ທຳນອງເພງແຫ່ງສັນຕິພາບເຊື່ອມສານຫາຍຟ່ອງກັບມິດສະຫາຍສາກົນ

15:52 | 09/10/2026

ຍສໝ - ວັນທີ 7/10, ທີ່ນະຄອນຫາຍຟ່ອງ, ໂຄງການແລກປ່ຽນສຽງເພງແຫ່ງສັນຕິພາບ ປີ 2026 ໄດ້ນຳສະເໜີການສະແດງສິລະປະອັນໂດດເດັ່ນ 19 ລາຍການຈາກຫວຽດນາມ ແລະ ປະເທດຕ່າງໆ, ປະກອບສ່ວນເພີ່ມທະວີການແລກປ່ຽນວັດທະນະທຳ, ຮັດແໜ້ນມິດຕະພາບລະຫວ່າງປະຊາຊົນນະຄອນກັບມິດສະຫາຍສາກົນ.

ຫວຽດນາມ - ລາວ ມຸ່ງໄປສູ່ການສ້າງບັນດາແລວເສດຖະກິດເຊື່ອມຕໍ່ສອງປະເທດ ທາດເມືອງລວນ - ສັນຍະລັກແຫ່ງມິດຕະພາບຫວຽດນາມ - ລາວ ຢູ່ເຂດຊາຍແດນ

ພາຍໃຕ້ຫົວຂໍ້ “ທຳນອງເພງແຫ່ງສັນຕິພາບ - ເຊື່ອມສານມິດຕະພາບ”, ໂຄງການນີ້ຈັດຂຶ້ນໂດຍສະຫະພັນບັນດາອົງການມິດຕະພາບນະຄອນຫາຍຟ່ອງ ປະສານສົມທົບກັບຄະນະກຳມະການສັນຕິພາບນະຄອນ, ເພື່ອຂານຮັບວັນສັນຕິພາບສາກົນ (21/9) ແລະ ມຸ່ງສູ່ການລະນຶກຄົບຮອບ 76 ປີ ວັນປະເພນີວຽກງານການຕ່າງປະເທດປະຊາຊົນ (17/11/1950 - 17/11/2026).

ທຳນອງເພງແຫ່ງສັນຕິພາບເຊື່ອມສານຫາຍຟ່ອງກັບມິດສະຫາຍສາກົນ
ລາຍການສະແດງສິລະປະໃນໂຄງການແລກປ່ຽນສຽງເພງແຫ່ງສັນຕິພາບ ປີ 2026.

ເຫດການດັ່ງກ່າວມີຜູ້ຕາງໜ້າການນຳນະຄອນ, ບັນດາພະແນກ, ຄະນະ, ຂະແໜງການ, ອົງການມະຫາຊົນ, ສະມາຄົມມິດຕະພາບສະມາຊິກ, ມະຫາວິທະຍາໄລ, ໂຮງຮຽນມັດທະຍົມຕອນປາຍ ພ້ອມດ້ວຍສະມາຊິກ, ນັກຮຽນ, ນັກສຶກສາຫວຽດນາມ ແລະ ນັກສຶກສາສາກົນຈຳນວນຫຼວງຫຼາຍເຂົ້າຮ່ວມ.

ໂຄງການສິລະປະປະກອບມີ 19 ລາຍການສະແດງ, ແບ່ງອອກເປັນ 4 ພາກ ດ້ວຍເນື້ອໃນທີ່ແຕກຕ່າງກັນ, ນັບແຕ່ຄວາມຮັກບ້ານເກີດເມືອງນອນ, ປະເທດຊາດ ໄປຈົນເຖິງມິດຕະພາບສາກົນ ແລະ ຄວາມປາຖະໜາຕໍ່ອະນາຄົດ.

ເປີດສາກດ້ວຍສອງພາກ “ຮາກເຫງົ້າ, ປະເທດຊາດ ແລະ ທະຫານ” ແລະ “ບ້ານເກີດເມືອງນອນ, ປະເທດຊາດ”, ພ້ອມບັນດາບົດເພງທີ່ຄຸ້ນເຄີຍ ເຊັ່ນ “ສຽງເພງກາງປ່າປາກບໍ່”, “ບົດກະວີຮັກນ້ອຍໆຂອງທະຫານທະເລ” , “ປະເທດຊາດຂອງຂ້ອຍບໍ່ເຄີຍງົດງາມປານນີ້” (, “ດອກຫາງນົກຍູງຢູ່ເກາະຫ່າງໄກ”, “ທ່ຽວຮອບຫວຽດນາມ”... ບັນດາລາຍການສະແດງໄດ້ສະທ້ອນເຖິງຄວາມຮັກຕໍ່ປະເທດຊາດ, ຄວາມພາກພູມໃຈໃນຊາດ ແລະ ຄວາມຜູກພັນຕໍ່ບ້ານເກີດເມືອງນອນ.

ຈຸດເດັ່ນຂອງໂຄງການແມ່ນການສະແດງໃນພາກ “ມິດຕະພາບສາກົນ”, ເຊິ່ງມີການເຂົ້າຮ່ວມຂອງບັນດາສະມາຄົມມິດຕະພາບສອງຝ່າຍ ພ້ອມກັບນັກຮຽນ ແລະ ນັກສຶກສາ. ບັນດາທຳນອງເພງທີ່ສະທ້ອນເອກະລັກວັດທະນະທຳຂອງລາວ, ກຳປູເຈຍ, ຣັດເຊຍ, ກູບາ ແລະ ຝຣັ່ງ ໄດ້ຖືກນຳສະເໜີຜ່ານບົດເພງ “ນ້ຳໃຈລາວ - ຫວຽດ” , “ສາຍໃຍຮັກຫວຽດ - ລາວ”, “ຍາມແລງທີ່ມົດສະກູ”, “Guantanamera”, “ນ້ອວສວຍງາມ” ແລະ “Bonjour Vietnam”.

