ງານບຸນວັດທະນະທຳໂລກທີ່ຮ່າໂນ້ຍ: ພື້ນທີ່ໂຮມສີສັນຈາກ 5 ທະວີບ

14:11 | 06/10/2026

ຍສໝ - ດ້ວຍ 45 ພື້ນທີ່ວັດທະນະທຳ, 35 ຮ້ານອາຫານ, ໂຄງການສາຍຮູບເງົາທີ່ມີ 20 ປະເທດເຂົ້າຮ່ວມ, ພື້ນທີ່ແຟຊັນທີ່ແນະນຳເຄື່ອງນຸ່ງປະເພນີຂອງ 15 ປະເທດ ພ້ອມດ້ວຍ 19 ຄະນະສິລະປະສາກົນ, ງານບຸນວັດທະນະທຳໂລກທີ່ຮ່າໂນ້ຍ ຄັ້ງທີ 2 ໄດ້ສ້າງພື້ນທີ່ແລກປ່ຽນທີ່ຫຼາກຫຼາຍລະຫວ່າງບັນດາວັດທະນະທຳ.

ແຜນການອະນາໄມເນື້ອທີ່ດິນ 4,5 ລ້ານ ຕາແມັດ ທີ່ຖືກມົນລະພິດຈາກລະເບີດບໍ່ທັນແຕກ ຢູ່ ເຫ້ວ ຂອງອົງການ PeaceTrees Vietnam ມະຕິ 25-NQ/TW: ນຳວຽກງານແນວຄິດໃຫ້ໃກ້ຊິດກັບຊີວິດປະຊາຊົນຫຼາຍຂຶ້ນ

ງານບຸນວັດທະນະທຳໂລກທີ່ຮ່າໂນ້ຍ ຄັ້ງທີ 2 ເຕົ້າໂຮມ 50 ປະເທດ ແລະ ອົງການສາກົນ, ດ້ວຍຫຼາຍກິດຈະກຳດ້ານວັດທະນະທຳ, ສິລະປະ, ອາຫານ ແລະ ການແລກປ່ຽນ. ທຽບກັບການຈັດຄັ້ງທຳອິດ, ຂະໜາດຂອງງານບຸນໄດ້ຮັບການຂະຫຍາຍ, ພ້ອມທັງມີພື້ນທີ່ເພີ່ມຂຶ້ນເພື່ອໃຫ້ບັນດາວັດທະນະທຳໄດ້ພົບປະ, ພົວພັນ ແລະ ແນະນຳບັນດາຄຸນຄ່າທີ່ເປັນເອກະລັກຢູ່ຮ່າໂນ້ຍ.

ຈາກດົນຕີ, ອາຫານ ຈົນເຖິງສິລະປະການສະແດງ ແລະ ບັນດາກິດຈະກຳສຳລັບຊາວໜຸ່ມ, ງານບຸນໄດ້ສ້າງຈຸດພົບປະໂດຍກົງລະຫວ່າງປະຊາຊົນ, ນັກທ່ອງທ່ຽວ ກັບວັດທະນະທຳຂອງຫຼາຍປະເທດ. ຜ່ານນັ້ນ, ພາບລັກຂອງຫວຽດນາມ, ຮ່າໂນ້ຍ ພ້ອມດ້ວຍບັນດາຄຸນຄ່າວັດທະນະທຳ, ມໍລະດົກຂອງປະເທດ ກໍມີໂອກາດເພີ່ມຂຶ້ນໃນການແນະນຳສູ່ເພື່ອນມິດສາກົນ.

ງານບຸນວັດທະນະທຳໂລກທີ່ຮ່າໂນ້ຍ: ພື້ນທີ່ໂຮມສີສັນຈາກ 5 ທະວີບ
ໂຄງການ “ຄອນເສີດ 5 ທະວີບ” ສ້າງພື້ນທີ່ແລກປ່ຽນໂດຍກົງລະຫວ່າງສິລະປິນ ແລະ ສາທາລະນະຊົນຢູ່ງານບຸນ.

