| ຈົດໝາຍອວຍພອນການນຳ ສປປ ລາວ ທ່ານ ເລມິງຮຶງ ນາຍົກລັດຖະມົນຕີ ຢ້ຽມຢາມລາວ, ກຳປູເຈຍ: ຊຸກຍູ້ການຮ່ວມມືໃຫ້ລົງເລິກ ແລະ ເປັນຮູບປະທຳ |
ຕອນບ່າຍວັນທີ 6/10, ຢູ່ຮ່າໂນ້ຍ, ສະຖານທູດ ປາກິດສະຖານປະຈຳຫວຽດນາມ ປະສານສົມທົບກັບວິທະຍາໄລການຄ້າ ແລະ ການທ່ອງທ່ຽວຮ່າໂນ້ຍ ຈັດໂຄງການແລກປ່ຽນດົນຕີ, ວັດທະນະທຳ Saakin Live in Hanoi: A Musical Journey of Sufi Heritage. ເຂົ້າຮ່ວມງານມີບັນດານັກການທູດ, ແຂກຖືກເຊີນ ພ້ອມດ້ວຍຄູອາຈານ ແລະ ນັກສຶກສາຂອງວິທະຍາໄລຈຳນວນຫຼາຍ.
ກ່າວຄຳປາໄສໃນໂຄງການ, ທ່ານນາງ ປອ. ຈິ້ງທິທູຮ່າ, ອະທິການບໍດີວິທະຍາໄລການຄ້າ ແລະ ການທ່ອງທ່ຽວຮ່າໂນ້ຍ ໃຫ້ຮູ້ວ່າ ງານດັ່ງກ່າວດຳເນີນຂຶ້ນໃນໄລຍະທີ່ຮ່າໂນ້ຍກາຍເປັນບ່ອນໂຮມຕົວຂອງຫຼາຍວັດທະນະທຳ ໃນຂອບເຂດງານບຸນວັດທະນະທຳໂລກ ຄັ້ງທີສອງ ດ້ວຍການເຂົ້າຮ່ວມຂອງປະມານ 50 ປະເທດ.
![]() |
| ຄູອາຈານ ແລະ ນັກສຶກສາວິທະຍາໄລການຄ້າ ແລະ ການທ່ອງທ່ຽວຮ່າໂນ້ຍ ຮ່ວມກັນຮ້ອງເພງ “ຮ່ວມມືກັນເປັນວົງມົນໃຫຍ່” ມອບໃຫ້ແກ່ວົງດົນຕີ Saakin ແລະ ສະຖານທູດ ປາກິດສະຖານ. |
ຕາມທ່ານນາງແລ້ວ, ບັນດາກິດຈະກຳແລກປ່ຽນເຊັ່ນນີ້ ປະກອບສ່ວນນຳວັດທະນະທຳເຂົ້າໃກ້ສາທາລະນະຊົນ, ເປີດກວ້າງພື້ນທີ່ສົນທະນາ ແລະ ຊ່ວຍໃຫ້ຄົນຮຸ່ນໜຸ່ມເຂົ້າໃຈຫຼາຍຂຶ້ນກ່ຽວກັບຄວາມຫຼາກຫຼາຍທາງວັດທະນະທຳ. ສຽງເພງ Sufi ຂອງ ປາກິດສະຖານຢູ່ຮ່າໂນ້ຍ ຍັງສະແດງໃຫ້ເຫັນວ່າ ດົນຕີສາມາດກ້າວຂ້າມຊາຍແດນ, ກາຍເປັນຂົວເຊື່ອມຊຸກຍູ້ການຕ່າງປະເທດປະຊາຊົນ ແລະ ສາຍພົວພັນມິດຕະພາບຫວຽດນາມ - ປາກິດສະຖານ.
ທ່ານ Kohdayar Marri, ເອກອັກຄະລັດຖະທູດ ປາກິດສະຖານປະຈຳຫວຽດນາມ ໃຫ້ຮູ້ວ່າ Saakin Live ແມ່ນໜຶ່ງໃນຈຸດເດັ່ນຂອງບັນດາກິດຈະກຳໂຄສະນາວັດທະນະທຳ ປາກິດສະຖານຢູ່ຫວຽດນາມ. ຜ່ານດົນຕີ ແລະ ການແລກປ່ຽນ, ປາກິດສະຖານປາດຖະໜາຢາກແນະນຳຢ່າງກວ້າງຂວາງ ແລະ ເລິກເຊິ່ງຍິ່ງຂຶ້ນ ກ່ຽວກັບວັດທະນະທຳ, ສິລະປະ, ຄວາມງາມ ແລະ ທ່າແຮງດ້ານການທ່ອງທ່ຽວຂອງປະເທດ ໃຫ້ແກ່ສາທາລະນະຊົນຫວຽດນາມ.
