ທ່ານ ເລມິງຮຶງ ນາຍົກລັດຖະມົນຕີ ຢ້ຽມຢາມລາວ, ກຳປູເຈຍ: ຊຸກຍູ້ການຮ່ວມມືໃຫ້ລົງເລິກ ແລະ ເປັນຮູບປະທຳ

14:55 | 07/10/2026

ຍສໝ - ຕາມທ່ານ ຫງວຽນແມ້ງເກື່ອງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ການຢ້ຽມຢາມລາວ ແລະ ກຳປູເຈຍ ຢ່າງເປັນທາງການຂອງທ່ານ ເລມິງຮຶງ ນາຍົກລັດຖະມົນຕີ ຈະປະກອບສ່ວນຫັນບັນດາຂໍ້ຕົກລົງຂັ້ນສູງໃຫ້ເປັນຮູບປະທຳ, ສ້າງແຮງຂັບເຄື່ອນເພີ່ມເຕີມໃຫ້ແກ່ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ການເຊື່ອມຕໍ່ໂຄງລ່າງ, ການສຶກສາ - ການຝຶກອົບຮົມ ແລະ ການແລກປ່ຽນປະຊາຊົນ ລະຫວ່າງຫວຽດນາມກັບສອງປະເທດເພື່ອນບ້ານ.

ຜະລິດຕະພັນຫວຽດນາມ - ລາວ ຫຼາຍກວ່າ 100 ລາຍການ ມາລວມຕົວກັນທີ່ ຮ່າໂນ້ຍ ຈົດໝາຍອວຍພອນການນຳ ສປປ ລາວ

ກ່ອນການຢ້ຽມຢາມສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ລາຊະອານາຈັກກຳປູເຈຍ ຢ່າງເປັນທາງການ ຂອງທ່ານ ເລມິງຮຶງ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ, ທ່ານ ຫງວຽນແມ້ງເກື່ອງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ໃຫ້ສຳພາດສື່ມວນຊົນກ່ຽວກັບຈຸດປະສົງ, ຄວາມໝາຍຂອງການຢ້ຽມຢາມ ກໍຄືແນວໂນ້ມສາຍພົວພັນລະຫວ່າງຫວຽດນາມກັບສອງປະເທດເພື່ອນບ້ານ.

ທ່ານ ເລມິງຮຶງ ນາຍົກລັດຖະມົນຕີ ຢ້ຽມຢາມລາວ, ກຳປູເຈຍ: ຊຸກຍູ້ການຮ່ວມມືໃຫ້ລົງເລິກ ແລະ ເປັນຮູບປະທຳ
ທ່ານ ຫງວຽນແມ້ງເກື່ອງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໃຫ້ສຳພາດສື່ມວນຊົນກ່ຽວກັບການຢ້ຽມຢາມລາວ ແລະ ກຳປູເຈຍ ຢ່າງເປັນທາງການຂອງທ່ານ ເລມິງຮຶງ ນາຍົກລັດຖະມົນຕີ.

ຂໍຮຽນທ່ານ, ທ່ານ ເລມິງຮຶງ ນາຍົກລັດຖະມົນຕີ ກຳລັງຈະຢ້ຽມຢາມລາວ ແລະ ກຳປູເຈຍ ຢ່າງເປັນທາງການ. ຂໍທ່ານຊ່ວຍໃຫ້ຮູ້ເຖິງຄວາມໝາຍ, ຈຸດປະສົງ ແລະ ຄວາມສຳຄັນຂອງການຢ້ຽມຢາມຄັ້ງນີ້ໄດ້ບໍ?

ທ່ານ ຫງວຽນແມ້ງເກື່ອງ, ຮອງລັດຖະມົນຕີ: ຕາມຄຳເຊີນຂອງທ່ານ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ທ່ານ Hun Manet, ນາຍົກລັດຖະມົນຕີແຫ່ງລາຊະອານາຈັກກຳປູເຈຍ, ທ່ານ ເລມິງຮຶງ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງລັດຖະບານຫວຽດນາມ ຈະຢ້ຽມຢາມລາວຢ່າງເປັນທາງການ ແຕ່ວັນທີ 8-9/10/2026 ແລະ ກຳປູເຈຍ ແຕ່ວັນທີ 9-10/10/2026.