ດົນຕີເປີດກວ້າງການສົນທະນາລະຫວ່າງບັນດາວັດທະນະທຳ

ທີ່ເວທີວົງມົນ ພະລາຊະວັງທັງລອງ, ຊຸດໂຄງການ “ຄອນເສີດ 5 ທະວີບ” ໄດ້ສ້າງພື້ນທີ່ແລກປ່ຽນລະຫວ່າງສິລະປິນ ແລະ ສາທາລະນະຊົນ, ແນະນຳຄວາມຫຼາກຫຼາຍຂອງບັນດາຮູບແບບສິລະປະ, ດົນຕີ ແລະ ເອກະລັກວັດທະນະທຳຈາກຫຼາຍພາກພື້ນໃນໂລກ.

ບັນດາຄະນະສິລະປະຈາກຫຼາຍທະວີບເຂົ້າຮ່ວມສະແດງ, ແນະນຳບັນດາຮູບແບບດົນຕີ, ເຄື່ອງດົນຕີ ແລະ ຈຸດເດັ່ນໃນຊີວິດວັດທະນະທຳຂອງແຕ່ລະປະເທດ, ຜ່ານນັ້ນປະກອບສ່ວນເພີ່ມທະວີຄວາມເຂົ້າໃຈ ແລະ ການເຊື່ອມຕໍ່ລະຫວ່າງບັນດາວັດທະນະທຳ.

ທ່ານນາງ Charishma, ຄູສອນຟ້ອນທີ່ສູນວັດທະນະທຳອິນເດຍປະຈຳຮ່າໂນ້ຍ, ໃຫ້ຮູ້ວ່າ ນີ້ແມ່ນຄັ້ງທີ 2 ທີ່ທ່ານນາງເຂົ້າຮ່ວມງານບຸນພ້ອມກັບກຸ່ມສະແດງ. ບັນດາສິລະປິນໄດ້ນຳເອົາລາຍການຟ້ອນ Kuchipudi, ເຊິ່ງເປັນຮູບແບບການຟ້ອນປະເພນີຂອງພາກໃຕ້ອິນເດຍ, ໃນນັ້ນມີການສະແດງຂອງນັກຮຽນຍິງຫວຽດນາມ ແລະ ເດັກນ້ອຍ.

ຜ່ານປະສົບການສະແດງ, ທ່ານນາງເຫັນວ່າ ຊາວຫວຽດນາມ ແລະ ຊາວອິນເດຍ ມີຈຸດຄ້າຍຄືກັນໃນຄວາມຮັກຕໍ່ສິລະປະ ແລະ ຄວາມຜູກພັນກັບຮາກເຫງົ້າວັດທະນະທຳ. ຕາມທ່ານນາງ Charishma, ເຖິງວ່າແຕ່ລະປະເທດຈະມີຮູບແບບສິລະປະສະເພາະຂອງຕົນ, ແຕ່ການເຄົາລົບປະເພນີ ແລະ ຄວາມປາຖະໜາຢາກແນະນຳວັດທະນະທຳຂອງຕົນສູ່ປະເທດອື່ນ ນັ້ນແມ່ນຈຸດພົບປະທີ່ສຳຄັນ.

ຈຸດໜຶ່ງທີ່ໜ້າສົນໃຈໃນງານບຸນ ແມ່ນບັນດາຄຸນຄ່າປະເພນີຖືກສະແດງອອກຜ່ານຮູບແບບໃໝ່. ບັນດາໂຄງການ ເຊັ່ນ “Cultural Cosplay - ການປະສານສີສັນຫວຽດ” ຫຼື “Audition - ພັດທະນາພ້ອມກັບວັດທະນະທຳຫວຽດນາມ” ໄດ້ສົມທົບບັນດາອົງປະກອບວັດທະນະທຳປະເພນີກັບເຕັກໂນໂລຊີ ແລະ ວິທີສະແດງອອກທີ່ທັນສະໄໝ.

