| ອ່າວຢາຍຫວຽດນາມ ເຊື່ອມໂຍງວັດທະນະທຳ ຫວຽດນາມ - ໄທ ຫວຽດນາມ - ໄທ ຊຸກຍູ້ສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານ ຈາກພື້ນຖານຄວາມຜູກພັນລະຫວ່າງປະຊາຊົນ |
ວັນທີ 5/10 ຢູ່ລາວກາຍ, ຄະນະກຳມະການປະຊາຊົນແຂວງລາວກາຍ ແລະ ສະມາຄົມມິດຕະພາບຫວຽດນາມ - ໄທ ໄດ້ຈັດພິທີລະນຶກ 30 ປີແຫ່ງການສ້າງຕັ້ງສະມາຄົມ.
ເຂົ້າຮ່ວມມີ ທ່ານ ຫງວຽນຫງອກຮຸ່ງ, ຮອງປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ; ທ່ານ ຫງວຽນວັນແທ່ງ, ປະທານສະມາຄົມມິດຕະພາບຫວຽດນາມ - ໄທ; ທ່ານນາງ Urawadee Sriphiromya, ເອກອັກຄະລັດຖະທູດໄທປະຈຳຫວຽດນາມ; ທ່ານ ຢ່າງກວັກຮຶງ, ຮອງປະທານຄະນະກຳມະການປະຊາຊົນແຂວງລາວກາຍ; ທ່ານ ເລືອງຊວນຮວ່າ, ຮອງປະທານສະຫະສະມາຄົມຊາວຫວຽດນາມທົ່ວປະເທດໄທ, ພ້ອມດ້ວຍຜູ້ຕາງໜ້າບັນດາອົງການ, ອົງການມິດຕະພາບ, ສະມາຄົມມິດຕະພາບທ້ອງຖິ່ນ, ປະຊາຄົມຊາວຫວຽດນາມຢູ່ໄທ ແລະ ບັນດາຜູ້ແທນໄທ.
ເຫດການນີ້ນອນຢູ່ໃນຊຸດກິດຈະກຳລະນຶກ 50 ປີແຫ່ງການສ້າງຕັ້ງສາຍພົວພັນການທູດຫວຽດນາມ - ໄທ (1976-2026), ດຳເນີນໄປໃນສະພາບການທີ່ສາຍພົວພັນສອງປະເທດໄດ້ຮັບການຍົກລະດັບຂຶ້ນເປັນຄູ່ຮ່ວມຍຸດທະສາດຮອບດ້ານໃນປີ 2025.
| ບັນດາຜູ້ແທນຕິດຕາມວິດີໂອແນະນຳກ່ຽວກັບໄລຍະທາງ 30 ປີແຫ່ງການເຄື່ອນໄຫວຂອງສະມາຄົມມິດຕະພາບຫວຽດນາມ - ໄທ ທີ່ພິທີລະນຶກ. |
ເປີດກວ້າງການແລກປ່ຽນ ເຊື່ອມໂຍງກັບຄວາມຕ້ອງການຮ່ວມມືຕົວຈິງ
ສະມາຄົມມິດຕະພາບຫວຽດນາມ - ໄທ ໄດ້ສ້າງຕັ້ງໃນປີ 1996 ຕາມຂໍ້ຕົກລົງຂອງນາຍົກລັດຖະມົນຕີ, ມີໜ້າທີ່ເພີ່ມທະວີຄວາມສາມັກຄີ, ມິດຕະພາບ ແລະ ຄວາມເຂົ້າໃຈລະຫວ່າງປະຊາຊົນສອງປະເທດ.
ຕາມທ່ານ ພົນໂທ, ສຈ.ປອ. ຫງວຽນວັນແທ່ງ, ປະທານສະມາຄົມ, ຕະຫຼອດ 30 ປີ ແລະ 5 ສະໄໝກອງປະຊຸມໃຫຍ່, ຄຽງຄູ່ກັບການພັດທະນາຂອງສາຍພົວພັນສອງຝ່າຍ, ສະມາຄົມໄດ້ຄ່ອຍໆປັບປຸງການຈັດຕັ້ງ, ປ່ຽນແປງໃໝ່ເນື້ອໃນ ແລະ ວິທີການເຄື່ອນໄຫວ, ສືບຕໍ່ສົ່ງເສີມບົດບາດເປັນຂົວເຊື່ອມລະຫວ່າງປະຊາຊົນຫວຽດນາມ ແລະ ໄທ.
ໃນໄລຍະຕົ້ນ, ກິດຈະກຳຂອງສະມາຄົມຕົ້ນຕໍແມ່ນສຸມໃສ່ການແລກປ່ຽນມິດຕະພາບ, ການແລກປ່ຽນຄະນະ, ແນະນຳວັດທະນະທຳ, ປະເທດ ແລະ ປະຊາຊົນຂອງສອງປະເທດ. ຫຼັງຈາກນັ້ນ, ຂອບເຂດກິດຈະກຳໄດ້ຄ່ອຍໆເປີດກວ້າງ, ເຊື່ອມໂຍງແໜ້ນແຟ້ນຍິ່ງຂຶ້ນກັບບັນດາຄວາມຕ້ອງການຮ່ວມມືຕົວຈິງ.