ການຜະສົມຜະສານລະຫວ່າງດົນຕີຫວຽດນາມ ແລະ ດົນຕີຂອງປະເທດຕ່າງໆໃນເວທີສະແດງດຽວກັນ ໄດ້ປະກອບສ່ວນສະແດງເຖິງຄວາມຜູກພັນ, ການປະສານກົມກຽວ ແລະ ຄວາມໃກ້ຊິດລະຫວ່າງບັນດາວັດທະນະທຳ.

ໃນພາກສຸດທ້າຍທີ່ມີຊື່ວ່າ “ມິດຕະພາບສະຫາຍຮ່ວມຮົບ, ຄວາມປາຖະໜາ ແລະ ອະນາຄົດ”, ສາມລາຍການສະແດງ “ສະຫາຍຮ່ວມຮົບໃນວັນພົບກັນອີກຄັ້ງ” (Đồng đội ngày gặp lại), “ຄວາມປາຖະໜາ” (Khát vọng) ແລະ “ຫວຽດນາມ - ພາກພູມໃຈກ້າວຕໍ່ໄປສູ່ອະນາຄົດ” (Việt Nam - Tự hào tiếp bước tương lai) ໄດ້ປິດທ້າຍໂຄງການ.

ກ່າວຄຳປາໄສໃນເຫດການ, ທ່ານ ຫງວຽນວັນທູ, ປະທານສະຫະພັນບັນດາອົງການມິດຕະພາບນະຄອນຫາຍຟ່ອງ ເນັ້ນໜັກວ່າ ດົນຕີ ແລະ ສິລະປະມີພະລັງໃນການເຊື່ອມໂຍງຜູ້ຄົນ, ກ້າວຂ້າມບັນດາສິ່ງກີດຂວາງທາງພູມສາດ, ພາສາ ແລະ ຄວາມແຕກຕ່າງທາງວັດທະນະທຳ.

ຕາມທ່ານ ຫງວຽນວັນທູ ແລ້ວ, ໂຄງການນີ້ບໍ່ພຽງແຕ່ສ້າງໂອກາດໃຫ້ປະຊາຊົນຫາຍຟ່ອງໄດ້ແລກປ່ຽນ ແລະ ເພີ່ມທະວີຄວາມເຂົ້າໃຈກັບມິດສະຫາຍສາກົນເທົ່ານັ້ນ, ແຕ່ຍັງປະກອບສ່ວນຊຸກຍູ້ກິດຈະກຳການຕ່າງປະເທດປະຊາຊົນ, ຕອບສະໜອງຂໍ້ຮຽກຮ້ອງໃນໄລຍະໃໝ່.

ສັບປະດາຜະລິດຕະພັນຫວຽດນາມ - ລາວ ເພີ່ມທະວີການເຊື່ອມຕໍ່ວິສາຫະກິດ ແລະ ຕະຫຼາດ ສັບປະດາຜະລິດຕະພັນຫວຽດນາມ - ລາວ ເພີ່ມທະວີການເຊື່ອມຕໍ່ວິສາຫະກິດ ແລະ ຕະຫຼາດ
ຍສໝ - ຕອນບ່າຍວັນທີ 1/10/2026 ທີ່ ຮ່າໂນ້ຍ, ສັບປະດາຜະລິດຕະພັນຫວຽດນາມ - ລາວ ພາຍໃຕ້ຫົວຂໍ້ “ດອກຈຳປາງາມ” ໄດ້ຈັດຂຶ້ນໃນຂອບໂຄງການ “ພະລັງຊີວິດສິນຄ້າຫວຽດ” ຄັ້ງທີ 14, ສ້າງພື້ນທີ່ໂຄສະນາບັນດາຜະລິດຕະພັນທີ່ເປັນເອກະລັກ, ເຊື່ອມຕໍ່ວິສາຫະກິດ ແລະ ຂະຫຍາຍໂອກາດຮ່ວມມືການຄ້າລະຫວ່າງສອງປະເທດ.
ການຢ້ຽມຢາມລາວຂອງທ່ານນາຍົກລັດຖະມົນຕີ ເລມິງຮຶງ ຊຸກຍູ້ການເຊື່ອມໂຍງທາງຍຸດທະສາດຫວຽດນາມ - ລາວ ການຢ້ຽມຢາມລາວຂອງທ່ານນາຍົກລັດຖະມົນຕີ ເລມິງຮຶງ ຊຸກຍູ້ການເຊື່ອມໂຍງທາງຍຸດທະສາດຫວຽດນາມ - ລາວ
ຍສໝ - ໃນຂອບເຂດການຢ້ຽມຢາມລາວ ແລະ ກຳປູເຈຍ ຢ່າງເປັນທາງການ ແຕ່ວັນທີ 8 - 10/10/2026, ການຢ້ຽມຢາມລາວຂອງທ່ານນາຍົກລັດຖະມົນຕີ ເລມິງຮຶງ ແຕ່ວັນທີ 8 - 9/10 ຖືກຄາດຫວັງວ່າຈະສ້າງແຮງຂັບເຄື່ອນເພີ່ມເຕີມ ເພື່ອຊຸກຍູ້ການເຊື່ອມໂຍງທາງຍຸດທະສາດ, ເປີດກວ້າງການຮ່ວມມືທາງເສດຖະກິດ ແລະ ປັບປຸງສາຍພົວພັນພິເສດລະຫວ່າງສອງປະເທດ.

ມິງດຶກ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