ທີ່ເວທີພະລາຊະວັງທັງລອງ, ໂຄງການສິລະປະ “Cultural Cosplay - ການແລກປ່ຽນວັດທະນະທຳສາກົນ” ໄດ້ນຳມາເຊິ່ງບັນຍາກາດໜຸ່ມແໜ້ນ, ຫຼາກຫຼາຍສີສັນ, ແນໃສ່ນຳວັດທະນະທຳ ແລະ ສິລະປະໃຫ້ໃກ້ຊິດກັບຊາວໜຸ່ມຫຼາຍຂຶ້ນ ຜ່ານຮູບແບບທີ່ພວມໄດ້ຮັບຄວາມສົນໃຈຈາກຊາວໜຸ່ມຈຳນວນຫຼາຍ.

ຈາກຮູບແບບການແຕ່ງຕົວເປັນຕົວລະຄອນໃນກາຕູນ, ຮູບເງົາ, ເກມ ຫຼື ບັນດາຜະລິດຕະພັນວັດທະນະທຳມະຫາຊົນ, cosplay ໄດ້ພັດທະນາກາຍເປັນປາກົດການທາງວັດທະນະທຳທີ່ແຜ່ຫຼາຍໃນຫຼາຍປະເທດ.

ຢູ່ຫວຽດນາມ, ກິດຈະກຳນີ້ຍັງສະແດງໃຫ້ເຫັນຄວາມສາມາດໃນການຮັບເອົາ ແລະ ສ້າງສັນຄືນໃໝ່ບັນດາອົງປະກອບວັດທະນະທຳສາກົນຂອງຊາວໜຸ່ມ. ບັນດາທັກສະ ເຊັ່ນ ການແຕ່ງໜ້າ, ອອກແບບເຄື່ອງນຸ່ງ, ປະດິດອຸປະກອນປະກອບ ແລະ ການສະແດງ ບໍ່ພຽງແຕ່ຮັບໃຊ້ກິດຈະກຳບັນເທີງ ແຕ່ຍັງເຊື່ອມໂຍງກັບລະບົບນິເວດສ້າງສັນໃນບັນດາຂົງເຂດເກມ, ຮູບເງົາ, ສື່ສານ ແລະ ບັນເທີງດິຈິຕອນ.

ອາຫານກາຍເປັນຂົວເຊື່ອມວັດທະນະທຳ

ໃນພື້ນທີ່ງານບຸນ, ອາຫານຫວຽດນາມກໍໄດ້ຮັບການແນະນຳຢ່າງກວ້າງຂວາງສູ່ເພື່ອນມິດສາກົນ. ບ້ານຫັດຖະກຳປະເພນີຜະລິດໝູຢໍ ແລະ ໝູບົດ ເອືອກເລ໊ ເຂົ້າຮ່ວມເຫດການດ້ວຍຄວາມປາຖະໜາຢາກໂຄສະນາຜະລິດຕະພັນປະເພນີ, ພ້ອມທັງເຊື່ອມຕໍ່ກັບບັນດາຄູ່ຮ່ວມ ແລະ ຜູ້ບໍລິໂພກທັງພາຍໃນ ແລະ ຕ່າງປະເທດ.