ຄຽງຄູ່ກັບບັນດາກິດຈະກຳແບບດັ້ງເດີມ ເຊັ່ນ ອວຍພອນບຸນປີໃໝ່ປະເພນີ, ວັນຊາດຂອງສອງປະເທດ, ພິທີຖວາຍຜ້າກະຖິນ, ການແລກປ່ຽນວັດທະນະທຳ, ສິລະປະ, ສະມາຄົມໄດ້ເພີ່ມທະວີການເຊື່ອມຕໍ່ລະຫວ່າງບັນດາທ້ອງຖິ່ນ, ວິສາຫະກິດ, ມະຫາວິທະຍາໄລ, ອົງການສັງຄົມ ແລະ ຄົນຮຸ່ນໜຸ່ມ.
ສະມາຄົມມິດຕະພາບຫວຽດນາມ - ໄທ ແລະ ສະມາຄົມມິດຕະພາບໄທ - ຫວຽດນາມ ໄດ້ປະສານສົມທົບຈັດກອງປະຊຸມສຳມະນາ 5 ຄັ້ງ ເພື່ອສະໜອງຂໍ້ມູນ ແລະ ເຊື່ອມຕໍ່ວິສາຫະກິດ, ປະກອບສ່ວນສ້າງຄວາມສະດວກໃຫ້ວິສາຫະກິດສອງປະເທດ, ໂດຍສະເພາະວິສາຫະກິດຂະໜາດກາງ ແລະ ນ້ອຍ, ເຂົ້າເຖິງຕະຫຼາດ, ສົ່ງອອກບັນດາຜະລິດຕະພັນທີ່ມີທ່າແຮງ ແລະ ນຳເຂົ້າບັນດາສິນຄ້າທີ່ສອດຄ່ອງກັບຄວາມຕ້ອງການ.
ໃນຂົງເຂດການສຶກສາ, ຜ່ານການປະສານສົມທົບລະຫວ່າງສອງສະມາຄົມ, ທຶນການສຶກສາ 5 ທຶນ ໄດ້ມອບໃຫ້ນັກຮຽນຫວຽດນາມທີ່ມີສະພາບຄອບຄົວຫຍຸ້ງຍາກ ເພື່ອເຂົ້າຮຽນຢູ່ໂຮງຮຽນ Mechai Bamboo ແຂວງ Buriram, ປະເທດໄທ.
ສອງສະມາຄົມຍັງໄດ້ເຊື່ອມຕໍ່, ຊຸກຍູ້ການຮ່ວມມືລະຫວ່າງມະຫາວິທະຍາໄລ ຫງວຽນເຕິ໊ດແທ່ງ ກັບມະຫາວິທະຍາໄລ Mae Fah Luang; ລະຫວ່າງມະຫາວິທະຍາໄລ FPT ກັບມະຫາວິທະຍາໄລ Khon Kaen, ມະຫາວິທະຍາໄລເຕັກໂນໂລຊີ King Mongkut Thonburi ແລະ ມະຫາວິທະຍາໄລ Chulalongkorn.
| ລາຍການສະແດງສິລະປະທີ່ພິທີລະນຶກ. |
ປັບປຸງພື້ນຖານປະຊາຊົນສຳລັບການຮ່ວມມືສອງຝ່າຍ
ທ່ານນາງ Urawadee Sriphiromya, ເອກອັກຄະລັດຖະທູດໄທປະຈຳຫວຽດນາມ ຕີລາຄາວ່າ ສະມາຄົມໄດ້ຕັ້ງໜ້າຊຸກຍູ້ການແລກປ່ຽນປະຊາຊົນ ຜ່ານກົນໄກແລກປ່ຽນກັບສະມາຄົມມິດຕະພາບໄທ - ຫວຽດນາມ; ຮັກສາເຄືອຂ່າຍການແລກປ່ຽນລະຫວ່າງບັນດາແຂວງ, ນະຄອນຂອງສອງປະເທດ; ພ້ອມທັງຊຸກຍູ້ການຮ່ວມມືດ້ານການສຶກສາ, ກິລາ, ວັດທະນະທຳ ແລະ ລະຫວ່າງປະຊາຄົມວິສາຫະກິດຫວຽດນາມ - ໄທ.