ນີ້ແມ່ນການຢ້ຽມຢາມລາວ ແລະ ກຳປູເຈຍ ຢ່າງເປັນທາງການຄັ້ງທຳອິດຂອງທ່ານ ເລມິງຮຶງ ນາຍົກລັດຖະມົນຕີ, ຜ່ານນັ້ນສືບຕໍ່ຢືນຢັນການໃຫ້ຄວາມສຳຄັນ ແລະ ບຸລິມະສິດສູງຂອງພັກ, ລັດ ແລະ ລັດຖະບານຫວຽດນາມ ຕໍ່ສາຍພົວພັນກັບສອງປະເທດເພື່ອນບ້ານ.

ການຢ້ຽມຢາມປະກອບສ່ວນເຮັດໃຫ້ສາຍພົວພັນ “ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ, ຄວາມເຊື່ອມໂຍງຍຸດທະສາດ” ຫວຽດນາມ - ລາວ ແລະ ສາຍພົວພັນ “ເພື່ອນບ້ານທີ່ດີ, ມິດຕະພາບດັ້ງເດີມ, ການຮ່ວມມືຮອບດ້ານ, ຍືນຍົງຍາວນານ” ຫວຽດນາມ - ກຳປູເຈຍ ນັບມື້ນັບເລິກເຊິ່ງຂຶ້ນ.

ໃນສະພາບການທີ່ສະຖານະການໂລກ ແລະ ພາກພື້ນມີຫຼາຍການຜັນແປທີ່ສັບສົນ ແລະ ຄາດຄະເນໄດ້ຍາກ, ການຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ ແລະ ເພີ່ມທະວີການຮ່ວມມືກັບບັນດາປະເທດເພື່ອນບ້ານ ຍິ່ງມີຄວາມໝາຍສຳຄັນ. ຈຸດສຸມຂອງການຢ້ຽມຢາມແມ່ນຊຸກຍູ້ການຜັນຂະຫຍາຍບັນດາຂໍ້ຕົກລົງ, ຄຳໝັ້ນສັນຍາ ທີ່ການນຳຂັ້ນສູງຫວຽດນາມໄດ້ເຫັນດີຮ່ວມກັບການນຳຂັ້ນສູງລາວ ແລະ ກຳປູເຈຍ ໃນໄລຍະຜ່ານມາ.

ສຳລັບລາວ, ການຢ້ຽມຢາມດຳເນີນຂຶ້ນພຽງບໍ່ກີ່ວັນ ຫຼັງຈາກສະພາແຫ່ງຊາດລາວເລືອກຕັ້ງສະຫາຍ ສະເຫຼີມໄຊ ກົມມະສິດ ດຳລົງຕຳແໜ່ງນາຍົກລັດຖະມົນຕີ, ສ້າງເງື່ອນໄຂໃຫ້ນາຍົກລັດຖະມົນຕີສອງປະເທດໄດ້ແລກປ່ຽນແຕ່ຫົວທີ ກ່ຽວກັບທິດທາງ ແລະ ມາດຕະການເພີ່ມທະວີການຮ່ວມມືລະຫວ່າງລັດຖະບານສອງປະເທດໃນໄລຍະໃໝ່.

ສຳລັບກຳປູເຈຍ, ການຢ້ຽມຢາມດຳເນີນຂຶ້ນ 4 ເດືອນ ຫຼັງຈາກການຢ້ຽມຢາມຫວຽດນາມຢ່າງເປັນທາງການຂອງທ່ານ Hun Manet ນາຍົກລັດຖະມົນຕີ, ໃນສະພາບການທີ່ສອງປະເທດຍັງມີທ່າແຮງອີກຫຼາຍເພື່ອເປີດກວ້າງການຮ່ວມມື, ໂດຍສະເພາະດ້ານເສດຖະກິດ, ການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ.

ການຢ້ຽມຢາມຍັງປະກອບສ່ວນສືບຕໍ່ປູກຝັງມິດຕະພາບ, ຄວາມຜູກພັນລະຫວ່າງປະຊາຊົນຫວຽດນາມກັບປະຊາຊົນລາວ ແລະ ກຳປູເຈຍ, ໂດຍສະເພາະຄົນຮຸ່ນໜຸ່ມ.

