາລິມະຊັບ. ໃນໂອກາດນີ້, ທ່ານ Firdauz Bin Othman ໄດ້ສົ່ງຄຳຂອບໃຈຢ່າງເລິກເຊິ່ງ ເຖິງ ອຳນາດການປົກຄອງນະຄອນ ທີ່ໄດ້ສ້າງເງື່ອນໄຂສະດວກດີຊ່ວຍ ໃຫ້ບັນດາຄະນະວິສາຫະກິດຂອງປະເທດເພື່ອນມິດ ມັ້ນໃຈລົງທຶນ ແລະ ຂະຫຍາຍຂອບເຂດ.
![]() |
| ບັນຍາກາດອັນຕ່າງໜ້າຕ່າງຕາ ໃນພິທີສະເລີມສະຫຼອງວັນຊາດ ຄົບຮອບ 69 ປີ ແລະ ວັນ ມາເລເຊຍ ທີ່ດຳເນີນໄປຢູ່ ນະຄອນ ໂຮ່ຈີມິນ. (ຮູບພາບ: HUFO) |
ຄຽງຄູ່ກັບຄວາມເຫັນດຽວກັນ ກ່ຽວກັບການຂະຫຍາຍຕົວອັນຮຸ່ງເຮືອງ ຂອງສາຍພົວພັນສອງປະເທດ, ທ່ານ ເຈີນຫງອກເຊີນ ປະທານສະມາຄົມມິດຕະພາບ ຫວຽດນາມ - ມາເລເຊຍ ຢູ່ ນະຄອນ ໂຮ່ຈີມິນ ເນັ້ນໜັກວ່າ ສາຍພົວພັນມິດຕະພາບມູນເຊື້ອ ແລະ ຄູ່ຮ່ວມຍຸດທະສາດຮອບດ້ານ ກຳລັງເກັບກ່ຽວຜົນຢ່າງຫຼວງຫຼາຍ ໃນຫຼາຍໆຂົງເຂດ ຕັ້ງແຕ່ ເສດຖະກິດ, ການຄ້າ, ການລົງທຶນ ຈົນເຖິງ ການສຶກສາ, ວັດທະນະທຳ, ການທ່ອງທ່ຽວ ແລະ ວິທະຍາສາດເຕັກນິກ. ເປັນພິເສດ ໃນວຽກງານການສຶກສາ ແລະ ການແລກປ່ຽນປະຊາຊົນ, ທ່ານ ໄດ້ຊີ້ໃຫ້ເຫັນທາງທີ່ມີນັກສຶກສາ ຫວຽດນາມ ເພີ່ມຂຶ້ນເລື່ອຍໆ ທີ່ມັ້ນໃຈເລືອກເອົາ ມາເລເຊຍ ເປັນສະພາບແວດລ້ອມການຮຽນຮູ້, ຄຽງຄູ່ກັບ ບັນດາໂຄງການເຊື່ອມໂຍງ, ແລກປ່ຽນ ລະຫວ່າງ ລະບົບການຝຶກອົບຮົມສອງຝ່າຍ ບໍ່ຢຸດຢັ້ງໃນການຂະຫຍາຍຕົວ. ແນ່ໃສ່ປະກອບສ່ວນຮັດແໜ້ນຄວາມ ເຂົ້າໃຈ ຊຶ່ງກັນ ແລະ ກັນ, ສະມາຄົມມິດຕະພາບ ຫວຽດນາມ - ມາເລເຊຍ ຢູ່ ນະຄອນ ໂຮ່ຈີມິນ ໃນໄລຍະຜ່ານມາ ໄດ້ສືບຕໍ່ຮັກສາ ບົດບາດເປັນຂົວຕໍ່ ໂດຍຜ່ານ ບັນດາກິດຈະກຳຕົວຈິງ ຄື: ຈັດຕັ້ງການສະເລີມສະຫຼອງ, ການແລກປ່ຽນວັດທະນະທຳ, ປຶກສາຫາລື ແລະ ເຊື່ອມໂຍງວິສາຫະກິດສອງຝ່າຍ.
![]() |
| ຕາງໜ້າສອງປະເທດ ພ້ອມກັບ ບັນດາແຂກຖືກເຊີນ ຮ່ວມກັນເກັບບັນທຶກຄວາມຮັກແພງ ຢູ່ທີ່ເຫດການ. (ຮູບພາບ: HUFO) |
ຍສໝ - ພາຍຫຼັງການຈັດຕັ້ງປະຕິບັດທົດລອງເປັນເວລາ 3 ປີກວ່າ, ການນຳໃຊ້ປື້ມບັນທຶກການຂຸດຄົ້ນສັດນ້ຳແບບເອເລັກໂຕຣນິກ ຢູ່ເທິງກຳປັ່ນຫາປາທາງໄກ ຢູ່ ນະຄອນ ໂຮ່ຈີມິນ ແມ່ນພວມຄ່ອຍໆສ້າງປະສິດທິຜົນໃຫ້ເຫັນຢ່າງຈະແຈ້ງ, ປະກອບສ່ວນເຂົ້າໃນການຫັນເປັນທັນສະໄໝວຽກງານຄຸ້ມຄອງຂະແໜງການປະມົງ, ຍົກສູງຄວາມໂປ່ງໃສຂອງຂໍ້ມູນ ແລະ ກວດກາການເຄື່ອນໄຫວຂຸດຄົ້ນຕາມລະບຽບການທີ່ວາງອອກ. |
ຍສໝ - ໃນບັນຍາກາດແຫ່ງການສະເຫຼີມສະຫຼອງ 51 ປີ ວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ (ວັນທີ 30 ເມສາ ປີ 1975 - ວັນທີ 30 ເມສາ ປີ 2026), “ງານວາງສະແດງ ແລະ ລາງວັນວິຈິດສິນ 2026 - ສິລະປະການປັ້ນຫຼໍ່ຂອງນະຄອນ ໃນຮອບ 5 ປີ” ໄດ້ໄຂຂຶ້ນໃນວັນທີ 27 ເມສາ ຢູ່ຫໍພິພິທະພັນວິຈິດສິນ ນະຄອນ ໂຮ່ຈີມິນ, ເຊິ່ງໄດ້ດຶງດູດບັນດາຜູ້ຊ່ຽວຊານ ແລະ ມວນຊົນທີ່ມັກຮັກໃນສິລະປະເຂົ້າຮ່ວມຢ່າງຫຼວງຫຼາຍ. |
ແທັງຮັ່ງ

