| ຄວາມພະຍາຍາມຜັກດັນຊຸດເສື້ອຍາວຫວຽດນາມ ໃຫ້ໄດ້ຮັບການຂຶ້ນທະບຽນເປັນມໍລະດົກຂອງ UNESCO ຫວຽດນາມ - ເກຣັກ ເພີ່ມທະວີການເຊື່ອມຕໍ່ວັດທະນະທຳ ຜ່ານບັນດາກິດຈະກຳ UNESCO |
ປີ 2026 ເປັນຂີດໝາຍ 50 ປີແຫ່ງສາຍພົວພັນຮ່ວມມືລະຫວ່າງຫວຽດນາມ ແລະ ອົງການການສຶກສາ, ວິທະຍາສາດ ແລະ ວັດທະນະທຳແຫ່ງສະຫະປະຊາຊາດ (UNESCO) (7/1976 - 7/2026). ເນື່ອງໃນໂອກາດນີ້, ທ່ານ ໂງເລວັນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນກ່ຽວກັບໄລຍະທາງການຮ່ວມມືລະຫວ່າງສອງຝ່າຍ ແລະ ທິດທາງໃນໄລຍະຕໍ່ໄປ.
![]() |
| ທ່ານ ໂງເລວັນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ. |
ເມື່ອຫວນຄືນເບິ່ງເຄິ່ງສະຕະວັດຜ່ານມາ, ທ່ານ ໂງເລວັນ ເຫັນວ່າ ຫວຽດນາມໄດ້ຫັນຈາກຖານະສະມາຊິກທີ່ໄດ້ຮັບການຊ່ວຍເຫຼືອຈາກ UNESCO ມາເປັນຄູ່ຮ່ວມທີ່ເປັນເຈົ້າການປະກອບສ່ວນ ແລະ ລິເລີ່ມ. ສາຍພົວພັນຫວຽດນາມ - UNESCO ໄດ້ຮັບການຕີລາຄາຈາກ UNESCO ແລະ ບັນດາປະເທດສະມາຊິກວ່າ ເປັນໜຶ່ງໃນບັນດາຮູບແບບການຮ່ວມມືທີ່ປະສົບຜົນສຳເລັດ, ຫ້າວຫັນ, ແທດຈິງ ແລະ ມີປະສິດທິຜົນ.
ກ່ຽວກັບທິດທາງສຳລັບໄລຍະຕໍ່ໄປ, ທ່ານຮອງລັດຖະມົນຕີໃຫ້ຮູ້ວ່າ ຫວຽດນາມຈະສຸມໃສ່ 4 ທິດທາງຕົ້ນຕໍ.
ທີໜຶ່ງ, ສົ່ງເສີມບົດບາດເປັນແກນຫຼັກໃນການຜັນຂະຫຍາຍທົດສະວັດສາກົນວ່າດ້ວຍວັດທະນະທຳເພື່ອການພັດທະນາແບບຍືນຍົງ 2027 - 2036. ໃນຖານະເປັນປະເທດລິເລີ່ມ, ຫວຽດນາມຈະປະສານສົມທົບຢ່າງແໜ້ນແຟ້ນກັບ UNESCO - ອົງການທີ່ເປັນເຈົ້າພາບຜັນຂະຫຍາຍທົດສະວັດ - ພ້ອມກັບກຸ່ມແກນຫຼັກ ແລະ ບັນດາຄູ່ຮ່ວມ ເພື່ອນຳມະຕິເຂົ້າສູ່ການປະຕິບັດຢ່າງແທດຈິງ.
ຈຸດສຸມແມ່ນການເຊື່ອມສານວັດທະນະທຳເຂົ້າໃນບັນດານະໂຍບາຍພັດທະນາ, ຊຸກຍູ້ອຸດສາຫະກຳວັດທະນະທຳ, ເສດຖະກິດສ້າງສັນ ແລະ ການສຶກສາມໍລະດົກ ທີ່ເຊື່ອມໂຍງກັບການດຳລົງຊີວິດແບບຍືນຍົງ.
ທີສອງ, ຫວຽດນາມຈະຕັ້ງໜ້າຂົນຂວາຍ, ສະໝັກ ແລະ ສົ່ງເສີມບົດບາດສະມາຊິກໃນບັນດາກົນໄກສຳຄັນຂອງ UNESCO, ຜ່ານນັ້ນ ປະກອບສ່ວນຍົກສູງພາບລັກ, ຖານະບົດບາດຂອງປະເທດ, ພ້ອມທັງປົກປ້ອງຜົນປະໂຫຍດແຫ່ງຊາດ.