ໃນການຢ້ຽມຢາມ, ທ່ານ ເລມິງຮຶງ ນາຍົກລັດຖະມົນຕີ ຈະພ້ອມກັບການນຳຂັ້ນສູງລາວ ແລະ ກຳປູເຈຍ ແລກປ່ຽນຢ່າງກວ້າງຂວາງ ແລະ ເລິກເຊິ່ງ ກ່ຽວກັບບັນດາມາດຕະການລະອຽດ ແນໃສ່ຊຸກຍູ້ການຮ່ວມມືໃນບັນດາຂົງເຂດທີ່ແທດຈິງ, ສອດຄ່ອງກັບຜົນປະໂຫຍດຂອງແຕ່ລະປະເທດ.

ຂໍຮຽນທ່ານ, ຫາກຫວນຄືນໄລຍະຜ່ານມາ, ຈຸດເດັ່ນທີ່ສຳຄັນໃນສາຍພົວພັນຫວຽດນາມ - ລາວ ແລະ ຫວຽດນາມ - ກຳປູເຈຍ ມີຫຍັງແດ່?

ທ່ານ ຫງວຽນແມ້ງເກື່ອງ, ຮອງລັດຖະມົນຕີ: ໃນໄລຍະຜ່ານມາ, ສາຍພົວພັນຂອງຫວຽດນາມກັບລາວ ແລະ ກຳປູເຈຍ ລ້ວນແຕ່ພັດທະນາດ້ວຍດີ, ບັນລຸຫຼາຍຜົນສຳເລັດທີ່ເປັນຮູບປະທຳໃນບັນດາຂົງເຂດ.

ສຳລັບລາວ, ຈຸດເດັ່ນກ່ອນອື່ນໝົດແມ່ນສາຍພົວພັນການເມືອງນັບມື້ນັບລົງເລິກ. ທັນທີຫຼັງຈາກກອງປະຊຸມໃຫຍ່ພັກຂອງແຕ່ລະປະເທດ, ທ່ານ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະທານປະເທດລາວ ໄດ້ຢ້ຽມຢາມຫວຽດນາມຂັ້ນລັດ ແລະ ທ່ານ ໂຕເລິມ, ເລຂາທິການໃຫຍ່ ໄດ້ຢ້ຽມຢາມລາວຂັ້ນລັດ. ການທີ່ການນຳສູງສຸດຂອງສອງພັກຕ່າງກໍເລືອກປະເທດອີກຝ່າຍເປັນຈຸດໝາຍທຳອິດ ສະແດງໃຫ້ເຫັນເຖິງບຸລິມະສິດພິເສດທີ່ສອງຝ່າຍສະຫງວນໃຫ້ແກ່ສາຍພົວພັນຫວຽດນາມ - ລາວ.

ການປ້ອງກັນຊາດ - ຄວາມໝັ້ນຄົງ ສືບຕໍ່ເປັນເສົາຄ້ຳສຳຄັນ. ສອງຝ່າຍປະສານສົມທົບຢ່າງແໜ້ນແຟ້ນ ແນໃສ່ຮັກສາສະຖຽນລະພາບທາງການເມືອງ, ຮັບປະກັນຄວາມໝັ້ນຄົງ ແລະ ຮັກສາສັນຕິພາບ, ສະຖຽນລະພາບຢູ່ເຂດຊາຍແດນ.

ການຮ່ວມມືເສດຖະກິດກໍບັນລຸບັນດາການປ່ຽນແປງໃນທາງບວກ. ປີ 2025, ຍອດມູນຄ່າການຄ້າສອງສົ້ນບັນລຸປະມານ 3 ຕື້ USD, ເພີ່ມຂຶ້ນ 32% ທຽບໃສ່ປີ 2024. ຫວຽດນາມສືບຕໍ່ຢູ່ໃນກຸ່ມນັກລົງທຶນຕ່າງປະເທດລາຍໃຫຍ່ຢູ່ລາວ ດ້ວຍປະມານ 300 ໂຄງການ, ມີຍອດທຶນຈົດທະບຽນປະມານ 7,04 ຕື້ USD.

