| ທ່ານ ເລມິງຮຶງ ນາຍົກລັດຖະມົນຕີ ຢ້ຽມຢາມລາວ, ກຳປູເຈຍ: ຊຸກຍູ້ການຮ່ວມມືໃຫ້ລົງເລິກ ແລະ ເປັນຮູບປະທຳ ການຢ້ຽມຢາມລາວຂອງທ່ານນາຍົກລັດຖະມົນຕີ ເລມິງຮຶງ ຊຸກຍູ້ການເຊື່ອມໂຍງທາງຍຸດທະສາດຫວຽດນາມ - ລາວ |
ໂດຍຕອບຮັບຄຳເຊີນຂອງທ່ານ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີແຫ່ງສາທາລະນະລັດປະຊາທິປະໄຕປະຊາຊົນລາວ ແລະ ທ່ານ ຮຸນ ມາແນດ, ນາຍົກລັດຖະມົນຕີແຫ່ງລາຊະອານາຈັກກຳປູເຈຍ, ທ່ານ ເລມິງຮຶງ, ນາຍົກລັດຖະມົນຕີຫວຽດນາມ ໄດ້ດຳເນີນການຢ້ຽມຢາມສອງປະເທດຢ່າງເປັນທາງການ ແຕ່ວັນທີ 8 ຫາ 10/10.
ນີ້ແມ່ນຄັ້ງທຳອິດທີ່ທ່ານນາຍົກລັດຖະມົນຕີ ເລມິງຮຶງ ຢ້ຽມຢາມລາວ ແລະ ກຳປູເຈຍ ຢ່າງເປັນທາງການ, ສະແດງເຖິງການໃຫ້ຄວາມສຳຄັນ ແລະ ບຸລິມະສິດສູງຂອງພັກ, ລັດ ແລະ ລັດຖະບານຫວຽດນາມ ຕໍ່ສາຍພົວພັນກັບສອງປະເທດເພື່ອນບ້ານ. ການຢ້ຽມຢາມຄັ້ງນີ້ປະກອບສ່ວນສືບຕໍ່ເຮັດໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ການເຊື່ອມໂຍງທາງຍຸດທະສາດຫວຽດນາມ - ລາວ ກໍຄືສາຍພົວພັນເພື່ອນບ້ານທີ່ດີ, ມິດຕະພາບດັ້ງເດີມ, ການຮ່ວມມືຮອບດ້ານ ແລະ ຍືນຍົງຍາວນານຫວຽດນາມ - ກຳປູເຈຍ ນັບມື້ນັບເລິກເຊິ່ງຂຶ້ນ.
![]() |
| ທ່ານ ເລມິງຮຶງ, ນາຍົກລັດຖະມົນຕີຫວຽດນາມ ໃນລະຫວ່າງການຢ້ຽມຢາມລາວ ແລະ ກຳປູເຈຍ. |
ປັບປຸງການເຊື່ອມໂຍງທາງຍຸດທະສາດຫວຽດນາມ - ລາວ
ຜ່ານການຮ່ວມກັນສ້າງສາ ແລະ ທະນຸບຳລຸງຂອງການນຳ ແລະ ປະຊາຊົນຫຼາຍຮຸ່ນຄົນຂອງສອງປະເທດ, ສາຍພົວພັນຫວຽດນາມ - ລາວ ໄດ້ກາຍເປັນແບບຢ່າງພິເສດຂອງມິດຕະພາບທີ່ຈິງໃຈ, ບໍລິສຸດຜຸດຜ່ອງ ແລະ ຫາຍາກໃນສາຍພົວພັນສາກົນ. ບົນພື້ນຖານນັ້ນ, ສາຍພົວພັນສອງປະເທດໄດ້ຮັບການປັບປຸງ ແລະ ພັດທະນາຢ່າງບໍ່ຢຸດຢັ້ງ, ນັບມື້ນັບກວ້າງຂວາງ, ເລິກເຊິ່ງ ແລະ ແໜ້ນແຟ້ນຂຶ້ນໃນທຸກຂົງເຂດ.