ທ່ານເອກອັກຄະລັດຖະທູດໃຫ້ຮູ້ວ່າ ສະຖານທູດຈະສືບຕໍ່ຮັກສາບັນດາກິດຈະກຳແລກປ່ຽນ, ພ້ອມທັງຜັນຂະຫຍາຍບັນດາໂຄງການໃນຂອບເຂດກອງປະຊຸມ Halal, ງານວາງສະແດງເສດຖະກິດ, ການທ່ອງທ່ຽວ, ງານບຸນອາຫານ ແລະ ບັນດາງານວາງສະແດງວັດທະນະທຳ. ສອງຝ່າຍຍັງຊຸກຍູ້ການແລກປ່ຽນຄະນະ, ຜ່ານນັ້ນເພີ່ມທະວີການເຊື່ອມຕໍ່ປະຊາຊົນ.
ໃນໂຄງການ, ວົງດົນຕີ Saakin ໄດ້ສະແດງບັນດາບົດເພງ Sik Mitran, Intebah, Tere Ishq Main ແລະ Sakhi Lajpaal Hussain. ສຽງເພງທີ່ເຕັມໄປດ້ວຍສີສັນທາງຈິດວິນຍານ Sufi ໄດ້ນຳຜູ້ຊົມເຂົ້າໃກ້ຊີວິດທາງຈິດໃຈ ແລະ ຄວາມເລິກເຊິ່ງທາງວັດທະນະທຳຂອງ ປາກິດສະຖານຫຼາຍຂຶ້ນ.
ປິດທ້າຍໂຄງການ, ຄູອາຈານ ແລະ ນັກສຶກສາວິທະຍາໄລການຄ້າ ແລະ ການທ່ອງທ່ຽວຮ່າໂນ້ຍ ໄດ້ຮ່ວມກັນຮ້ອງເພງ ຮ່ວມມືກັນເປັນວົງມົນໃຫຍ່ ເພື່ອມອບໃຫ້ແກ່ບັນດາສິລະປິນ Saakin ແລະ ສະຖານທູດ ປາກິດສະຖານ.
ບັນດາສະມາຊິກວົງ Saakin ແບ່ງປັນຄວາມປາດຖະໜາວ່າ ຜູ້ຊົມຫວຽດນາມຈະສາມາດສຳຜັດໄດ້ເຖິງຄວາມອົບອຸ່ນ, ເປີດໃຈ ແລະ ອຸດົມດ້ວຍອາລົມຄວາມຮູ້ສຶກຂອງຊາວ ປາກິດສະຖານ ຜ່ານດົນຕີ. ຕາມບັນດາສິລະປິນ, ດົນຕີດັ້ງເດີມຂອງຫວຽດນາມ ແລະ ປາກິດສະຖານ ມີຫຼາຍຈຸດຄ້າຍຄືກັນ ໃນການນຳໃຊ້ເຄື່ອງດົນຕີ, ການເລົ່າເລື່ອງ ແລະ ການຖ່າຍທອດອາລົມຄວາມຮູ້ສຶກ.
“ດົນຕີແມ່ນຈຸດຮ່ວມເພື່ອເຊື່ອມຕໍ່ບັນດາອາລົມຄວາມຮູ້ສຶກເຫຼົ່ານັ້ນ”, ບັນດາສິລະປິນ Saakin ແບ່ງປັນ, ພ້ອມທັງຄາດຫວັງວ່າ ໂຄງການຢູ່ຮ່າໂນ້ຍຈະເປີດໂອກາດໃຫ້ມີການພົບປະ ແລະ ສົນທະນາຜ່ານດົນຕີລະຫວ່າງຫວຽດນາມ ແລະ ປາກິດສະຖານ ຫຼາຍຂຶ້ນ.
ຍສໝ - ສະຖານທູດ ຫວຽດນາມ ປະຈຳ ປາກິດສະຖານ ຫາກໍ່ເປີດຮ້ານສົ່ງເສີມການຄ້າ ແລະ ການທ່ອງທ່ຽວ ຫວຽດນາມ ໃນຂອບເຂດງານຕະຫຼາດນັດການທ່ອງທ່ຽວສາກົນ ຢູ່ ອີລາມາບາດ, ເພື່ອແນໃສ່ສ້າງກາລະໂອກາດຮ່ວມມືດ້ານເສດຖະກິດ, ຊຸກຍູ້ການພົບປະແລກປ່ຽນວັດທະນະທຳ, ດຶງດູດຄວາມສົນໃຈຂອງເພື່ອນມິດສາກົນ ແລະ ປະຊາຊົນທ້ອງຖິ່ນ. |
ຍສໝ - ຫວ່າງເບື້ອງຕົ້ນນີ້, ຄະນະຜູ້ແທນ ໂດຍທ່ານ Kohdayar Marri ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ອິດສະລາມ ປາກິດສະຖານ ປະຈຳ ຫວຽດນາມ ເປັນຫົວໜ້າຄະນະ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ທີ່ ນະຄອນ ເກີນເທີ, ແລກປ່ຽນກ່ຽວກັບທ່າແຮງການຊຸກຍູ້ການຮ່ວມມືດ້ານການຄ້າ ລະຫວ່າງ ສອງຝ່າຍ ພາຍໃນໄລຍະຈະມາເຖິງ. |
ດວງດີ