ສອງຝ່າຍພວມສືບຕໍ່ຊອກຫາມາດຕະການເພື່ອຂຸດຄົ້ນທ່າແຮງການຮ່ວມມືໃຫ້ມີປະສິດທິຜົນຍິ່ງຂຶ້ນ, ໂດຍສະເພາະໃນການເຊື່ອມຕໍ່ໂຄງລ່າງ, ພະລັງງານ, ການຄ້າ ແລະ ການລົງທຶນ.

ການສຶກສາ - ການຝຶກອົບຮົມ ແລະ ການແລກປ່ຽນປະຊາຊົນ ໄດ້ຮັບຄວາມສົນໃຈຈາກສອງປະເທດສະເໝີມາ. ບັນດາທ້ອງຖິ່ນ, ໂດຍສະເພາະບັນດາແຂວງຊາຍແດນ, ຮັກສາກິດຈະກຳແລກປ່ຽນເປັນປະຈຳ, ປະກອບສ່ວນເພີ່ມທະວີຄວາມເຂົ້າໃຈ ແລະ ຄວາມຜູກພັນລະຫວ່າງປະຊາຊົນສອງປະເທດ.

ສຳລັບກຳປູເຈຍ, ຄວາມເຊື່ອໝັ້ນທາງການເມືອງ ສືບຕໍ່ໄດ້ຮັບການປັບປຸງ ຜ່ານການແລກປ່ຽນ, ການພົບປະຂັ້ນສູງເປັນປະຈຳ. ຈຸດເດັ່ນແມ່ນການຢ້ຽມຢາມກຳປູເຈຍຂັ້ນລັດຂອງທ່ານ ໂຕເລິມ, ເລຂາທິການໃຫຍ່ ແລະ ການຢ້ຽມຢາມຫວຽດນາມຢ່າງເປັນທາງການຂອງທ່ານ Hun Manet ນາຍົກລັດຖະມົນຕີ. ຜ່ານນັ້ນ, ສອງຝ່າຍສືບຕໍ່ກຳນົດບັນດາຂົງເຂດຮ່ວມມືບຸລິມະສິດ ແລະ ຮ່ວມກັນຊອກຫາມາດຕະການສຳລັບບັນດາບັນຫາທີ່ວາງອອກ.

ໃນດ້ານການປ້ອງກັນຊາດ - ຄວາມໝັ້ນຄົງ, ສອງປະເທດສືບຕໍ່ເພີ່ມທະວີການຮ່ວມມື, ປະກອບສ່ວນຮັບປະກັນຄວາມໝັ້ນຄົງ, ຄວາມເປັນລະບຽບ ແລະ ສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ຮ່ວມມື ແລະ ພັດທະນາຮ່ວມກັນ.

ການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ ສືບຕໍ່ເປັນບັນດາແຮງຂັບເຄື່ອນສຳຄັນໃນສາຍພົວພັນສອງຝ່າຍ. ປີ 2025, ຍອດມູນຄ່າການຄ້າສອງສົ້ນບັນລຸ 11,33 ຕື້ USD, ເພີ່ມຂຶ້ນ 11,7% ທຽບໃສ່ປີ 2024.

ປັດຈຸບັນ ຫວຽດນາມມີ 223 ໂຄງການລົງທຶນຢູ່ກຳປູເຈຍ ດ້ວຍຍອດທຶນຈົດທະບຽນເກືອບ 3,4 ຕື້ USD, ເຮັດໃຫ້ກຳປູເຈຍກາຍເປັນຕະຫຼາດອັນດັບທີສອງໃນບັນດາຕະຫຼາດລົງທຶນອອກຕ່າງປະເທດຂອງຫວຽດນາມ.

ການຮ່ວມມືດ້ານການສຶກສາ, ວັດທະນະທຳ ແລະ ການແລກປ່ຽນປະຊາຊົນ ສືບຕໍ່ໄດ້ຮັບການຊຸກຍູ້ ດ້ວຍຫຼາຍກິດຈະກຳລະຫວ່າງບັນດາທ້ອງຖິ່ນ, ອົງການ ແລະ ປະຊາຊົນສອງປະເທດ, ໂດຍສະເພາະໃນໝູ່ຄົນຮຸ່ນໜຸ່ມ.