ຫວຽດນາມຍຶດໝັ້ນການໃຫ້ບຸລິມະສິດສູງສຸດແກ່ສາຍພົວພັນກັບລາວ, ສືບຕໍ່ຄຽງຂ້າງ, ສະໜັບສະໜູນ ແລະ ແບ່ງປັນກັບປະເທດເພື່ອນມິດໃນຂະບວນການພັດທະນາ. ສອງປະເທດມີຄວາມຕັ້ງໃຈຮ່ວມກັນໃນການຮັກສາ, ສົ່ງເສີມ ແລະ ຍົກສູງປະສິດທິຜົນຂອງການຮ່ວມມືສອງຝ່າຍ. ຄວາມຜູກພັນ, ຄວາມໄວ້ເນື້ອເຊື່ອໃຈທາງການເມືອງ ແລະ ການປະສານສົມທົບຢ່າງສະໝ່ຳສະເໝີລະຫວ່າງການນຳຂັ້ນສູງຂອງສອງປະເທດ ສືບຕໍ່ເປັນພື້ນຖານສຳຄັນໃນການປັບປຸງ ແລະ ຍົກລະດັບສາຍພົວພັນທາງການເມືອງ.
ສອງຝ່າຍພວມຍູ້ແຮງການຫັນເນື້ອໃນຂອງການເຊື່ອມໂຍງທາງຍຸດທະສາດໃຫ້ເປັນຮູບປະທຳໃນບັນດາຂົງເຂດ, ພ້ອມທັງປະສານສົມທົບຜັນຂະຫຍາຍບັນດາຜົນສຳເລັດທີ່ບັນລຸໄດ້ຈາກການພົບປະຂັ້ນສູງລະຫວ່າງສອງກົມການເມືອງ ປີ 2026, ການພົບປະລະຫວ່າງຜູ້ນຳສູງສຸດຂອງສາມພັກ, ກອງປະຊຸມຄັ້ງທີ 48 ຂອງຄະນະກຳມະການຮ່ວມລັດຖະບານຫວຽດນາມ - ລາວ ແລະ ບັນດາການຢ້ຽມຢາມຂັ້ນສູງລະຫວ່າງສອງປະເທດ.
ພ້ອມກັນນັ້ນ, ບັນດາຖະແຫຼງການຮ່ວມ, ຂໍ້ຕົກລົງຂັ້ນສູງ ແລະ ແຜນການຮ່ວມມືລະຫວ່າງສອງລັດຖະບານ ຍັງຄົງໄດ້ຮັບການປະຕິບັດຢ່າງຈິງຈັງ, ໂດຍສຸມໃສ່ບັນດາຂົງເຂດ ແລະ ໜ້າທີ່ຈຸດສຸມ.
ຈາກພື້ນຖານຄວາມໄວ້ເນື້ອເຊື່ອໃຈທາງການເມືອງອັນພິເສດ, ການຮ່ວມມືຫວຽດນາມ - ລາວ ນັບມື້ນັບມຸ່ງໄປສູ່ການເກື້ອກູນຊ່ວຍເຫຼືອກັນ ແລະ ການເຊື່ອມໂຍງຜົນປະໂຫຍດຢ່າງເປັນຮູບປະທຳ, ຄຽງຄູ່ກັບການຮັກສາມູນເຊື້ອແຫ່ງການຄຽງຂ້າງ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນການພັດທະນາປະເທດ.
ໃນນັ້ນ, ເສດຖະກິດ, ການຄ້າ ແລະ ການລົງທຶນ ພວມຄ່ອຍໆຢືນຢັນບົດບາດເປັນໜຶ່ງໃນບັນດາເສົາຄ້ຳສຳຄັນຂອງສາຍພົວພັນສອງຝ່າຍ. ສອງປະເທດໃຫ້ບຸລິມະສິດຊຸກຍູ້ການເຊື່ອມໂຍງເສດຖະກິດ ຜ່ານການເຊື່ອມຕໍ່ໂຄງລ່າງຄົມມະນາຄົມ, ພະລັງງານ, ໂທລະຄົມ ແລະ ໂລຈິສຕິກ, ຜ່ານນັ້ນປະກອບສ່ວນເປີດກວ້າງພື້ນທີ່ ແລະ ສ້າງແຮງຂັບເຄື່ອນການພັດທະນາໃຫ້ແກ່ແຕ່ລະຝ່າຍ.
ບັນດາຂົງເຂດການສຶກສາ - ຝຶກອົບຮົມ, ການພັດທະນາຊັບພະຍາກອນມະນຸດ, ວິທະຍາສາດ - ເຕັກໂນໂລຊີ, ວັດທະນະທຳ, ການແລກປ່ຽນປະຊາຊົນ ແລະ ການຮ່ວມມືລະຫວ່າງບັນດາທ້ອງຖິ່ນ ກໍສືບຕໍ່ໄດ້ຮັບຄວາມເອົາໃຈໃສ່, ເປີດກວ້າງ ແລະ ຍົກສູງປະສິດທິຜົນ.