ຊ່າງສິລະປະ ດັ້ງຮົ່ງເຊີນ, ປະທານສະມາຄົມບ້ານຫັດຖະກຳປະເພນີຜະລິດໝູຢໍ ແລະ ໝູບົດ ເອືອກເລ໊ ໃຫ້ຮູ້ວ່າ, ໜ່ວຍງານປາຖະໜາຢາກແນະນຳບັນດາຜະລິດຕະພັນອັນປານີດ, ມີຄຸນນະພາບ, ຮັບປະກັນຄວາມແຊບ, ສະອາດ ແລະ ປອດໄພສູ່ສາທາລະນະຊົນ. ຜ່ານການຊີມໂດຍກົງ, ຜູ້ຮັບປະທານສາມາດສຳຜັດກັບລົດຊາດອັນເປັນເອກະລັກຂອງໝູຢໍ ແລະ ໝູບົດ ເອືອກເລ໊, ພ້ອມທັງເຂົ້າໃຈເພີ່ມຂຶ້ນກ່ຽວກັບເອກະລັກໜຶ່ງຂອງວັດທະນະທຳອາຫານປະເພນີຫວຽດນາມ.

ຕາມທ່ານ, ການເຂົ້າຮ່ວມງານບຸນຍັງເປັນໂອກາດເພື່ອສົ່ງສານກ່ຽວກັບການເຊື່ອມຕໍ່, ການແລກປ່ຽນ ແລະ ການພັດທະນາຂອງອາຫານຫວຽດນາມໃນສະພາບແວດລ້ອມສາກົນ.

ພື້ນທີ່ງານບຸນບໍ່ພຽງແຕ່ສຳລັບບັນດາຄະນະສິລະປະ ຫຼື ບັນດາໜ່ວຍງານທີ່ເຂົ້າຮ່ວມ ແຕ່ຍັງສ້າງເງື່ອນໄຂໃຫ້ປະຊາຊົນໄດ້ສຳຜັດປະສົບການໂດຍກົງ.

ທ່ານນາງ ກິມອຽນ, ຊາວຮ່າໂນ້ຍຄົນໜຶ່ງ, ໃຫ້ຮູ້ວ່າ ທ່ານນາງຮູ້ສຶກດີໃຈຫຼາຍທີ່ໄດ້ພາຄອບຄົວມາຢ້ຽມຊົມພະລາຊະວັງທັງລອງ ແລະ ຮ່ວມບັນຍາກາດງານບຸນວັດທະນະທຳໂລກ ຄັ້ງທີ 2.

ຕາມທ່ານນາງ, ຂະໜາດການຈັດງານໃນປີນີ້ໃຫຍ່ກວ່າ, ບັນດາໂຄງການໄດ້ຮັບການລົງທຶນຈັດເຮັດຢ່າງປານີດ ແລະ ມີຫຼາຍຈຸດໂດດເດັ່ນກວ່າງານບຸນຄັ້ງທຳອິດ. ບັນດາພື້ນທີ່ຖືກຈັດວາງຢ່າງຫຼາກຫຼາຍ, ສ້າງເງື່ອນໄຂໃຫ້ປະຊາຊົນຄົ້ນຫາ, ພົວພັນ ແລະ ຮຽນຮູ້ວັດທະນະທຳຂອງຫຼາຍປະເທດໂດຍກົງ.

ທ່ານນາງ ກິມອຽນ ຍັງເຫັນວ່າ ການທີ່ເຫດການວັດທະນະທຳສາກົນໜຶ່ງສາມາດດຶງດູດປະຊາຊົນຈຳນວນຫຼາຍເຂົ້າຮ່ວມ ໄດ້ສ້າງບັນຍາກາດການແລກປ່ຽນທີ່ຄຶກຄື້ນຢູ່ໃຈກາງຮ່າໂນ້ຍ.

ມິງຫງອກ, ນັກທ່ອງທ່ຽວທີ່ມາຢ້ຽມຊົມງານບຸນ, ແບ່ງປັນວ່າ ໂຄງການໃນປີນີ້ສ້າງຄວາມປະທັບໃຈຍ້ອນມີຫຼາຍເຂດໃຫ້ສຳຜັດປະສົບການ, ນັບແຕ່ອາຫານ, ດົນຕີ ຈົນເຖິງບັນດາກິດຈະກຳວັດທະນະທຳຂອງຫຼາຍປະເທດ.

