| ບຸນໄຫວ້ພະຈັນ ເຊື່ອມສາຍສຳພັນຊຸມຊົນຊາວຫວຽດນາມຢູ່ເຢຍລະມັນ ນັກສຶກສາຫວຽດນາມຢູ່ໂອຕຣິດ ສົ່ງເສີມບົດບາດເຊື່ອມໂຍງຊຸມຊົນ |
ການພົບປະໄດ້ຈັດຂຶ້ນໃນຂອບເຂດການເດີນທາງປະຕິບັດວຽກງານຂອງທ່ານ ເລ ກວນ ຢູ່ຍີ່ປຸ່ນ, ໂດຍມີຜູ້ແທນສະຖານທູດຫວຽດນາມ, ບັນດາມະຫາວິທະຍາໄລພາຍໃນປະເທດ ແລະ ປະຊາຄົມປັນຍາຊົນຫວຽດນາມທີ່ພວມສຶກສາ ແລະ ເຮັດວຽກຢູ່ຍີ່ປຸ່ນເຂົ້າຮ່ວມ.
ກ່າວຄຳເຫັນໃນງານ, ທ່ານ ຫງວຽນ ເຈື່ອງ ເຊີນ ກົງສຸນໃຫຍ່ຫວຽດນາມປະຈຳໂອຊາກາ ຕີລາຄາວ່າ ເຂດຄັນໄຊແມ່ນສູນກາງສຳຄັນຂອງຍີ່ປຸ່ນໃນດ້ານການສຶກສາຂັ້ນມະຫາວິທະຍາໄລ, ການຄົ້ນຄວ້າ ແລະ ນະວັດຕະກຳ. ຕາມທ່ານ ຫງວຽນ ເຈື່ອງ ເຊີນ ແລ້ວ, ທີມງານຜູ້ຊ່ຽວຊານ, ອາຈານສອນ, ນັກວິທະຍາສາດ ແລະ ນັກສຶກສາຫວຽດນາມຢູ່ເຂດນີ້ ແມ່ນແຫຼ່ງກຳລັງທີ່ມີຄຸນຄ່າຕໍ່ປະເທດຊາດ.
![]() |
| ທ່ານ ເລ ກວນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ຝຶກອົບຮົມ ແລກປ່ຽນຄຳເຫັນກັບນັກວິທະຍາສາດ, ຜູ້ຊ່ຽວຊານ ແລະ ນັກສຶກສາຫວຽດນາມທີ່ກຳລັງສຶກສາ ແລະ ຄົ້ນຄວ້າຢູ່ເຂດຄັນໄຊ, ຍີ່ປຸ່ນ ຈຳນວນກວ່າ 50 ຄົນ. |
ສະຖານກົງສຸນໃຫຍ່ຈະສືບຕໍ່ເຮັດໜ້າທີ່ເປັນຂົວເຊື່ອມລະຫວ່າງບັນດາສະຖາບັນຝຶກອົບຮົມ, ສະຖາບັນຄົ້ນຄວ້າຂອງຫວຽດນາມ ກັບປັນຍາຊົນຢູ່ຍີ່ປຸ່ນ, ຊຸກຍູ້ການແລກປ່ຽນຜູ້ຊ່ຽວຊານ, ການຮ່ວມມືຄົ້ນຄວ້າ ແລະ ການນຳໃຊ້ເຕັກໂນໂລຊີ.
ໃນລາຍການດັ່ງກ່າວ, ທ່ານ ເລ ກວນ ຮອງລັດຖະມົນຕີ ໄດ້ໃຫ້ຂໍ້ມູນກ່ຽວກັບບັນດານະໂຍບາຍພັດທະນາການສຶກສາ, ວິທະຍາສາດ, ເຕັກໂນໂລຊີ ແລະ ການດຶງດູດຜູ້ມີພອນສະຫວັນຊາວຫວຽດນາມຢູ່ຕ່າງປະເທດ. ທ່ານໄດ້ເນັ້ນໜັກບົດບາດຂອງປັນຍາຊົນຊາວຫວຽດນາມຢູ່ຕ່າງປະເທດ ໃນການລະດົມປະສົບການ, ຄວາມສາມາດວິຊາຊີບ ແລະ ເຄືອຂ່າຍການຮ່ວມມືສາກົນ, ຕິດພັນກັບການປະຕິບັດມະຕິເລກທີ 57-NQ/TW ກ່ຽວກັບການພັດທະນາວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ, ການຫັນປ່ຽນສູ່ດິຈິຕອນ ແລະ ມະຕິເລກທີ 71-NQ/TW ກ່ຽວກັບການສຶກສາ ແລະ ຝຶກອົບຮົມ.
ໃນພາກສົນທະນາ, ບັນດາຜູ້ຊ່ຽວຊານ ແລະ ນັກສຶກສາຫວຽດນາມທີ່ກຳລັງສຶກສາຢູ່ຕ່າງປະເທດ ໄດ້ສະເໜີໃຫ້ເພີ່ມທະວີການເຊື່ອມຕໍ່ດ້ານການຄົ້ນຄວ້າ, ເປີດກວ້າງໂອກາດການຮ່ວມມືກັບຫວຽດນາມ. ຜູ້ແທນຈຳນວນໜຶ່ງໄດ້ໃຫ້ຄວາມສົນໃຈຕໍ່ເງື່ອນໄຂການເຮັດວຽກ, ການພັດທະນາອາຊີບ ແລະ ສະພາບແວດລ້ອມການຄົ້ນຄວ້າພາຍໃນປະເທດ, ໂດຍສະເພາະໃນຂົງເຂດປັນຍາປະດິດ ແລະ ເຕັກໂນໂລຊີຄວັນຕຳ.
ບັນດາຄຳເຫັນໄດ້ເນັ້ນໜັກວ່າ ນະໂຍບາຍດຶງດູດຜູ້ມີພອນສະຫວັນຕ້ອງຕິດພັນກັບຄວາມຕ້ອງການຕົວຈິງຂອງບັນດາມະຫາວິທະຍາໄລ, ສະຖາບັນຄົ້ນຄວ້າ ແລະ ວິສາຫະກິດ, ພ້ອມທັງຮັບປະກັນເງື່ອນໄຂໃນການພັດທະນາຄວາມຊ່ຽວຊານ ແລະ ການນຳໃຊ້ຜົນການຄົ້ນຄວ້າ.
ບັນດາຜູ້ແທນຍັງໄດ້ແລກປ່ຽນປະສົບການໃນຂົງເຂດການແພດ, ປັນຍາປະດິດ, ເຕັກໂນໂລຊີສາລະສົນເທດ, ວິທະຍາສາດຄອມພິວເຕີ ແລະ ວິທະຍາສາດຂໍ້ມູນ. ຜ່ານນັ້ນ, ຜູ້ແທນບັນດາມະຫາວິທະຍາໄລຫວຽດນາມ ແລະ ປັນຍາຊົນຢູ່ເຂດຄັນໄຊ ໄດ້ກຳນົດເບື້ອງຕົ້ນເຖິງຄວາມຕ້ອງການ, ຈຸດແຂງ ແລະ ຄວາມສາມາດໃນການປະສານງານຮ່ວມກັນ.
ໃນໄລຍະຕໍ່ໄປ, ສະຖານກົງສຸນໃຫຍ່ຫວຽດນາມປະຈຳໂອຊາກາ ຈະປະສານງານກັບກະຊວງສຶກສາທິການ ແລະ ຝຶກອົບຮົມ, ບັນດາສະຖາບັນຄົ້ນຄວ້າ, ສະຖາບັນຝຶກອົບຮົມ ແລະ ປະຊາຄົມຊາວຫວຽດນາມຢູ່ຍີ່ປຸ່ນ ເພື່ອຮັກສາການເຊື່ອມຕໍ່, ຊອກຫາຄູ່ຮ່ວມມື ແລະ ຊຸກຍູ້ບັນດາຂໍ້ລິເລີ່ມການຮ່ວມມືໃນໄລຍະຍາວ.
ຍສໝ - ການສຳຜັດປະສົບການຕົວຈິງ ແລະ ເລື່ອງລາວທາງປະຫວັດສາດ ຢູ່ສວນສາທາລະນະ ເລທິຣຽງ (ນະຄອນໂຮ່ຈີມິນ) ໃນຕອນບ່າຍວັນທີ 25/8 ໄດ້ນຳເອົາຄວາມຮູ້ສຶກອັນເລິກເຊິ່ງມາສູ່ເຍົາວະຊົນຊາວຫວຽດນາມຢູ່ຕ່າງປະເທດ 50 ຄົນ ທີ່ມາຈາກທົ່ວໂລກ. ກິດຈະກຳນີ້ຈັດຂຶ້ນໃນຂອບເຂດຄ່າຍລະດູຮ້ອນເຍົາວະຊົນຊາວຫວຽດນາມຢູ່ຕ່າງປະເທດ ແລະ ໄວໜຸ່ມນະຄອນ ຄັ້ງທີ 19 ປີ 2026, ພາຍໃຕ້ຫົວຂໍ້ “ພູມໃຈນະຄອນທີ່ໄດ້ຮັບເກຽດຊື່ປະທານໂຮ່ຈີມິນ”. |
ຍສໝ - ໂດຍກຳນົດວ່າ ຊາວຫວຽດນາມຢູ່ຕ່າງປະເທດແມ່ນໜຶ່ງໃນແຫຼ່ງກຳລັງຍຸດທະສາດທີ່ສຳຄັນຂອງປະເທດ, ມະຕິເລກທີ 23-NQ/TW ໄດ້ເປີດບາດກ້າວຫັນປ່ຽນຈາກການຂົນຂວາຍ, ເອົາໃຈໃສ່ ໄປສູ່ການຮ່ວມເດີນທາງ, ສ້າງກົນໄກ ແລະ ສົ່ງເສີມແຫຼ່ງກຳລັງ. ຈິດໃຈດັ່ງກ່າວ ໄດ້ວາງຄວາມຮຽກຮ້ອງໃຫ້ຫັນບັນດານະໂຍບາຍເປັນອັນລະອຽດ, ສ້າງກົນໄກເຊື່ອມຕໍ່ທີ່ແທດຈິງ ເພື່ອໃຫ້ພູມປັນຍາ, ເຕັກໂນໂລຊີ, ເຄືອຂ່າຍ ແລະ ປະສົບການຂອງຊາວຫວຽດນາມຢູ່ຕ່າງປະເທດກວ່າ 6,5 ລ້ານຄົນ ໄດ້ຮັບການສົ່ງເສີມຢ່າງມີປະສິດທິຜົນ, ປະກອບສ່ວນເຂົ້າໃນການພັດທະນາປະເທດ. |
ມິງດຶກ