ທີສາມ, ສືບຕໍ່ຮ່ວມເດີນທາງ, ສະໜັບສະໜູນບັນດາທ້ອງຖິ່ນ, ກະຊວງ, ຂະແໜງການ ໃນການສ້າງ, ຂົນຂວາຍ ແລະ ປົກປ້ອງສຳນວນສະເໜີຂໍຮັບຮອງນາມມະຍົດ UNESCO. ປັດຈຸບັນ, ຄະນະກຳມະການແຫ່ງຊາດ UNESCO ຫວຽດນາມ ພວມສະໜັບສະໜູນ 23 ທ້ອງຖິ່ນ ຊຸກຍູ້ 48 ສຳນວນ ໃນຫຼາຍປະເພດທີ່ແຕກຕ່າງກັນ.
ຕາມທ່ານ ໂງເລວັນ, ເປົ້າໝາຍບໍ່ພຽງແຕ່ແມ່ນການເພີ່ມຈຳນວນນາມມະຍົດເທົ່ານັ້ນ ແຕ່ຍັງມຸ່ງໄປສູ່ການຫັນມໍລະດົກໃຫ້ກາຍເປັນແຫຼ່ງກຳລັງຮັບໃຊ້ການພັດທະນາເສດຖະກິດ, ສັງຄົມ ແລະ ເພີ່ມທະວີກຳລັງແຮງທາງດ້ານຈິດໃຈຂອງຊາດ.
ທີສີ່, ຫວຽດນາມຈະຕັ້ງໜ້າ, ເປັນເຈົ້າການສະເໜີຂໍ້ລິເລີ່ມ ແລະ ເປັນເຈົ້າພາບຈັດບັນດາກິດຈະກຳຂອງ UNESCO ທີ່ມີຂະໜາດລະດັບສາກົນ.
ຍສໝ - ຕາມຂໍ້ມູນຈາກຄະນະຜູ້ຕາງໜ້າຫວຽດນາມ ປະຈຳອົງການສຶກສາ, ວິທະຍາສາ ແລະວັດທະນະທຳ ສປຊ (UNESCO) ແລ້ວ, ວັນທີ 4 ທັນວາ, ຢູ່ນະຄອນຫຼວງ Asuncion, ປາຣາກວຍ, ໃນຂອບເຂດກອງປະຊຸມຄັ້ງທີ 19 ຄະນະກຳມະການລະຫວ່າງລັດຖະບານ ສົນທິສັນຍາ 2003 ກ່ຽວກັບການປົກປ້ອງມໍລະດົກວັດທະນະທຳບໍ່ເປັນວັດຖຸ, UNESCO ໄດ້ຈັດຊື່ ວັນບຸນ ຂວັນບ່າຈົ່ວພູຊາມ ຂອງຫວຽດນາມ ເຂົ້າແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸຕາງໜ້າຂອງມວນມະນຸດ ຢ່າງເປັນທາງການ. |
ຍສໝ - ເຊົ້າວັນທີ 6/6, ທ່ານ ຟ້າມຮົ່ງໄທ (Phạm Hồng Thái) - ຜູ້ນຳອຳນວຍການຄະນະຄຸ້ມຄອງອຸທະຍານແຫ່ງຊາດ ຟອງຍາ - ແກບັງ ໃຫ້ຊາບວ່າ, ພາຍໃດຂອບເຂດວາລະກອງປະຊຸມຄັ້ງທີ 38 ຂອງສະພາປະສານງານສາກົນ ແຜນງານມະນຸດ ແລະ ຊີວະມົນທົນ (MAB) ຂອງ UNESCO ເຊິ່ງຈັດຂຶ້ນໃນວັນທີ 5/6 ຢູ່ທີ່ Hernandarias (ສາທາລະນະລັດ ປາຣາກວາຍ), ອຸທະຍານແຫ່ງຊາດ ຟອງຍາ - ແກບັງ ແມ່ນໄດ້ຮັບການຮັບຮອງຢ່າງເປັນທາງການຈາກ UNESCO ໃຫ້ເປັນເຂດສະຫງວນຊີວະນາໆພັນໂລກ. |
ມິງດຶກ