ເປີດກວ້າງການຮ່ວມມືຮອບດ້ານຫວຽດນາມ - ກຳປູເຈຍ
ສຳລັບກຳປູເຈຍ, ສາຍພົວພັນມິດຕະພາບລະຫວ່າງສອງປະເທດ ໄດ້ຮັບການສ້າງຂຶ້ນຈາກປະຫວັດສາດແຫ່ງຄວາມຜູກພັນອັນຍາວນານ, ໂດຍຄວາມສາມັກຄີລະຫວ່າງສອງພັກ, ສອງປະເທດ ເປັນຊັບສົມບັດອັນລ້ຳຄ່າທີ່ຕ້ອງສືບຕໍ່ຮັກສາ ແລະ ສົ່ງເສີມ.
ສາຍພົວພັນທາງການເມືອງ ແລະ ການທູດ ມີບົດບາດກຳນົດທິດທາງຕະຫຼອດຂະບວນການຮ່ວມມືຫວຽດນາມ - ກຳປູເຈຍ. ສອງປະເທດຮັກສາການພົບປະ, ການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ຂັ້ນຕ່າງໆຢ່າງສະໝ່ຳສະເໝີ, ພ້ອມທັງປະສານສົມທົບຜັນຂະຫຍາຍບັນດາກົນໄກການຮ່ວມມືສອງຝ່າຍຜ່ານຊ່ອງທາງຕ່າງໆ.
ຄວາມໄວ້ເນື້ອເຊື່ອໃຈທາງການເມືອງສືບຕໍ່ໄດ້ຮັບການເພີ່ມທະວີຜ່ານບັນດາກິດຈະກຳການຕ່າງປະເທດທີ່ສຳຄັນ, ໂດຍພົ້ນເດັ່ນແມ່ນການຢ້ຽມຢາມກຳປູເຈຍຂອງທ່ານ ໂຕເລິມ, ເລຂາທິການໃຫຍ່ ແລະ ການຮ່ວມເປັນປະທານການພົບປະລະຫວ່າງສອງພັກ ແລະ ສາມພັກ ໃນເດືອນ 2/2026; ການຢ້ຽມຢາມຫວຽດນາມຢ່າງເປັນທາງການ, ເຂົ້າຮ່ວມ ແລະ ກ່າວຄຳປາໄສທີ່ເວທີປາໄສອະນາຄົດອາຊຽນ ຄັ້ງທີ 3 ຂອງທ່ານນາຍົກລັດຖະມົນຕີ ຮຸນ ມາແນດ ໃນເດືອນ 6/2026; ພ້ອມກັບການຢ້ຽມຢາມຫວຽດນາມຢ່າງເປັນທາງການຂອງທ່ານນາງ ສົມເດັດ ຄວນ ສຸດາຣີ, ປະທານລັດຖະສະພາກຳປູເຈຍ ໃນເດືອນ 7/2026.
ບົນພື້ນຖານນັ້ນ, ສາຍພົວພັນເພື່ອນບ້ານທີ່ດີ, ມິດຕະພາບດັ້ງເດີມ, ການຮ່ວມມືຮອບດ້ານ ແລະ ຍືນຍົງຍາວນານຫວຽດນາມ - ກຳປູເຈຍ ນັບມື້ນັບເຂົ້າສູ່ລວງເລິກ, ມຸ່ງໄປສູ່ປະສິດທິຜົນທີ່ເປັນຮູບປະທຳ.
ການຮ່ວມມືດ້ານປ້ອງກັນຊາດ ແລະ ຄວາມປອດໄພ ສືບຕໍ່ຮັກສາບົດບາດເປັນເສົາຄ້ຳສຳຄັນ. ສອງປະເທດປະສານສົມທົບປະຕິບັດບັນດາໜ້າທີ່ຢ່າງມີປະສິດທິຜົນ ເພື່ອຮັກສາສະຖຽນລະພາບທາງການເມືອງ, ຮັບປະກັນການປ້ອງກັນຊາດ, ຄວາມປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພຂອງສັງຄົມໃນແຕ່ລະປະເທດ.
ພ້ອມກັນນັ້ນ, ການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ ສືບຕໍ່ມີບົດບາດເປັນແຮງຂັບເຄື່ອນຊຸກຍູ້ການຮ່ວມມືສອງຝ່າຍ. ໃນ 8 ເດືອນຕົ້ນປີ 2026, ມູນຄ່າການຄ້າສອງທິດທາງຫວຽດນາມ - ກຳປູເຈຍ ບັນລຸເກືອບ 8,7 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 8,3% ເມື່ອທຽບກັບໄລຍະດຽວກັນຂອງປີ 2025.