ມິງຫງອກ ປະທັບໃຈເປັນພິເສດກັບບັນດາລາຍການສະແດງຂອງບັນດາຄະນະສາກົນ. ຜ່ານບັນດາກິດຈະກຳເຫຼົ່ານີ້, ມິງຫງອກ ມີໂອກາດເພີ່ມຂຶ້ນໃນການຮຽນຮູ້ວັດທະນະທຳຂອງບັນດາປະເທດ, ພ້ອມທັງຮູ້ສຶກພາກພູມໃຈເມື່ອວັດທະນະທຳຫວຽດນາມກໍໄດ້ຮັບການແນະນຳສູ່ເພື່ອນມິດສາກົນ.

ຈາກບັນດາການພົບປະ, ການແບ່ງປັນ ແລະ ປະສົບການໂດຍກົງ, ງານບຸນວັດທະນະທຳໂລກທີ່ຮ່າໂນ້ຍ ຄັ້ງທີ 2 ປະກອບສ່ວນນຳບັນດາວັດທະນະທຳໃຫ້ໃກ້ຊິດກັນຫຼາຍຂຶ້ນ, ພ້ອມທັງສ້າງພື້ນທີ່ເຊື່ອມຕໍ່ເພີ່ມເຕີມລະຫວ່າງຫວຽດນາມ ແລະ ເພື່ອນມິດສາກົນ, ຜ່ານນັ້ນແນະນຳພາບລັກຂອງຫວຽດນາມທີ່ເປັນມິດ, ອຸດົມດ້ວຍເອກະລັກ.

ຫວຽດນາມ - ນອກແວ ເປີດກວ້າງການຮ່ວມມືສີຂຽວ ພາຍຫຼັງ 55 ປີແຫ່ງສາຍພົວພັນການທູດ ຫວຽດນາມ - ນອກແວ ເປີດກວ້າງການຮ່ວມມືສີຂຽວ ພາຍຫຼັງ 55 ປີແຫ່ງສາຍພົວພັນການທູດ
ຍສໝ - ພາຍຫຼັງ 55 ປີແຫ່ງການສ້າງຕັ້ງສາຍພົວພັນການທູດ, ສາຍພົວພັນ ຫວຽດນາມ - ນອກແວ ໄດ້ຫັນຈາກພື້ນຖານມິດຕະພາບ, ການຮ່ວມມືພັດທະນາ ໄປສູ່ຫຼາຍຂົງເຂດໃໝ່ ເຊັ່ນ: ການຫັນປ່ຽນສີຂຽວ, ພະລັງງານທົດແທນ, ເສດຖະກິດໝູນວຽນ, ເສດຖະກິດທະເລທີ່ຍືນຍົງ, ການຄ້າ ແລະ ການລົງທຶນ.
ຂະບວນການ 500 ວັນ-ຄືນ ຄົ້ນຫາ ແລະ ຮວບຮວມອັດຖິວິລະຊົນໄດ້ 2.803 ຊຸດ ຂະບວນການ 500 ວັນ-ຄືນ ຄົ້ນຫາ ແລະ ຮວບຮວມອັດຖິວິລະຊົນໄດ້ 2.803 ຊຸດ
ຍສໝ - ຮອດວັນທີ 23/9/2026, ບັນດາກຳລັງທີ່ເຂົ້າຮ່ວມຂະບວນການ 500 ວັນ-ຄືນ ໄດ້ຄົ້ນຫາ ແລະ ຮວບຮວມອັດຖິວິລະຊົນ 2.803 ຊຸດ ຢູ່ພາຍໃນປະເທດ, ລາວ ແລະ ກຳປູເຈຍ; ພ້ອມທັງເກັບຕົວຢ່າງຢູ່ຫຼຸມຝັງສົບວິລະຊົນ 199.908 ຫຼຸມ, ບັນລຸ 94,78% ຂອງຄວາມຄືບໜ້າ.

ຄຳສີ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