ຕາມທ່ານນາງເອກອັກຄະລັດຖະທູດ, ພື້ນຖານອັນໝັ້ນຄົງຂອງສາຍພົວພັນສອງປະເທດ ໄດ້ຮັບການສ້າງຂຶ້ນຈາກຄວາມຜູກພັນລະຫວ່າງປະຊາຊົນຫວຽດນາມ ແລະ ໄທ.
| ບັນດາຜູ້ແທນຖ່າຍຮູບທີ່ລະນຶກ. |
ທ່ານນາງ ໄດ້ກ່າວເຖິງສາມເຂດລະນຶກເຖິງປະທານ ໂຮ່ຈິມິນ ຢູ່ Udon Thani, Nakhon Phanom ແລະ Phichit ທີ່ໄດ້ຮັບຄວາມໃສ່ໃຈ, ຮັກສາຈາກປະຊາຄົມທ້ອງຖິ່ນ ແລະ ລັດຖະບານໄທ; ພ້ອມກັບລະບົບວັດພຸດທະສາສະໜານິກາຍອານາມ ຢູ່ຫຼາຍແຂວງ, ນະຄອນຂອງໄທ ທີ່ໄດ້ຮັບການບູລະນະຈາກພຸດທະສາສະນິກະຊົນໄທ.
ຊາວໄທເຊື້ອສາຍຫວຽດນາມຫຼາຍກວ່າ 100.000 ຄົນ ຜ່ານຫຼາຍຮຸ່ນຄົນ ໄດ້ເຊື່ອມໂຍງຢ່າງເລິກເຊິ່ງເຂົ້າກັບສັງຄົມໄທ ແລະ ມີບົດບາດໃນການຊຸກຍູ້ການແລກປ່ຽນປະຊາຊົນ ກໍຄືສາຍພົວພັນເສດຖະກິດລະຫວ່າງສອງປະເທດ.
ທ່ານນາງ Urawadee Sriphiromya ຢືນຢັນວ່າ ສ່ວນຕົວທ່ານນາງ ແລະ ສະຖານທູດໄທປະຈຳຮ່າໂນ້ຍ ຈະສືບຕໍ່ປະສານສົມທົບຢ່າງແໜ້ນແຟ້ນກັບສະມາຄົມ, ປະກອບສ່ວນຊຸກຍູ້ສາຍພົວພັນໄທ - ຫວຽດນາມ ໃຫ້ນັບມື້ນັບຫ້າວຫັນ, ຜູກພັນ ແລະ ພັດທະນາຢ່າງເລິກເຊິ່ງໃນຫຼາຍລະດັບ ແລະ ຫຼາຍຂົງເຂດ.
ທ່ານ ຢ່າງກວັກຮຶງ, ຮອງປະທານຄະນະກຳມະການປະຊາຊົນແຂວງລາວກາຍ ໃຫ້ຮູ້ວ່າ ແຂວງປາດຖະໜາຢາກຮ່ວມກັບສະມາຄົມມິດຕະພາບຫວຽດນາມ - ໄທ, ສະຖານທູດໄທປະຈຳຫວຽດນາມ, ສະຫະສະມາຄົມຊາວຫວຽດນາມທົ່ວປະເທດໄທ ແລະ ບັນດາອົງການມິດຕະພາບ ສືບຕໍ່ເພີ່ມທະວີການແລກປ່ຽນປະຊາຊົນ, ເຊື່ອມຕໍ່ລາວກາຍກັບບັນດາທ້ອງຖິ່ນ, ອົງການ, ວິສາຫະກິດ ແລະ ສະຖາບັນຝຶກອົບຮົມຂອງໄທ.
ຍສໝ - ຜູ້ແທນ ແລະ ແຂກຖືກເຊີນປະມານ 1.000 ຄົນ ໄດ້ເຂົ້າຮ່ວມງານລ້ຽງຮັບຮອງລະນຶກຄົບຮອບ 81 ປີ ແຫ່ງການປະຕິວັດເດືອນສິງຫາ, ວັນຊາດ 2/9 ແລະ 50 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ຫວຽດນາມ - ໄທ ທີ່ຈັດໂດຍສະຖານທູດຫວຽດນາມປະຈຳໄທ ໃນຕອນຄ່ຳວັນທີ 18/8 ຢູ່ໂຮງແຮມ The Ritz-Carlton Bangkok. |
ຍສໝ - ນັບແຕ່ການຮັກສາພາສາຫວຽດນາມ, ວັດທະນະທຳຂອງຊາດ ຈົນເຖິງການເຊື່ອມຕໍ່ການແລກປ່ຽນປະຊາຊົນ, ປະຊາຄົມຊາວຫວຽດນາມຢູ່ໄທ ພວມປະກອບສ່ວນຢ່າງແທດຈິງເຂົ້າໃນການທະນຸຖະໜອມສາຍພົວພັນ ຫວຽດນາມ - ໄທ ໃຫ້ນັບມື້ນັບແໜ້ນແຟ້ນ, ເລິກເຊິ່ງ ແລະ ເປັນຮູບປະທຳ. |
ມິງດຶກ