ການຮ່ວມມືໃນບັນດາຂົງເຂດການສຶກສາ, ວັດທະນະທຳ, ສັງຄົມ ແລະ ການຕ່າງປະເທດປະຊາຊົນ ກໍນັບມື້ນັບໄດ້ຮັບການເປີດກວ້າງ, ສ້າງຜົນສະທ້ອນໃນວົງກວ້າງຕໍ່ສາຍພົວພັນລະຫວ່າງສອງປະເທດ.
ສ້າງແຮງຂັບເຄື່ອນໃໝ່ໃຫ້ແກ່ການຮ່ວມມືໃນໄລຍະພັດທະນາໃໝ່
ການຢ້ຽມຢາມລາວ ແລະ ກຳປູເຈຍ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ເລມິງຮຶງ ແມ່ນກິດຈະກຳທີ່ຫັນແນວທາງການຕ່າງປະເທດທີ່ໄດ້ກຳນົດໄວ້ໃນກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ ແລະ ບັນດາມະຕິຍຸດທະສາດຂອງກົມການເມືອງ ໃຫ້ເປັນຮູບປະທຳ, ໃນນັ້ນສືບຕໍ່ໃຫ້ບຸລິມະສິດສູງແກ່ສາຍພົວພັນກັບສອງປະເທດເພື່ອນບ້ານ.
ຜ່ານການຢ້ຽມຢາມຄັ້ງນີ້, ຫວຽດນາມຢືນຢັນຄືນອີກຄັ້ງເຖິງແນວທາງທີ່ໝັ້ນຄົງສະເໝີຕົ້ນສະເໝີປາຍ ໃນການໃຫ້ຄວາມສຳຄັນ, ປັບປຸງ ແລະ ພັດທະນາສາຍພົວພັນມິດຕະພາບ ແລະ ການຮ່ວມມືກັບລາວ ແລະ ກຳປູເຈຍ ຢ່າງບໍ່ຢຸດຢັ້ງ.
ນີ້ຍັງເປັນໂອກາດໃຫ້ທ່ານນາຍົກລັດຖະມົນຕີຫວຽດນາມ ພ້ອມກັບການນຳສອງປະເທດ ໄດ້ແລກປ່ຽນບັນດາມາດຕະການ ເພື່ອຫັນບັນດາຄວາມຮັບຮູ້ຮ່ວມກັນ, ຄຳໝັ້ນສັນຍາ ແລະ ຂໍ້ຕົກລົງຂັ້ນສູງ ໃຫ້ກາຍເປັນຜົນສຳເລັດການຮ່ວມມືທີ່ເປັນຮູບປະທຳ. ຈຸດສຸມແມ່ນການຍົກສູງປະສິດທິຜົນການເຄື່ອນໄຫວຂອງບັນດາກົນໄກການຮ່ວມມືສອງຝ່າຍ, ຊຸກຍູ້ການເຊື່ອມໂຍງໂຄງລ່າງ, ເປີດກວ້າງການຄ້າ, ການລົງທຶນ ແລະ ເພີ່ມທະວີການເຊື່ອມຕໍ່ທາງເສດຖະກິດ.
ໃນຂົງເຂດການຄ້າ, ຫວຽດນາມມຸ່ງໄປສູ່ເປົ້າໝາຍຍົກລະດັບມູນຄ່າການຄ້າສອງຝ່າຍກັບລາວຂຶ້ນເປັນ 10 ຕື້ໂດລາສະຫະລັດ ແລະ ກັບກຳປູເຈຍຂຶ້ນເປັນ 20 ຕື້ໂດລາສະຫະລັດ.
ນອກຈາກການຮ່ວມມືດ້ານເສດຖະກິດ, ການຢ້ຽມຢາມຍັງຖືກຄາດຫວັງວ່າຈະຊຸກຍູ້ບັນດາຂົງເຂດການສຶກສາ - ຝຶກອົບຮົມ, ການພັດທະນາຊັບພະຍາກອນມະນຸດ, ວິທະຍາສາດ - ເຕັກໂນໂລຊີ, ວັດທະນະທຳ, ການທ່ອງທ່ຽວ ແລະ ການແລກປ່ຽນປະຊາຊົນ.