ສຳລັບທັງລາວ ແລະ ກຳປູເຈຍ, ຫວຽດນາມຮັກສາການປະສານສົມທົບຢ່າງແໜ້ນແຟ້ນຢູ່ ASEAN, ສະຫະປະຊາຊາດ ແລະ ບັນດາກົນໄກຮ່ວມມືອະນຸພາກພື້ນແມ່ນ້ຳຂອງ, ຮ່ວມກັນປະກອບສ່ວນປັບປຸງຄວາມສາມັກຄີ ແລະ ບົດບາດໃຈກາງຂອງ ASEAN.

ຂໍຮຽນທ່ານ, ທ່ານຄາດຫວັງຫຍັງຈາກການຢ້ຽມຢາມຄັ້ງນີ້?

ທ່ານ ຫງວຽນແມ້ງເກື່ອງ, ຮອງລັດຖະມົນຕີ: ການຢ້ຽມຢາມຄັ້ງນີ້ແມ່ນບາດກ້າວຜັນຂະຫຍາຍຢ່າງເປັນຮູບປະທຳ ແນວທາງການຕ່າງປະເທດຂອງກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ແລະ ບັນດາມະຕິຍຸດທະສາດຂອງກົມການເມືອງ, ໃນນັ້ນໃຫ້ບຸລິມະສິດສູງແກ່ສາຍພົວພັນເພື່ອນບ້ານກັບລາວ ແລະ ກຳປູເຈຍ.

ຄວາມຄາດຫວັງກ່ອນອື່ນໝົດແມ່ນ ລັດຖະບານຫວຽດນາມຈະພ້ອມກັບລັດຖະບານລາວ ແລະ ລັດຖະບານກຳປູເຈຍ ເຫັນດີບັນດາມາດຕະການລະອຽດ ແນໃສ່ປະຕິບັດບັນດາຂໍ້ຕົກລົງ, ຄຳໝັ້ນສັນຍາຂັ້ນສູງໃຫ້ມີປະສິດທິຜົນຍິ່ງຂຶ້ນ, ໂດຍສະເພາະບັນດາເນື້ອໃນທີ່ຕ້ອງສ້າງການຫັນປ່ຽນ ແລະ ບາດກ້າວບຸກທະລຸ.

ຕໍ່ຈາກນັ້ນແມ່ນສ້າງແຮງຂັບເຄື່ອນເພີ່ມເຕີມໃຫ້ແກ່ການຮ່ວມມືເສດຖະກິດ, ການຄ້າ, ການລົງທຶນ ແລະ ການເຊື່ອມຕໍ່ໂຄງລ່າງ ທັງດ້ານກາຍະພາບ ແລະ ດ້ານອ່ອນ, ເພື່ອໃຫ້ການຮ່ວມມືເສດຖະກິດກັບສອງປະເທດເພື່ອນບ້ານມີບາດກ້າວພັດທະນາທີ່ແຮງຍິ່ງຂຶ້ນ.

ສຳລັບລາວ, ສອງຝ່າຍມຸ່ງສູ່ເປົ້າໝາຍຍອດມູນຄ່າການຄ້າ 10 ຕື້ USD; ສຳລັບກຳປູເຈຍ ແມ່ນໃຫ້ບັນລຸ 20 ຕື້ USD ໂດຍໄວ ຕາມທີ່ການນຳຂັ້ນສູງຂອງບັນດາຝ່າຍໄດ້ວາງອອກ.

ການຢ້ຽມຢາມຍັງຈະຊຸກຍູ້ການຮ່ວມມືດ້ານການສຶກສາ - ການຝຶກອົບຮົມ, ພັດທະນາຊັບພະຍາກອນມະນຸດ, ວິທະຍາສາດ - ເຕັກໂນໂລຊີ ແລະ ບາງຂົງເຂດໃໝ່ ທີ່ສອດຄ່ອງກັບຄວາມຕ້ອງການພັດທະນາຂອງແຕ່ລະປະເທດ. ການແລກປ່ຽນປະຊາຊົນ, ໂດຍສະເພາະລະຫວ່າງຄົນຮຸ່ນໜຸ່ມ, ກໍຈະໄດ້ຮັບການເພີ່ມທະວີ.