ການນຳຫວຽດນາມ, ລາວ ແລະ ກຳປູເຈຍ ຍັງຈະແລກປ່ຽນກ່ຽວກັບບັນດາບັນຫາພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງໃຫ້ຄວາມສົນໃຈ, ແບ່ງປັນວິໄສທັດ ແລະ ທິດທາງການປະສານສົມທົບຢູ່ອາຊຽນ, ສະຫະປະຊາຊາດ ພ້ອມທັງບັນດາກົນໄກຫຼາຍຝ່າຍອື່ນໆ.
ດ້ວຍຄວາມໝາຍສຳຄັນທາງການຕ່າງປະເທດ, ການຢ້ຽມຢາມຄັ້ງນີ້ສະແດງເຖິງຈິດໃຈເປັນເຈົ້າການ ແລະ ຫ້າວຫັນຂອງຜູ້ນຳລັດຖະບານຫວຽດນາມ ໃນການເພີ່ມທະວີ ແລະ ເຮັດໃຫ້ສາຍພົວພັນມິດຕະພາບດັ້ງເດີມ, ການຮ່ວມມືຮອບດ້ານກັບລາວ ແລະ ກຳປູເຈຍ ນັບມື້ນັບເລິກເຊິ່ງຂຶ້ນ. ພ້ອມກັນນັ້ນ, ກິດຈະກຳນີ້ຍັງສືບຕໍ່ຢືນຢັນບັນດາຈຸດສຸມ ແລະ ບຸລິມະສິດໃນນະໂຍບາຍການຕ່າງປະເທດຂອງຫວຽດນາມໃນອາຍຸການໃໝ່.
ປີ 2027 ເປັນປີທີ່ມີຫຼາຍເຫດການສຳຄັນຕໍ່ສາຍພົວພັນລະຫວ່າງຫວຽດນາມກັບສອງປະເທດເພື່ອນບ້ານ. ຫວຽດນາມ ແລະ ລາວ ຈະສະຫຼອງ 65 ປີແຫ່ງວັນສ້າງຕັ້ງສາຍພົວພັນການທູດ, 50 ປີແຫ່ງວັນລົງນາມໃນສົນທິສັນຍາມິດຕະພາບ ແລະ ການຮ່ວມມື; ຫວຽດນາມ ແລະ ກຳປູເຈຍ ຈະສະຫຼອງ 60 ປີແຫ່ງວັນສ້າງຕັ້ງສາຍພົວພັນການທູດ.
ໃນສະພາບການດັ່ງກ່າວ, ການຢ້ຽມຢາມຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ເລມິງຮຶງ ຖືກຄາດຫວັງວ່າຈະສືບຕໍ່ທະນຸບຳລຸງມິດຕະພາບ ແລະ ຄວາມຜູກພັນລະຫວ່າງປະຊາຊົນຫວຽດນາມກັບປະຊາຊົນລາວ ແລະ ກຳປູເຈຍ, ພ້ອມທັງສ້າງແຮງຂັບເຄື່ອນເພີ່ມເຕີມເພື່ອຊຸກຍູ້ການຮ່ວມມືສອງຝ່າຍໃຫ້ນັບມື້ນັບມີປະສິດທິຜົນ ແລະ ເປັນຮູບປະທຳຫຼາຍຂຶ້ນ, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຂອງພາກພື້ນ.
ຍສໝ - ໂດຍຕອບຮັບຄຳເຊີນຂອງ ທ່ານ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີລາວ ແລະ ທ່ານ Hun Manet, ນາຍົກລັດຖະມົນຕີກຳປູເຈຍ, ທ່ານ ເລມິງຮຶງ, ນາຍົກລັດຖະມົນຕີ ຈະນຳພາຄະນະຜູ້ແທນຂັ້ນສູງຫວຽດນາມ ຢ້ຽມຢາມສອງປະເທດຢ່າງເປັນທາງການ ແຕ່ວັນທີ 8-10/10/2026. |
ວັນທີ 5 ຕຸລາ, ທີ່ກອງປະຊຸມສະໄໝສາມັນເທື່ອທີ 2, ສະພາແຫ່ງຊາດຊຸດທີ X ຂອງ ສປປ ລາວ ໄດ້ເລືອກຕັ້ງທ່ານ ສອນໄຊ ສີພັນດອນ ດຳລົງຕຳແໜ່ງເປັນປະທານສະພາແຫ່ງຊາດ ແລະ ທ່ານ ສະເຫຼີມໄຊ ກົມມະສິດ ດຳລົງຕຳແໜ່ງນາຍົກລັດຖະມົນຕີແຫ່ງປະເທດ ສປປ ລາວ. |
ດວງດີ