ປີ 2027, ຫວຽດນາມ ແລະ ລາວ ຈະລະນຶກ 65 ປີແຫ່ງວັນສ້າງຕັ້ງສາຍພົວພັນການທູດ ແລະ 50 ປີແຫ່ງວັນລົງນາມສົນທິສັນຍາມິດຕະພາບ ແລະ ການຮ່ວມມື; ຫວຽດນາມ ແລະ ກຳປູເຈຍ ຈະລະນຶກ 60 ປີແຫ່ງວັນສ້າງຕັ້ງສາຍພົວພັນການທູດ. ການຢ້ຽມຢາມຄັ້ງນີ້ກໍແມ່ນບາດກ້າວກະກຽມທີ່ແທດຈິງສຳລັບບັນດາຂີດໝາຍສຳຄັນດັ່ງກ່າວ.

ພວກເຮົາເຊື່ອໝັ້ນວ່າ ການຢ້ຽມຢາມຈະສ້າງແຮງຊຸກດັນເພີ່ມເຕີມໃຫ້ແກ່ການຮ່ວມມືລະຫວ່າງຫວຽດນາມກັບລາວ ແລະ ກຳປູເຈຍ, ນຳສາຍພົວພັນກັບສອງປະເທດເພື່ອນບ້ານໃຫ້ນັບມື້ນັບເປັນຮູບປະທຳ, ມີປະສິດທິຜົນ, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາຢູ່ພາກພື້ນ.

ຂໍຂອບໃຈທ່ານ!

ສັບປະດາຜະລິດຕະພັນຫວຽດນາມ - ລາວ ເພີ່ມທະວີການເຊື່ອມຕໍ່ວິສາຫະກິດ ແລະ ຕະຫຼາດ ສັບປະດາຜະລິດຕະພັນຫວຽດນາມ - ລາວ ເພີ່ມທະວີການເຊື່ອມຕໍ່ວິສາຫະກິດ ແລະ ຕະຫຼາດ
ຍສໝ - ຕອນບ່າຍວັນທີ 1/10/2026 ທີ່ ຮ່າໂນ້ຍ, ສັບປະດາຜະລິດຕະພັນຫວຽດນາມ - ລາວ ພາຍໃຕ້ຫົວຂໍ້ “ດອກຈຳປາງາມ” ໄດ້ຈັດຂຶ້ນໃນຂອບໂຄງການ “ພະລັງຊີວິດສິນຄ້າຫວຽດ” ຄັ້ງທີ 14, ສ້າງພື້ນທີ່ໂຄສະນາບັນດາຜະລິດຕະພັນທີ່ເປັນເອກະລັກ, ເຊື່ອມຕໍ່ວິສາຫະກິດ ແລະ ຂະຫຍາຍໂອກາດຮ່ວມມືການຄ້າລະຫວ່າງສອງປະເທດ.
ທ່ານ ເລມິງຮຶງ ນາຍົກລັດຖະມົນຕີ ຈະຢ້ຽມຢາມລາວ ແລະ ກຳປູເຈຍ ຢ່າງເປັນທາງການ ທ່ານ ເລມິງຮຶງ ນາຍົກລັດຖະມົນຕີ ຈະຢ້ຽມຢາມລາວ ແລະ ກຳປູເຈຍ ຢ່າງເປັນທາງການ
ຍສໝ - ໂດຍຕອບຮັບຄຳເຊີນຂອງ ທ່ານ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີລາວ ແລະ ທ່ານ Hun Manet, ນາຍົກລັດຖະມົນຕີກຳປູເຈຍ, ທ່ານ ເລມິງຮຶງ, ນາຍົກລັດຖະມົນຕີ ຈະນຳພາຄະນະຜູ້ແທນຂັ້ນສູງຫວຽດນາມ ຢ້ຽມຢາມສອງປະເທດຢ່າງເປັນທາງການ ແຕ່ວັນທີ 8-10/10/2026.

ຄຳສີ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